ຊົນນະບົດອຸດົມໄຊຍັງບໍ່ມີ ການ ຊ່ອຍເຫຼືອ

ມະນີຈັນ
2014.10.02
F-oudomxay ທັມຊາດໃນຍາມເຊົ້າ ທີ່ແຂວງອຸດົມໄຊ ຮູປຖ່າຍ 10/21/2007
RFA

 

ນັບແຕ່ປີ ຜ່ານມາ ມີຫລາຍ ໝູ່ບ້ານ ໃນເຂດ ຫ່າງໄກ ຢູ່ ແຂວງ ອຸດົມໄຊ ບໍ່ໄດ້ຮັບ ການ ຊ່ວຍເຫລືອ ຈາກ ຣັຖບານ ຫລື ອົງການໃດ ເຖິງແມ່ນ ຣັຖບານ ປະກາດວ່າ ໄດ້ຮັບການ ຊ່ວຍ ເຫລືອ ຈາກ ຕ່າງປະເທດ ຫລາຍຮ້ອຍ ລ້ານ ໂດລາ ສະຫະຣັດ ກໍດີ. ເຈົ້າໜ້າທີ່ ແຂວງ ອຸດົມໄຊ ເປີດເຜີຍວ່າ ໃນເຂດ ຫ່າງໄກ ສອກຫລີກ ມີຄວາມ ຕ້ອງການ ການຊ່ວຍ ເຫລືອ ຫລາຍ ດ້ານ:

"ປີຜ່ານມາ ທາງການ ເນາະ ກໍຖືວ່າ ຍັງບໍ່ມີ ໂຄງການ ຫຍັງເຂົ້າມາ ເນາະ ໃນການ ພັທນາ ຖືວ່າໃນ ໝູ່ບ້ານນີ້ ກໍຄືວ່າ ແຫລະເນາະ ຕ້ອງການ ທຶນ ເປັນເງິນ ຫັ້ນແຫລະ ເນາະ ຖືວ່າ ຢາກໄດ້ທຶນ ນຳ ທະນາຄານ ບໍ໋ ນຳ ພາກສ່ວນ ໂຄງການ ອື່ນໆບໍ໋ ມາຊ່ວຍເຫລືອ ເຂົ້າໃນ ການພັທນາ ເປັນຕົ້ນແມ່ນ ການປູກຝັງ ລ້ຽງສັດ ອັນຕົວນີ້ ແລ້ວເນາະ ຖືວ່າ ສິ່ງສຳຄັນ ທີ່ສຸດ ແຫລະ ແມ່ນ ນ້ຳສະອາດ ນີ້ ນ້ຳລິນນີ້ ຢາກໃຫ້ ທາງການ ຄຸ້ນຄິດ ຕື່ມ".

ທ່ານ ເນັ້ນ ຕື່ມວ່າ ໃນປີ 2014 ນີ້ ບໍ່ມີ ໂຄງການ ຂອງ ຣັຖບານ ຫລື ຂອງ ເອກຊົນ ເຂົ້າມາ ຊ່ວຍເຫລືອ ປະຊາຊົນ ເລີຍ ເຖິງແມ່ນ ວ່າ ຈະຖືກ ນ້ຳຖ້ວມ ແຕ່ກໍຍັງ ບໍ່ໄດ້ຮັບ ການຊ່ອຍ ສ້ອມແປງ ໂຮງຮຽນ ຫລື ທາງທີ່ ເປ່ເພ ເຮັດໃຫ້ ຊາວບ້ານ ຕ້ອງ ຮິບໂຮມ ເງິນ ຊ່ວຍກັນ ສ້ອມແປງ. ຂນະດຽວກັນ ທ່ານ ທອງມາ ຈາກ ແຂວງ ຫລວງພຣະບາງ ກໍ ເປີດເຜີຍ ວ່າ ໃນປີ 2014 ນີ້ ມີໂຄງການ ຂອງ ຣັຖບານ ເຂົ້າມາ ແດ່ແລ້ວ:

"ເພາະວ່າ ເຮົາມັນ ຕັ້ງຢູ່ຕົວ ເທສບານ ເມືອງ ທາງເມືອງ ເພິ່ນໄດ້ໄປ ຮ້ອງຂໍ ທາງແຂວງ ແລ້ວ ທາງ ສູນກາງ ເພິ່ນກໍຫາກ ຊ່ວຍມາ ມີອັນມີ ແຕ່ມັນ ບໍ່ພຽງພໍ ກັບຄວາມ ຕ້ອງກນ ເວົ້າ ແທ້ ກໍຍັງອັນໃດ໋ ກໍຍັງຂາດ ຍັງເຂີນ ຢູ່".

ເມື່ອວັນທີ 1 ຕຸລາ 2014 ທ່ານ ສົມຈິດ ອິນທະມິດ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ແຜນການ ແລະ ການລົງທຶນ ເປີດເຜີຍ ຕໍ່ ວຽງ -ຈັນທາມ ວ່າ ໃນປີນີ້ ລາວ ໄດ້ຮັບທຶນ ຊ່ວຍເຫລືອ ຈາກ ຕ່າງປະເທດ ເປັນຈຳນວນ ເງິນ ຫລາຍກວ່າ 4920 ຕື້ ກີບ ຫລື 630 ລ້ານ ໂດລາ ສະຫະຣັດ ຖືເປັນ ຈຳນວນ ເງິນ ຫລວງຫລາຍ ທີ່ ທາງການລາວ ຈະນຳມາ ໄວ້ໃຊ້ ພັທນາ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.