ເຣື້ອງທີ່ເກັບບັນທຶກໄວ້
2024-04-20
ບຸນປີໃໝ່ ຫລື ກຸດສົງການ ເປັນປະເພນີນິຍົມ ທີ່ປະຕິບັດກັນມາ ແຕ່ໂບຮານນະການ, ເປັນບຸນເດືອນຫ້າ ທີ່ມີຄວາມມ່ວນຊື່ນ ຄຶກຄື້ນເປັນພິເສດ.
2024-04-20
ທ່ານ ໄມໂຄ ວິກເຕີ (Michael Victor) ຊາວອາເມຣິກັນ ທີ່ຮຽນເວົ້າພາສາລາວ ໂດຍການພົບປະ ໂອ້ລົມກັບຄົນລາວ ເປັນສ່ວນໃຫຍ່ ແລະທ່ານ ຍັງຄິດເສຍດາຍ ທີ່ບໍ່ໄດ້ຮຽນ ຂຽນ/ອ່ານ ພາສາລາວ ມາແຕ່ຕົ້ນ. ທ່ານ ໄມໂຄ ໄດ້ໃຫ້ຂໍ້ຄິດດີໆ ໃນປະສົບການ ທີ່ໄດ້ເຂົ້າໄປເຮັດວຽກ ຢູ່ປະເທດລາວ ເກືອບຮອດ 20 ປີ ນໍາ.
2024-04-12
ໃນວັນທີ 12 ເດືອນເມສາ 2024 ນີ້ ຄົນງານລາວ ຈຳນວນຫຼາຍກວ່າ 50 ຄົນ ພວມທະຍອຍ ເດີນທາງ ກັບຄືນບ້ານ ຢູ່ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຄຳມ່ວນ ໃນໄລຍະ ບຸນປີໃໝ່ລາວ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ນຳຄອບຄົວ.
2024-04-08
ເພີ່ມທະວີປ້ອງກັນ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະເຫຼີມສະຫຼອງ ບຸນປີໃໝ່ລາວ ພ.ສ.2567 ຢູ່ນະຄອນຫຼວງວຽງຈັນ ໂດຍແນໃສ່ປ້ອງກັນ ບັນຫາການຈູດໝາກກະໂພກ, ສຽງດັງເນືອງນັນ, ການຂ້າມຊາຍແດນ ແລະ ການລະເມີດກົດໝາຍຈະລາຈອນ.
2024-04-08
ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວຮຽກຮ້ອງໃຫ້ລັດຖະບານລາວ ມີການປະຕິຮູບສື່ມວນຊົນ ໂດຍໃຫ້ສື່ມວນຊົນປະເພດຕ່າງໆ ມີສິດເສລີພາບໃນການຜະລິດຂ່າວສານ ແລະ ນໍາສະເໜີເນື້ອໃນໃໝ່ໆ ທີ່ມີຄວາມຫຼາກຫຼາຍດຶງດູດ ໃຫ້ຄົນມາຕິດຕາມ.
2024-04-08
ທາງການລາວຢັ້ງຢືນວ່າ ການນໍາໃຊ້ພາສາລາວ ໃນປັັັດຈຸບັນ ຍັງພົບວ່າໃນການເວົ້າ-ການຂຽນ ຍັງບໍ່ເອກະພາບກັນ, ມີພາສາຕ່າງປະເທດ ປະປົນເຖິງວ່າຈະມີຫຼັກການ ໄວຍາກອນອ້າງອີງ, ຕໍ່ບັນຫານີ້ ພາສາລາວຍັງຕ້ອງສືບຕໍ່ຄົ້ນຄ້ວາ ເພື່ອໃຫ້ສອດຄ່ອງກັບ ປັດຈຸບັນ.
2024-04-07
ການນໍາໃຊ້ພາສາລາວໃໝ່ ແມ່ນປະກົດຂື້ນແຕ່ປີ 1975 ເປັນຕົ້ນມາ ໂດຍໄປຕາມການເມືອງການປົກຄອງ.
2024-04-05
ນະຄອນຫຼວງວຽງຈັນກະກຽມການສະຫຼອງບຸນປີໃໝ່ລາວ ໂດຍອອກຄຳສັ່ງ ວ່າດ້ວຍການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະຫຼອງບຸນປີໃໝ່ລາວ ພ.ສ. 2567 ຢູ່ນະຄອນຫຼວງວຽງຈັນ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະໄດ້ອອກຂໍ້ປະຕິບັດ 6 ຂໍ້ ເພື່ອໃຫ້ຈົບງາມ.
2024-04-03
ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ຍັງຖືກຂົ່ມເຫງ ຈາກເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານບາງກຸ່ມ ເຖິງແມ່ນວ່າ ສູນກາງແນວລາວສ້າງຊາດ ໄດ້ມີການເຜີຍແຜ່ດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວ ດ້ານສາສະໜາ ກໍຕາມ.
2024-04-01
ລູກຄົນລາວ ຢູ່ ສະຫະລັດອາເມຣິກາ ກັບການເວົ້າພາສາລາວ ກໍຍັງເປັນສິ່ງທີ່ທ້າຍທາຍ, ແຕ່ ຄອບຂອງ ນາງ ວິໃຈ ວົງໄກສອນ ເຫັນວ່າ ການຖ່າຍທອດພາສາລາວ ແລະ ຍູ້ດັນໃຫ້ລູກ ໄດ້ເວົ້າພາສາລາວ ເປັນເລື່ອງທີ່ສໍາຄັນ ເຖິງວ່າ ຈະມາຢູ່ຕ່າງແດນກໍຕາມ.
2024-03-29
ພາສາລາວ ມີມາແຕ່ດຶກດຳບັນ ແລະໄດ້ວິວັດທະນາການ ຫຼືປ່ຽນແປງມາຕະຫຼອດ; ການປ່ຽນແປງ ທີ່ສຳຄັນ ກໍແມ່ນ ການປ່ຽນຈາກການຂຽນຕາມເຄົ້າ ມາເປັນການຂຽນຕາມສຽງ.
2024-03-29
ການຕັດສິນໃຈ ປ່ຽນແປງເທື່ອນີ້ ມີຂຶ້ນ ຫຼັງຈາກ ທີ່ທາງຄະນະບໍລິຫານ ວິທຍຸເອເຊັຽເສຣີ ໄດ້ສຶກສາຄົ້ນຄວ້າ ຢ່າງຄັກແນ່ ແລະ ໄດ້ສອບຖາມ ທ່ານຜູ້ຟັງ ໃນປະເທດລາວ ທີ່ເວົ້າວ່າ ພວກເຂົາເຈົ້າ ເຂົ້າໃຈຍາກ ໃນການອ່ານຂ່າວ ຂອງພວກເຮົາ. ພວກເຮົາເປັນໜີ້ພວກທ່ານ ໃນການລາຍງານຂ່າວ ທີ່ທັນການ ແລະ ເຂົ້າເຖິງງ່າຍ.
2024-03-26
ພວກທ່ານອາດຮູ້ແລ້ວວ່າ ນັບແຕ່ມື້ນີ້ເປັນຕົ້ນໄປ ວິທະຍຸເອເຊັຽເສຣີ (RFA) ຈະປ່ຽນພາສາການອອກອາກາດ ເປັນພາສາລາວໃໝ່ ແຕ່ໃນຂະນະດຽວກັນ ກໍຍັງຈະເລືອກອອກລາຍການ ບາງຢ່າງເປັນພາສາລາວເດີມ.
2024-03-16
ທ້າວ “ຊິກກອຍ” ຜູ້ມີທັກສະ ໃນການຕໍ່ສູ້ປ້ອງກັນໂຕ ຈົນກາຍເປັນ ສະຕັ້ນແມນ (Stuntman) ທັງເປັນນັກສະແດງໜັງບູ້ ຂອງລາວ (Action Movies) ແລະ ຍັງມີທີມງານ ຮ່ວມນໍາອີກ ໃນ Lao Action Star Production Stunts.
2024-03-15
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງດາກຈຶງ ແຂວງເຊກອງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຳນວນ 10 ປາຍປ້າຍ ຊຶ່ງປ້າຍສ່ວນຫຼາຍ ເປັນຂອງຮ້ານຄ້າ ແລະ ຮ້ານອາຫານ ຂອງຊາວວຽດນາມ ແລະ ຊາວຈີນ ທີ່ມີການໃຊ້ໂຕພາສາລາວ ບໍ່ຖືກຕ້ອງ.