ເຣື້ອງທີ່ເກັບບັນທຶກໄວ້
2024-08-26
ຄູສອນສາດສະໜາຄຣິສຕຽນລາວ ປະຈໍາຄຣິສຕະຈັກ ວັງໄຊ ເມືອງໄຊ ແຂວງອຸດົມໄຊ, ອາຍຸ 40 ປີປາຍ ໄດ້ຖືກຄາດຕະກຳ ເປັນເວລາ 1 ເດືອນແລ້ວ ແຕ່ ຍັງບໍ່ມີຄວາມຄືບໜ້າທາງຄະດີເທື່ອ ໂດຍເຈົ້າໜ້າທີ່ ຍັງບໍ່ສາມາດ ຈັບຜູ້ກະທຳຄວາມຜິດ ມາດຳເນີນຄະດີ.
2024-08-13
ພາສາຈີນຍັງຄົງເປັນທາງເລືອກອັນດັບໜຶ່ງສຳລັບນັກສຶກສາຈົບໃໝ່ ແລະ ຄົນທົ່ວໄປ. ໃນແຕ່ລະສົກການສຶກສາມີຜູ້ສະມັກຮຽນເພີ່ມຂື້ນແລະກໍ່ເພີ່ມຂື້ນເລື້ອຍ ໆ ທັງພາກບຳລຸງ ແລະ ວິຊາຄູ.
2024-08-10
ປະເພນີລາວ ແລະ ໄທ ມີຄວາມສໍາພັນ ອັນແໜ້ນແຟ້ນ ທີີ່ມີມາຍາວນານ ກັບຄວາມທ້າທາຍ ທີ່ເກີດຂຶ້ນໃນປັດຈຸບັນ.
2024-08-03
ທ້າວ ບອດ ສິນລະປິນ ນັກແຕ້ມ ນັກປັ້ນ ຊຶ່ງວຽກງານປັ້ນດ້ວຍປູນຊິມັງ ຂອງລາວ ແຕ່ລະຢ່າງ ກໍ່ເຕັມໄປດ້ວຍຄວາມປານີດ ທີ່ໜ້າພາກພູມໃຈ ຈົນເປັນທີ່ເລື່ອງລື ໃນສື່ສັງຄົມ ອອນລາຍ ຜູ້ຄົນກົດໄລ໊ ນັບລ້ານ.
2024-08-01
ຊາວຄຣິສຕຽນລາວ 6 ຄົນ ຢູ່ແຂວງຄໍາມ່ວນ ທີ່ຖືກຈັບໃນຂະນະທີ່ປະກອບພິທີ ທາງສາດສະໜາ ປະຈໍາວັນເສົາຢູ່ນັ້ນ ແລະໄດ້ຖືກປ່ອຍຕົວໃນເວລາຕໍ່ມາ.
2024-07-27
ທ້າວ ບຸນມະນີ ນັກສີນລະປິນ ຈາກຊົນເຜົ່າ ທີ່ມີປະມານ 200 ຄອບຄົວ ແຕ່ໄດ້ຮັບຄວາມນິຍົມນັບລ້ານວິວ ໃນວົງການບັນເທີງ ສື່ສັງຄົມອອນລາຍ ເຊີນທ່ານ ມາຄົ້ນຫາ ຮຽນຮູ້ກ່ຽວກັບຊົນເຜົ່ານີ້.
2024-07-25
ຄູສອນສາດສະໜາຄຣິສຕຽນ ຢູ່ບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ໄດ້ຖືກຍິງບາດເຈັບສາຫັດ ແລະທາງຄອບຄົວ ໄດ້ນໍາອາຈານ ໄປປິ່ນປົວຢູ່ໂຮງໝໍ ແຂວງອຸດົມໄຊ, ແຕ່ອາຈານໄດ້ເສຍຊີວິດ ໃນເວລາຕໍ່ມາ.
2024-07-23
ເຈົ້າໜ້າທີ່ໄດ້ຮື້ຖອນປ້າຍ ຂອງຜູ້ປະກອບການຈີນ ທີ່ຜິດລະບຽບ ຢູ່ຕະຫຼາດຊັ່ງຈຽງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຫຼັງຈາກ ໄດ້ຕັກເຕືອນ ແລະ ເຮັດບົດບັນທຶກນໍາຜູ້ປະກອບການຈີນ 2 ເທື່ອແລ້ວ ແຕ່ກໍບໍ່ໄດ້ມີການປັບປຸງ.
2024-07-13
ທ້າວ Loris ຄົນຕ່າງປະເທດ ທີ່ໃຊ້ຊື່ວ່າ ຝຣັ່ງປອມ ໃນສື່ສັງຄົມອອນລາຍ ເວົ້າພາສາລາວເກັ່ງ ຮ້ອງເພງພາສາຊົນເຜົ່າກຶມມຸອໍາ ໄດ້ຢ່າງອອນຊອນ.
2024-07-10
ທາງການລາວຫາລື ວຽກງານ ການປົກປັກຮັກສາ, ອະນຸຮັກ ມໍລະດົກໂລກ ຫລວງພຣະບາງ ແລະ ປະເມີນຜົນກະທົບ ທີ່ອາດເກີດຂຶ້ນຕໍ່ມໍຣະດົກໂລກ ຂອງໂຄງການ ເຂື່ອນໄຟຟ້າຫລວງພຣະບາງ.
2024-07-06
ທ່ານ ທິບພະສອນ ເມືອງຈັນ (ແອ໊ດ) ນັກເຕະບານ ທີມຊາດລາວ ລຸ້ນຕໍານານ ຊຸມປີ 1960 ຫາ 1970 ທ່ານ ແອ໊ດ ຈະມາເວົ້າຄວາມເກົ່າ ເລົ່າຄວາມຫຼັງ ສູ່ຟັງວ່າ ນັກກິລາລາວ ໃນສະໄໝກ່ອນ ແມ່ນມຸ້ງໝັ້ນ ຍ້ອນຄວາມມັກ ຮັກໃນຄວາມສາມະຄີ ເປັນນໍ້າໜຶ່ງໃຈດຽວ. ຖ້າເວົ້າເຖິງ ເງິນດ້າມເງິນເດືອນ ລະແມ່ນວ່າ ບໍ່ເຄີຍມີ.
2024-06-29
MISS UNIVERSE LAOS 2024 ນາງ ພິຣັນຍາ ທິບພົມວົງ ທີ່ໄດ້ຮັບຕໍາແໜ່ງ ວ່າງຕົ້ນເດືອນ ມິຖຸນາ ຜ່ານມານີ້. ເຊີນທ່ານຕິດຕາມຄົ້ນຫາ ຈຸດໂດດເດັ່ນ ຂອງນາງງາມ ຄົນນີ້ ວ່າມີແນວໃດແດ່ ນາງ ຈຶ່ງໄດ້ຮັບຕໍາແໜ່ງ ອັນຊົງກຽດນີ້.
2024-06-28
ໂຮງຮຽນຈີນຈຸງເຕັກ ເຊິ່ງເປັນໂຮງຮຽນເອກະຊົນ ຂອງຈີນ ທີ່ຕັ້ງຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບຄວາມນິຍົມຈາກບັນດາຜູ້ປົກຄອງ ທັງຢູ່ໃນ ແຂວງສະຫວັນນະເຂດ ແລະ ແຂວງໃກ້ຄຽງ ໃນການສົ່ງລູກມາຮຽນພາສາຈີນ ແລະ ວິຊາອື່ນໆ ຢູ່ໂຮງຮຽນແຫ່ງນີ້.
2024-05-28
ຄະນະເຈົ້າໜ້າທີ່ ຈາກຜະແນກຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນໄດ້ໄດ້ລົງພື້ນທີ່ກວດກາ ແລະ ແກ້ໄຂບໍລິສັດຈີນ ແລະ ທຸລະກິດຂອງຄົນຈີນ ຢູ່ບໍລິເວັນຕະຫຼາດຊັ່ງຈຽງ ເມືອງສີໂຄດຕະບອງ ທີ່ເຮັດປ້າຍຮ້ານ ແລະ ປ້າຍໂຄສະນາບໍ່ຖືກຕາມລະບຽບກົດໝາຍ.
2024-05-16
ປະເທດລາວ ຈະສົ່ງນັກກິລາສາມຄົນ ໄປຮ່ວມການແຂ່ງຂັນກິລາໂອລິມປິກທີ່ນະຄອນຫຼວງປາຣີ ປະເທດຝຣັ່ງໃນເດືອນກໍລະກົດຈະມາເຖິງນີ້.