1 ເດືອນ ຫຼັງຈາກຄູສອນສາດສະໜາຄຣິສຕຽນ ຖືກຄາດຕະກຳ, ຄະດີຍັງບໍ່ຄືບໜ້າ

ຈຳປາທອງ
2024.08.26
1 ເດືອນ ຫຼັງຈາກຄູສອນສາດສະໜາຄຣິສຕຽນ ຖືກຄາດຕະກຳ, ຄະດີຍັງບໍ່ຄືບໜ້າ ອາຈານ ທອງຄໍາ ພິລາວັນ ອາຍຸ 40 ປີ ຄູສອນສາດສະໜາຄຣິສຕຽນ ຢູ່ບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ຖືກຍິງບາດເຈັບສາຫັດ ແລະໄປເສຍຊີວິດຢູ່ໂຮງໝໍ ວັນທີ 23 ກໍລະກົດ 2024.
Courtesy Photo

ມາເຖິງປັດຈຸບັນ ກໍຄົບຮອບ 1 ເດືອນແລ້ວ ທີ່ອາຈານ ທອງຄໍາ ພິລາວັນ ຄູສອນສາດສະໜາຄຣິສຕຽນລາວ ປະຈໍາຄຣິສຕະຈັກ ວັງໄຊ ເມືອງໄຊ ແຂວງອຸດົມໄຊ, ອາຍຸ 40 ປີປາຍ ໄດ້ຖືກຄົນຮ້າຍ 2 ຄົນ ເຂົ້າໄປຍິງຢູ່ໃນເຮືອນຂອງທ່ານ, ບາດເຈັບສາຫັດ ແລະໄດ້ໄປເສຍຊີວິດຢູ່ໂຮງໝໍແຂວງອຸດົມໄຊ ເມື່ອວັນທີ 23 ກໍລະກົດ 2024, ແຕ່ຄົນຮ້າຍ 2 ຄົນທີ່ວ່ານີ້ ພາຍຫຼັງຍິງທ່ານແລ້ວ ກໍໄດ້ຂີ່ລົດຈັກຫຼົບໜີໄປ ຈົນມາຮອດມື້ນີ້ ທາງການລາວ ກໍຍັງບໍ່ສາມາດ ຕິດຕາມ ຈໍາຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍໄດ້ ແລະບໍ່ໄດ້ແຈ້ງຂ່າວ ເລື່ອງຜົນຂອງການສືບສວນ ສອບສວນ ຫຼືຄວາມຄືບໜ້າແນວໃດກ່ຽວກັບກໍລະນີການຄາດຕະກໍາດັ່ງກ່າວ ໃຫ້ທາງຄອບຄົວຂອງທ່ານຊາບ, ອີງຕາມຄໍາເວົ້າຂອງຊາວຄຣິສຕຽນລາວຜູ້ນຶ່ງ ທີ່ໃກ້ຊິດກັບຄອບຄົວຂອງອາຈານ ທອງຄໍາ ພິລາວັນ ຜູ້ຂໍສະຫງວນຊື່ ແລະສຽງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ສິງຫາ 2024 ນີ້.

ແລະຊາວບ້ານ ຢູ່ເມືອງໄຊ ນາງນຶ່ງ ທີ່ຕິດຕາມເລື່ອງການຄາດຕະກໍາທີ່ວ່ານີ້ ກໍຢືນຢັນ ຕໍ່ວິທຍຸເອເຊັຍເສຣີວ່າ ຄົນຮ້າຍທີ່ຮ່ວມກັນຂ້າອາຈານ ທອງຄໍາ ນັ້ນ ກໍຍັງບໍ່ທັນໄດ້ຖືກຈັບ ມາດໍາເນີນຄະດີເທື່ອ. ສ່ວນເລື່ອງຄວາມຄືບໜ້າຂອງການສືບສວນ ສອບສວນກໍລະນີດັ່ງກ່າວ ຂອງເຈົ້າໜ້າທີ່ຕໍາຫຼວດນັ້ນ ເພີ່ນບໍ່ໄດ້ປະ ກາດອີ່ຫຍັງໃຫ້ຮູ້, ຍັງມິດຢູ່ ດັ່ງທີ່ນາງເວົ້າວ່າ:

“ຍັງເລີຍ ເຈົ້າ ຍັງບໍ່ໄດ້ມີປະກາດອີ່ຫຍັງເລີຍ ຍັງມິດຢູ່ ເຈົ້າ ນ້ອງບໍ່ໄດ້ຢູ່ໃນສາດສະໜາຄຣິສ ນ້ອງບໍ່ໄດ້ໄປຮ່ວມງານພິທີການນໍາ ຍັງບໍ່ໄດ້ໂທຖາມເພິ່ນເທື່ອ.”

ໃນຂະນະດຽວກັນ ຊາວບ້ານອີກຜູ້ນຶ່ງ ທີ່ຢູ່ບໍ່ຫ່າງຈາກເຮືອນຂອງອາຈານ ທອງຄໍາ ພໍປານໃດນັ້ນ ກໍໄດ້ຍິນຂ່າວວ່າ ການຊອກຈັບຄົນຮ້າຍນັ້ນ ແມ່ນຍາກຫຼາຍທີ່ສຸດ ຍ້ອນບໍ່ມີກ້ອງວົງຈອນປິດ ຢູ່ຕາມເສັ້ນທາງ ທີ່ຄົນຮ້າຍໃຊ້ຂີ່ລົດຈັກຫຼົບໜີ, ຮູ້ພຽງແຕ່ວ່າ ພວກເຂົາຫຼົບໜີໄປທາງເມືອງຫຼາ ແລະວ່າ ເລື່ອງສາເຫດຂອງການຄາດຄະກໍານັ້ນ ຍັງບໍ່ຮູ້, ອາດຈະມີຫຼາຍຢ່າງ ຊຶ່ງຂະນະນີ້ ທາງເຈົ້າໜ້າທີ່ກໍາລັງຕິດຕາມຫາຄົນຮ້າຍຢູ່.

“ຕິດຕາມຢູ່ ມັນຍາກທີ່ສຸດ ມັນຍາກຢູ່ເຂດຫັ້ນບໍ່ມີວົງຈອນປິດຈັບຫັ້ນນ່າ ເຂົາໄປເບິ່ງຢູ່ທາງນອກພຸ້ນ ກໍເລີຍເຫັນວ່າມັນອອກຈາກຫັ້ນ ແລ້ວໄປທາງເມືອງຫລາພຸ້ນ ເຂົາກາຕີລາຄາຫລາຍຢ່າງ ອັນທີນຶ່ງແມ່ນຂາຍລົດ 2 ບາງເທື່ອເປັນໜີ້ເປັນສິນບໍ່ 3 ຫັ້ນ ເປັນອາຈານສອນສາດສະໜາຄຣິສຕຽນ.”

ແລະຊາວຄຣິສຕຽນນາງນຶ່ງ ທີ່ໄດ້ຮູ້ຂ່າວກ່ຽວກັບການຄາດຕະກໍາ ອາຈານ ທອງຄໍາ ຜູ້ສອນສາດສະໜາຄຣິສຕຽນນີ້ ຢ່າງໂຫດຫ້ຽມ ກໍຍັງຮູ້ສຶກເສົ້າສະຫຼົດໃຈ, ມາເຖິງປັດຈຸບັນ ເຈົ້າໜ້າທີ່ກໍຍັງບໍ່ສາມາດຕິດຕາມຫາຄົນຮ້າຍນັ້ນໄດ້. ແລະວ່າ ເຖິງແມ່ນບໍ່ຮູ້ຈັກກັບອາຈານ ເປັນການສ່ວນຕົວ ແຕ່ກໍຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ຈັບຄົນຮ້າຍນັ້ນໄດ້ໄວທີ່ສຸດ ເພື່ອເຮັດໃຫ້ຊາວຄຣິສຕຽນລາວຄົນ ອື່ນໆ ມີຄວາມອຸ່ນໃຈ ເຖິງແມ່ນຄະດີນີ້ ຍັງບໍ່ຈັດເຈນ ດັ່ງທີ່ນາງເວົ້າວ່າ:

“ຄະດີບໍ່ຊັດເຈນປານໃດ ບາງເທື່ອຄຣິສຕຽນເຮົາກໍມີເບື້ອງໜ້າເບື້ອງຫລັງ ເຮົາກໍບໍ່ຮູ້ເນາະ ເປັນຜູ້ຮັບໃຊ້ພະເຈົ້າ ນີ້ແຫລະມັນມີທັງຄົນຮັກແລະມີທັງຄົນຊັງ ມີນອກມີໃນຫັ້ນນ່າ ຈັກແນວໃດເຮົາກະບໍ່ຮູ້ຈັກ ໂຕນີ້ລະບໍ່ຊັດເຈນ ແຕ່ວ່າຂະນ້ອຍນໍ່ໄດ້ຂ່າວລາຍລະອຽດເດີ ໂຕນີ້.”

ເພື່ອຂໍຮູ້ເຖິງຄວາມຄືບໜ້າ ຂອງຄະດີທີ່ວ່ານີ້ ແລະລາຍລະອຽດ ກ່ຽວກັບເລື່ອງການຕິດຕາມຈັບຄົນຮ້າຍ ທີ່ໄດ້ຄາດຕະກໍາອາຈານ ທອງຄໍາ ນັ້ນ ວິທຍຸເອເຊັຍເສຣີໄດ້ຕິດຕໍ່ໄປຫາ ຫ້ອງການກອງບັນຊາການຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງໄຊ, ແຕ່ເຈົ້າໜ້າທີ່ນາງນຶ່ງ ບອກໃຫ້ຮູ້ພຽງແຕ່ວ່າ ທາງເຈົ້າໜ້າທີ່ຕໍາຫຼວດ ຜູ້ຮັບຜິດຊອບຄະດີນີ້ ຍັງບໍ່ທັນໄດ້ແຈ້ງເຖິງຄວາມຄືບໜ້າ ຂອງການສືບສວນ, ສອບສວນ ມາໃຫ້ຊາບເທື່ອ ດັ່ງນັ້ນ ຈຶ່ງຍັງບໍ່ສາມາດເວົ້າໄດ້.

ແຕ່ເຖິງຢ່າງໃດກໍຕາມ ອົງການພັນທິມິດເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢຍລະມັນ ກໍໄດ້ນໍາເອົາຄະດີຄາດຕະກໍາອາຈານ ທອງຄໍາ ພິລາວັນ ຄູສອນສາດສະໜາຄຣິສຕຽນ ແລະເຫດການຂົ່ມເຫັງຊາວຄຣິສຕຽນຜູ້ອື່ນໆ ໄປລາຍງານໃຫ້ສາກົນຮູ້ ທັງຢູ່ໃນກອງປະຊຸມສໍາຄັນໆຕ່າງໆ ແລະກໍກຽມນໍາໄປສະເໜີ ຢູ່ໃນກອງປະຊຸມ ສະພາສິດທິມະນຸດ ຂອງສະຫະປະຊາຊາດ ທີ່ຈະຈັດຂື້ນໃນປີ 2025 ທີ່ຈະມາເຖິງນີ້ນໍາດ້ວຍ ເພື່ອສະແດງໃຫ້ເຫັນວ່າ ຢູ່ ສປປລາວ ຍັງມີການລະເມີດ ສິດທີຂອງຊາວຄຣິສຕຽນລາວ ຢ່າງຮ້າຍແຮງຢູ່ເລື້ອຍໆ ດັ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທິມິດເພື່ອປະຊາທິປະ ໄຕໃນລາວ ຜູ້ໄດ້ຮັບລາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:

“ພວກເຮົາ ອົງການພັນທະມິດ ກະໄດ້ສົ່ງບົດລາຍງານເຖິງການຈັດຕັ້ງສາກົນ  ທາງສະຫະປະຊາຊາດ  ແລ້ວກໍກະຊວງການຕ່າງປະເທດ ຂອງສະຫະລັດ ພວກເຮົາກະລາຍງານໃຫ້ເພິ່ນຊາບເໝືອນກັນ ສະພາບແບບນີ້ ພວກເຮົາກໍຈະຮິບໂຮມຂໍ້ມູນໃໝ່ໆ ນີ້ເພີ້ມຕື່ມ ເພື່ອເຮັດລາຍງານກ່ຽວກັບກອງປະຊຸມສະພາສິດທິມະນຸດ ທີ່ກ່ຽວຂ້ອງກັບ ສປປ ລາວ.”

ກໍລະນີການຍິງສັງຫານອາຈານ ທອງຄໍາ ພິລາວັນ ອາຈານສອນສາດສະໜາ ຄຣິສຕຽນ ຢູ່ໃນເຮືອນຂອງທ່ານ ທີ່ເມືອງໄຊ ແຂວງອູດົມໄຊ ເກີດຂື້ນເມື່ອວັນທີ 23 ກໍລະກົດ 2024 ເວລາ 20 ໂມງ 15 ນາທີ. ທາງຄອບຄົວຂອງທ່ານ ເຊື່ອວ່າ ສາເຫດແມ່ນໜ້າຈະເກີດຍ້ອນມີຜູ້ບໍ່ພໍໃຈ ນໍາການເຄື່ອນໄຫວທາງສາສະໜາຄຣິສຕຽນຂອງທ່ານ.

ແລະເມື່ອກ່ອນໜ້ານັ້ນ ກໍມີຄະດິການຄາດຕະກໍາອາຈານ ສີ ແສງມະນີ ຄູສອນສາດສະໜາຄຣິສຕຽນລາວ ອາຍຸ 48 ປີ ຢູ່ແຂວງວຄໍາມ່ວນ ເມື່ອເດືອນຕຸລາ 2022. ມາເຖິງປັດຈຸບັນ ເວລາຜ່ານໄປ ກໍເກືອບເຖິງ 2 ປີແລ້ວ ແຕ່ທາງການລາວ ກໍຍັງບໍ່ສາມາດ ຕິດຕາມຈັບຕົວຄົນຮ້າຍ ຜູ້ກໍ່ເຫດນັ້ນໄດ້ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.