ເຣື້ອງທີ່ເກັບບັນທຶກໄວ້
2023-09-30
ຊາວລາວຈຳນວນນຶ່ງ ໃນເຂດຫ່າງໄກສອກຫຼີກ ບໍ່ສາມາດເຂົ້າເຖິງ ສາທາຣະນະສຸຂ, ຊາວວຽດນາມ 5 ຄົນ ຖືກລັກພາໂຕ ຈາກແຂວງຫຼວງນໍ້າທາ ໄປປະເທດພະມ້າ, ຂະໂມຍ ລັກຣົຖຈັກ, ຣົຖໃຫຍ່ ຫຼາຍຂຶ້ນ.
2023-09-29
ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ອອກແຈ້ງການລົງວັນທີ 14 ກັນຍາ 2023 ວ່າດ້ວຍການຫ້າມ ອອກໃບອະນຸຍາດ ຕັ້ງຮ້ານ ແລະ ເຄື່ອນໄຫວບໍຣິການ ສັກລາຍ ທຸກປະເພດຢ່າງເດັດຂາດ ຖ້າມີການອະນຸຍາດ ຢູ່ເມືອງໃດໃຫ້ຍົກເລີກ ແລະ ປິດກິຈການທັນທີ່.
2023-09-29
ແຂວງສວັນນະເຂດ ມີແຜນງົບປະມານ ໃຫ້ເງິນອຸດໜູນຄຣູອາສາສມັກ ໃນສົກຮຽນ 2023-2024 ນີ້, ຕໍ່າສຸດເດືອນລະແຕ່ 1.2-1.5 ລ້ານກີບ, ຈະເຣີ່ມປະຕິບັດ ຕັ້ງແຕ່ເດືອນຕຸລາ 2023 ນີ້ໄປ ເຊິ່ງອາດສາມາດຊ່ວຍເຮັດໃຫ້ ຫລຸດການຂາດແຄນຄຣູສອນ ໄດ້ໃນລະດັບນຶ່ງ.
2023-09-29
ຫົວໜ່ວຍທຸຣະກິຈ ຂອງນັກລົງທຶນຈີນ ຈຳນວນຫຼາຍ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະ ເຂດເສຖກິຈພິເສດ ບໍ່ເຕັນແດນງາມ ດຳເນີນທຸກິຈ ໂດຍບໍ່ໄດ້ຈົດທະບຽນ ວິສາຫະກິຈ ຢ່າງຖືກຕ້ອງ ເຮັດໃຫ້ຣັຖບານ ບໍ່ມີຂໍ້ມູນການເງິນ ຂອງຫົວໜ່ວຍທຸຣະກິຈເຫລົ່ານັ້ນ ແລະບໍ່ສາມາດເກັບພາສີອາກອນໄດ້.
2023-09-29
ຣັຖບານລາວ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ຈາກ 1,300,000 ກີບ ເປັນ 1,600,000 ກີບຕໍ່ເດືອນໃນເດືອນຕຸລານີ້, ແຕ່ກໍຍັງຈະບໍ່ກຸ້ມກິນ ເພາະເຄື່ອງຂອງແພງຂຶ້ນຫລາຍ.
2023-09-28
ໂຄງການກໍ່ສ້າງສູນການຄ້າ, ສູນລວມສະຖານທີ່ບັນເທີງ ແລະ ສະຖານທີ່ພັກອາໄສແບບຫຼູຫຼາ ຂອງ ບໍຣິສັດ ຊິນເຢ້ (ລາວ) ວັທນະທັມ, ທ່ອງທ່ຽວ ແລະ ການລົງທຶນ ຈຳກັດ ຂອງຈີນທີ່ຕັ້ງຢູ່ບໍຣິເວນ ແຄມແມ່ນໍ້າຂອງ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ.
2023-09-28
ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ໄດ້ກູ້ໄພອຸບັດຕິເຫດຣົຖໃຫຍ່ ເສັຍຫລັກປີ້ນຕົກເຫວເລິກ ຢູ່ເສັ້ນທາງເລກ 13 ເໜືອ ເຂດປາກມອງ ເມືອງນໍ້າບາກ ແຂວງຫລວງພຣະບາງ ຫາ ອຸດົມໄຊ ລະຫວ່າງ ບ້ານວັງຫິນ ຫາບ້ານນໍ້າມອງ ເມືອງນໍ້າບາກ.
2023-09-28
ຜູ້ຣາຍງານພິເສດ ດ້ານສິດທິມະນຸສ ຂອງອົງການ ສະຫະປະຊາຊາຕ ໄດ້ອອກຣາຍງານ ໃນວັນທີ 22 ກັນຍາ 2023 ທີ່ຜ່ານມາວ່າ ສປປ ລາວ ມີການລ່ວງລະເມີດ ສິດທິມະນຸສຢ່າງຮ້າຍແຮງ ມີທັງຂ້າຖິ້ມ ແລະ ຍັງຄັບໃຫ້ຫາຍສາບສູນ.
2023-09-28
ຄົນງານລາວ ໃນເຂດເສຖກິຈບໍ່ເຕັນ ແຂວງຫລວງນໍ້າທາ ມີຄົນງານລາວ ທັ້ງໝົດ 1,783 ຄົນ ຖືວ່າໜ້ອຍ ທັງໆທີ່ເຣີ່ມພັທນາ ເປັນເວລາ 7 ປີ ແລະ ພາຍໃນເຂດ ກໍຍັງບໍ່ມີການຄຸ້ມຄອງ ດ້ານແຮງງານ.
2023-09-27
ຣັຖບານ ແກ້ໄຂບັນຫາເງິນກີບເຟີ້, ຄ່າອາຫານແພງ ນຳເອົາເຄື່ອງໃຊ້ ທີ່ຈໍາເປັນ ຈຳນ່າຍໃຫ້ຊາວ ນະຄອນຫຼວງວຽງຈັນ ໃນລາຄາຖືກ 10-20% ຈາກລາຄາຕລາດ, ແຕ່ຈໍາກັດຈຳນວນ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ໃຫ້ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ເປັນການແກ້ໄຂບັນຫາ ສະເພາະໜ້າ.
2023-09-27
ເດັກນ້ອຍລາວ 16 ຄົນ ທີ່ອອກມາຈາກໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ເຊິ່ງທາງການພະມ້າ ເປັນຜູ້ນຳເອົາເດັກນ້ອຍ ຈຳນວນ 16 ຄົນ ທີ່ຖືກປ່ອຍອອກມານັ້ນ ໄປທີ່ສະຖານີຕຳຣວດ ແລະ ທາງການປະເທດພະມ້າ ຕ້ອງການຜັກດັນ ກັບຄືນປະເທດແລ້ວ.
2023-09-27
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກຮົຖໄຟ ລາວ-ຈີນ ຢູ່ເມືອງຊຽງເງິນ ແຂວງຫລວງພຣະບາງ ຍັງບໍ່ມີເສັ້ນທາງ ເຂົ້າເຖິງພື້ນທີ່ການຜລິດ ດັ່ງທີ່ເຄີຍມີມາກ່ອນໜ້າ ທີ່ຈະຖືກໃຫ້ຍົກຍ້າຍ ສ້າງຄວາມຫຍຸ້ງຍາກເພີ່ມ ໃຫ້ກັບຊາວບ້ານ ທີ່ອາໄສການຜລິດ ກະສິກັມລ້ຽງຊີບ.
2023-09-27
ພາຍຸເຂດຮ້ອນ ດີເປຣສຊັນ ພັດເຂົ້າລາວ ໂດຍພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ແຈ້ງເຕືອນລ່ວງໜ້າ ແລະຝົນທີ່ຕົກໜັກ ຕິດຕໍ່ກັນຫລາຍມື້ ໃນຫລາຍໆເມືອງ ເຂດພາກກາງ ແລະ ພາກເໜືອ, ເຮັດໃຫ້ນໍ້າຖ້ວມນາ, ສວນກະເສດ, ສັດລ້ຽງ ຂອງປະຊາຊົນ ເສັຍຫາຍ.
2023-09-27
ຊາວບ້ານ ຢູ່ເມືອງສະນາມໄຊ ແຂວງອັດຕະປື ຖືກບໍຣິສັດປູກ້ວຍຂອງຈີນແຫ່ງນຶ່ງ ບຸກເບີກທີ່ດິນ ປູກມັນຂອງຊາວບ້ານ ໂດຍທີ່ບໍ່ມີການຕົກລົງຄ່າຊົດເຊີຍ ແລະ ບໍຣິສັດດັ່ງກ່າວ ບໍ່ຮັບຜິດຊອບຄ່າຊົດເຊີຍ, ຈົນເຖິປັດຈຸບັນນີ້ ຊາວບ້ານເຈົ້າຂອງທີ່ດິນ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ໄປຫາເມືອງ, ແຕ່ຍັງມິດງຽບຢູ່.
2023-09-26
ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ເຊື່ອວ່າ ຣັຖບານ ຈະບໍ່ສາມາດ ແກ້ໄຂບັນຫາ ເສຖກິຈ ແລະ ຄ່ານໍ້າມັນແພງໄດ້ ໂດຍສະເພາະ ສະພາວເງິນກີບທີ່ອ່ອນຄ່າລົງ, ສິນຄ້າທຸກປະເພທດແພງຂຶ້ນ ແລະ ບໍ່ເຫັນທ່າທີວ່າ ຈະຫຼຸດລົງ.