ສວັນນະເຂດ ມີແຜນງົບປະມານ ອັດຕຣາຈ້າງ ຄຣູອາສາ
2023.09.29

ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ຈັດກອງປະຊຸມ ຜູ້ບໍຣິຫານການສຶກສາ ແລະກິລາ ທົ່ວແຂວງ ເພື່ອຣາຍງານ ແຜນການຈັດຕັ້ງປະຕິບັດ ປະຈໍາປີ 2022-2023 ຮວມເຖິງການວາງແຜນ ວຽກງານຈຸດສຸມ ໃນສົກຮຽນ 2023-2024 ນີ້. ໃນນັ້ນ ແມ່ນມີການຂຶ້ນແຜນງົບປະມານ ອັດຕຣາຈ້າງຄຣູ ໃນແຕ່ລະປີ ໂດຍຈະເນັ້ນໃຫ້ຄຣູອາສາສມັກ 1,511 ຄົນ ທີ່ສອນຢູ່ໃນໂຮງຮຽນ 1,959 ແຫ່ງ ທົ່ວແຂວງ ທີ່ຍັງລໍຖ້າໂຄຕ້າ ຣັຖກອນຄຣູ ໃນແຕ່ລະປີຢູ່ນັ້ນ. ປັດຈຸບັນ ແຜນງົບປະມານ ອັດຕຣາຈ້າງຄຣູ ຍັງຢູ່ໃນຂັ້ນທໍາອິດເທົ່ານັ້ນ ຍ້ອນຫ້ອງການສຶກສາທິການ ແລະກິລາ ຢູ່ເມືອງຕ່າງໆ ໃນແຂວງສວັນນະເຂດ ຍັງບໍ່ໄດ້ຮັບແຈ້ງການ ຢ່າງເປັນທາງການ ຈາກຂັ້ນເທິງເທື່ອ, ແຕ່ຖ້າຫາກມີການ ຈັດຕັ້ງປະຕິບັດແຜນງານແທ້ຈິງ ຈະເປັນຜົລດີຕໍ່ຄຣູອາສາສມັກ ແລະນັກຮຽນຫລາຍ ເນື່ອງຈາກຫລາຍໂຮງຮຽນ ຍັງຂາດເຂີນຄຣູສອນ ໂດຍສະເພາະ ໃນລະດັບອະນຸບານ ແລະປະຖົມ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາຂັ້ນເມືອງ ຢູ່ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກັນຍານີ້.
“ເປັນມະຕິຂອງ ມາຈາກກະຊວງ ແຕ່ວ່າມັນເປັນແຜນ ແຕ່ວ່າເຮົາກໍບໍ່ຮູ້ ມີແຕ່ຖ້າ ເຮົາຖ້າຂັ້ນເທິງຫັ້ນເດ້ ເຮົາກໍອີງຕາມຂັ້ນເທິງຫັ້ນເດເນາະ ເພິ່ນແຈ້ງມາວ່າປະຕິບັດ ເຮົາກໍປະຕິບັດ ແມ່ນ ຜົລດີ 1 ຄືມັນເປັນການສນັບສນູນໃຫ້ສໍາລັບ ຜູ້ເປັນອາສາເນາະ ມັນກໍບໍ່ໄດ້ອາສາເອົາເປົ່າ ອາສາລ້າ ຫັ້ນນ່າ, ແຕ່ວ່າເຮົາກໍຍັງມີເງິນອຸດໜູນ ຄືອຸດໜູນໃສ່ນໍ້າມູກ-ນໍ້າມັນ, ການກິນຢູ່ ກໍຍັງວ່າບັນເທົາ ກໍພໍບັນເທົາຊີວິດຫັ້ນແຫລະ.”
ປັດຈຸບັນ ຄຣູອາສາສມັກ ບໍ່ໄດ້ຮັບເງິນເດືອນ, ມີບາງຄົນເທົ່ານັ້ນ ທີ່ໄດເຮັບເງິນຊ່ອຍເຫລືອ ຈາກຄຣູອາຈານ ທີ່ໄດ້ຖືກບັນຈຸເຂົ້າເປັນຣັຖກອນແລ້ວ ຫລືເງິນຊ່ອຍເຫລືອ ທີ່ລະດົມຈາກພໍ່ແມ່ຜູ້ປົກຄອງນັກຮຽນ. ຄຣູອາສາສມັກ ຢູ່ບາງບ່ອນ ກໍອາຈບໍ່ໄດ້ເງິນຊ່ອຍເຫລືອນັ້ນເລີຍ ຍ້ອນສະພາບເສຖກິຈຝືດເຄືອງ. ການຂຶ້ນແຜນງົບປະມານ ອັດຕຣາຈ້າງຄຣູເທື່ອນີ້ ເປັນຜົລສືບຕໍ່ຫລັງຈາກທີ່ໃນເດືອນກໍຣະກະດາທີ່ຜ່ານມາ ທາງການລາວ ປະກາດຈັດຕັ້ງແຜນ ທີ່ຈະມອບເງິນອຸດໜູນ ໃຫ້ຄຣູອາສາສມັກ ຕໍ່າສຸດເດືອນລະແຕ່ 1.2 ລ້ານກີບ ຫາ 1.5 ລ້ານກີບ ຂຶ້ນກັບວຸດທິການສຶກສາ ແລະປະສົບການການເຮັດວຽກ ເພື່ອຫລຸດ ຜ່ອນບັນຫາ ການຂາດເຂີນຄຣູ ພາຍຫລັງທີ່ຄຣູອາສາສມັກ ລາອອກໄປເຮັດວຽກອື່ນ ຢ່າງຕໍ່ເນື່ອງ ຍ້ອນບໍ່ໄດ້ຮັບຄ່າຄອບແທນ ທີ່ເໝາະສົມ. ແຜນນີ້ ຈະເຣີ່ມປະຕິບັດແຕ່ເດືອນຕຸລາ 2023 ນີ້ໄປ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ທາງຫ້ອງການສຶກສາທິການ ແລະກິລາ ເມືອງໄຊພູທອງ ແຂວງສວັນນະເຂດ ກໍຍັງບໍ່ໄດ້ຮັບແຈ້ງການກ່ຽວກັບການຂຶ້ນແຜນ ງົບປະມານ ອັດຕຣາຈ້າງຄຣູນັ້ນເທື່ອ ແລະຍັງບໍ່ຮູ້ຣາຍລະອຽດ ເຣື່ອງການໃຫ້ເງິນອຸດໜູນຄຣູອາສາສມັກນັ້ນ.
“ແມ່ນ ມີແຕ່ເຫັນຂ່າວລົງເຟສລົງຫຍັງຊື່ໆ ໄທເຮົາບໍ່ທັນໄດ້ເຫັນແຈ້ງການ ບໍ່ທັນໄດ້ກ້າເຮັດຫຍັງດອກ ການໄປຈ້າງຄຣູອາສາ ຄວາມໝາຍກໍຄືເອົາເງົນເດືອນໃຫ້ຄຣູອາສາຫັ້ນນ່າ ກໍໄດ້ຍິນຂ່າວຊື່ໆ ແຕ່ວ່າເພິ່ນຕ້ອງເຫັນຂໍ້ຕົກລົງ ຂອງຣັຖມົນຕຣີກະຊວງສຶກສາມາ ວ່າ ເອີ ໃຫ້ໄດ້ໄລ່ຄຣູອາສາມີເງິນເດືອນເທົ່າໃດໆ ຕາມສາຍຮຽນບໍ່.”
ກ່ຽວກັບເຣື່ອງນີ້ ຣັຖກອນຄຣູ ຢູ່ເມືອງວິລະບູລີ ກໍເວົ້າວ່າ ໄດ້ຍິນຂ່າວນັ້ນຄືກັນ ແຕ່ກໍຍັງບໍ່ແນ່ໃຈວ່າ ເພິ່ນຈະຈັດຕັ້ງປະຕິບັດແນວໃດ.
“ໂອ! ຍັງ ເພາະວ່າຟັງເບິ່ງຕາມແຈ້ງການ ທາງການຫັ້ນນ່າ ມີແຕ່ນາຍົກເພິ່ນເຊັນຊື່ໆຫັ້ນນ່າ ເຮົາຟັງເບິ່ງໂຕຈິງວ່າເພິ່ນຊິເຮັດແນວໃດ ແມ່ນທາງແຂວງ ຜແນກຂະເຈົ້າກໍລັງຊິຄົ້ນຄວ້າບໍ່ ເຮົາກໍບໍ່ຮູ້ຄືກັນວ່າຂະເຈົ້າຊິເຮັດແນວໃດ.”
ຫລັງຈາກຣັຖບານ ປະກາດເຣື່ອງການຊ່ອຍເຫລືອ ຄຣູອາສາສມັກດ້ວຍເງິນອຸດໜູນນັ້ນແລ້ວ ກໍເຮັດໃຫ້ຄຣູອາສາສມັກຫລາຍຄົນ ມີຄວາມຫວັງທີ່ຈະໄດ້ຮັບເງິນນັ້ນ ເພື່ອເອົາມາລ້ຽງຊີບຕົນເອງ ແລະຄອບຄົວ ດັ່ງຄຣູອາສາສມັກ ທີ່ເຮັດວຽກມາແລ້ວ 8 ປີ ຢູ່ເມືອງມຸນລະປະໂມກ ແຂວງຈໍາປາສັກ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກັນຍານີ້ວ່າ:
“ວ່າຊິສູ້ຄືນປີນີ້ ເພາະວ່າຣັຖບານເພິ່ນຊິແກ້ໄຂໃຫ້ເດ້ ສໍາລັບຄຮູອາສາເພິ່ນຊິໃຫ້ໄດ້ເງິນເດືອນ ເປັນສັນຍາຈ້າງ ກໍຍັງບໍ່ທັນຮູ້ຄືກັນວ່າ ເພິ່ນຈະໃຫ້ເທົ່າໃດ ເຮົາກໍບໍ່ຄາດຫວັງດອກຊີວິດ ການເປັນຢູ່ທຸກມື້ນີ້.”
ຄຣູອາສາສມັກ ຢູ່ເມືອງ ໝື່ນ ແຂວງວຽງຈັນ ນາງນຶ່ງ ກໍເວົ້າເຖິງແຜນ ການນັ້ນວ່າ ຍັງບໍ່ມີລາຍລະອຽດຄັກແນ່. ແຕ່ເຖິງຢ່າງໃດ ຫລາຍຄົນ ກໍຍັງຢາກເປັນຣັຖກອນຄຣູຢູ່ ຢາກໄດ້ເງິນເດືອນ, ປັດຈຸບັນ ເສຖກິຈຝືດເຄືອງ ເງິນເຟີ້ເຮັດໃຫ້ຄ່າຄອງຊີບ ສູງຂຶ້ນຫລາຍ.
“ມີແຕ່ທາງເມືອງເພິ່ນກະວ່າ ອີງຕາມແຜນຂອງທາງຂັ້ນເທິງຊື່ໆ ແລ້ວເພິ່ນວ່າເດືອນນຶ່ງເພິ່ນຊິບອກ ຢາກເປັນຣັຖກອນຫັ້ນແຫລະ ຖ້າວ່າສັນຍາຈ້າງນີ້ມັນຍັງບໍ່ທັນຮູ້ເທື່ອຫັ້ນນ່າ.”
ຢູ່ແຂວງສວັນນະເຂດ ໂຄຕາຣັຖກອນຄຣູ ທີ່ຣັຖບານໃຫ້ມາໃນປີ 2023 ນີ້ ໄດ້ພຽງ 47 ຄົນ ເທົ່ານັ້ນ. ຖ້າກະຈາຍໄປ 15 ເມືອງ ໃນແຂວງນີ້ ກໍຈະໄດ້ເມືອງລະປະມານ 3 ຄົນ. ໃນປີ 2023 ຣັຖບານ ຮັບຣັຖກອນຄຣູ ທັງໝົດ 285 ຄົນ, ຖືວ່າຮັບເອົາໜ້ອຍລົງກວ່າເກົ່າ ເມື່ອທຽບໃສ່ປີ 2022 ທີ່ຜ່ານມາ ຊຶ່ງຮັບເອົາທັງໝົດ 340 ຄົນ ຍ້ອນວ່າງົບປະມານຂອງຣັຖບານບໍ່ພຽງພໍ ໃນຂະນະທີ່ຫລາຍເມືອງ ຫລາຍແຂວງ ຍັງຂາດເຂີນຄຣູຫລາຍຢູ່.