ບໍ່ແກ້ວ ຫ້າມອອກໃບອະນຸຍາດ ເປີດຮ້ານສັກລາຍ

ໄຊຍາ
2023.09.29
ບໍ່ແກ້ວ ຫ້າມອອກໃບອະນຸຍາດ ເປີດຮ້ານສັກລາຍ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ. ນະຄອນຫຼວງວຽງຈັນ ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ເມື່ອວັນທີ 28 ກັນຍາ 2023 ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ອອກແຈ້ງການລົງວັນທີ 14 ກັນຍາ 2023 ວ່າດ້ວຍການຫ້າມ ອອກໃບອະນຸຍາດ ຕັ້ງຮ້ານ ແລະ ເຄື່ອນໄຫວບໍຣິການ ສັກລາຍ ທຸກປະເພດຢ່າງເດັດຂາດ ຖ້າມີການອະນຸຍາດ ຢູ່ເມືອງໃດໃຫ້ຍົກເລີກ, ຮື້ ແລະ ປິດກິຈການທັນທີ່ ຢ່າງບໍ່ມີເງື່ອນໄຂ, ແຕ່ໃນໃບແຈ້ງການນີ້ ບໍ່ໄດ້ລະບຸເຖິງສາເຫດ ທີີ່ຄັກແນ່ວ່າ ເປັນຍ້ອນສາເຫດໃດ ທີ່ເຮັດໃຫ້ມີການສັ່ງປິດ ຮ້ານສັກລາຍ.

ໃນແຈ້ງການສະບັບດັ່ງກ່າວ ໄດ້ລະບຸຕື່ມວ່າ ໃຫ້ຫ້ອງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ຂັ້ນເມືອງສົມທົບກັບ ກອງບັນຊາການທະຫານ-ຕຳຣວດ ຂັ້ນເມືອງ, ຄະນະສະເພາະກິຈ ແລະ ຫ້ອງການທີ່ກ່ຽວຂ້ອງ ລົງກວດກາແກ້ໄຂ ແລະ ສະກັດກັ້ນການນຳເຂົ້າ ອຸປະກອນສັກລາຍ ທຸກປະເພດ ຫາກມີການພົບເຫັນ ໃຫ້ມີການປະຕິບັດ ມາຕການຕໍ່ຜູ້ລະເມີດ ຕາມລະບຽບກົດໝາຍ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແຜນ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວໄດ້ຊີ້ແຈງພຽງແຕ່ວ່າ ແຈ້ງການສະບັບດັ່ງກ່າວ ໄດ້ເຣີ່ມຈັດຕັ້ງປະຕິບັດ ຢ່າງເປັນທາງການແລ້ວ ໂດຍໄດ້ລົງມືເຮັດຕາມເນື້ອໃນ ຂອງແຈ້ງການນັ້ນ ສ່ວນຣາຍລະອຽດອື່ນໆ ບໍ່ສາມາດໃຫ້ຄຳຊີ້ແຈງ ເພີ່ມຕື່ມໄດ້.

ດັ່ງຍານາງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ກັນຍາ ນີວ່າ:

“ອໍເຣີ່ມປະຕິບັດແລ້ວເຈົ້າ ຣາຍລະອຽດຫັ້ນຕາມແຈ້ງການມີໜ່ວຍງານ ທີ່ຈະລົງກ່ຽວກັບແຈ້ງການນີ້ຕ່າງຫາກເຈົ້າ.”

ພາຍຫຼັງແຈ້ງການ ສະບັບດັ່ງກ່າວ ໄດ້ຖືກເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ເຮັດໃຫ້ຮ້ານສັກລາຍຫຼາຍແຫ່ງ ທົ່ວແຂວງ ບໍ່ແກ້ວຕ້ອງໄດ້ປິດຮ້ານເພື່ອປະຕິບັດຕາມ ແຈ້ງການດັ່ງກ່າວ ຢ່າງເຂັ້ມງວດເຮັດໃຫ້ຊ່າງສັກລາຍ ຈຳນວນຫຼາຍຖືກຕັດຊ່ອງທາງ ໃນການທຳມາຫາກິນ ແລະ ຫາຣາຍໄດ້ລ້ຽງຊີບແບບບໍ່ມີທາງເລືອກ.

ດັ່ງຜູ້ປະກອບການຮ້ານສັກລາຍທ່ານນຶ່ງກ່າວວ່າ.

“ແມ່ນແຂວງບໍ່ແກ້ວ ເພິ່ນບໍ່ໃຫ້ສັກເລີຍ ບໍ່ຮູ້ໂຕນີ້ ເພິ່ນຍັງບໍ່ຖແລງຂ່າວຫຍັງ ອອກມາ ຍັງບໍ່ເຂົ້າໃຈ ເຂົາບໍ່ໃຫ້ເປີດ ກາບໍ່ຮູ້ວ່າສາເຫດຫຍັງ ແຕ່ວ່າຢູ່ລາວນີ້ຢູ່ນະຄອນຫຼວງ ຍັງເປີດໄດ້ຢູ່.”

ຜູ້ປະກອບການຮ້ານສັກລາຍ ຢູ່ແຂວງບໍ່ແກ້ວທ່ານນຶ່ງກ່າວວ່າ ພາຍຫຼັງມີແຈ້ງການດັ່ງກ່າວ ອອກມາກໍເຮັດໃຫ້ຮ້ານຂອງຕົນເອງ ໄດ້ປິດໄປຄືກັນໂດຍບໍ່ຮູ້ສາເຫດ ທີ່ຄັກແນ່ກ່ຽວກັບມາຕການດັ່ງກ່າວ ແຕ່ກໍເຄີຍໄດ້ຍິນຂ່າວກ່ອນໜ້ານີ້ວ່າ ມີເຈົ້າໜ້າທີ່ບາງພາກສ່ວນອ້າງວ່າ ການສັກລາຍແມ່ນເປັນເຣື່ອງຜິດກົດໝາຍ ແຕ່ກໍບໍ່ໄດ້ລະບຸຢ່າງລະອຽດ.

ດັ່ງທ່ານກ່າວວ່າ:

“ອອກມື້ວານນີ້ເດ ສາເຫດຫຍັງຈັ່ງຈັ່ງໃຫ້ປິດຮ້ານນີ້ ອັນນີ້ທາງເຮົາກາບໍ່ຮູ້ຣາຍລະອຽດຫຍັງດອກ ມີແຕ່ວ່າເພິ່ນບໍ່ໃຫ້ສັກເພິ່ນວ່າ ສັກລາຍມັນຜິດກົດໝາຍ ແຕ່ວ່າກາບໍ່ຮູ້ວ່າມາຕຣາໃດ ກາບໍ່ຮູ້ຣາຍລະອຽດນ່າເພາະວ່າ ເຫັນແຕ່ລົງເຟສ ແມ່ນຫຍັງຫັ່ນນ່າ.”

ສ່ວນຜູ້ປະກອບການສັກລາຍ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ກ່າວວ່າ ມາຮອດປັດຈຸບັນ ຍັງບໍ່ທັນເຫັນເຈົ້າໜ້າທີ່ ມາກວດຮ້ານສັກລາຍ ຢູ່ພາຍໃນເຂດເທື່ອ ແລະຮ້ານສັກລາຍ ຈຳນວນນຶ່ງກໍຍັງເປີດໃຫ້ບໍຣິການ ຕາມປົກກະຕິຢູ່ ແຕ່ໃນໄລຍະນີ້ຂ້ອນຂ້າງ ມີຄົນມາໃຊ້ບໍຣິການໜ້ອຍ ເນື່ອງຈາກຄົນຈີນ ຢູ່ພາຍໃນເຂດແຫ່ງນີ້ ທີ່ເຄີຍເປັນກຸ່ມລູກຄ້າ ໄດ້ເດີນທາງກັບປະເທດຈີນ ຫຼາຍຄົນ.

ດັ່ງທ່ານກ່າວວ່າ:

“ເຮົາກາຍັງບໍ່ຮູ້ເທື່ອນ່າ ຍັງເຫັນປົກກະຕິເດລະ ເພິ່ນກາໜ້າຈະສັ່ງປິດຊົ່ວຄາວຕິ ຊ່ວງນີ້ຈີນກາບໍ່ມີແລ້ວ ກັບໝົດເວີ້ຍ.”

ສໍາລັບຢູ່ແຂວງອື່ນໆ ທີ່ນອກເໜືອຈາກແຂວງບໍ່ແກ້ວ ກໍຍັງບໍ່ທັນມີແຈ້ງການກ່ຽວກັບ ການສັ່ງປິດຮ້ານສັກລາຍ ແລະ ຮ້ານສັກລາຍຫຼາຍແຫ່ງ ໃນທົ່ວປະເທດກໍຍັງເປີດ ໃຫ້ບໍຣິການ ຕາມປົກກະຕິ ເຊິ່ງຈຳນວນນຶ່ງກໍເຫັນວ່າ ການສັ່ງປິດຮ້ານສັກລາຍຢູ່ແຂວງບໍ່ແກ້ວ ອາດເປັນພຽງການສ້າງກະແສ ອັນໃດນຶ່ງເທົ່ານັ້ນ.

ດັ່ງຜູ້ປະກອບການ ຮ້ານສັກລາຍ ຢູ່ແຂວງຄຳມ່ວນກ່າວວ່າ:

“ໜ້າຈະບໍ່ປິດຕິ ໜ້າຈະເປັນການເຮັດຫຼິ້ນ ສ່າງກະແສຫຼິ້ນບໍ່ ຖ້າວ່າແຈ້ງປິດ ມັນກໍອາດຈະປິດທຸກແຂວງເພາະວ່າ ຖ້າວ່າປິດສັກລາຍ ເຂົາເຈົ້າໜ້າຈະບໍ່ໃຫ້ໄປສອນນ່າ ແບບວ່າມັນມີໂຮງຮຽນສອນ ຢູ່ເດ້.”

ທາງດ້ານນັກກົດໝາຍ ກ່າວວ່າສໍາລັບການສັກລາຍ ຢູ່ລາວບໍ່ແມ່ນເຣື່ອງທີ່ຂັດຕໍ່ກົດໝາຍລາວ ແຕ່ຢ່າງໃດ, ແຕ່ສຳລັບທາງແຂວງ ທີ່ໄດ້ມີການສັ່ງຫ້າມ ບໍ່ໃຫ້ມີຮ້ານສັກລາຍນັ້ນ ກໍອາດຈະເປັນຍ້ອນ ເຫດຜົລທີ່ກ່ຽວກັບຮີດຄອງ ປະເພນີເພາະວ່າ ການສັກລາຍໃນສໄມນີ້ຂ້ອນຂ້າງ ໄດ້ຮັບອິດທິພົລ ຂອງຕ່າງປະເທດ ເຂົ້າມາໃນລາວ.

ດັ່ງທ່ານກ່າວວ່າ:

“ບໍ່ຜິດດອກອາດຈະເປັນບາງວິຖີ ໃນບາງຂົງເຂດເນາະ ເວົ້າເຣື່ອງກົດໝາຍແທ້ ມັນບໍ່ຜິດແຕ່ວ່າ ມັນຈະມາກ່ຽວຂ້ອງ ກັບຮີດຄອງປະເພນີນະ ປັດຈຸບັນນີ້ ກາຈະເວົ້າເຖິງຮີດຄອງ ປະເພນີເນາະ.”

ຜູໃຊ້ສື່ສັງຄົມອອນລາຍນ໌ ໃນລາວອີກຈໍານວນນຶ່ງ ໄດ້ສະແດງຄວາມບໍ່ເຫັນດີ ນໍາກັບການສັ່ງປິດຮ້ານສັກລາຍ ຢູ່ແຂວງບໍ່ແກ້ວໂດຍໃຫ້ເຫດຜົລວ່າ ເຖິງແມ່ນວ່າຄົນລາວຫຼາຍ ຄົນຈະບໍ່ມັກ ແລະ ບໍ່ນິຍົມການສັກລາຍ ກໍຕາມແຕ່ການໄປສັ່ງປິດຮ້ານສັກລາຍ ເຮັດໃຫ້ເປັນການຕັດຊ່ອງທາງ ທຳມາຫາກິນ ຂອງຊ່າງສັກລາຍ ເພາະຖືວ່າເປັນອາຊີບນຶ່ງ ໃນສັງຄົມ ແລະຄັນບໍ່ໃຫ້ເຂົາເຈົ້າເຮັດອາຊີບ ສັກລາຍຈະໃຫ້ເຂົາເຈົ້າໄປເຮັດອາຊີບໃດແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.