ເຣື້ອງທີ່ເກັບບັນທຶກໄວ້
2009-08-31
ເຖິງແມ່ນວ່າ ນາຍົກຣັຖມົນຕຣີ ວຽດນາມທ່ານ Nguyen Tan Dung ຈະໄດ້ເດີນທາງໄປ ລາດຕະເວນ ແລະກວດກາເບິ່ງ ແຫຼ່ງບໍ່ແຮ່ ໃນເຂດພູພຽງພາກກາງ ແລະສະແດງຄວາມ ເອົາໃຈໃສ່ຂອງຣັຖບານ ໃນການປົກປັກຮັກສາ ສິ່ງແວດລ້ອມ ໂຄງການບໍ່ແຮ່ Bauxite ເພື່ອຜລິດ aluminium ກໍຍັງເປັນເຣື້ອງ ທີ່ຖືກວິພາກວິຈານ ແລະ ສ້າງຄວາມເປັນຫ່ວງ ໃຫ້ແກ່ປະຊາຊົນ. ເຣື້ອງເປັນມາ ແນວໃດນັ້ນ, ຂໍເຊີນທ່ານຮັບຟັງ ບົດຄວາມປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ: ພົງສວັນ
2009-08-31
ຈຳນວນຜູ້ອົພຍົບ ຊາວພະມ້າ ທີ່ເຂົ້າໄປ ລີ້ພັຍໃນຈີນ ຫລຸດຜ່ອນລົງ.
2009-08-31
ສະຫະຣັຖ ອະເມຣິກາ ຫວັງຈະເປັນພາຄີ ທີ່ເຂັ້ມແຂງ ກັບນາຍົກຣັຖມົນຕຣີ ຄົນໃໝ່ຂອງຍີ່ປຸ່ນ.
2009-08-31
ກໍຣະນີ ການສົ່ງນັກໂທດ ຄະດີຢາເສພຕິດ ຊາຍຊາວອັງກິດ ກັບໄປຮັບໂທດ ຢູ່ປະເທດຂອງຕົນ, ຍັງລໍຖ້າການ ພິຈາຣະນາ ຈາກຣັຖບານລາວຢູ່.
2009-08-31
UNODC ມີຄວາມຂ້ອງໃຈວ່າ ສປປລາວ ຮວມຂໍ້ຕົກລົງ ທາງດ້ານ ການປາບປາມ ອາສຍາກັມຂ້າມຊາດ ໃນກົດໝາຍລາວ ຫລືບໍ່, ເຖິງແມ່ນວ່າລາວ ຈະລົງນາມ ໃນສົນທິສັນຍາ ຕໍ່ຕ້ານອາສຍາກັມ ຂ້າມຊາດ ຕັ້ງແຕ່ປີ2003, ແຕ່ນາໆຊາດ ກໍຍັງບໍ່ແນ່ໃຈວ່າ ລາວໄດ້ນຳເອົາ ສົນທິສັນຍາ ໄປດັດແປງເຂົ້າໃສ່ ໃນກົດໝາຍ ຂອງຕົນຫລືບໍ່.
2009-08-31
ເພື່ອໃຫ້ຄົບ ແລະສົມບູນແບບ ກ່ຽວກັບປະຫວັດ ຄວາມເປັນມາຂອງ ສາຍທາງເລຂ9. ໃນມື້ນີ້ຜູ້ຂຽນ ຈະໄດ້ເລົ່າເຖິງ ສາຍທາງ ເພັຊຄາຕ ອີກເສັ້ນນຶ່ງ ຊຶ່ງໄດ້ຂນານນາມວ່າ ”ເສັ້ນທາງໂຮຈິມີນ”. ໃນເມື່ອວ່າສາຍທາງ ເພັຊຄາຕ ທັງສອງສາຍດັ່ງກ່າວ ເຊື່ອມເຂົ້າກັນ ກໍຍິ່ງເຮັດໃຫ້ ສາຍທາງເລຂ9 ມີອາຖັນທີ່ ໄດ້ສັງເວີຍ ແລະເອົາຊີວິດ ຂອງບັນດານັກໂທດ ສັມມະນາກອນ ເປັນທະວີຄູນຍິ່ງຂື້ນ. ຄວາມເປັນມາຄືແນວໃດ ເຊີນທ່ານຮັບຟັງ ສາຣະຄະດີ ເຣື້ອງ”ສຸດສາຍທາງເລຂ9 ປະຈຳສັປດາ ຕອນທີ່ 3 ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ: ໂມທະນາ
2009-08-28
ນັກຂ່າວຕ່າງປະເທດ ຫລາຍໆຄົນເຫັນວ່າ ປັດຈຸບັນ ຣັຖບານລາວ ກຳລັງຂາຍດີນ ໃຫ້ຕ່າງປະເທດ ເພື່ອປູກພືຊສີນຄ້າ ໂດຍສະເພາະເພື່ອ ປູກຢາງພາຣາ. ອາວະຣີ ມີຣາຍງານກ່ຽວກັບ ເຣື້ອງນີ້ມາສເນີທ່ານ ໃນອັນດັບຕໍ່ໄປ.
2009-08-28
ທາງກາຣໄທຽຈະເຣີ່ມ ໃຊ້ທຸກວິທີທາງ ຫລັງຈາກເດືອນ ກັນຍາ ເພື່ອຈັດສົ່ງຊາວມົ້ງລາວ ກັບຄືນປະເທສ ໃຫ້ໝົດພາຍ ໃນທ້າຍປີ 2009 ນີ້.
2009-08-28
ກົດໝາຍໃໝ່ ກ່ຽວກັບການກວດສອບ ໂຄງການພັທນາຕ່າງໆ ຖືກນຳອອກມາໃຊ້ ຍ້ອນວ່າທີ່ຜ່ານມາ ໄດ້ມີ ບັນຫາຫລາຍຢ່າງ.
2009-08-28
ຜູ້ເປັນເອື້ອຍຂອງ ຊາຍຊາວອັງກິດ ທີ່ກໍາລັງຖືກຈຳຄຸກ ຢູ່ລາວ ໃນຄະດີຄ້າ ຢາເສບຕິດ, ຮ້ອງຂໍໃຫ້ນ້ອງຊາຍ ຂອງນາງມາຮັບໃຊ້ ໂທດຈໍາຄຸກ ຢູ່ປະເທດອັງກິດ.
2009-08-28
ລາຍງານຂ່າວ ຈາກແລ່ງຂາວ BBC ຂອງອັງກິດ ເປີດເຜີຍມື້ວັນທີ26 ສິງຫາ ນີ້ວ່າ, ທະນາຍຄວາມ ຂອງຜູ້ຍິງຖືພາ ຄົນອັງກິດ ທີ່ຖືກຕັດສີນລົງໂທດ ຈຳຄຸກຕລອດຊີວິດ ໃນຄະດີລັກລອບ ຢາເສບຕິດ ໃນລາວ ໄດ້ຂໍຮ້ອງ ໃຫ້ປ່ອຍນາງ ໂດຍກ່າວຫາວ່າ ການດຳເນີນຄະດີ ໃນລາວ ເປັນການຈັດສາກລະຄອນ ເພື່ອຫລອກລວງ.
2009-08-27
ໃນຣາຍການ ຕອບຈົດໝາຍ ປະຈຳສັປດານີ້ ມີຈົດໝາຍຂຽນຈາກ ແຟນຣາຍການ ຫລາຍທ່ານ ເຊັ່ນ: ‘’ລູກລາວໃຕ້” “ຄຳພັນ ລູກສວັນເຂຕ” “ລາວ ເມືອງພວນ” “ລາວ ອິສຣະ USA” “ຄ. ຍົມມະຣາຊ” ຕິດຕາມດ້ວຍ ເພງລາວ ອອນຊອນໆ “ປ່ຽວໃຈ” ເຊີນທ່ານ ຮັບຟັງໄດ້ເລີຍ…..
2009-08-27
ທາງການລາວ ສົ່ງຊາວມົ້ງ ຊຸດທີ 16 ຈຳນວນ 45 ຄົນ ທີ່ຖືກທາງການໄທ ສົ່ງກັບປະເທດນັ້ນ ໄປເຂດຈັດສັນ ແລະກັບຄືນ ບ້ານເດີມ.
2009-08-27
ເດັກນ້ອຍລາວ ທີ່ເກີດໃນປະເທດໄທ ຈາກພໍ່ແມ່ເຂົ້າເມືອງ ຜິດກົດໝາຍ ອາດຈະກາຍເປັນຄົນ ທີ່ໄຮ້ສັນຊາດ ຫາກວ່າປະເທດ ຕົ້ນທາງ ບໍ່ຍອມຮັບເອົາ.