ກົດໝາຍໃໝ່ ເພື່ອກວດສອບ ໂຄງການພັທນາ ຕ່າງໆ

ກົດໝາຍໃໝ່ ກ່ຽວກັບການກວດສອບ ໂຄງການພັທນາຕ່າງໆ ຖືກນຳອອກມາໃຊ້ ຍ້ອນວ່າທີ່ຜ່ານມາ ໄດ້ມີ ບັນຫາຫລາຍຢ່າງ.
ໂພໄຊສວັດ
2009.08.28

ປັດຈຸບັນນີ້ ກົດໝາຍ ວ່າດ້ວຍການກວດສອບ ໂຄງການພັທນາ, ແມ່ນຮັບຮອງເອົາ ສະບັບປີ 2007 ໂດຍມີອົງການ ກວດສອບຮັບຜິດຊອບ ທັງໝົດ, ໃນການລົງທຶນ ທີ່ໃຊ້ງົບປະມານ ຂອງຣັຖ. ກົດໝາຍດັ່ງກ່າວ ໄດ້ຖືກນຳມາໃຊ້ ຍ້ອນວ່າທີ່ຜ່ານມາ, ມີບັນຫາເກີດຂື້ນ ຢ່າງຫລວງຫລາຍ. ດັ່ງ ດຣ ອຸ່ນແກ້ວ ວຸທິຣາດ ຮອງຫົວໜ້າ ກັມມາທິການ ກົດໝາຍ ສະພາແຫ່ງຊາດ ໄດ້ເວົ້າວ່າ:

"ເອີ້ນວ່າໂຄງການພື້ນຖານ ໂຄງຮ່າງຖນົນຫົນທາງ ກິຈການ ການກໍ່ສ້າງຕ່າງໆ, ບໍ່ສະເພາະແຕ່ ງົບປະມານ, ຜ່ານມາກໍກວດ ເຫັນບັນຫາຫລາຍ ເປັນຕົ້ນກໍເຣື້ອງ ບາງໂຄງການ, ບາງກິຈການ ມັນກໍບໍ່ຮັບປະກັນ ທາງດ້ານຄຸນນະພາບ, ມັນບໍ່ສົມກັບ ເຮົາໄປລົງທຶນ."

ສຳລັບຈຸດປະສົງ ຂອງກົດໝາຍສະບັບນີ້, ກໍເພື່ອກວດສອບ ໂຄງການ ພັທນາຕ່າງໆ, ດັ່ງ ດຣ.ອຸ່ນແກ້ວ ເນັ້ນວ່າ, ເຊັ່ນການກວດສອບ ງົບປະມານ ໃນການສ້າງຖນົນ ຫລືຂົວ, ວ່າຖືກຕ້ອງຕາມ ໂຄງການທີ່ໄດ້ ວາງແຜນໄວ້ຫລືບໍ່.

ເນື່ອງຈາກວ່າອົງການ ກວດສອບຂອງຣັຖ ເປັນອົງການໃໝ່, ຈຶ່ງຍັງບໍ່ທັນ ມີພນັກງານ ພຽງພໍຕໍ່ໜ້າທີ່ ວຽກການ ຈຶ່ງຍັງບໍ່ສາມາດ ທີ່ຈະກວດສອບ ໂຄງການພັທນາ ຕ່າງໆໄດ້ຢ່າງ ມີປະສິດທິພາບ. ດຣ.ອຸ່ນແກ້ວ ໄດ້ອະທິບາຍວ່າ:

"ທາງດ້ານກຳລັງ ພນັກງານກໍຍັງໜ້ອຍ ສະນັ້ນກໍຄ່ອຍ ສ້າງຄ່ອຍໄປ, ແລະຈະໃຫ້ມັນ ກວດກາໄດ້ໝົດ ຢ່າງຄົບຖ້ວນ ຕາມບົດບາດນີ້ ຍັງບໍທັນໄດ້ ເພາະ ຄົນບໍ່ພຽງພໍ."

ເຖິງຢ່າງໃດກໍຕາມ ດຣ.ອຸ່ນແກ້ວ ກໍໄດ້ເວົ້າຕື່ມວ່າ, ກົດໝາຍສະບັບນີ້ ຈະເຮັດໃຫ້ການ ກວດກາສອບສວນ ໂຄງການພັທນາ ທີ່ມີຢູ່ ແລະ ໃນອະນາຄົດ ເປັນໄປຢ່າງມີ ປະສິດທິຜົນ ຍ້ອນວ່າຈະມີ ການຮັບປະກັນ ໃຫ້ກັບໂຄງການ ກໍ່ສ້າງຕ່າງໆ ໂດຍສະເພາະ ໂຄງການສ້າງເສັ້ນທາງ ຄົມມະນາຄົມ ຖນົນຫົນທາງ ແລະ ຂົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.