ມົ້ງລາວ ຕ້ອງກັບປະເທສ ໃຫ້ໝົດ ໃນທ້າຍປີນີ້ ອີງຕາມ ທາງກາຣໄທຽ

ທາງກາຣໄທຽຈະເຣີ່ມ ໃຊ້ທຸກວິທີທາງ ຫລັງຈາກເດືອນ ກັນຍາ ເພື່ອຈັດສົ່ງຊາວມົ້ງລາວ ກັບຄືນປະເທສ ໃຫ້ໝົດພາຍ ໃນທ້າຍປີ 2009 ນີ້.
ຫວາດ ສີມູນ
2009.08.28
F-Hmong-today ຊາວມົ້ງລາວທີ່ຍັງຄ້າງຢູ່ບ້ານຫ້ວຍນ້ຳຂາວ
Photo: RFA

ທາງກາຣໄທຽ ຈະຕ້ອງຈັດສົ່ງ ຊາວມົ້ງລາວກວ່າ 4,600 ຄົນ, ທີ່ຍັງເຫລືອຄ້າງ ຢູ່ສູນກັກຂັງ ຊົ່ວຄາວທີ່ເຂຕ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັສບຸນ ໃຫ້ແລ້ວ ໃນທ້າຍເດືອນ ກັນຍາ 2009 ຕາມຂໍ້ຕົກລົງ ສອງຝ່າຍລາວ-ໄທຽ, ຊື່ງກໍຍັງມີເວລາ ເຫລືອຢູ່ພຽງໜື່ງ ເດືອນເທົ່ານັ້ນ, ແລະຖ້າສົ່ງບໍ່ແລ້ວ ຕາມກຳໜົດນັ້ນ ທາງກາຣໄທຽ ກໍວ່າຈະໃຊ້ ທຸກວິທີທາງ ຕາມມາຕກາຣ ເພື່ອຈັດສົ່ງໃຫ້ ແລ້ວສຳເຣັຈ ໃນທ້າຍເດືອນ ທັນວາ 2009ນີ້ ຢ່າງແນ່ນອນ.

ຈຳນວນຊາວມົ້ງລາວ ທີ່ຍັງຄ້າງໃນສູນດັ່ງກ່າວ, ມີທັງໝົດ 770 ກວ່າຄອບຄົວ ຫລືປະມານ 4,600ຄົນ ທີ່ທາງກາຣໄທຽ ຈະຕ້ອງໄດ້ສົ່ງ ມອບຄືນໃຫ້ແກ່ ທາງກາຣ ສປປລາວ ຕາມຂໍ້ສັນຍາຂອງ ຄນະອະນຸກັມກາຣ ຮ່ວມມືຮັກສາ ຄວາມສງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ. ແຕ່ໃນຂນະນີ້ ກໍຍັງມີຊາວມົ້ງລາວ ສ່ວນໃຫຍ່ທີ່ວ່າບໍ່ ຍອມກັບຄືນ ເມືອງລາວ, ເພາະຢ້ານຈະບໍ່ມີ ຄວາມປອດພັຍ, ເຖີງແມ່ນວ່າທາງ ກາຣລາວໃຫ້ກາຣ ຢືນຢັນ ໃຫ້ອະພັຍໂທສ ແກ່ຜູ້ທີ່ວ່າ ໄດ້ຫລົງຜິດໄປ ແລ້ວນັ້ນກໍຕາມ.

ກ່ຽວກັບກາຣຈັດ ສົ່ງຊາວມົ້ງລາວ ດັ່ງກ່າວນີ້ ນາຍພົລຈັຕວາ ບົວສ້ຽງ ຈຳປາພັນ ປະທານຄນະ ອະນຸກັມກາຣ ທົ່ວໄປລາວ-ໄທຽ ກໍໄດ້ກ່າວແຈ້ງ ຕໍ່ທາງສືມວລຊົນ ຫວ່າງມໍ່ໆມານີ້ວ່າ:

“ຕົວນີ້ຕາມກາຣ ຕົກລົງກັນແລ້ວ ແມ່ນຕ້ອງໃຫ້ ສຳເຣັຈໃນປີນີ້ ສຳເຣັຈຫລືບໍ່ສຳເຣັຈ ຕ້ອງຂື້ນກັບຄວາມ ສາມາດຂອງຝ່າຍໄທຽ ຂໍໃຫ້ຖາມຝ່າຍໄທຽ ເສັຽວ່າໝັ້ນໃຈ ວ່າຈະໝົດ ໃນປີນີ້ຫລືບໍ?”

ໃນຂນະດຽວກັນນີ້ ກໍມີຣາຍງານ,ຈາກທ້ອງຖີ່ນວ່າ ພາຍຫລັງທີ່ມີເຈົ້າ ໜ້າທີ່ກ່ຽວຂ້ອງ ຝ່າຍລາວ ໄປຢ້ຽມຢາມສູນ ຢ່າງເປັນທາງກາຣ ໃນມື້ວັນທີ່ 7 ສີງຫານີ້ນັ້ນ, ທາງກາຣໄທຽ ໄດ້ເຣີ່ມເຄື່ອນໄຫວ ໃນກາຣໂຄສະນາ ເຊີນຊວນຫລືກົດດັນ ເພື່ອໃຫ້ຊາວມົ້ງ ທຸກໆຄົນກັບຄືນ ບ້ານແລະວ່າກາຣ ຈັດສົ່ງຊາວມົ້ງລາວ ຄັ້ງໃໝ່ຫລືຄັ້ງທີ່ 17 ຈະມີຂື້ນໃນ ໄວໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.