ອົພຍົບ ຈາກ ພະມ້າ ເຂົ້າໄປ ຈີນ ໜ້ອຍລົງ

ຈຳນວນຜູ້ອົພຍົບ ຊາວພະມ້າ ທີ່ເຂົ້າໄປ ລີ້ພັຍໃນຈີນ ຫລຸດຜ່ອນລົງ.
ໂພໄຊສວັດ
2009.08.31
F-Refugees ຊາວອົພຍົບຈາກພະມ້າເຂົ້າໄປໃນຊາຍແດນຂອງປະເທດຈີນ ກຳລັງເລີ້ມມູ້ງໜ້າກັບຄືນບ້ານເດີມຫລັງຈາກການສູ້ລົບສີ້ນສຸດ ລົງໃນວັນທີ31ສິງຫາ2009.
AFP PHOTO / PHILIPPE LOPEZ

ລາຍງານຂ່າວຈາກ AP ໃນເຂດນັນຊັນ ປະເທດຈີນ ເປີດເຜີຍໃນມື້ ວັນຈັນທີ31ສິງຫາ ນີ້ວ່າ, ຈຳນວນອົພຍົບ ພະມ້າທີ່ຂ້າມໄປ ໃນເຂດຊາຍແດນຈີນ ເພື່ອຫລົບໜີ ການຕໍ່ສູ້ກັນໃນພະມ້າ, ຫລຸດຜ່ອນລົງ ຫລັງຈາກທີ່ປາກົດວ່າ ກອງກຳລັງຝ່າຍ ຣັຖບານປາບປາມ ກຸ່ມທະຫານຊົນເຜົ່າໄດ້.

ກຸ່ມຜູ້ກໍ່ການ ຈະຣາຈົນ ຫລາຍຮ້ອຍຄົນສ່ວນຫລາຍ ເປັນຊົນເຜົ່າ ໃນເຂດໂກກ້າງຂອງຈີນ, ໄດ້ໜີອອກຈາກ ເຂດປະທະກັນ ທາງພາກຕາເວັນອອກ ສ່ຽງເໜືອຂອງ      ພະມ່າ, ພາກັນມອບອາວຸດ ແລະ ຊຸດເຄື່ອງນຸ່ງທະຫານ ໃຫ້ເຈົ້າໜ້າທີ່ ຕຳຣວດຈີນໃນເຂດ ຊາຍແດນ, ຂ້າມໄປຢູ່ເຂດ ປອດພັຍຫລັງຈາກ ການປະທະກັນ ຫລາຍມື້.

ກຸ່ມທະຫານປົກຄອງ ພະມ້າກ່າວວ່າ ການຕໍ່ສູ້ສາມມື້ ເຮັດໃຫ້ທະຫານ ຝ່າຍຣັຖບານເສັຍ ຊີວິດ26ຄົນ ແລະ ຢ່າງນ້ອຍກຸ່ມ ຈະຣາຈົນ ກໍເສັຍຊີວິດ8ຄົນ. ກຸ່ມທະຫານ ປົກຄອງ ຍັງກ່າວອີກວ່າ ການຕໍ່ສູ້ກັນ ໄດ້ສີ້ນສຸດລົງ ແລະຂົງເຂດນີ້ ກໍກັບຄືນສູ່ ຄວາມສງົບອີກ ເຊັ່ນເຄີຍ.

ສະຫະປະຊາຊາດ ແລະເຈົ້າໜ້າທີ່ ຈີນກ່າວວ່າ ອົພຍົບພົລເຮືອນ 30,000ກວ່າຄົນ ໄດ້ຫລົບໜີການ ສູ້ຮົບ, ເຂົ້າໄປໃນເຂດ ຊາຍແດນຈີນ ໃນອາທິດຫລັງນີ້ ຫລັງຈາກ ທີ່ທະຫານຝ່າຍ ຣັຖບານພະມ້າ ບຸກເຂົ້າໄປ ໃນເຂດໂກກ້າງ ຊຶ່ງປົກຄອງໂດຍ ກອງທະຫານທ້ອງຖິ່ນ.

ເຖິງຢ່າງໃດກໍຕາມ ແຫລ່ງຂ່າວ AP ກໍບໍ່ສາມາດ ແຈ້ງຈຳນວນ ທີ່ແທ້ຈິງຂອງ ພວກອົພຍົບໄດ້ດ ຍ້ອນວ່າມີການ ຫ້າມຜູ້ສື່ຂ່າວ ເຂົ້າໄປໃນເຂດ ສູນອົພຍົບ ແຕ່ຈຳນວນ ກໍໄດ້ ຫລຸດໜ້ອຍລົງ ໃນມື້ວັນຈັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.