ອະເມຣິກາ ແລະ ນາຍົກຣັຖມົນຕຣີ ຄົນໃໝ່ ຂອງຍີ່ປຸ່ນ
2009.08.31

ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຖແລງໃນວັນອາທິດ ນີ້ວ່າສະຫະຣັຖ ຫວັງຈະເປັນ ພັນທະມິດ ອັນເຂັ້ມແຂງ ກັບຣັຖບານ ຝ່າຍກາງຊ້າຍ ຂອງຍີ່ປຸ່ນຊຸດ ທີ່ຈະມານີ້.
ຫລັງຈາກການເລືອກຕັ້ງ ໃນປະເທດຍີ່ປຸ່ນ ໄດ້ສີ້ນສຸດລົງ ໂດຍແມ່ນ ພັກການເມືອງ ປະຊາທິປະໄຕ ຊື່ງເປັນພັກກາງ ອ່ຽງຊ້າຍເປັນຜູ້ເອົາ ໃຊຊະນະໄດ້ ຈາກພັກການ ເມືອງເສຣີນິຍົມ ປະຊາທິປະໄຕ, ຊຶ່ງເປັນພັກທີ່ ຄອງອໍານາດໃນ ປະເທດຍີ່ປຸ່ນ ມາເປັນເວລາເຄິ່ງ ສັຕວັດແລ້ວ.
ປະທານາທິບໍດີ ສະຫະຣັຖ ທ່ານ Barack Obama ຫວັງວ່າຈະໄດ້ ມີການພົບປະ ສົນທະນາກັບ ຣັຖບານຊຸດໃໝ່ ຂອງຍີ່ປຸ່ນ ເລີ້ມແຕ່ຂັ້ນທຳອິດ ກ່ຽວກັບບັນຫາ ຕ່າງໆຮ່ວມທັງບັນຫາ ນີວເຄລັຽຂອງ ເກົາຫລີເໜືອ.
ທ່ານ Robert Gibbs ໂຄສົກປະຈໍາ ທໍານຽບຂາວ ຖແລງວ່າ: ພວກທ່ານມີຄວາມ ເຊື່ອໝັ້ນວ່າ, ຄວາມສໍາພັນອັນໄກ້ຊິດ ແລະ ການເປັນຄູ່ພາຄີ ທີ່ເຂັ້ມແຂງຣະຫ່ວາງ ສະຫະຣັຖ ກັບຍີ່ປຸ່ນ ຈະສືບຕໍ່ເບັ່ງບານ ຂື້ນໄປເລື້ອຍໆ, ພາຍໃຕ້ການນໍາພາ ຂອງຣັຖບານຊຸດໃໝ່ ຂອງຍີ່ປຸ່ນ.
ທ່ານວ່າ ປະທານາທິບໍດີ Barack Obama ຫວັງວ່າຈະໄດ້ ເຮັດວຽກຮ່ວມກັນ ຢ່າງໄກ້ຊິດກັບ ນາຍົກຣັຖມົນຕຣີ ຄົນໃໝ່ຂອງຍີ່ປຸ່ນ ໃນຫລາຍໆບັນຫາ ນັບຕັງແຕ່ ບັນຫາໂລກ, ຕຣອດຮອດບັນຫາ ໃນພູມີພາກ ແລະບັນຫາຣະຫ່ວາງ ສອງປະເທດ.
ຄາດວ່າຜູ້ທີ່ຈະ ເປັນນາຍົກຣັຖມົນຕຮີ ຄົນໃໝ່ຂອງຍີ່ປຸ່ນ ຄົງແມ່ນ ທ່ານ Yukio Hatoyama ອາຍຸ62ປີ ເຄີຽເປັນນັກວິສວະກອນ ທີ່ໄປສຶກສາ ໃນສະຫະຣັຖ ອະເມຣິກາ ແລະ ເປັນໜໍ່ແໜງຂອງ ສໍານັກພັກການເມືອງ ທີ່ເກົ່າແກ່ທີ່ສຸດ ໃນຍີ່ປຸ່ນ.