ຣັຖບານລາວ ພິຈາຣະນາ ການສົ່ງກັບ ປະເທດ ຂອງ John Watson ນັກໂທດ ຄ້າຢາເສພຕິດ
2009.08.31
ທາງການອັງກິດ ໄດ້ພຍາຍາມ, ຂໍໃຫ້ທາງການລາວ ສົ່ງນັກໂທດ ຊາວອັງກິດ ທ້າວ John Watson ທີ່ຖືກສານລາວ ຕັດສີນລົງໂທດ ຈໍາຄຸກຕຣອດຊີວິດ ເພື່ອໃຫ້ໄປຕິດຄຸກ ຢູ່ປະເທດ ອັງກິດ.
ເຈົ້າໜ້າທີ່ທາງການ ສານສູງສຸດຂອງລາວ ກ່າວກ່ຽວກັບຄວາມ ຄືບໜ້າວ່າ, ເວລານີ້ຍັງລໍຖ້າ ການພິຈາຣະນາ ຂອງຣັຖບານ ແລະຢືນຢັນວ່າ ທາງອັງກິດໄດ້ ຕິດຕໍ່ມາແທ້ ແຕ່ວ່າຂັ້ນຕອນ ການພິຈາຣະນາ ຕາມຫລັກກົດໝາຍ ຍັງບໍ່ທັນມີ ການສລຸບເທື່ອ ວ່າຈະດໍາເນີນ ໄປຢ່າງໃດ:
"ບໍ່ມີຫຍັງເນາະ ເພາະ ປະຕິບັດຕາມ ການສເນີ ຂອງຣັຖບານ ອັນນີ້ມັນເຣື້ອງ ໂອນຕົວນັກໂທດ ຣະຫວ່າງປະເທດ ມັນບໍ່ແມ່ນສົ່ງ ຜູ້ຮ້າຍຂ້າມແດນ."
ການທີ່ອັງກິດ ຂໍໃຫ້ທາງການລາວ ຈັດສົ່ງທ້າວ John Watson ໄປຕິດຄຸກຢູ່ ປະເທດອັງກິດນັ້ນ ແມ່ນອ້າງອິງຕາມ ສັນສາຂໍ້ຕົກລົງ ການແລກປ່ຽນ ນັກໂທດ ຊຶ່ງຣັຖບານ ທັງສອງປະເທດ ໄດ້ລົງນາມກັນ ເມື່ອເດືອນພຶສພາ ປີ2009ນີ້ ຢູ່ທີ່ກຸງລອນດອນ.
ທ້າວ John Watson ອາຍຸ43ປີ ຊາວອັງກິດ ຖືກສານອາດຍາ ທີ່ນະຄອນຫລວງ ວຽງຈັນ ຕັດສີນຈໍາຄຸກ ຕຣອດຊີວິດ ແລະ ປັບໃໝ540ລ້ານກີບ ໃນຄະດີຄ້າ ຢາເສບຕິດ.
John Watson ຖືກຈັບ ພ້ອມກັບຂອງກາງ ຢາບ້າຈໍານວນ 6,350 ເມັດເມື່ອວັນທີ16 ທັນວາ ປີ2003. ເວລານີ້ກໍາລັງ ປ່ວຍຢູ່ໃນຄຸກ ໂພນຕ້ອງ ນະຄອນຫລວງ ວຽງຈັນ.
ທາງການອັງກິດ ຫວັງວ່າ ທາງການລາວຈະ ພິຈາຣະນາໃຫ້ John Watson ໄດ້ໄປຕິດຄຸກຢູ່ ປະເທດອັງກີດ ຄືກັນກັບກໍຣະນີ ນາງ Samantha Orobator ຊຶ່ງຖືກສານຕັດສີນ ປະຫານຊີວິດ ແຕ່ຖືກຜ່ອນໂທດລົງ ໃຫ້ຕິດຄຸກ ຕຣອດຊີວິດ ໃນຄະດີລັກລອບ ຢາເຮໂຣອີນ 680ກຣາມ ອອກນອກປະເທດ. ເວລານີ້ນາງ ຖືກສົ່ງໄປຕິດຄຸກ ຢູ່ປະເທດອັງກິດ ແລ້ວເມື່ອປະມານ ສາມສັປດາ ຜ່ານມານີ້ເອງ.