ລາຍງານຂອງ ສຳນັກງານ ອົງການປາບປາມ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ, ຫລື UNODC ໄດ້ເປີດເຜີຍຕໍ່ ສະມາຄົມ ຜູ້ສື່ຂ່າວ ຕ່າງປະເທດ ຢູ່ບາງກອກ ປະເທດໄທ, ໃນມື້ວັນຈັນ ທີ31ສິງຫາ 2009ນີ້ວ່າ ສປປລາວ ໄດ້ລົງນາມໃນ ສົນທິສັນຍາ ຕໍ່ຕ້ານອາສຍາກັມ ຂ້າມຊາດ, ຕັ້ງແຕ່ວັນທີ 26ກັນຍາ2003 ແຕ່ຈາກຫລັກຖານ ແລະຂໍ້ມູນລ້າສຸດ, ເຫັນວ່າບໍ່ມີ ເອກກະສານ ຫລືຫລັກຖານແຈ່ມແຈ້ງ ວ່າລາວໄດ້ນຳເອົາ ຂໍ້ບັງຄັບຂອງ ສົນທິສັນຍາ ໄປຮວມໃນ ກົດໝາຍ ຂອງ ປະເທດ.
ເຖິງຢ່າງໃດກໍຕາມ ເຖິງວ່າຫລາຍປະເທດ, ຈະລົງນາມໃນ ສົນທິສັນຍາ ໄປແລ້ວ ແຕ່ຂໍ້ສຳຄັນ ກໍຄືໄດ້ປະຕິບັດ ຕາມຂໍ້ບັງຄັບຂອງ ສົນທິສັນຍາ ຫລືບໍ່? ເພື່ອແກ້ໄຂ ບັນຫາດັ່ງກ່າວ. ດັ່ງທ່ານ Gary Lewis ຜູ້ແທນສຳນັກງານ UNODC ປະຈໍາພູມີພາກ ເອເຊັຍປາຊີຝິກ ກ່າວວ່າ:
"ຄວາມສຳຄັນບໍ່ແມ່ນ ຢູ່ບ່ອນວ່າ ມີລາຍເຊັນ, ແຕ່ຢູ່ໃນການນຳມາໃຊ້ ຢູ່ໃນຂໍ້ບັນຍັດ ກົດໝາຍພາຍໃນປະເທດ. ໂດຍສະເພາະການ ຕໍ່ຕ້ານອາສຍາກັມ ຂ້າມຊາດ ທີ່ກະທົບກະເທືອນ ທຸກປະເທດໃນພາກພື້ນ ເອເຊັຍປາຊີຝິກ ນີ້."
ທ່ານ Lewis ກ່າວຕື່ມອີກວ່າ ຫລາຍປະເທດທົ່ວໂລກ, ໃຫ້ຄວາມສົນໃຈ ກັບບັນຫາການ ປາບປາມຕໍ່ຕ້ານ ອາສຍາກັມຂ້າມຊາດ ຊຶ່ງເປັນບັນຫາໃຫຍ່ ທີ່ມີທັງການ ຄ້າມະນຸດ, ການຄ້າຢາເສບຕິດ, ການຄ້າຜລິດພັນຈາກປ່າ ແລະສັດປ່າຫາຍາກ, ການລັກລອບເຂົ້າເມືອງ ແບບຜິດກົດໝາຍ, ການຟ້ອກເງິນ ແລະອື່ນໆອີກ. ການປາບປາມແກ້ໄຂ ຈະເປັນການຍາກ ຫາກພວກທີ່ກໍ່ ອາສຍາກັມ ໄດ້ຮັບການຮ່ວມມື ຈາກບຸກຄົນທີ່ມີ ອິດທິພົນ ໃນທ້ອງຖິ່ນ.