ຊາວມົ້ງກັບລາວ 45ຄົນ ຖືກສົ່ງໄປ ເຂດຈັດສັນ ແລະຄືນບ້ານເດີມ

ທາງການລາວ ສົ່ງຊາວມົ້ງ ຊຸດທີ 16 ຈຳນວນ 45 ຄົນ ທີ່ຖືກທາງການໄທ ສົ່ງກັບປະເທດນັ້ນ ໄປເຂດຈັດສັນ ແລະກັບຄືນ ບ້ານເດີມ.
ຈຳປາທອງ
2009.08.27

ຊາວມົ້ງລາວ ທີ່ທາງການໄທ ສົ່ງກັບຄືນປະເທດ ໃນວັນທີ18 ສິງຫາ 2009 ຈຳນວນ45ຄົນນັ້ນ, ມາຮອດປັດຈຸບັນນີ້ ຖືກທາງການລາວ ຈັດສົ່ງໄປຢູ່ ເຂດຈັດສັນ ຫລືບ້ານພັທນາ ແລະ ກັບຄືນບ້ານເດີມແລ້ວ.

ຕາມການລາຍງານ ຂອງໜັງສືພິມ ທ້ອງຖິ່ນ, ຂອງທາງການລາວ ວ່າ, ເຈົ້າໜ້າທີ່ທາງ ການລາວ ໄດ້ນຳຕົວຊາວມົ້ງ ທີ່ຖືກສົ່ງຈາກ ສູນກັກຂັງຊົ່ວຄາວ ຂອງຊາວມົ້ງ ລາວ ທີ່ບ້ານຫ້ວຍນ້ຳຂາວ ແຂວງເພັດສະບູນ ຂອງໄທ, ຈຳນວນ3ຄອບຄົວ, ມີ18ຄົນ ໃນຈຳນວນ45ຄົນນັ້ນ ໄປໃຫ້ອຳນາດການ ປົກຄອງທ້ອງຖີ່ນ ແຂວງວຽງຈັນ. ສ່ວນທີ່ເຫລືອນັ້ນ ໄດ້ຖືກສົ່ງໄປ ເຂດຈັດສັນ ຂອງທາງການ ທີ່ແຂວງ ບໍລິຄຳໄຊ.

ແຕ່ແຫລ່ງຂ່າວພາຍໃນ ທີ່ໜ້າເຊື່ອຖື ເວົ້າວ່າຊາວມົ້ງລາວ ທີ່ເປັນແກນນຳ 7ຄົນ, ເປັນຜູ້ຊາຍທັງໝົດ ໃນຈຳນວນ 45ຄົນນັ້ນໄດ້ຖືກ ທາງການລາວ ແຍກຕົວອອກ ໄປຂັງຄຸກໄວ້, ຢູ່ໃນເຂດນະຄອນ ຫລວງວຽງຈັນ.

ຈົນຮອດປັດຈຸບັນນີ້, ກໍຍັງບໍ່ມີຂ່າວ ອອກມາວ່າ 7ຄົນທີ່ຖືກຈັບ ໃສ່ຄຸກນັ້ນ ມີຄວາມປອດໄພ ແລະໄດ້ອອກຈາກຄຸກ ແລ້ວຫລືຍັງ. ສ່ວນວ່າລູກແລະເມັຍ ຂອງພວກ ເຂົາເຈົ້າ ຖືກທາງການລາວ ສົ່ງກັບບ້ານເດີມໄປແລ້ວ.

ແຫລ່ງຂ່າວເຜີຍອີກວ່າ ໃນຈຳນວນ 10ຄອບຄົວ ທີ່ຖືກທາງການໄທ ສົ່ງກັບ ສປປ ລາວນັ້ນ  ມີພຽງ3ຄອບຄົວ ທີ່ສມັກໃຈກັບ. ສ່ວນທີ່ເຫລືອແມ່ນ ບໍ່ສມັກໃຈກັບຄືນ ປະເທດ, ແຕ່ຖືກພາກ ສ່ວນກ່ຽວຂ້ອງ ໃນພື້ນທີ່ກົດດັນ ພວກເຂົາເຈົ້າໃຫ້ ກັບຄືນລາວ.

ມາຮອດປັດຈຸບັນນີ້, ຕາມການຕົກລົງ ຂອງຄນະ ອະນຸກັມມະການ ຮັກສາຄວາມສງົບ ຮຽບຮ້ອຍຕາມແນວຊາຍແດນ ທົ່ວໄປລາວ-ໄທ, ໄທ-ລາວ ທາງການໄທໄດ້ ຈັດສົ່ງຊາວມົ້ງລາວ ກັບຄືນປະເທດແລ້ວ ປະມານ2,900ຄົນ, ຍັງເຫລືອຢູ່ ສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ຂອງໄທປະມານ 4,700ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.