ທະນາຍ ຂອງຍິງອັງກິດ ໃນຄະດີຢາເສບຕິດ ທ້າຕໍ່ ການຕັດສີນ ຂອງສານລາວ

ລາຍງານຂ່າວ ຈາກແລ່ງຂາວ BBC ຂອງອັງກິດ ເປີດເຜີຍມື້ວັນທີ26 ສິງຫາ ນີ້ວ່າ, ທະນາຍຄວາມ ຂອງຜູ້ຍິງຖືພາ ຄົນອັງກິດ ທີ່ຖືກຕັດສີນລົງໂທດ ຈຳຄຸກຕລອດຊີວິດ ໃນຄະດີລັກລອບ ຢາເສບຕິດ ໃນລາວ ໄດ້ຂໍຮ້ອງ ໃຫ້ປ່ອຍນາງ ໂດຍກ່າວຫາວ່າ ການດຳເນີນຄະດີ ໃນລາວ ເປັນການຈັດສາກລະຄອນ ເພື່ອຫລອກລວງ.
ໂພໄຊສວັດ
2009.08.28
F-Samantha-Thailand ທ່ານQuintonQuale ເອກອັຄຣາຊທູດອັງກິດ ປະຈຳສປປລ(ຊ້າຍ) ກຳລັງນຳຕົວນາງ Samantha Orobator(ກາງ) ຜ່ານດ່ານກວດຄົນເຂົ້າເມືອງ ທີ່ເດິ່ນຍົນວັດໄຕ ໃນວັນທີ6ສິງຫາ2009 ເພື່ອມູ້ງໜ້າໄປປະເທດໄທ ແລະຕໍ່ໄປຍັງປະເທດອັງກິດ. ທ່ານເຄນທອງນວນທະສິງ ໂຄສົກກະຊວງການຕ່າງປະເທດ ສປປລກ່າວຕໍ່ຜູ້ສື່ຂ່າວAFP.
AFP PHOTO/STR

ນາງ Samantha Orobator, ວັຍ20ປີ ຈາກປະເທດອັງກິດ ຖືກສານລາວຕັດສີນ ລົງໂທດ ຈຳຄຸກຕລອດຊີວິດ, ແລະ ໄດ້ຮັບອະນຸຍາດ ໃຫ້ໄປຮັບໂທດຕໍ່ ຢູ່ປະເທດອັງກິດ ເມື່ອຕົ້ນເດືອນນີ້, ຕາມຂໍ້ຕົກລົງ ລະຫວ່າງ ລາວແລະອັງກິດ.

ອົງການສິດທິມະນຸສ Reprieve ທີ່ຕາງໜ້ານາງ Orobator ຈະຍື່ນຂໍທ້າຕໍ່ ການຕັດສີນຂອງ ສານລາວ. ໂຄສົກກະຊວງຍຸຕິທັມ ອັງກິດກ່າວວ່າ, ຕາມທັມມະດາ ແລ້ວອັງກິດຕ້ອງ ປະຕິບັດຕາມ ການຕັດສີນລົງໂທດ ຈາກຕ່າງປະເທດ ຕໍ່ໄປ, ຖ້າບໍ່ດັ່ງນັ້ນ ນັກໂທດຊາວອັງກິດ ໃນຕ່າງປະເທດ ຄົນອື່ນໆ ກໍຕ້ອງໄດ້ໃຊ້ ໂທດກັມ ໃນປະເທດເຫລົ່ານັ້ນ.

ນາງ Orobator ຈາກເມືອງ Peckham ປະເທດອັງກິດ ຫລຸດພົ້ນຈາກການ ຖືກຕັດສີນ ປະຫານຊີວິດ, ໃນ ສປປລາວ ຍ້ອນວ່ານາງ ຖືພາມານ. ຊຶ່ງນາງຢືນຢັນ ວ່າໄດ້ນຳເຊື້ອ ຂອງນັກໂທດນຳກັນ, ສັກເຂົ້າຮວງໄຂ່ ເພື່ອໃຫ້ມີລູກ ແລະ ນາງຈະອອກລູກ ພາຍໃນເດືອນໜ້ານີ້.

ອົງການ Reprieve ວິຈານການດຳເນີນ ຄະດີໃນລາວວ່າ ‘ເປັນໜ້າລະອາຍ’ ໂດຍກ່າວວ່າ ນາງ Orobator ໄດ້ຖືກບັງຄັບ ໃຫ້ເຊັນເອກກະສານ ຫລາຍຢ່າງ ແລະ ບໍ່ໄດ້ຮັບການ ຊ່ອຍເຫລືອຈາກ ທະນາຍຄວາມອິສຣະ ໃນລາວເລີຍເພາະວ່າ ນາງ Orobator ໄດ້ຖືກຕັດສີນ ໃນເວລາອັນສັ້ນໆ, ໂດຍທີ່ຝ່າຍຈຳເລີຍ ບໍ່ມີໂອກາດໄດ້ ໃຫ້ການ ແຕ່ປະການໃດ.

ນາງ Clare Algar ຈາກອົງການ Reprieve ກ່າວວ່າ, ເນື່ອງຈາກວ່າເປັນຜູ້ຍິງ, ອາຍຸນ້ອຍທີ່ບໍ່ມີ ປະສົບການ, Samantha ຈຶ່ງຖືກເອົາປຽບ ຈາກຣັຖບານທີ່ ຕັ້ງໃຈໄວ້ແລ້ວວ່າ, ຈະລົງໂທດນາງ ໃຫ້ໄດ້.

ວິທີໃນການ ດຳເນີນຄະດີ ສະແດງໃຫ້ເຫັນວ່າ ທາງການລາວ ບໍ່ມີຈຸດປະສົງ ທີ່ຈະຊອກຫາ ຄວາມຈິງ, ຄວາມຖືກຕ້ອງ ແລະ ສິດທິທາງດ້ານ ກົດໝາຍເລີຍ BBC ລາຍງານ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.