ເຣື້ອງທີ່ເກັບບັນທຶກໄວ້
2009-08-01
ຄຣູລາວ ທີ່ຣັຖ ແຄລີຟໍເນັຍ ເປັນເຈົ້າພາບ ຈັດງານ ຊຸມນຸມຄຣູລາວ ໃນວັນເສົາ ທີ 22 ເດືອນສິງຫາ ປີ 2009.
2009-07-31
ການປະຕິຮູບ ກົດໝາຍກວດ ຄົນເຂົ້າເມືອງ ຂອງສະຫະຣັຖ ມີຄວາມສຳຄັນຫລາຍ ຕໍ່ຊົນຊາວມົ້ງລາວ ທີ່ເຂົ້າມາໃນ ສະຫະຣັຖ ໃນນາມເປັນ ຜູ້ອົພຍົບລົບພັຍ ແຕ່ຫາກຍັງມີ ສະມາຊິກຄອບຄົວ ທີ່ເຫລືອຢູ່ໃນລາວ ແລະ ໄທ. ໂພໄຊສວັດ ມີລາຍງານ ມາສເນີທ່ານ...
2009-07-31
ເຈົ້າໜ້າທີ່ທະຫານ ຂັ້ນສູງຂອງລາວ ຢືນຢັນ ມີການຫາຣື ອະທິບາຍ ສ້າງຄວາມເຂົ້າໃຈ ເລື່ອງມົ້ງລາວ ກັບເຈົ້າໜ້າທີ່ ຂັ້ນສູງຈາກ ສະຫະຣັຖ ອະເມຣິກາ.
2009-07-31
ຜູ້ແທນສປປລາວ ມີກໍານົດຢ້ຽມຢາມ ສູນຊາວມົ້ງ ບ້ານຫ້ວຍນໍ້າຂາວ ປະເທດໄທ ໃນສັປດາໜ້ານີ້.
2009-07-31
ການພັທນາເສຖກິດ ສັງຄົມ ຢູ່ສປປລາວ ສົກປີ 2008–2009 ປະເຊີນກັບບັນຫາ ຫຍູ້ງຍາກຫລາຍຢ່າງ ທີ່ເກີດຂື້ນ ຫລັງຈາກສະພາບ ໃນຕົວແລະນອກຕົວ ຈົນວ່າຣັຖບານ ສປປລາວ ປະກາດຂໍຫລຸດ ຄາດໝາຍການ ເຕີບໂຕຂອງຮວມຍອດ ຜລິດຕະພັນ ພາຍໃນຫລື GDP ລົງຈາກ 8ສ່ວນຮ້ອຍ ມາເປັນ 7.5ສ່ວນຮ້ອຍ. ການທີ່ເປັນ ຄືແນວນີ້ ມີສາເຫດຕົ້ນຕໍ ມາຈາກຫຍັງ ກັນແທ້ນັ້ນ ຈຳປາທອງ ມີບົດລາຍງານ ມາສເນີທ່ານ...
2009-07-31
ໃນຣາຍການ ຕອບຈົດໝາຍ ປະຈຳສັປດານີ້ ເຊີນທ່ານຟັງ ໄມຊູລີ ຕອບຈົດໝາຍ ຂອງທ່ານ "Freeman" ຂຽນຈາກ ປະເທດລາວ ແລະຈົດໝາຍ ຂອງທ່ານ "KenBoon" ມ້ວນທ້າຍດ້ວຍ ສຽງເພງ "ເງີນ" ຂອງທ່ານ ອາຈານຄຳຫລ້າ ໜໍ່ແກ້ວ ຕາມຄຳຂໍຂອງທ່ານ ວັນນະເຣດ ຊົມພູ ຊີນທ່ານຫາຄວາມ ສຳຣານໄດ້ເລີຍ……..
2009-07-30
ການພົບປະ ເຈຣະຈາ ກ່ຽວກັບບັນຫາ ຍຸທສາດ ແລະເສຖກິດ ຣະຫ່ວາງ ຜູ້ນຳຣະດັບສູງ ຂອງສະຫະຣັດ ອາເມຣິກາ ແລະຈີນ ຢູ່ນະຄອນຫລວງ ວໍຊິງຕັນ ສະຫະຣັດ ອະເມຣິກາ ທີ່ຫາກໍ່ ສິ້ນສຸດລົງນີ້ ໄດ້ຮັບຜົນເປັນ ຢ່າງດີ. ໃນນັ້ນທັງ2ຝ່າຍ ໄດ້ປຶກສາຫາລື ແລະ ຕົກລົງບັນຫາ ສຳຄັນໃດແດ່ ທີ່ຈະເປັນປໂຍດ ໃຫ້ແກ່ ສະຫະຣັດ ແລະຈີນ ຕລອດເຖິງ ປະຊາຄົມໂລກ ນຳດ້ວຍ... ຈຳປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີ ທ່ານ……….
2009-07-30
ປັດຈຸບັນນີ້ ປະຊາຊົນ ໃນເຂດເມືອງຫີນເຫີບ ແຂວງວຽງຈັນ 16ໝູ່ບ້ານ ຍັງບໍ່ທັນມີ ໄຟຟ້າໃຊ້.
2009-07-30
ຫນ່ວຍງານກະສີກັມ ແຂວງຜົ້ງສາລີ ສ້ອມແປງຣະບົບ ຊົລປະທານ ແລະສະສາງ ໃຮ່ນາຕາກ້າ ທີ່ຖືກເພພັງ ຈາກເຫດນ້ຳຖ້ວມ ຢາງກະທັນຫັນ ໃນອາທີດກ່ອນ.
2009-07-30
ຫ້ອງການທ່ອງທ່ຽວ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ປຶກສາຫາລື ສເນີປ່າສງວນ ຫີນໜາມໜໍ່ ໃຫ້ເປັນ ມໍຣະດົກໂລກ.
2009-07-30
ສປປລາວ ແລະ ອັງກິດ ຮ່ວມກັນດຳເນີນງານ ໃນສົນທິສັນຍາ ສົ່ງນັກໂທດ ຜູ້ຍີງຊາວອັງກິດ ຜູ້ທີ່ຖືກຈຳຄຸກ ໃນລາວ ໃຫ້ໄປຈຳຄຸກ ທີ່ປະເທດອັງກີດ ໂດຍໄວກ່ອນນາງ ຈະຄອດລູກ.
2009-07-29
ເໝືອງທອງແດງ ເຊໂປນ ຈະຂຍາຍພື້ນທີ່ ຂຸດຄົ້ນແຮ່ທາດ ທອງແດງ ຕື່ມອີກຫລາຍແຫ່ງ ເພື່ອຈະສາມາດ ຜລິດທອງແດງສົດ ໃຫ້ໄດ້ແສນໂຕນຕໍ່ປີ.
2009-07-29
ການສັມປະທານ ທີ່ດິນໃນລາວ ສໍາລັບບໍຣິສັດ ເອກຊົນ ຈະບໍ່ມີຣາຄາຖືກ ອີກຕໍ່ໄປ ຕາມບັນຍັດວ່າດ້ວຍ ສັມປະທານທີ່ດິນ ຊຶ່ງຄາດວ່າ ຈະອອກມໍ່ໆນີ້.
2009-07-29
ກົມວັທນະທັມ ມະຫາຊົນ ຂອງລາວ ປະກາດປິດ ການບໍຣິການ ບັນເທິງປະເພດດິສໂກ້ ທົ່ວປະເທດລົງ ພາຍໃນປີນີ້.
2009-07-28
ແຂວງຫົວພັນ ຂໍໃຫ້ຣັຖບານ ແກ້ໄຂບັນຫາ ໂຄງສ້າງພື້ນຖານ ຢ່າງຮີບດ່ວນ ເພື່ອດຶງດູດ ນັກລົງທຶນ