ສະແມນຕາ ນັກໂທດຍີງ ຈະຖືກສົ່ງໄປ ຈຳຄຸກຢູ່ ອັງກິດ
2009.07.30

ເຈົ້າຫນ້າທີ່ຈາກ ປະເທດອັງກີດ ແລະ ສປປລາວ ໃນມື້ວັນພຸດ ໄດ້ສະແດງຄວາມຫວັງ ໃນການສົ່ງນັກໂທດຍີງ ຜູ້ທີ່ຖືພາຊາວ ອັງກິດ ຈາກຄຸກ ທີ່ນະຄອນຫລວງ ວຽງຈັນ ໄປຈຳຄຸກທີ່ ປະເທດອັງກິດ ກ່ອນນາງ ຈະຄອດລູກ ພາຍໃນສອງອາທີດ ຂ້າງຫນ້າ.
ໃນມື້ວັນອັງຄານ ຣັຖມົນຕຣີ ຈາກປະເທດອັງກີດ ແລະລາວ ໄດ້ລົງນາມ ບົດບັນທືກ ຄວາມເຂົ້າໃຈ ທີ່ກຸງລອນດອນ ເພື່ອອະນຸຍາດ ໃຫ້ມີການ ປະຕິບັດງານ ໃນການ ສົ່ງນັກໂທດ ຣະຫວ່າງກັນ ໃຫ້ໃວຂື້ນ ຕາມສົນທິສັນຍາ ການສົ່ງນັກໂທດ ທີ່ສອງປະເທດ ໄດ້ລົງນາມກັນ ວ່າງວັນທີ7 ເດືອນພືສພາ ທີ່ຜ່ານມາ ທີ່ຍັງບໍ່ສາມາດ ດຳເນີນງານໄດ້.
ບົດບັນທືກ ຄວາມເຂົ້າໃຈດັ່ງກ່າວ ຈະເປັນການເລັ່ງ ໃຫ້ມີການສົ່ງ ນາງ ສະແມນຕາ ອໍໂຣບາຕໍ ໄປຈຳຄຸກທີ່ ປະເທດອັງກິດ ໃຫ້ໄວຂື້ນ. ນັກໂທດຍີງທີ່ ຖືພາວັຍ20ປີ ຖືກຕັດສີນໃຫ້ຄຸກ ຕຣອດຊີວີດ ໃນຖານຄ້າຢາ ເສບຕິດ ເມື່ອວັນທີ3 ເດືອນມີຖຸນາ 2009.
ທ່ານ Daniel Painter ເຈົ້າຫນ້າທີ່ ຜແນກຂ່າວສານ ຈາກສຖານທູດ ອັງກິດທີ່ບາງກອກ ເວົ້າວ່າບົດບັນທືກ ຄວາມເຂົ້າໃຈຈະ ອະນຸຍາດໃຫ້ມີ ການສົ່ງນັກໂທດ ຈາກຄຸກໃນລາວ ໃຫ້ໄປຈຳຄຸກທີ່ ປະເທດອັງກີດ ກ່ອນສົນທິສັນຍາ ການສົ່ງນັກໂທດ ຣະຫວ່າງປະເທດ ຈະຖືກບັງຄັບ ໃຊ້ເປັນທາງການ ແລະວ່າ ນາງ ອໍໂຣບາຕໍ ມີເວລາພຽງ 2ອາທີດເທົ່ານັ້ນ ກ່ອນນາງ ຈະຄອດລູກ.