ທາງການລາວສັ່ງປິດ ດິສໂກ້ບັນເທີງ ທົ່ວປະເທດ

ກົມວັທນະທັມ ມະຫາຊົນ ຂອງລາວ ປະກາດປິດ ການບໍຣິການ ບັນເທິງປະເພດດິສໂກ້ ທົ່ວປະເທດລົງ ພາຍໃນປີນີ້.
ສົມເນ
2009.07.29

ທາງການລາວໄດ້ ອອກຄຳສັ່ງປິດ ດິສໂກ້ບັນເທີງ ໃນທົ່ວປະເທດ ຍ້ອນເຫັນວ່າເປັນ ແຫລ່ງມົ້ວສຸມ ທີ່ບໍ່ດີສໍາລັບ ວັຍຫນຸ່ມສາວ ເປັນຈໍານວນຫລວງຫລາຍ ທີ່ເຂົ້າ ໄປໃຊ້ບໍຣິການ ໃນສຖານທີ່ນັ້ນ ເຊັ່ນວ່າມີການ ປະພຶດຕົວບໍ່ດີ ຂັດຕໍ່ວັທນະທັມ ຮີດຄອງປະເພນີ ສ້າງຄວາມສໍາພັນ ທາງເພດແບບຜິດ ກົດໝາຍ ດັ່ງທ່ານ ສີແພງ ວົງປັນຍາ ຫົວໜ້າກົມ ວັທນະທັມ ມະຫາຊົນ ໄດ້ກ່າວ:

"ປະກາດແລ້ວ ຈະປິດພາຍໃນປີນີ ເລີ້ມແຕ່ປັດຈຸບັນ ເປັນຕົ້ນໄປ ທຸກແຂວງໃນຂົງເຂດ ທົ່ວປະເທດແມ່ນ ຕ້ອງປະຕິບັດ ດິສໂກ້ເທັກ ມັນກາຍເປັນ ສິ່ງມົ້ວສຸມ ສິ່ງທີ່ບໍ່ດີ ມັນເປັນໄພສັງຄົມ ທີ່ບໍ່ດີ ສ້າງໃຫ້ເກີດ ຄວາມວຸ້ນວາຍ."

ທ່ານສີແພງວ່າ ທາງກົມວັທນະທັມ ມີຄວາມຈໍາເປັນ ຕ້ອງປິດການບັນເທິງ ປະເພດດິສໂກ້ ເພື່ອຮັກສາຮີດຄອງ ປະເພນີ ຂອງລາວໄວ້ ແລະຄິດວ່າມັນ ຈະບໍ່ສະທ້ອນ ເຖິງຄວາມມ່ວນຊື່ນ ຂອງຊາວຫນຸ່ມ ແຕ່ຢ່າງໃດ ແລະ ຊາວຫນຸ່ມຈະໄດ້ ຫັນມາຟ້ອນລໍາວົງ ເພື່ອການມ່ວນຊື່ນແທນ:

"ມັນບໍ່ໄດ້ມີ ຜົນກະທົບຫຍັງ ຖ້າເຮົາປິດໄດ້ ມັນກໍຈະເປັນ ສິ່ງທີ່ດີ ມັນກະຕຸ້ນ ສ້າງໃຫ້ພວກຫນຸ່ມສາວ ຫັນມາ ຟ້ອນລໍາວົງກັນ."

ທ່ານວ່າການປະກາດ ປິດການບໍຣິການ ບັນເທິງປະເພດ ດິສໂກ້ນີ້ ບໍ່ໄດ້ໝາຍເຖິງວ່າ ປິດກິຈກັມ ການບັນເທິງ ແຕ່ຈະມີການ ແນະນໍາ ໃຫ້ເຈົ້າຂອງຮ້ານ ບັນເທິງ ປ່ຽນການບໍຣິການ ໃຫ້ເປັນໄປຕາມ ບັນຍັດແຫ່ງກົດໝາຍ ວ່າດ້ວຍການ ບັນເທິງ. ຖ້າຫາກວ່າ ສຖານທີ່ບັນເທິງໃດ ບໍ່ສາມາດປ່ຽນການ ບໍຣິການໄດ້ ກໍຈໍາເປັນຕ້ອງສັ່ງ ໃຫ້ປິດກິຈການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.