ເຈົ້າໜ້າທີ່ທະຫານ ຂອງລາວ ຫາລືກັບ ສະຫະຣັຖ ກ່ຽວກັບມົ້ງລາວ

ເຈົ້າໜ້າທີ່ທະຫານ ຂັ້ນສູງຂອງລາວ ຢືນຢັນ ມີການຫາຣື ອະທິບາຍ ສ້າງຄວາມເຂົ້າໃຈ ເລື່ອງມົ້ງລາວ ກັບເຈົ້າໜ້າທີ່ ຂັ້ນສູງຈາກ ສະຫະຣັຖ ອະເມຣິກາ.
ມະນີຈັນ
2009.07.31

ເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ເດີນທາງມາຍັງ ນະຄອນຫລວງວຽງຈັນ ເພື່ອພົບປະກັບ ນາຍພົນ ບົວສ້ຽງ ຈໍາປາພັນ ຮອງຫົວໜ້າ ເສນາທິການ ກົມໃຫຍ່ກອງທັບ ປະຊາຊົນລາວ ເມື່ອວັນທີ28 ກໍຣະກະດາ 2009ນີ້. ໃນນັ້ນໄດ້ມີ ການສົນທະນາ ສ້າງຄວາມເຂົ້າໃຈ ຣະຫວ່າງລາວກັບ ອະເມຣິກາ ກ່ຽວກັບການຮັບ ການຊ່ວຍເຫລືອ ຊາວມົ້ງລາວ ສູນບ້ານຫ້ວຍນໍ້າຂາວ ທີ່ທາງການໄທ ໄດ້ສົ່ງກັບປະເທດ ຢ່າງຕໍ່ເນື່ອງແຕ່ປີ 2007ມາ.

ນາຍພົນ ບົວສ້ຽງ ຈໍາປາພັນ ປະທານຄນະ ອະນຸກັມມະການ ຮັກສາຄວາມ ສງົບຮຽບຮ້ອຍ ຕາມແນວຊາຍແດນ ທົ່ວໄປ ລາວ-ໄທ ກ່າວວ່າ:

"ມາດຽວນີ້ ຣັຖມົນຕຣີ ຊ່ວຍວ່າການ ກະຊວງການ ຕ່າງປະເທດ ອະເມຣິກາ ມາພົບ ຂ້າພະເຈົ້າ ມາພົບຢູ່ວຽງຈັນ ນີ້ນະຂ້າພະເຈົ້າ ກໍອະທິບາຍ ເພີ່ນກໍຍ້ອງຍໍວ່າ ລາວ-ໄທ ເຮັດຢ່າງໂປ່ງໃສແທ້ ຂໍບອກຂອບໃຈ ແລະຈະເອົາຂໍ້ມູນ ນີ້ໄປອະທິບາຍ ໃຫ້ຣັຖບານ ອະເມຣິກາ ເຂົ້າໃຈນໍາກັນ."

ແລະວ່າຜູ້ຊ່ວຍ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ຍັງກ່າວຢໍ້າວ່າ ສະຫະຣັຖ ບໍ່ມີນະໂຍບາຍ ຮັບຊາວມົ້ງລາວ ກຸ່ມດັ່ງກ່າວ ໄປຕັ້ງຖີ່ນຖານ ໃນສະຫະຣັຖ.  ນາຍພົນ ບົວສ້ຽງ ພ້ອມດຽວກັນ ກໍກ່າວໂດຍຢືນຢັນ ເຖິງການປະຕິບັດ ຕາມຂໍ້ຕົກລົງ ຣະຫວ່າງ ລາວກັບໄທ ເໝືອນເດີມຕໍ່ໄປຄື ການຮັບ-ການສົ່ງກັບ ທັງໝົດໃນປີ 2009ນີ້ ໃຫ້ສໍາເຣັດ ແລະວ່າ ທ່ານຈະເດີນທາງ ໄປຢ້ຽມຢາມ ຊາວມົ້ງລາວ ທີ່ສູນຫ້ວຍນໍ້າຂາວ ຢູ່ແຂວງເພັຊບູນ ຂອງໄທ ໃນສັປດາໜ້າ:

"ກໍຈະໄປ ອະທິບາຍ ກ່ຽວກັບເລື່ອງ ນະໂຍບາຍຕ່າງໆ ຂອງຣັຖບານລາວ ຕໍ່ປະຊາຊົນ ມົ້ງລາວ ກັບຄືນປະເທດ ນັ້ນປະຕິບັດ ຕາມຂໍ້ຕົກລົງ ລາວ-ໄທ ຈະໃຫ້ມັນໝົດ ປີ2009ນີ້ນະ ຈະໃຫ້ສົ່ງມາໝົດ."

ນາຍພົລຈັຕວາ ບົວສ້ຽງ ຈະເດີນທາງໄປ ທີ່ສູນບ້ານ ຫ້ວຍນໍ້າຂາວ ໃນວັນທີ7 ສີງຫາ ນີ້ເພື່ອຢ້ຽມຢາມ ແລະອະທິບາຍ ກ່ຽວກັບການ ປະຕິບັດ ແລະໃຫ້ການຊ່ວຍ ເຫລືອ ແກ່ຊາວມົ້ງລາວ ທີ່ກັບຄືນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.