ທາງການຂັ້ນສູງລາວ ຈະຢ້ຽມຢາມ ສູນຊາວມົ້ງ ບ້ານຫ້ວຍນໍ້າຂາວ
2009.07.31

ໃນສັປດາໜ້ານີ້ ຜູ້ຕາງໜ້າ ຂັ້ນສູງຈາກ ສປປລາວ ມີກໍານົດຢ້ຽມຢາມ ສູນຊາວມົ້ງ ບ້ານຫ້ວຍນໍ້າຂາວ ໂດຍມີເຈດຈໍານົງ ຮັບເອົາຊາວມົ້ງລາວ ທັງໝົດກັບຄືນ ປະເທດ ແຕ່ໃນຂນະດຽວກັນ ຊາວມົ້ງຈໍານວນນຶ່ງ ຢືນຢັນອີກວ່າ ບໍ່ຂໍກັບຄືນເມືອລາວ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ທະຫານໄທ ໄດ້ເປີດເຜີຽ ແກ່ສື່ມວນຊົນ ຢູ່ບ້ານຫ້ວຍນໍ້າຂາວ ເມື່ອວັນທີ30 ກໍຣະກະດາ ວ່າໃນວັນທີ7 ສິງຫາ ນີ້ຄນະຜູ້ແທນຈາກ ສປປລາວ ນໍາພາໂດຍທ່ານ ພົນຈັຕວາ ບົວສ້ຽງ ຈໍາປາພັນ ຮອງກົມເສນາທິການ ໃຫ່ຽກອງທັບ ປະຊາຊົນລາວ ຈະເດີນທາງມາ ສູນຮັບຮອງ ຊົ່ວຄາວຊາວມົ້ງລາວ ແລະພ້ອມກັນນັ້ນ ກໍມີຄນະຜູ້ແທນ ຝ່າຍໄທນໍາພາ ໂດຍພົນເອກ ວໍຣະພົງ ສງ່າເນດ ຮອງເສນາທິການ ທະຫານກອງບັນຊາ ການກອງທັບໄທ. ເຈົ້າໜ້າທີ່ໄທ ວ່າ ຈຸດປະສົງ ຂອງການເດີນທາງ ມາຢ້ຽມຢາມ ສູນຮັບຮອງ ຊົ່ວຄາວຊາວມົ້ງ ຂອງນາຍພົນຈັຕວາ ບົວສ້ຽງ ນັ້ນແມ່ນເພື່ອຢໍ້າ ວ່າສປປລາວ ຈະຮັບເອົາ ຊາວມົ້ງລາວ ທັງໝົດໃນພື້ນທີ່ ກັບຄືນໄປລາວ ແລະຈະຢືນຢັນ ກັບຊາວມົ້ງວ່າ ຈະບໍ່ມີການ ລົງໂທດຊາວມົ້ງ ທີ່ກັບຄືນໄປລາວ ຢ່າງເດັດຂາດ ດັ່ງທີ່ ພັນເອກ ຊະວາລິດ ຮຽນແຈ້ງ ຮອງຜູ້ບັນຊາການ ຫນ່ວຍສະເພາະກິດ ປະສົມພົລເຮືອນ ທະຫານ ຕໍາຣວດ ເຂົາຄໍ້ກ່າວ:
"ເພື່ອມາເວົ້າຈາ ພົບປະຜູ້ນໍາ ຂອງມົ້ງແລະນໍາເອົາ ແກນນໍາມົ້ງ ທີ່ກັບໄປແລ້ວ ນັ້ນມາຊັກຊວນ ພີ່ນ້ອງຂອງເຂົາ ພົນຈັຕວາ ບົວສ້ຽງ ນີ້ຈະເວົ້າອີກ ຄັ້ງນຶ່ງວ່າ ລາວ ນີ້ມີຄວາມຈິງໃຈ ຈະພົບປະ ຈະເວົ້າຈາ ພຍາຍາມທັງໄທ ທັງລາວຊ່ວຍກັນ ມັນເປັນການແກ້ໄຂ ບັນຫາຮ່ວມກັນ."
ໃນຂນະດຽວກັນ ຊາວມົ້ງໃນບ້ານ ຫ້ວຍນໍ້າຂາວ ໄດ້ໃຫ້ສັມພາດ ກັບສື່ມວນຊົນວ່າ ພວກຕົນສ່ວນໃຫ່ຽ ໜີອອກມາຍ້ອນວ່າ ຖືກທາງການລາວ ປາບປາມ ແລະວ່າບໍ່ ຢາກກັບໄປ ປະເທດລາວອີກ. ຊາວມົ້ງບາງກຸ່ມ ອ້າງວ່າຕົນເປັນ ມົ້ງເຈົ້າຟ້າ ທີ່ຕ້ອງການຄວາມ ເປັນທັມ ບາງກຸ່ມກໍອ້າງວ່າ ເຄີຽເປັນອາດີດ ທະຫານ ຊີໄອເອ ຂອງ ສະຫະຣັຖ ດັ່ງນັ້ນ ເຂົາຈຶ່ງເຊື່ອວ່າ ຖ້າກັບຄືນໄປລາວ ກໍຈະຖືກລົງໂທດ ຢ່າງໜັກ. ຊາວມົ້ງກຸ່ມນີ້ ຍັງຕັ້ງ ຄວາມຫວັງວ່າ ສະຫະ ປະຊາຊາດ ຈະມາຊ່ວຍເຫລືອ ດັ່ງ ແກນນໍາຊາວ ເຜົ້າມົ້ງຄົນນຶ່ງ ໄດ້ກ່າວ:
"ຄືວ່າປີນີ້ ຕ້ອງລໍຖ້າ ສະຫະປະຊາຊາດ ແລະຣັຖບານໄທ ແກ້ໄຂເສັຽກ່ອນ ສ່ວນຝ່າຍລາວນັ້ນ ຍັງບໍ່ຮູ້ ຕອນທີ່ຢູ່ຝັ່ງລາວ ນັ້ນຖືກລາວ ປາບປາມ."
ນັ້ນຄືຄວາມເຊື່ອຖື ຂອງແກນນໍາ ຊາວເຜົ້າມົ້ງ ທີ່ບໍ່ຢາກກັບຄືນລາວ.