ຕາມບັນຍັດ ຈະອອກໃໝ່ ສັມປະທານ ທີ່ດິນຢູ່ລາວ ແພງຂື້ນ

ການສັມປະທານ ທີ່ດິນໃນລາວ ສໍາລັບບໍຣິສັດ ເອກຊົນ ຈະບໍ່ມີຣາຄາຖືກ ອີກຕໍ່ໄປ ຕາມບັນຍັດວ່າດ້ວຍ ສັມປະທານທີ່ດິນ ຊຶ່ງຄາດວ່າ ຈະອອກມໍ່ໆນີ້.
ມະນີຈັນ
2009.07.29

ຣັຖບານລາວໄດ້ໂຈະ ການອະນຸມັດ ໃຫ້ບໍຣິສັດ ພາຍໃນ ແລະຕ່າງປະເທດ ສັມປະທານ ເນື້ອທີ່ດິນໃນ ທົ່ວປະເທດ ແຕ່ເດືອນພຶສພາ ປີ2007 ຊຶ່ງສ່ວນນຶ່ງ ກໍຍ້ອນ ການສົ່ງເສີມ ການລົງທຶນ ຂອງຣັຖບານລາວ ຫລືການເອົາດິນ ໃຫ້ເອກຊົນເຊົ່າ ໂດຍບໍ່ມີການ ຈັດສັນລ່ວງໜ້າ ອັນເຮັດໃຫ້ມີ ຜົລກະທົບຕາມມາ ຕາມຄໍາເວົ້າຂອງ ຜູ້ອໍານວຍການ ສູນຄົ້ນຄວ້າແລະຂໍ້ມູນ ຂ່າວສານທີ່ດິນ ແລະຊັພຍາກອນ ທັມມະຊາດ ຂອງອົງການ ຄຸ້ມຄອງແຫ່ງຊາດ ໃນນະຄອນຫລວງ ວຽງຈັນ:

"ມັນມີຜົລກະທົບ ຕໍ່ສີ່ງແວດລ້ອມ ແລະສັງຄົມແລະ ອາຈມີບັນຫາ ກະທົບທັງທາງ ດ້ານການເມືອງ ແລະດ້ວຍເຫດນີ້ ກໍໄດ້ມີການ ສເນີໃຫ້ຢຸດ ການອະນຸມັດ ສັມປະທານ ໂດຍສະເພາະ ບ່ອນໃດບໍ່ທັນ ໄດ້ຈັດສັນນັ້ນ."

ເນື້ອທີ່ດິນທີ່ ທາງຣັຖບານລາວ ໄດ້ອະນຸມັດໃຫ້ ພາກເອກຊົນ ສັມປະທານ ນັບເປັນຫລາຍພັນ ຫລາຍໝຶ່ນເອັກຕາຣ ໃນໄລຍະຍາວ ເປັນ30-40ປີນັ້ນ ມີທັງໝົດ1120ກວ່າສັນຍາ ມາຮອດປັດຈຸບັນ ແລະດຽວນີ້ກໍ ກໍາລັງລໍຖ້າ ຣັຖບັນຍັດ ວ່າດ້ວຍຄ່າ ສັມປະທານ ຊຶ່ງຈະປັບແກ້ ການສັມປະທານ ປະເພດຕ່າງໆ ທັງດິນໃນຕົວ ເມືອງແລະດິນ ນອກເມືອງ. ທ່ານ ຈັນທະວີພອນ ອິນທະວົງ ກ່າວກ່ຽວກັບເລື່ອງນີ້ ໃນຕອນນຶ່ງວ່າ:

"ເພາະວ່າການເກັບ ຄ່າເຊົ່າ ສັມປະທານ ຜ່ານມາເປັນຫຍັງ ຄືຖືກແທ້ແລະ ກະຍ້ອນມັນຖືກ ຫລາຍນີ້ລະມັນຈຶ່ງ ມີຄົນໂຫ້ມາ ລົງທຶນຢູ່ໃນລາວ ແຕ່ວ່າໂຕນີ້ ມັນອີງໃສ່ ຣັຖບັນຍັດໂຕເກົ່າ ພຸ້ນປີ1989ມັນເກົ່າ ລະພວກເຮົາຈຶ່ງໄດ້ ຄົ້ນຄ້ວາໃຫ້ອອກ ຣັຖບັນຍັດໃໝ່ ໃຫ້ກວດຄືນຄ່າເຊົ່າ."

ຄ່າສັມປະທານ ທີ່ດິນໃນໄລຍະ ທີ່ຜ່ານມາ ສະເລັ່ຽແລ້ວ ຢູ່ຣະຫວ່າງ 2ຫາ6ໂດລ້າ ສະຫະຣັດ ຕໍ່ເອັກຕາຣຕໍ່ປີ ຊຶ່ງຖືວ່າຖືກຫລາຍ. ສໍາລັບອັຕຣາໃໝ່ ຣັຖບັນຍັດໃໝ່ ຕາມຂ່າວວ່າ ເຖິງຫ້ອງການສະພາ ແຫ່ງຊາດ ແລະອາຈອອກມາ ໃນໄວໆນີ້. 

ຄ່າສັມປະທານ ທີ່ດິນໃໝ່ ຈະຢູ່ຣະຫວ່າງ 20ຫາ35ໂດລ້າ ຕໍ່ເອັກຕາຣ. ຣາຄາໃໝ່ນີ້ ອາຈສົ່ງຜົລກະທົບ ໃສ່ການເຂົ້າມາ ລົງທຶນໃນລາວ ຂອງຕ່າງປະເທດ ກໍເປັນໄດ້ ຍ້ອນວ່າສູງຂຶ້ນ ກວ່າເກົ່າຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.