ຊາວຜົ້ງສາລີ ສ້ອມແປງ ຊົລປະທານ ແລະໃຮ່ນາ

ຫນ່ວຍງານກະສີກັມ ແຂວງຜົ້ງສາລີ ສ້ອມແປງຣະບົບ ຊົລປະທານ ແລະສະສາງ ໃຮ່ນາຕາກ້າ ທີ່ຖືກເພພັງ ຈາກເຫດນ້ຳຖ້ວມ ຢາງກະທັນຫັນ ໃນອາທີດກ່ອນ.
ສິດນີ
2009.07.30

ຈາກເຫດນ້ຳປ່າ ໃຫລແຮງ ທີ່ເກີດຂື້ນ ໃນວັນທີ່24 ເດືອນ ກໍຣະກະດາ ທີ່ຜ່ານມາສົ່ງ ຜົລກະທົບໃຫ້ ເກີດຄວາມເສັຽຫາຍ ແກ່ບ້ານເຮືອນ ໃຮ່ນາຕາກ້າ ພື້ນທີ່ປູກຝັງ ຫລາຍແຫ່ງຂອງແຂວງ ຮ່ວມດ້ວຍຣະບົບ ຊົລປະທານ ກໍ່ເພພັງ ຫນ່ວຍງານດ້ານກະສີກັມ ປະຈຳແຂວງກຳລັງ ຕຽມການແກ້ໄຂ ບັນຫາດັ່ງກ່າວ ຢູ່ໃນເວລານີ້. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງທ່ານນື່ງ ເວົ້າວ່າ:

"ເລັ່ງດ່ວນນັ້ນ ກໍ່ມີແຕ່ແກ້ໄຂ ຣະບົບຊົລປະທານ ນັ້ນແຫລະ ຊົລປະທານເພ ນອກຈາກນັ້ນ ກໍ່ແມ່ນກວດກາ ເບີ່ງບັນດາເນື້ອທີ່ ທີ່ຖືກຖ້ວມນັ້ນ ຈະກູ້ກັນຄືນ ແນວໃດ ສ່ວນຫລາຍຈະຕ້ອງ ປຸກຣະດົມແຮງງານ ປະຊາຊົນ ໄປຊ່ອຍກັນ."

ທ່ານວ່າຈາກ ຂໍ້ມູນເບື້ອງຕົ້ນ ຍັງບໍ່ຮູ້ແນ່ວ່າ ມີຈັກຄອບຄົວ ໄດ້ຮັບຄວາມເສັຽຫາຍ ຈົນເກີດການຂາດແຄນ ອາຫານການກີນ ແຕ່ກໍ່ມີ ຫນ່ວຍງານ ທີ່ກ່ຽວຂ້ອງໄດ້ ເຂົ້າໄປໃຫ້ການ ຊ່ອຍເຫລືອທາງດ້ານ ເຄື່ອງອຸປໂພກ ບໍຣິໂພກ ແກ່ຄອບຄົວທີ່ ໄດ້ຮັບຜົລກະທົບ ໃນຫລາຍພື້ນທີ່ແລ້ວ. ທ່ານເວົ້າເພີ້ມອີກວ່າ:

"ສາເຫດນີ້ກໍ່ເວົ້າ ຍາກຄືກັນ ສາເຫດສວ່ນໃຫຍ່ ກໍ່ແມ່ນການ ທຳລາຍປ່າໄມ່ນີ້ແຫລະ ບ້ານເຮົານີ້ມີ ແຕ່ພູດອຍຫມົດ ບ່ອນໃດ ມີຝົນຕົກຫນັກແລ້ວ ກໍ່ເຮັດໃຫ້ດີນ ເຈື່ອນ ເຮັດໃຫ້ນ້ຳປ່າ ໃຫລຫລາກ."

ພັຍທັມມະຊາດ ທີ່ເກີດຂື້ນ ໃນແຂວງຜົ້ງສາລີ ເທື່ອນີ້ ສ້າງຄວາມເສັຽຫາຍ ໃຫ້ແກ່ປະຊາຊົນ ໃນ6ຫມູ່ບ້ານ ສ່ວນໃຫຍ່ແມ່ນ ໃນເຂດເມືອງບູ່ນໃຕ້ ຄາດວ່າມູນຄ່າ ຄວາມເສັຽຫາຍ ອາດເຖີງ 400ກວ່າລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.