ເຣື້ອງທີ່ເກັບບັນທຶກໄວ້
2024-02-29
ປັດຈຸບັນ, ມີນັກທຸຣະກິຈຈີນ ເຂົ້າມາສຳປະທານ ປູກໝາກໄມ້ ຕາມຣະດູການ ຢູ່ແຂວງອຸດົມໄຊ ຫລາຍຂຶ້ນ ເປັນຕົ້ນໝາກໂມ ແລະໝາກຖົ່ວເບີ ເພື່ອສົ່ງອອກໄປຂາຍຢູ່ຈີນ ອັນເປັນໄປຕາມຂໍ້ຕົກລົງ ທາງການຄ້າ ລະວ່າງຣັຖບານລາວ ແລະທາງການແຂວງຢຸນນານ ຂອງຈີນ.
2024-02-29
ເຈົ້າຂອງຮ້ານບັນເທີງ ຂອງຈີນຢູ່ພະມ້າ ປ່ອຍໂຕຜູ້ຍິງລາວ ຫຼັງຈາກໄດ້ຮັບຄວາມກົດດັນ ຈາກທາງການລາວແລະພະມ້າ.
2024-02-29
ເຕືອນໄພ ປະຊາຊົນທີ່ໃຫ້ຄົນຈີນເຊົ່າເຮືອນ ຕ້ອງກວດສອບເອກະສານສຳຄັນ ຢ່າງລະອຽດກ່ອນ ຍ້ອນອາດມີກຸ່ມແກ້ງຈີນ ທີ່ເປັນຄົນບໍ່ດີເຂົ້າມາເຮັດວຽກ ໃນລັກສະນະຜິດກົດໝາຍ ແລະມ້າງເພເຮືອນທີ່ເຊົ່າຫຼັງຈາກ ໝົດສັນຍາເຊົ່າແລ້ວ ກາຍເປັນຄວາມກັງວົນໃຈ ເນື່ອງຈາກບໍ່ສາມາດ ນຳມາດຳເນີນຄະດີໄດ້.
2024-02-29
ລາວຕົກລົງໃຫ້ຈີນ ສໍາຣວດແຮ່ເກືອໂປຕາສ ຫລື ເກືອກາລີ ແລະ ແຮ່ຕິດພັນ ຢູ່ຫລາຍແຂວງຂອງລາວ ແຕ່ແຂວງຫລວງນໍ້າທາ ເຖິງ ແຂວງອັດຕະປື ເຊິ່ງເປັນໂຄງການໃໝ່ ແລະສ້າງຄວາມກັງວົນໃຈ ໃຫ້ຊາຊົນກັງວົນ ຢ້ານຜົລກະທົບ ຕາມມາໜັກໜ່ວງ.
2024-02-29
ປະທານປະເທດລາວ ແລະ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເດີນທາງໄປພົບປະ ທ່ານ ຫງຽນຟູຈອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກຄອມມູນິດວຽດນາມ ເພື່ອປຶກສາຫາລື ວຽກງານລະຫວ່າງສອງປະເທດ ຂະນະທີ່ສາຍພົວພັນ ສອງປະເທດຫຼຸດຖອຍລົງ ໃນໄລຍະທີ່ຜ່ານມາ.
2024-02-28
ຣັຖບານລາວ-ຣັສເຊັຽ ຈະຍົກລະດັບການພົວພັນກັນ ໃນຫຼາຍດ້ານ, ໂດຍສະເພາະ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ, ເຊິ່ງໄລຍະຜ່ານມາ ກໍມີການຮ່ວມມືກັນ ໃນຂແນງການພະລັງງານ ແລະ ບໍ່ແຮ່ ແດ່ແລ້ວ.
2024-02-28
ເຈົ້າຂອງຟາມໄກ່ ທີ່ປ່ອຍສານເຄມີທີ່ໃຊ້ໃນຟາມໄກ່ ຖືກເຈົ້າໜ້າທີ່ ເຮັດບົດບັນທຶກ ກ່າວເຕືອນ ແລະຫ້າມໃຊ້ນໍາຢາອີເອັມ ທີ່ເປັນນໍ້າຢາດັບກິ່ນຂີ້ໄກ່ ແລ້ວປ່ອຍລົງໃສ່ ຫ້ວຍນໍ້າທໍາມະຊາດ ສ້າງຜົນກະທົບຕໍ່ທັງສິ່ງແວດລ້ອມ ແລະ ຊາວບ້ານໃນເຂດດັ່ງກ່າວ ອີກ.
2024-02-28
ກົມກົງສຸນ ກະຊວງການຕ່າງປະເທດ ອອກມາຕການຫ້າມ ນາຍໜ້າແລ່ນໜັງສືຜ່ານແດນ ເຂົ້າເຂດຫ້ອງການ ກົມກົງສຸນ ແລະ ສູນຮັບຄຳຮ້ອງ ເຮັດໜັງສືຜ່ານແດນ ໃນທົ່ວປະເທດ ເພື່ອປ້ອງກັນການລັດຄິວເຂົ້າສຳພາດ ແຕ່ເຖິງຕອນນີ້ ຍັງປະກົດມີກຸ່ມນາຍໜ້າ ດັ່ງກ່າວ ສາມາດເຂົ້າອອກ ເຂດຫ້າມເຂົ້າ.
2024-02-28
ຊາວຄຣິສຕຽນລາວ ຢູ່ບ້ານກະລຶມວັງແຂ້ ທີ່ຖືກເຈົ້າໜ້າທີ່ທ້ອງຖິ່ນ ມ້າງເຮືອນເຊິ່ງເປັນບ່ອນ ປະກອບພິທີ ນະມັດສະການພຣະເຈົ້າ ເມື່ອຕົ້ນເດືອນກຸມພາ ໄດ້ຮັບການຄຸ້ມຄອງ ຈາກເຈົ້າໜ້າທີ່ກ່ຽວຂ້ອງແລ້ວ ແລະ ສາມາດປະກອບພິທີ ໄດ້ຕາມປົກກະຕິ ແຕ່ຍັງມີການຖືກນາບຂູ່ຢູ່.
2024-02-28
ຊາວບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ທາງການ ກວດກາການຂຸດຄົ້ນແຮ່ຄໍາ ທີ່ບໍ່ໄດ້ມາຕຖານ ຂຸດຄົ້ນແບບຊະຊາຍ ທີ່ເຮັດໃຫ້ມີຜົລກະທົບ ຕໍ່ວິ່ງແວດລ້ອມ ແລະຊຸມຊົນ.
2024-02-27
ແມ່ຍິງ-ເດັກນ້ອຍ ຍັງຖືກຜົວ ແລະ ພໍ່ ໃຊ້ຄວາມຮຸນແຮງ ໃນຄອບຄົວ, ສ່ວນໃຫຍ່ ບໍ່ແຈ້ງໄປຍັງທາງການ ຍ້ອນຫລາຍສາເຫດ.
2024-02-27
ເດັກນ້ອຍນັກຮຽນຍິງ ຢູ່ແຂວງຊຽງຂວາງ ຖືກນັກຮຽນຊາຍ 3 ຄົນຂືນໃຈ ຢູ່ຫ້ອງນໍ້າຮ້ານອາຫານແຫ່ງນຶ່ງ ທີ່ເມືອງຄູນ ແລະໃນ 3 ຄົນນັ້ນ ຖືກລະບຸວ່າ ບາງຄົນເປັນນັກຮຽນ ຂອງໂຮງຮຽນ ມັທຍົມສົມບູນຈອມເພັດ ເມືອງຄູນ ເຊິ່ງເຫດການດັ່ງກ່າວນັ້ນ ໄດ້ສ້າງຄວາມຫົດຫູ່ໃຈ ໃຫ້ກັບຜູ້ຮັບຮູ້ ຫຼາຍ.
2024-02-27
ປັດຈຸບັນຊາວບ້ານເມືອງ ບົວລະພາ ແຂວງຄໍາມ່ວນ ທີ່ໃຊ້ເສັ້ນທາງບົວລະພາ-ຫຼັງຄັງ ຕັ້ງແຕ່ບ້ານນາພະນັງ ຫາບ້ານຫຼັງຄັງໄດ້ຮັບຜົນກະທົບ ຈາກຂີ້ຝຸ່ນຈຳນວນມະຫາສານ ແລະເສັ້ນທາງເປ່ເພ ຍ້ອນລົດບັນທຸກ ແຮ່ຫຼາຍກ່ວາຮ້ອຍຄັນ ຕໍ່ມື້ ຈາກຫຼາຍບໍລິສັດ ທີ່ເຂົ້າມາຂຸດຄົ້ນແຮ່ທາດ.
2024-02-27
ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຕັ້ງຕູ້ເອທີເອັມ (ATM) ເພື່ອບໍຣິການຝາກ-ຖອນເງິນຢວນໂດຍສະເພາະ ແລະການໃຊ້ເງິນຢວນ ເປັນບັນຫາຊ້ຳເຮືອ ທີ່ຣັຖບານບໍ່ສາມາດແກ້ໄຂໄດ້ ເຖິງແມ່ນວ່າ ຮອງນາຍົກຣັຖຕຣີ ແລະຄະນະ ໄດ້ລົງປະຕິບັດວຽກງານ ເພື່ອວາງນະໂຍບາຍ ການໃຊ້ເງິນກີບໃນທຸກພາກສ່ວນກໍຕາມ.
2024-02-27
ຊາວໜຸ່ມລາວ ມີຄວາມສ່ຽງສູງ ທີ່ຈະຖືກຄ້າມະນຸດ ແລະຖືກບັງຄັບໃຊ້ແຮງງານ ທັງພາຍໃນປະເທດລາວແລະຕ່າງປະເທດ ເຊິ່ງທີ່ຜ່ານມາ ມີຫຼາຍກໍລະນີ ໂດຍສະເພາະຊາວໜຸ່ມ ຈາກແຂວງຫຼວງນ້ຳທາ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດຊ່ວຍເຫຼືອໄດ້ ຢ່າງເຕັມເມັດເຕັມໜ່ວຍ.