ເຕືອນໄພ ຈີນເຊົ່າເຮືອນ ມ້າງເພເສັຍຫາຍນັບໝື່ນໂດລ້າຣ໌

ໄຊຍາ
2024.02.29
ເຕືອນໄພ ຈີນເຊົ່າເຮືອນ ມ້າງເພເສັຍຫາຍນັບໝື່ນໂດລ້າຣ໌ ນີ້ຄືສະພາບເຮືອນທີ່ຄົນຈີນເຊົ່າຢູ່ ກ່ອນເຈົ້າຂອງເຮືອນພົບຖືກມ້າງເພ ເສັຍຫາຍຫຼາຍສິບພັນໂດລ້າຣ໌.
Courtesy Photo

ຍານາງ ຕຸກຕາ ສີສຸລາດ ຜູ້ເຊິ່ງເປັນເຈົ້າຂອງເຮືອນເຊົ່າ ຢູ່ເຂດບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຝາກວິທະຍຸເອເຊັຍເສຣີ ເປັນກະບອກສຽງ ເຕືອນໄພຜູ້ທີ່ຄິດຈະປ່ອຍເຮືອນ ໃຫ້ຄົນຈີນເຊົ່າ ຕ້ອງກວດສອບເອກະສານສຳຄັນ ຂອງຜູ້ເຊົ່າເຮືອນ ເປັນຕົ້ນ ພາສປອດ ແລະ ໃບອະນຸຍາດເຮັດວຽກ ຫຼື Work Permit ຢ່າງລະອຽດກ່ອນ ຍ້ອນອາດມີກຸ່ມແກ້ງຈີນ ທີ່ເປັນຄົນບໍ່ດີເຂົ້າມາເຮັດວຽກໃນລັກສະນະຜິດກົດໝາຍ ເຊັ່ນ ແກ້ງຄອລເຊັນເຕີ້ ທຸບມ້າງເພເຮືອນ ປະຊາຊົນ ແລ້ວເອົາໂຕລົບໜີ.

ໂດຍໃນວັນທີ 28 ຕຸລາ 2023 ຍານາງຕຸກຕາ ໄດ້ເຂົ້າໄປກວດເຮືອນຂອງໂຕເອງ ພາຍຫຼັງ ຕັ້ງແຕ່ວັນທີ 03 ຕຸລາ 2023 ຕິດຕໍ່ຜູ້ເຊົ່າຄົນຈີນ ບໍ່ໄດ້ ພໍໄປຮອດເຮືອນພົບວ່າ ຊັບສິນພາຍໃນເຮືອນເຊົ່າ ເສັຍຫາຍຈຳນວນຫຼາຍ ເຊິ່ງມູນຄ່າປະມານ 20,000 ໂດລ້າຣ໌ສະຫະລັດ.

ດັ່ງ ຍານາງ ຕຸກຕາ ກ່່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 29 ກຸມພາ ນີ້ວ່າ:

“ເຮັດເຂື່ອນໄຟຟ້າ ຢູ່ນໍ້າເທີນທີ່ວ່າ ເອົາມາເຊົ່າຫັ້ນນ່າ. ເຮົາກໍໝັ້ນໃຈວ່າ ໂອເຄລາວມີວຽກເຮັດ ທີ່ດີ. ເຮົາກໍເລີຍປ່ອຍເຮືອນໃຫ້ເຊົ່າ ແຕ່ມາເບິ່ງວ່າ ໜ້າຈະແມ່ນກຸ່ມຄົນກ່ຽວກັບຄອລເຊັນເຕີ ເພາະວ່າ ຫຼັງທີ່ເຮືອນເປັນຈັ່ງຊັ້ນຫັ້ນ ແມ່ນມີຄີບອດຖີ້ມໄວ້ເກືອບເປັນ 10 ປາຍອັນພຸ້ນນ່າ. ເຂົ້າເຈົ້າມ້າງໝົດເຮືອນເລີຍນ່າ ຕັ້ງແຕ່ເທິງເພດານລົງມາເລີຍນ່າ. ເຮືອນເຮົາເປັນປະຕູຣີໂມດ ມັນຕ້ອງແບບເປີດເລື່ອນອອກຫັ້ນນ່າ ແລ້ວບາດນີ້ມັນເປີດບໍ່ໄດ້ ເສື່ອບ່ອນນອນ ແມ່ນຫຍັງ ທີ່ເຮົາເອົາເຂົ້າບີ້ວອິນຫັ້ນນ່າ ມັນບໍ່ມີຫຍັງ ເອົາຄືນໄດ້ເລີຍນ່າ. ມັນເໜົ່າມັນເສັຍສາຍ ໄປໝົດເຮືອນ. ດອກໄຟບໍ່ເຫຼືອຫຍັງ. ເຕືອນໄພ ໃຫ້ປະຊາຊົນແທ້ໆ ໃຫ້ເຮົາເປັນເຄສ ສຸດທ້າຍສາ ແຕ່ວ່າກໍຢາກໃຫ້ລະອຽດກ່ວານີ້ ໃນການຊິປ່ອຍເຊົ່າເຮືອນ.”

ຍາງນາງໄດ້ກ່າວຕື່ມວ່າ ໃນມື້ດຽວກັນທີ່ເຂົ້າໄປກວດເຮືອນ ໂຕເອງກໍໄດ້ແລ່ນເອກກະສານ ແຈ້ງຄວາມຢູ່ ປກສ ຈາກນັ້ນມື້ຖັດໄປກໍໄດ້ແຈ້ງຄວາມຢູ່ ປກສ ນະຄອນຫຼວງວຽງຈັນ ຈົນຮອດມື້ນີ້ຄືວັນທີ 29 ກຸມພາ 2024 ລວມເວລາທັງໝົດ 4 ເດືອນເຕັມແລ້ວ ທີ່ພາກສ່ວນກ່ຽວຂ້ອງບໍ່ສາມາດນຳໂຕ ຄົນຈີນເຂົ້າສູ່ຂະບວນການ ຍຸຕິທຳໄດ້. ຍານາງຕຸກຕາ ແລະ ຄອບຄົວຈຶ່ງໄດ້ພຽງແຕ່ ແຈ້ງເຕືອນໄພຜ່ານສື່ສັງຄົມອ໋ອນລາຍນ໌ ເພື່ອໃຫ້ກໍລະນີຂອງນາງ ເປັນກໍລະນີສຸດທ້າຍ.

ດັ່ງຍານາງໄດ້ກ່າວຕື່ມວ່າ:

“ທາງຕໍາຫຼວດເພິ່ນເຫັນວ່າ ບຸກຄົນດັ່ງກ່າວອອກນອກປະເທດ ແລ້ວເພິ່ນກໍເລີຍໂຈະຄະດີ ຂອງເຮົາໄວ້ກ່ອນທາງຕຳຫລວດ ເພິ່ນບໍ່ອອກໝາຍຈັບຄົນຈີນ ໃຫ້ຍ້ອນວ່າເພິ່ນຍັງບໍ່ທັນໄດ້ສືບສວນ-ສອບສວນ ວ່າແມ່ນເຂົາເຮັດແທ້ບໍ່. ເຮົາກໍຮູ້ສຶກວ່າມັນບໍ່ປອດໄພຫັ້ນນ່າ ເຮົາກໍຈຳເປັນຕ້ອງໄດ້ໂພສຕ໌ລົງ ເນື່ອງຈາກວ່າມັນຍັງຢູ່ໃນຄວາມຮັບຜິດຊອບ ຂອງລາວ ຄັນລາວບໍ່ເຮັດເປັນຫຍັງລາວໜີ.”

ຍານາງກ່າວຕື່ມວ່າເຮືອນເຊົ່າ ທີ່ໃຫ້ຄົນຈີນຜູ້ນີ້ເຊົ່ານັ້ນແມ່ນໃຫ້ເຊົ່າ ໃນໄລຍະ 6 ເດືອນໂດຍການປ່ອຍເຊົ່າເຮຶອນ ຂອງໂຕເອງນັ້ນຜ່ານບໍລິສັດ ຈັດຫາເຮືອນເຊົ່າໃຫ້ຄົນຕ່າງປະເທດ ເຊິ່ງບໍລິສັດຈັດຫາເຮືອນເຊົ່າແຫ່ງນີ້ ກໍມີພະນັກງານເປັນທີ່ເວົ້າພາສາຈີນ ແລະພາສາອັງກິດໄດ້ເປັນຜູ້ຫາລູກຄ້າຈີິນ ເຂົ້າມາເຊົ່າເຮືອນໂຕເອງ ໂດຍທີ່ບໍລິສັດດັ່ງກ່າວກໍໄດ້ເງິນຄ່າ ນາຍໜ້າ 1,000-2,000 ໂດລ້າຣ໌ສະຫະລັດ ແຕ່ບໍ່ໄດ້ຮັບຜິດຊອບຄ່າເສັຍຫາຍ ອິຫຍັງເລີຍ ຈຶ່ງເປັນອີກສາເຫດໜຶ່ງ ທີ່ຕົນເອງຢາກແຈ້ງເຕືອນໄພ.

ວິທະຍຸເອເຊັຍເສຣີ ໄດ້ຕິດຫາຕໍາຫຼວດ ນະຄອນຫຼວງວຽງຈັນ ໂດຍຕໍາຫຼວດກໍໃຫ້ຄວາມເຫັນວ່າ ຜູ້ເສັຍຫາຍສາມາດແລ່ນເອກະສານ ໃຫ້ຕຳຫຼວດທີ່ຮັບຄະດີນີ້ ເປີດການສືບສວນ-ສອບສວນໄດ້ ເພື່ອໃຫ້ຕຳຫຼວດສາກົນ ອອກໝາຍຈັບຄົນຈີນ ທີ່ເຮັດຜິດຜູ້ນີ້ພ້ອມແນະນຳໄປຍັງປະຊາຊົນ ໃຫ້ມີສະຕິກ່ອນຈະຕັດສິນໃຈປ່ອຍເຮືອນ ໃຫ້ຄົນຕ່າງປະເທດເຊົ່າ ຕ້ອງກວດເອກກະສານ ແລະເຮັດສັນຍາໃຫ້ຖືກລະບຽບກົດໝາຍ.

ດັ່ງເຈົ້າໜ້າທີ່ຕຳຫຼວດ ທ່ານໄດ້ກ່າວວ່າ:

“ໄປຫາພາກສ່ວນດໍາເນີນຄະດີເດີ້. ດໍາເນີນຄະດີແລ້ວ ໃຫ້ເຂົາຊອກໂຕໃຫ້ ເຂົາເຈົ້າດຳເນີນການ ເປີດການສືບສວນ-ສອບສວນເນາະ. ຊອກໂຕບໍ່ເຫັນແລ້ວ ໝາຍຄວາມວ່າ ເຂົາເອົາເອກກະສານນີ້ ໄປຫາຕຳຫຼວດສາກົນ. ໝາຍຄວາມວ່າ ຕຳຫຼວດສາກົນ ຄ່ອຍຊິອອກໝາຍຈັບ ແຈ້ງໄປບັນດາປະເທດ ທີ່ມັນຢູ່ຫັ້ນ. ເອີອັນນີ້ ຄັນລະມັດລະວັງໂຕ ຕ້ອງເວົ້າເລື່ອງສະຕິນ່າ. ຕ້ອງກວດກາເບິ່ງປະຫວັດຫັ້ນແຫຼະ ວ່າ ເຂົ້າມາເຮັດຫຍັງທີ່ຕັ້ງຂອງເຂົາຫ້ອງລ້າຫ້ອງການ ເຂົາຢູ່ໃສທະບຽນວິສາຫະກິດ ເຂົາມີບໍ່ສົມມຸດວ່າຊິນ່າ ແລ້ວບາດນີ້ບາງເທື່ອ ເຂົາບໍ່ໄດ້ເປັນຜູ້ມ້າງ ເຂົາໜີບາດນີ້ຄົນອື່ນເຂົາສວຍໂອກາດ ໄປລັກ ໄປມ້າງ ແຕ່ວ່າຄວາມຜິດຂອງເຂົາ ແມ່ນຫຍັງເວລາເຈົ້າໝົດສັນຍາ ຫຼືບໍ່ໝົດສັນຍາ ເຊົ່າເຈົ້າຊິອອກຈາກຫັ້ນ. ເຈົ້າຕ້ອງໄດ້ແຈ້ງເຈົ້າຂອງເຮືອນ ສ່ວນຫຼາຍສັນຍາ ຂອງໄທເຮົາມັກເຮັດແບບພື້ນ ບ້ານອ້າຍຢາກໃຫ້ເຂົ້າສູ່ ລະບຽບ ຫຼັກການທາງດ້ານກົດໝາຍ.”

ທ່ານກ່າວຕື່ມວ່າທ້າຍປີ 2023 ຫາຕົ້ນປີ 2024 ກໍຄືໃນເດືອນໃນເດືອນໜຶ່ງ ນີ້ຕໍາຫຼວດນະຄອນຫຼວງວຽງຈັນ ກໍສາມາດຈັບກຸ່ມແກ້ງຄົນຈີນ ໄດ້ປະມານ 80 ປາຍຄົນ ພາຍຫຼັງມາເຄື່ອນໄຫວ ຢູ່ລາວແບບຜິດກົດໝາຍ ໃນນັ້ນກວມເອົາແກ້ງຄອລເຊັນເຕີ ທີ່ມາພັກເຊົ່າເຮືອນ ຂອງປະຊາຊົນນຳດ້ວຍ.

ດັ່ງທ່ານກ່າວວ່າ:

“ພວກນີ້ສ່ວນຫຼາຍເດີ້ ຈະມີອັນນ່າບັດບັດອັນໄປກົດເອົາເງິນນີ້ນ່າ ບັກຫຼາຍໆເດີ້. ເຂົາເຮັດເອງນ່າ ຫຼາຍອຸປະກອນກ່ຽວກັບອີເລັກໂທຣນິກນ່າ. ຫຼາຍເຄີຍ ມີເຄີຍ ມີຜ່ານມາ ກໍໄດ້ 100 ປາຍ, 140 ຄົນ. ຫຼັງໆ ມານີ້ກໍໄດ້ນ່າຫວ່າງຊ່ວງປີນີ້ ກັບທ້າຍປີນີ້ກໍໄດ້ເດ້ເອົາໄປຫວ່າງແລ້ວນີ້ ກໍໄດ້ 80 ປາຍຄົນ. ຫວ່າງເດືອນ 1 ສ່ວນຫຼາຍຄົນລາວເຮົາ ກໍເຫັນແຕ່ວ່າລາຄາເຊົ່າມັນສູງຫັ້ນນ່າ.”

ທ່ີ່ຜ່ານມາເຮືອນພັກໃຫ້ເຊົ່າ ຢູ່ເຂດບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍເຄີຍມີຄົນຈີນເຂົ້າມາເຊົ່າ ເປັນໄລຍະຍາວ ແລ້ວສ້າງຄວາມເປິເປື້ອນ ໃຫ້ເຮືອນພັກຄືກັນໂດຍທີ່ເຈົ້າຂອງເຮືອນພັກ ກໍບໍ່ຮູ້ເລີຍວ່າຜູ້ເຊົ່າຄົນຈີນນີ້ ແມ່ນມາເຮັດວຽກອິຫຍັງຢູ່ປະເທດລາວ ໂຕເອງປ່ອຍເຮືອນໃຫ້ພັກໃຫ້ເຊົ່າ ເທົ່ານັ້ນ ແລະຍອມຮັບວ່າ ບໍ່ຢາກປ່ອຍເຮືອນໃຫ້ຄົນຈີນເຊົ່າ ຖ້າບໍ່ແມ່ນຄົນຈີນ ທີ່ມາຢູ່ອາໄສແບບຄອບຄົວ.

ດັ່ງເຈົ້າຂອງເຮືອນເຊົ່າ ເຂດບ້ານໂນນຫວາຍ ຍານາງໄດ້ກ່າວໃນມື້ດຽວກັນວ່າ:

“ຂ້ອຍປ່ອຍເຮືອນຢູ່ບ່ອນດອນຫວາຍ ຫັ້ນເນາະ. ມັນກໍເປື້ອນເນາະ ແລ້ວກໍມັນຢາກເພໜ້ອຍໜຶ່ງນ່າ. ເພິ່ນເຊົ່າປະມານ 3 ປີ. ເພິ່ນໜ້າຈະເຮັດວຽກສ່ວນໂຕເພິ່ນນ່າ ເຈົ້າພັກເຊົາສື່ໆ ອັນທີ່ຈິງວຽກກັບຈີນນີ້ ກໍບໍ່ຢາກເອົາປານໃດ ຫັ້ນນ່າ ແຕ່ບາງບາງກໍລະນີ ມັນເປັນຄອບຄົວເນາະ ເພິ່ນກໍຢູ່ພັກເຊົ່າອາໃສ ຈັ່ງຊີ້ນ່າ. ມັນຂ້ອນຂ້າງບໍ່ເປື້ອນຫຍັງ ເຮົາກໍເບິ່ງ ເບິ່ງເອົາຕາມສະພາບໂຕຈິງ.”

ເຮືອນເຊົ່າຢູ່ເຂດບ້ານໂພນແພງ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກໍເຄີຍມີຄົນຈິນເຂົ້າມາເຊົ່າໃນໄລຍະທີ່ມີການແຜ່ລະບາດ ຂອງໂຄວິດ-19 ແລ້ວໄດ້ເອົາໂຕລົບໜີ ໂດຍບໍ່ໄດ້ແຈ້ງເຈົ້າຂອງເຮືອນ ພັກວ່າ ຈະຍ້າຍອອກເຮັດໃຫ້ເຮືອນເຊົ່າຫຼັງນັ້ນ ກາຍເປັນຈຸດລໍ່ແຫຼມ ທີ່ກຸ່ມໂຈນມາລັກເຄື່ອງພາຍໃນເຮືອນໄປ. ສະນັ້ນເຈົ້າຂອງເຮືອນເຊົ່າ ຕ້ອງໄດ້ເກັບຄ່າມັດຈຳຄ່າ ເຊົ່າລ່ວງໜ້າ ແລະບໍ່ຕ້ອງຕິດຕັ້ງເຄື່ອງໃຊ້ ໄຟຟ້າທີ່ລາຄາແພງ ເພື່ອປ້ອງກັນຄວາມເສຍຫາຍ ທີ່ຈະເກີດຂື້ນໃນຕໍ່ໜ້າ.

ດັ່ງເຈົ້າຂອງເຮືອນເຊົ່າ ແຂວງຫຼວງພຣະບາງຍານາງ ໄດ້ກ່າວໃນມື້ດຽວກັນວ່າ:

“ໂອ້! ອັນນັ້ນແທ້ສ່ວນຫຼາຍຖືກຊ່ວງໂຄວິດ ແລ້ວແລ້ວເຂົາໜີເດ້ເຂົາໜີ ແລ້ວບໍ່ແຈ້ງເຈົ້າຂອງເຮືອນ ຈັ່ງຊີ້ນ່າ ແລ້ວມັນບໍ່ມີຜູ້ເຊົ່າເຮືອນເນາະ ກໍເຮັດໃຫ້ໂຈຫັ້ນສວຍໂອກາດເນາະ, ໃຫ້ເອົາເງິນມັດຈຳກ່ອນລະວັງທີ່ສຸດ ເຄື່ອງເຮືອນເຮົານີ້ລາຄາສູງກ່ວາຄືມີແອ, ມີຫຍັງລາຄາສູງເດ້. ມັນຂາຍງ່າຍເດ້ ເຮົານີ້ໃຫ້ເຮົາລະມັດລະວັງ ໂຕນີ້ຂຶ້ນກັບເຮົາເອງເນາະ. ເຮືອນເອື້ອຍນີ້ເອື້ອຍບໍ່ໃສ່ແອ ຄັນຜູ້ໃດຢາກໄດ້ແອໃຫ້ມາໃສ່ເອງ ມັນກໍມີຫຼາຍພາກສ່ວນເດ່. ມັນກໍມີຄົນດີແດ່ຄົນບໍ່ດີແດ່ໃຫ້ມາເບິ່ງເອົາ.”

ຕໍ່ກັບກໍລະນີ ທີ່ຍານາງຕຸກຕາປ່ອຍເຮືອນ ໃຫ້ຄົນຈີນເຊົ່າ ປັດຈຸບັນຍານາງ ແລະຄອບຄົວ ກໍຕັດສິນໃຈສ້ອມແປງ ຊັບສິນທີ່ເສັຍຫາຍ ພາຍໃນເຮືອນທີ່ປ່ອຍເຊົ່າ ດ້ວຍທືນສ່ວນໂຕ ແລະຍັງບໍ່ພ້ອມ ທີ່ຈະປ່ອຍເຮືອນໃຫ້ເຊົ່າ ຍ້ອນເຫດການດັ່ງກ່າວ ເປັນເຫດການຄັ້ງທຳອິດ ທີ່ມີຜົນກະທົບຕໍ່ສະພາບຈິດໃຈ ຂອງທຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.