ສາມຫລ່ຽມຄໍາ ຕັ້ງຕູ້ ATM ສະເພາະເງິນຢວນ ຂອງຈີນເທົ່ານັ້ນ
2024.02.27
ປັດຈຸບັນ ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ ສາມາດໃຊ້ເງິນ ຢວນຂອງຈີນ ແລະເງິນສາະກຸນຕ່າງປະເທດອື່ນໆ ເຊັ່ນເງິນບາດ ໄດ້ຢ່າງເສຣີ ໂດຍທີ່ທາງການລາວບໍ່ຫ້າມ. ເບື້ອງຕົົ້ນ ໄດ້ຕິດຕັ້ງຕູ້ ເອທີເອມ ສະເພາະສະ ກຸນເງິນຢວນ ຢູ່ໃນເຂດນີ້ ທີ່ມີແຕ່ນັກລົງທຶນຕ່າງປະເທດ ເປັນຕົ້ນແມ່ນຈີນ ອາ ສັຍຢູ່ຫລາຍ. ບໍ່ພຽງເທົ່ານັ້ນ ຍັງມີການນໍາໃຊ້ເງິນຕຣາຕ່າງປະເທດ ຢູ່ນອກເຂດນີ້ນໍາດ້ວຍ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ລາວທີ່ກ່ຽວຂ້ອງ ໃນເຂດເສຖກິຈພິເສດສາມຫລ່ຽມ ຄໍາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ກຸມພານີ້ວ່າ:
“ສ່ວນຫລາຍຄົນຈີນ ກໍແມ່ນເງິນຢວນຫັ້ນແຫລະ ເງິນປະ ເພດໃດ ເຮົາກໍນໍາໃຊ້ໃນປະເທດລາວຫັ້ນເນາະ ແມ້ແຕ່ຢູ່ຂ້າງນອກຄືກັນ ບໍ່ແມ່ນແຕ່ເຂດເສຖກິຈຈພິເສດດອກ ເຮົາມີເງິນຢວນກໍສາມາດໃຊ້ຈ່າຍທ້ອງຕລາດໄດ້ ບາດກໍທ້ອງຕລາດໄດ້ ປະເທດລາວເຮົາເປີດກວ້າງ ໃຫ້ນັກລົງທຶນນໍາຫຍັງນໍາແຫລະ ມາລົງທຶນ ເມື່ອເຮົາສະກັດກັ້ນ ມັນກໍເປັນໄປບໍ່ໄດ້ ມັນສະດວກໃນການດໍາເນີນທຸຣະກິຈ ຂອງເຂົາເຈົ້າຫັ້ນນະ.”
ທ່ານກ່າວຕື່ມວ່າ ສ່ວນການໃຊ້ເງິນກີບ ຢູ່ໃນເຂດນັ້ນ ການຊື້ຂາຍ ກໍຍັງໃຊ້ເງິນກີບຕາມປົກກະຕິ ຕາມຄໍາແນະນໍາຂອງຄະນະກໍາມະການຄຸ້ມຄອງເຂດເສຖກິຈພິເສດຢູູ່ ແລະໃຫ້ຕິດລາຄາຂາຍໃສ່ສິນຄ້າ ເປັນເງິນກີບ ພວກພໍ່ຄ້າແມ່ຄ້າ ບໍ່ສາມາດປະຕິ ເສດໄດ້ ຊຶ່ງແຕ່ກ່ອນພວກເຂົາເຈົ້າບໍ່ຮັບເງິນກີບ ຍ້ອນໄດ້ຊື້ສິນ ຄ້າເຂົ້າມາເປັນເງິນຕຣາຕ່າງປະເທດ.
ປັດຈຸບັນ ທາງການລາວ ສົ່ງເສີມໃຫ້ນັກທຸຣະກິຈ ທີ່ເຂົ້າມາລົງທຶນຢູ່ລາວ ໂອນ ຝາກ ຖອນເງິນ ຜ່ານຣະບົບທະນາຄານ.
ດັ່ງທີ່ທ່ານກ່າວວ່າ:
“ອີກຢ່າງນັກລົງທຶນ ຈະມາລົງທຶນຢູ່ເຂດນີ້ນ່າ ການນໍາເຂົ້າທຶນນີ້ຕ້ອງຜ່ານທະນາຄານ ໄດ້ທຸກປະເພດ ເງິນຫັ້ນແຫລະ ເຮັດໃຫ້ມັນຖືກຕ້ອງນ່າ ຄືເສຖກິຈພິເສດນ່າ ໂດຍສະເພາະເງິນກີບລາວເຮົານີ້ ກໍຕ້ອງບໍ່ປະຕິເສດ ຕ້ອງໄດ້ຮັບ ແລະປ່ຽນຕາມອັດຕຣາ ທະນາຄານໃນແຕ່ລະໄລຍະຫັ້ນ. ຄ່າເງິນກີບເຮົາກໍມີການລອຍຕົວລົງນໍ ມັນກ່ຽວກັບເສຖກິຈພາຍໃນເຮົານີ້.”
ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕຣາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ໄດ້ຣາຍງານເມື່ອຕົ້ນເດືອນກຸມພານີ້ວ່າ ຈະສືບຕໍ່ຄຸ້ມຄອງ ແຫລ່ງເງິນຕຣາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂຶ້ນ, ສ້າງຄວາມສົມດຸນ ລະຫວ່າງກະແສເງິນຕຣາເຂົ້າ-ອອກ ເພື່ອຊໍາລະກັບຕ່າງ ປະເທດ, ສ້າງຄວາມເຂັ້ມແຂງໃຫ້ຄັງສໍາລອງ ເງິນຕຣາຕ່າງປະເທດ ແລະຈະນໍາລາຍຮັບເປັນເງິນຕຣາຕ່າງປະເທດ ຈາກການສົ່ງອອກ ເຂົ້າລະບົບທະນາ ຄານ ໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%.
ແລະທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕຣາ ຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ກໍໄດ້ກ່າວຕໍ່ສື່ມວນຊົນ ໃນມື້ວັນທີ 20 ກຸມພານີ້ວ່າ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມ ການບໍຣິການກະແສເງິນຕຣາຕ່າງປະເທດ ຫລື CMS ຊຶ່ງເປັນລະບົບທີ່ສ້າງຂຶ້ນ ຈາກຄວາມມຸ້ງຫວັງຂອງທະນາ ຄານແຫ່ງ ສປປ ລາວ ເພື່ອພັທນາລະບົບ ອິເລັກໂຕຣນິກ ໃຫ້ທັນສໄມ ສະດວກ ວ່ອງໄວ ແລະປັດຈຸບັນ ກະແສເງິນຕຣາ ຕ່າງປະເທດ ໂດຍລວມ ມີທ່າອ່ຽງດີຂຶ້ນ, ຫົວໜ່ວຍສົ່ງອອກ ແລະນໍາເຂົ້າ ໄດ້ລົງທະບຽນ ແລະເປີດບັນຊີທະນາຄານ ບໍ່ຕ່າກວ່າ 1,000 ຫົວໜ້ວຍ.
ເວົ້າເຖິງການໃຊ້ເງິນຕຣາ ຕ່າງປະເທດ ຢູ່ເຂດເສຖກິຈພິເສສາມຫລ່ຽມຄໍາ ປະຊົນລາວ ທີ່ເຮັດວຽກຢູ່ໃນເຂດນັ້ນ ເວົ້າວ່າ ສ່ວນໃຫຍ່ຈະໃຊ້ແຕ່ເງິນຢວນ ເພາະຄົນຈີນອາໄສຢູ່ຫລາຍ ແຕ່ກໍມີການໃຊ້ເງິນກີບຄຽງຄູ່ກັນໄປ.
“ເງິນຢວນເລີຍ ບ່ອນຕ່າງປະເທດມາລົງທຶນແບບນີ້ ເຮົາກໍຕ້ອງໄດ້ໃຊ້ ມັນເປັນບ້ານຈີນເລີຍ ສໍ່າວ່າບ້ານຈີນເລີຍ ເປັນເຂດທີ່ເຂົາກໍໃຊ້ເງິນຕາມ ທີ່ວ່າ ເຂົາເຈົ້າມາລົງທຶນ ກະຄຽງຄູ່ກັນໄປຫັ້ນແຫລະ ກໍໄດ້ໃຊ້ເງິນກີບຄືເກົ່າ ກະແນວນີ້ແຫລະ ອ່ອນຄ່າຢູ່ນີ້ແຫລະ ມັນຂື້ນກັບເສຖກິຈລາວແດ່.”
ໃນຂະນະດຽວກັນ ຊາວບ້ານຢູ່ເມືອງຕົ້ນເຜິ້ງ ກໍເວົ້າວ່າ ປັດຈຸບັນ ສາມາດໃຊ້ເງິນສະກຸນໃດກໍໄດ້ ບໍ່ວ່າເປັນເງິນຢວນ ເງິນບາດ ເງິນກີບ ເພາະວ່າ ລາວຍັງຕ້ອງໄດ້ນໍາສິນຄ້າຈາກຕ່າງປະເທດ ເຂົ້າມາຢູ່, ເວລາຊື້ກໍຕ້ອງໄດ້ຊື້ເປັນເງິນປະເທດນັ້ນ.
“ເຂົາເຈົ້າກໍເອົາໝົດ ຕາມຊາຍແດນນີ້ໃຊ້ໝົດເລີຍນໍ ມັນກ່ຽວກັບການນໍາເຂົ້າສິນຄ້າ ເອົາໄປຊື້ສິນຄ້າເປັນເງິນໂດລາ ເປັນເງິນຕຣາຕ່າງປະເທດ ຖ້າໄປຊື້ວັດຖຸສິ່ງຂອງຢູ່ວຽງຈັນ ຢູ່ບ່ອນໃຫຍ່ບ່ອນຫຍັງ ກໍເປັນເງິນໂດລາ ຣົຖຈັ່ງຊີ້ ສ່ວນຫລາຍເຂົາເຈົ້າຈ່າຍເປັນເງິນໂດລ້າຣ໌.”
ແລະຊາວຄ້າຂາຍ ຢູ່ເມືອງຕົ້ນເຜິ້ງ ຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ລາວຮັບເອົາເງິນ ຕຣາຕ່າງປະເທດ ທຸກສະກຸນ ແຕ່ສ່ວນໃຫຍ່ ຢູ່ເຂດເສຖກິຈພິເສດສາມຫລ່ຽມ ຄໍາ ແມ່ນໃຊ້ເງິນຢວນ ແລະເງິນບາດ.
“ແມ່ນແລ້ວ ເຂົ້າໄປໃນຫັ້ນ ກໍເປັນຂອງຈີນ ຢູ່ຫັ້ນເຂົາໃຊ້ແຕ່ເງິນຢວນ ເງິນບາດ ເງິນກີບເຂົາກໍໃຊ້ ອັນນີ້ກໍບໍ່ຮູ້ຫັ້ນນໍ ເພາະວ່າມັນອັນຕາມທ້ອງຖິ່ນ ຕລາດເພີ່ນຈ່າຍໃຫ້ເຮົາແນວໃດ ເຮົາກໍຈ່າຍໄປແນວນັ້ນ ເຮົາກໍຮັບໝົດ ເງິນກີບລາວກໍຕົກຕໍ່າລົງເລື້ອຍໆຫັ້ນແຫລະ ເຂົາມາກວດກໍເຫັນຢູ່ ແຕ່ວ່າມັນກໍເວົ້າບໍ່ໄດ້ເດ ໂອຍ ມັນຄຸມບໍ່ໄດ້ແລ້ວ ເພາະວ່າມັນເຂດເສຖກິຈນໍ.”
ທີ່ຜ່ານມາ ເມື່ອວັນທີ 15 ມິຖຸນາ 2023 ທີ່ຜ່ານມາ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ກໍເຄີຍໄດ້ຊີ້ນໍາ ຄະນະຄຸ້ມຄອງເຂດເສຖກິຈພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ໃຫ້ນໍາໃຊ້ເງິນກີບ ໃນການຊື້-ຂາຍ, ແລກປ່ຽນ ຫລືຊໍາລະຄ່າບໍຣິການຕ່າງໆ ໃນເຂດນີ້. ພ້ອມທັງໃຫ້ເອົາໃຈໃສ່ ແກ້ໄຂບັນຫາ ຕາມທິດຊີ້ນໍາ ຂອງຂັ້ນເທິງ ໃຫ້ໄດ້ຕາມຄາດໝາຍ.
ແຕ່ມາເຖິງປັດຈຸບັນ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ກໍຍັງໃຊ້ເງິນຢວນ ແທນເງິນກີບຢູ່ຄືເກົ່າ ເພາະບໍ່ສາມາດປະຕິບັດໄດ້ ຍ້ອນມີນັກລົງທຶນຈີນ ເຂົ້າມາຫລາຍ ແລະມີທັງໄດ້ຕິດຕັ້ງຕູ້ ເອທີເອັມ (ATM) ຖອນເງິນຢວນ ໂດຍສະເພາະນໍາດ້ວຍ.