ແມ່ຍິງ-ເດັກນ້ອຍ ຍັງຕົກເປັນເຫຍື່ອ ການໃຊ້ຄວາມຮຸນແຮງ
2024.02.27

ແມ່ຍິງ ແລະ ເດັກນ້ອຍ ຍັງຖືກຜົວ ແລະ ພໍ່ ໃຊ້ຄວາມຮຸນແຮງໃນຄອບຄົວ, ແລະສ່ວນໃຫຍ່ບໍ່ແຈ້ງໄປຍັງທາງການ ຍ້ອນ ວັທນະທັມຊາຍເປັນໃຫຍ່ ຢ້ານຖືກຜົວຕີ, ວັທນະທັມ ການນິນທາ ພາຍໃນລາວ ມີຄວາມອາຍຕໍ່ສັງຄົມ, ແມ່ຍິງ-ເດັກນ້ອຍ ບໍ່ຢາກເປີດເຜີຍຕົວວ່າ ຕົນເອງເປັນເຫຍື່ອຄວາມຮຸນແຮງ ແລະ ບໍ່ຮູ້ຈັກບ່ອນໃຫ້ຄໍາປືກສາ-ປົກປ້ອງ ແມ່ຍິງ-ເດັກນ້ອຍ ຈາກຄວາມຮຸນແຮງ.
ສະເພາະ ແຂວງສວັນນະເຂດ ໃນປີ 2023 ມີແມ່ຍິງ ແລະ ເດັກນ້ອຍ ຖືກຜົວ ແລະພໍ່ ໃຊ້ຄວາມຮຸນແຮງໃນຄອບຄົວ 6 ກໍຣະນີ ໃນນັ້ນ ກວມເອົາຄວາມຮຸນແຮງຕໍ່ຮ່າງກາຍ, ຈິດໃຈ ແລະ ຊັພສິນ. ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 26 ກຸມພາ ນີ້ວ່າ:
“3 ຄົນທີ່ວ່າ ມາຈາກເມືອງນອງຫັ້ນ ທີ່ຖືກໃຊ້ຄວາມຮຸນແຮງຈາກຄອບຄົວ ກໍຄື ພໍ່ເນາະ ພໍ່ຂອງເຂົາເຈົ້າຫັ້ນແຫລະ ໃຊ້ຄວາມຮຸນແຮງກັບແມ່ ໃຊ້ຄວາມຮຸນແຮງກັບເຂົາເຈົ້າໃນຄອບຄົວ ແຕ່ຢູ່ໃນນະຄອນໄກສອນຫັ້ນ ກໍມີ 3 ຄືກັນ ຜົວ-ເມັຍເນາະ ທີ່ວ່າຜົວໄປຕິດສາວ ໃຊ້ຟຸ່ຍເຟື້ອຍ. ໄປມີຫນີ້ ມີສິນຫັ້ນນ່າ ກໍອາລະວາດໃນຄອບຄົວກໍມີ 3 ເປັນຄອບຄົວທີ່ທຸກຍາກ ຂາດເຂີນ ກໍເອົາເຫລົ້າເອົາຢາ ເປັນບ່ອນລະບາຍຄວາມທຸກ ເຜົ່າກະຕ່າງ. ເຜົ່າມັງກອນເນາະ ຈິດໃຈ ຮ່າງກາຍ ແລະ ທາງດ້ານຊັພສິນພ້ອມ ຄື ຜົວນີ້ຕິດສາວມາແລ້ວເນາະ ອັນທີນຶ່ງ ເງິນຄໍາ ກໍບໍ່ເຄີຍໃຫ້ແມ່ ອັນທີ່ສອງມາແຫລະ ມາອາລະວາດ ຢາກໄດ້ເງິນໄດ້ຄໍາ ຈັ່ງຊີ້ນ່າ ມາທໍາລາຍຊັພສິນ ສິນສົມບັດທີ່ຫາມາ ກໍຣະນີທີວ່າ ມີຣົຖຈັກບໍ່ ມີຫຍັງກໍຂາຍ ຈັ່ງຊີ້ນ່າ ມັນຊິກ່ຽວກັບຊັພສິນເນາະ.”
ສ່ວນ ຢູ່ແຂວງຫົວພັນ ຍັງມີຫລາຍເມືອງ ທີ່ແມ່ຍິງ-ເດັກນ້ອຍ ຖືກຜົວ ແລະ ພໍ່ໃຊ້ຄວາມຮຸນແຮງ ພາຍໃນຄອບຄົວ ແລ້ວບໍ່ແຈ້ງຕໍ່ເຈົ້າໜ້າທີ່ ຍ້ອນ ວັທນະທັມຊາຍເປັນໃຫຍ່ ຄື ຢ້ານຖືກຜົວຕີ ບວກກັບ ວັທນະທັມ ການນິນທາພາຍໃນລາວ ຈະເຮັດໃຫ້ ເຫຍື່ອທີ່ຖືກໃຊ້ຄວາມຮຸນແຮງ ມີຄວາມອາຍຕໍ່ສັງຄົມ ຫລື ເຫຍື່ອຈຶ່ງອົດທົນຢູ່ ເພື່ອຄໍາວ່າຄອບຄົວຕໍ່ໄປ.
ຂະນະທີ່ ຕລອດປີ 2023 ສະເພາະ ເມືອງຊໍາໃຕ້ ມີແມ່ຍິງ ໂທຫາສາຍດ່ວນ ຂອງສະຫະພັນແມ່ຍິງ ເພື່ອຂໍຄໍາເນາະນໍາ 1 ກໍຣະນີ ພາຍຫລັງຖືກຜົວຕີ ຍ້ອນຢາເສບຕິດ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:
“ຈໍານວນນຶ່ງ ບາງຄອບຄົວ ມາແຈ້ງກ່ອນ ຈຸເອື້ອຍ ກໍໃຫ້ຄໍາເນາະນໍາທາງໂທລະສັບ ຜົວຕີ ກໍມີຄອບຄົວນຶ່ງ ເຂົາສົ່ງຂໍ້ມູນ ມາທາງສະຫະພັນແມ່ຍິງ ສາເຫຕຫລັກ ກໍແມ່ນ ຜົວນັ້ນຕິດຢາບ້າ ຢາມ້າ ລູກເມັຍຫ້າມ ໂມໂຫ ແລ້ວກໍຕີ ບໍ່ມີຣາຍໄດ້ ແລ້ວລູກເມັຍກໍມີແຕ່ຕ່ໍາຫູກ ຊອກຢູ່ຊອກກິນ ລູກເມັຍບໍ່ມີເງິນໃຫ້ ກໍຂູ່ ກໍເຮັດໃຫ້, ໂດຍລວມກໍ ຕ້ອງມີແນ່ນອນ ແຕ່ວ່າ ເຂົາບໍ່ຣາຍງານມາຫາຈຸເອື້ອຍເດ້ເນາະ ຈໍານວນນຶ່ງ ເຂົາກໍຢ້ານຜົວຢ້ານຫັ້ນ ຈໍານວນນຶ່ງ ເຂົາກໍອາຍສັງຄົມ ແນວວ່າ ແລ້ວກໍອົດໄປ.”
ສ່ວນ ຢູ່ແຂວງຊຽງຂວາງ ສະເພາະ ເມືອງໝອກ ມີຂໍ້ມູນແບບບໍ່ເປັນທາງການ ຕລອດປີ 2023 ພາຍໃນເມືອງໝອກ ບໍ່ມີແມ່ຍິງ-ເດັກນ້ອຍ ເຂົ້າມາຂໍຄວາມຊ່ວຍເຫລືອ ຍ້ອນ ຖືກໃຊ້ຄວາມຮຸນແຮງເທື່ອ ຍ້ອນ ຄວາມຮຸນແຮງທີ່ພວກເຂົາເຈົ້າ ພະເຊີນ ເຂົາເຈົ້າເຫັນວ່າ ເປັນເຣື່ອງພາຍໃນຄອບຄົວ ຫາກຣາຍງານ ຕໍ່ເຈົ້າໜ້າທີ່ແລ້ວ ຢ້ານຖືກຜົວຕີ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:
“ເພາະວ່າ ຢູ່ເມືອງນີ້ ສ່ວນຫລາຍ ເປັນອ້າຍນ້ອງ ຊົນເຜົ່າມົ້ງ ກໍ້ມີກໍ້ ມີແບບເລັກແບບນ້ອຍເນາະ ເພາະວ່າ ເຂົາເຈົ້າບໍ່ໄດ້ມາຮອດທາງການເຮົານ່າ ແບບຄອບຄົວຊື່ໆ ເນາະ ແບບວ່າ ຜິດຖຽງບໍ່ ບໍ່ເຖິງທໍາຮ້າຍຮ່າງກາຍຫັ້ນນ່າ ຜົວຢາກມີເມັຍນ້ອຍບໍ່ ແບບນີ້ຫັ້ນນ່າ ບໍ່ກ້າຫັ້ນນ່າ ບາງເທື່ອນີ້ ເຂົາເຈົ້າຢ້ານຜົວ ສົມມຸດວ່າ ມາຣາຍງານແນວນັ້ນ ແນວນີ້ ເຖິງການຈັດຕັ້ງ ເຂົາເຈົ້າຊິຕີ ເລີຍວ່າ ປະໄປ ແມ່ນຢາກໃຫ້ຮູ້ພາຍໃນຄອບຄົວບໍ່ ພີ່ນ້ອງ ຈະນີ້ນ່າ ເຂົາແກ້ໄຂຕົກກໍແລ້ວ ຢ້ານມັນເສື່ອເສັຍຫັ້ນນ່າ ແລ້ວກໍແລ້ວເນາະ.”
ວິທຍຸ ເອເຊັຍເສຣີ ໄດ້ຍົກໃຈຄວາມຂອງ ບົດຣາຍງານຂ່າວເຣື່ອງ “It's Family Matter ” Stories of Abuse Gone Silent ຂອງສໍານັກຂ່າວ “The Laotian Times” ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວັນນະເຂດ ຜູ້ດຽວກັບຂ້າງເທິງ ຟັງວ່າ ແມ່ຍິງ-ເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ ຈາກຜົວ ແລະ ພໍ່ ບໍ່ຢາກເປີດເຜີຍຕົວຕົນ ຍ້ອນ ຍັງອາໃສຢູ່ໃນເຂດໝູ່ບ້ານ ຊົນບົດ ແລະ ຍັງມີບັນຫາຄອບຄົວ, ຂະນະທີ່ເຈົ້າໜ້າທີ່ ຜູ້ນີ້ ໃຫ້ທັສນະຕໍ່ບົດຣາຍງານ ຂ່າວນີ້ວ່າ ການໃຫ້ຄໍາປືກສາຕໍ່ ຜູ້ທີ່ຕົກເປັນເຫຍື່ອ ການໃຊ້ຄວາມຮຸນແຮງ ຂອງພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການແບບປິດລັບ ປອດໄພ ແລະອົບອຸ່ນ.
ດັ່ງ ທ່ານກ່າວວ່າ:
“ໂຕນີ້ ເຮົາກໍຕ້ອງໃຫ້ຄໍາປືກສາເຂົາເຈົ້າວ່າ ມາຫາເຮົານີ້ ເຮົາກໍຕ້ອງເປັນຄວາມລັບເນາະ ມາຫາເຮົາຈະໃຫ້ຄວາມປອດພັຍທຸກຢ່າງ ພວກເຮົາຈະຖືເອົາວຽກຂອງທ່ານເປັນຄວາມລັບ ເຮົາກໍຕ້ອງລົງໂຄສະນາ ເຜີຍແພ່ ປຸກຈິດສະນຶກຫັ້ນແຫລະ ໃຫ້ເຂົາເຈົ້າ ເອອ ພວກເອື້ອຍກໍລົງໄປຫວ່າງເດືອນ 11 ກໍຄືວ່າ ເຄສຂອງພວກເອື້ອຍກໍເຂົ້າມາ ກໍມີເນາະ ມັນເປັນຄວາມລັບ ພວກເຈະຮັກສາຄວາມລັບ ພວກເຮົາຈະໃຫ້ຄວາມອົບອຸ່ນ.”
ເຖິງຢ່າງໃດກໍຕາມ ຈາກການສໍາພາດເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງໝົດ ພົບວ່າ ເມືອງພິນ ເມືອງນອງ ເມືອງວິຣະບຸຣີ ແຂວງສວັນນະເຂດ, ເມືອງໝອກ ແຂວງຊຽງຂວາງ,ເມືອງຊໍາໃຕ້ ແຂວງຫົວພັນ ແລະ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ຍັງຂາດງົບປະມານ ເພື່ອລົງໂຄສະນາ ກ່ຽວກັບ ຄວາມສເມີພາບ ຍິງ-ຊາຍ ແລະ ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງ ຕາມເຂດຫ່າງໄກ ສອກເຫລີກ ຈຶ່ງເຮັດໃຫ້ ຄວາມເຂົ້າໃຈ ຂອງແມ່ຍິງ ເດັກນ້ອຍ ແລະ ຜູ້ຊາຍທີ່ຈະເປັນເຈົ້າການຕ້ານ ແລະ ສກັດກັ້ນຄວາມຮຸນແຮງ ບໍ່ທັນທົ່ວເຖິງ ແລະເລິກຊື້ງເທົ່າທີ່ຄວນ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຄໍາເກີດ ກ່າວໃນມື້ດຽວກັນນີ້ວ່າ:
“ຈັ່ງວ່າ ບາງເທື່ອ ເຂົາເຈົ້າອາຈ ບໍ່ຮູ້ບ່ອນແຈ້ງບໍ່ ບໍ່ຮູ້ເນາະ ແຕ່ວ່າຜ່ານມາ ກໍບໍ່ມີ ແຕ່ວ່າ ເຮົາກໍເຜີຍແຜ່ ເອກກະສານໃຫ້ຢູ່ ວ່າ ເຮົານີ້ ເປັນໃຈກາງ ທາງດ້ານຄວາມຮຸນແຮງ ມີຫຍັງ ອາຈບໍ່ທົ່ວເຖິງ ບາງເທື່ອ ສອດຮ້ອຍເປັນ ເປີດກອງປະຊຸມ ເຮົາສອດຮ້ອຍບາງວຽກນ້ອຍໆ ຊື່ໆ ນີ້ນ່າ ໃນການປົກປ້ອງແມ່ຍິງ ກໍບໍ່ດົນ ຄືເຮົາເປີດກອງປະຊຸມບ້ານ ເຮົາກໍໂອ້ລົມໄປ ມີແຕ່ຊົ່ວໂມງນຶ່ງ ເຮົາກໍໂອ້ລົມໄປ ເລັກໆນ້ອຍໆ ຊິໃຫ້ໄປເຜີຍແຜ່ ວຽກໂດຍກົງແທ້ ອີງໃສ່ງົບປະມານ ເຮົາກໍບໍ່ມີ ບຸກຄະລາກອນແດ່ ກໍມີໜ້ອຍຄົນ.”
ທີ່ຜ່ານມາ ເກີດເຫຕການ ທີ່ສັງຄົມລາວ ວິພາກວິຈານ ສະໜັ່ນໂຊຊຽວ ກໍຣະນີ ຊາຍໝຸ່ມຊົນເຜົ່າມົ້ງ ທໍາຮ້າຍຮ່າງການແມ່ຍິງ ຢູ່ງານບຸນກິນຈຽງ ແຂວງຊຽງຂວາງ ໃນວັນທີ 14 ມົກກະຣາ 2024 ທີ່ຜ່ານມາ ເຊິ່ງຈາກເຫຕການດັ່ງກ່າວ ເຈົ້າໜ້າທີ່ ກໍໄດ້ເຂົ້າຈັບກຸມ ໂຕຜູ້ກ່ຽວໄດ້ແລ້ວ ສ່ວນແມ່ຍິງ ທີ່ຖືກທໍາຮ້າຍຮ່າງກາຍ ແມ່ນ ບາດເຈັບສົມຄວນ ແລະ ໄດ້ຮັບການຊ່ວຍເຫລືອ ນໍາໄປຮັກສາຕົວແລ້ວ. ອີງຕາມຂໍ້ມູນຈາກ ເຟຊບຸ໊ກ ເພຈ TARGET Magazine.