ເຣື້ອງທີ່ເກັບບັນທຶກໄວ້
2024-01-31
ມີການປ່ອຍນໍ້າ ຈາກເຂື່ອນຊາວວ່ານ (Xiaowan) ໃນປະເທດຈີນ ເຊິ່ງຈະສົ່ງຜົນກະທົບ ຕໍ່ປະຊາຊົນ ທີ່ຢູ່ດ້ານລຸ່ມຂອງເຂື່ອນ ແລະ ໃນລະຫວ່າງ ວັນທີ 23-26 ທີ່ຜ່ານມາ ລະດັບແມ່ນໍ້າຂອງ ເພີ່ມຂຶ້ນ 1 ແມັດ ທີ່ເມືອງຊຽງແສນ ຂອງປະເທດໄທຍ ແລະ 700 ກິໂລແມັດ ຈາກເມືອງ ຊາວວ່ານ.
2024-01-31
ຣັຖບານລາວ ປະກາດໃຫ້ປີ 2024 ເປັນປີທ່ອງທ່ຽວລາວ ອີກຄັ້ງນຶ່ງ, ແຕ່ໃນປັດຈຸບັນ ມີອຸບັດຕິເຫດ ແລະໄພອັນຕະຣາຍ ເກີດຂຶ້ນກັບນັກທ່ອງທ່ຽວ ຢູ່ເລື້ອຍໆ, ເຮັດໃຫ້ມີຫາງສຽງບໍ່ດີ ແລະຢາກໃຫ້ມີແກ້ໄຂບັນຫາດັ່ງກ່າວ ເພື່ອເຮັດໃຫ້ມີຄວາມປອດໄພ.
2024-01-31
ຊາວລາວຈຳນວນນຶ່ງ ມີຄວາມຮູ້ສຶກຕື່ນເຕັ້ນ ທີ່ທາງການລາວ ແລະໄທຍ ມີແຜນຈະເປີດການເດີນຣົຖໄຟ ແຕ່ສະຖານີ ທ່ານາແລ້ງ ເມືອງຫາດຊາຍຟອງ ມາຫາສະຖານີວຽງຈັນ (ຄຳສະຫວາດ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນໄລຍະເດືອນເມສາ ປີ 2024 ທີ່ຈະມາຮອດນີ້.
2024-01-31
ປະຊາຊົນ ໃນ 19 ບ້ານຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຮັບຜົລກະທົບ ຈາກຣົຖຂົນສົ່ງແຮ່ທາດຂອງບໍຣິສັດວຽດນາມ ແລະລາວ ຊຶ່ງເຮັດໃຫ້ປະຊາຊົນ ເປັນພະຍາດທາງເດີນຫາຍໃຈ ຂະນະທີ່ການແກ້ໄຂ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍມີພຽງແຕ່ຫົດນ້ຳໃສ່ ຊຶ່ງບໍ່ພໍທີ່ຈະຊ່ວຍໄດ້.
2024-01-31
ຊາວບ້ານ ບ້ານຕາວັນ ເມືອງນາແລ ແຂວງຫຼວງນໍ້າທາ ໝົດບ້ານຖືກຍ້າຍຈາກເຂື່ອນໄຟຟ້າ ນໍ້າທາ 1 ບໍ່ມີນໍ້າໃຊ້ໄດ້ປະມານ 7-8 ເດືອນຍ້ອນ ນໍ້າສ້າງ ທີ່ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ສ້າງໃຫ້ນັ້ນເປ່ເພ ທັງສອງຣະດູ. ຣະດູຝົນຝົນ ເກີດນໍ້າຖ້ວມ ນໍ້າສ້າງ, ພໍນໍ້າບົກແຫ້ງ ເສດຂີ້ຫິນ, ຂີ້ຕົມອຸດຕັນບໍ່ນໍ້າສ້າງ.
2024-01-30
ປະເທດລາວ ຖືກຈັບອັນດັບທີ 136 ໃນດ້ານຄວາມໂປ່ງໄສ ຈາກ ທັງໝົດ 180 ປະເທດທົ່ວໂລກ ເຊິ່ງເປັນອັນດັບທີ່ຂີ້ຮ້າຍກວ່າເກົ່າ.
2024-01-30
ຫ້ອງການ ກະຊວງເທກໂນໂລຈີ ແລະການສື່ສານ ຂອງລາວ ໄດ້ອອກແຈ້ງການ ເຕືອນການເຄື່ອນໄຫວໂຄສະນາລົງທຶນ, ແລກປ່ຽນ ແລະ ຊື້-ຂາຍ ເງິນຄຣິບໂຕ ຜ່ານສື່ສັງຄົມອອນລາຍນ໌ ໂດຍບໍ່ໄດ້ຮັບອະນຸຍາດ ມີເນື້ອໃນຕອນນຶ່ງວ່າ ມີການເຄື່ອນໄຫວ ຕົວະຍົວະຫຼອກລວງ.
2024-01-30
ອັດຕຣາເງິນເຟີ້ໃນລາວ ຂອງເດືອນມົກຣາ ປີ 2024 ເພີ່ມຂຶ້ນ 24.4% ເມື່ອທຽບໃສ່ເດືອນມົກກະຣາ ປີ 2023 ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກ່າວວ່າ ສາເຫດຂອງການເພີ່ມຂຶ້ນ ຂອງອັດຕຣາເງິນເຟີ້ ໃນເດືອນມົກຣາ ປີ 2024 ມາຈາກຫຼາຍປັດໄຈ.
2024-01-30
ໃນຮອບສອງສັປດາ ທີ່ຜ່ານມາຊາວລາວ ຈໍານວນນຶ່ງໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະທດ ບໍ່ສາມາດເຮັດວຽກ ແລະປະກອບກິຈການ ໄດ້ຕາມປົກກະຕິ ຍ້ອນບັນຫາຂາດແຄນນໍ້າ ມັນກາຊວນພາຍໃນປະເທດ.
2024-01-30
ເດັກນ້ອຍແມ່ຍິງ ອາຍຸ 12 ປີຖືກລັກພາໂຕຂຶ້ນຣົຖ ເມື່ອເມື່ອວັນທີ 27 ມົກກະຣາ 2024, ແລະຫຼ້າສຸດ ທັງ 3 ຄົນ ທີ່ລັກນຳເອົາເດັກນ້ອຍແມ່ຍິງ ຄົນດັ່ງກ່າວໄປນັ້ນ ໄດ້ເອົາກັບຄືນມາສົ່ງ ໃຫ້ຜູ້ປົກຄອງແລ້ວ, ແຕ່ຖືກເຈົ້າໜ້າທີ່ຕັກໂຕ ເພື່ອສອບສວນ.
2024-01-29
ອົງການ ພັນທະມິຕເພື່ອປະຊາທິປະໄຕ ໃນລາວ ປະນາມທາງການລາວ ທີ່ຈັບປະຊາຊົນບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ທີ່ຮ່ວມເດີນຂະບວນທ້ວງທາງການ ທວງເອົາດິນລວມຂອງບ້ານຄືນ ໃນມື້ວັນທີ 23 ມົກກະຣານີ້.
2024-01-29
ພາກສ່ວນທີ່ກ່ຽວຂ້ອງ ເຮັດບົດບັນທຶກກັບເຈົ້າຂອງຟາມໝູຄົນຈີນ ພ້ອມຈະຕິດຕາມໃຫ້ ຊົດເຊີຍຄ່າເສັຍຫາຍ ແລະຫາແນວພັນປາດັ້ງເດີມ ປ່ອຍຄືນ ພາຍຫລັງ ເກີດມີປາຕາຍຈຳນວນຫຼາຍ ຢູ່ນໍ້າງາ ຈຸດວັງສງວນ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ ປະມານ 230 ກິໂລກະຣາມ ເຊິ່ງສາເຫດເປັນຍ້ອນທາງຟາມໝູ ໄດ້ປ່ອຍນ້ຳປົນເປື້ອນ ຈາກຟາມລົງສູ່ຫ້ວຍນ້ຳງາ ດັ່ງກ່າວ.
2024-01-29
ມີການຂຶ້ນລາຄາ ຢາປ້ອງກັນພະຍາດສັດ ຊະນິດຕ່າງໆ ຢ່າງຕໍ່ເນື່ອງ ເຮັດໃຫ້ຜູ້ປະກອບການລ້ຽງໝູ, ໄກ່ ແລະ ເປັດ ຣາຍຍ່ອຍ ຈໍານວນນຶ່ງ ໃນທົ່ວປະເທດລາວ ທະຍອຍຢຸດກິຈການ ຍ້ອນບໍ່ສາມາດແບກຮັບຕົ້ນທຶນ ທີ່ເພີ່ມສູງຂຶ້ນ 2-4 ເທົ່າໂຕໄດ້.
2024-01-29
ຊາວບ້ານ ຢ່າງໜ້ອຍ 6 ບ້ານ ໃນເມືອງຕະໂອ້ຍ ຈະຖືກຍົກຍ້າຍ ຍ້ອນວ່າ ຢູ່ໃນຂອບເຂດຂອງໂຄງການເຂື່ອນ ເຊລະນອງ 3 ຊຶ່ງທາງການ ກະຕຣຽມແຜນການຍົກຍ້າຍ, ຈັດສັນ ແລະ ຟື້ນຟູ ຂະນະທີ່ຊາວບ້ານບາງສ່ວນ ທີ່ອາດຖືກຍົກຍ້າຍ ຍັງບໍ່ຮູ້ຣາຍລະອຽດ ລວມເຖິງຄ່າຊົດເຊີຍ.
2024-01-28
ກອງກໍາລັງ ຝ່າຍຕໍ່ຕ້ານ ທະຫານພະມ້າ ທີ່ເປັນກອງກໍາລັງ ຊົນຊາຕຊົນເຜົ່າ ໄດ້ຍຶດຄ້າຍທະຫານພະມ້າ ທີ່ເປັນກອງພັນ ທະຫານຣາບ 123.