ຢາປ້ອງກັນພະຍາດສັດແພງຂຶ້ນ, ຜູ້ປະກອບການລ້ຽງສັດ ຕ້ອງເຊົາກິຈການ

ສຸພັດຕາ
2024.01.29
ຢາປ້ອງກັນພະຍາດສັດແພງຂຶ້ນ, ຜູ້ປະກອບການລ້ຽງສັດ ຕ້ອງເຊົາກິຈການ ແມ່ຄ້າຂາຍສັດປີກ ທີ່ຕລາດແຫ່ງນຶ່ງຂອງແຂວງຈຳປາສັກ. ເດືອນກໍຣະກະດາ ປີ 2023.
RFA

ໃນຮອບ 4-5 ປີ ທີ່ຜ່ານມານີ້ ຢາປ້ອງກັນພະຍາດສັດ ຊະນິດຕ່າງໆ ໄດ້ປັບລາຄາຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ຊາວກະສິກອນຜູ້ລ້ຽງໝູ, ໄກ່ ແລະເປັດ ຣາຍຍ່ອຍ ຈໍານວນນຶ່ງ ຢູ່ຫຼາຍແຂວງ ທົ່ວປະເທດລາວ ທະຍອຍຢຸດກິຈການ ຍ້ອນບໍ່ສາມາດແບກຮັບຕົ້ນທຶນ ທີ່ເພີ່ມສູງຂຶ້ນ 2-4 ເທົ່າໂຕໄດ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມົກຣາ 2024 ນີ້ວ່າ:

ແມ່ນໆ ມີສ່ວນໂຕນີ້ ມັນກໍຫຼາຍຄົນເຊົາຢູ່ ກໍຫຼາຍຄົນ ທີ່ວ່າ ໄປຕໍ່ບໍ່ໄດ້ຫັ້ນນ່າ ມັນແພງຫຼາຍຫັ້ນນ່່າ ອອກໄປເຮັດແນວອື່ນແທນຫັ້ນນ່າ. ອໍ! ໝູ. ໝູ ກັບເປັດ, ໄກ່. ກໍຈະມີສ່ວນເຊົາຫຼາຍຢູ່ ເພາະວ່າ ມັນກິນຫົວອາຫານແນ່ເນາະ. ກິນຢາອິຫຍັງກໍແພງ ແຕ່ກໍມີ ບາງພາກສ່ວນ ເພິ່ນກໍຍັງສືບຕໍ່ຢູ່ ຟາມໃຫຍ່ໆ ເພິ່ນກໍຍັງ ເຮັດສືບຕໍ່ຢູ່ ງົວ-ຄວາຍ ກໍປົກກະຕິ ງົວ-ຄວາຍ.”

ເນື່ອງຈາກສະພາບການ ເໜັງຕີງ ຂອງອັດຕຣາແລກປ່ຽນ, ລາຄາສານເຄມີ, ລາຄາວັດຖຸດິບ ທີ່ນໍາໃຊ້ໃນການຜລິດຢາ ປ້ອງກັນພະຍາດສັດ ຊະນິດຕ່າງໆ ທີ່ໄດ້ນໍາເຂົ້າຈາກຕ່າງປະເທດ ເຮັດໃຫ້ມີຕົ້ນທຶນສູງ ຈຶ່ງຈໍາເປັນຕ້ອງໄດ້ປັບຂຶ້ນລາຄາ ຢາປ້ອງກັນພະຍາດສັດ, ແຕ່ຢ່າງໃດກໍຕາມ ຮ້ານຂາຍຢາປ້ອງກັນພະຍາດສດ ໄດ້ປັບຂຶ້ນລາຄາ ມາເປັນໄລຍະເວລາດົນແລ້ວ ແລະສູງກ່ອນລາຄາ ທີ່ທາງການກໍານົດຫຼາຍສົມຄວນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອ ງ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

ລາຄາປັດຈຸບັນຫວາ ມັນກໍໄລ່ຂຶ້ນຕາມເງິນບາທ. ງົວ-ຄວາຍ ຂອງໄທຍນີ້. ເອີ່ ແມ່ນໆ ເຕົ້າໂຮມເລືອດ ແລ້ວກໍປາກເປື່ອຍ. ແມ່ນໆ ປາກເປື່ອຍ ແມ່ນຈະໃຊ້ຫຼາຍກ່ອນໝູ່. ເຕົ້າໂຮມເລືອດຫວາ. ອ່າ ເງິນລາວ ມັນກໍຫຼັກ 100,000 (ກີບ/ຊຸດ) ຂຶ້ນເມືອແລ້ວ ຊ່ວງກ່ອນພຸ້ນນ່າ. ປາກເປື່ອຍກະ ກໍຄືກັນ ຫຼັກ 100,000 (ກີບ/ຊຸດ) ຂຶ້ນເມືອແລ້ວ. ອໍ່ໆ ຈັ່ງວ່າ ບາງເທື່ອ ເປັນນໍາຮ້ານບໍ ນໍາຮ້ານທົ່ວໄປ ມັນເພີ່ມຂຶ້ນລາຄາຂຶ້ນບໍ່.”

ໃນວັນທີ 25 ມົກຣາ 2024 ທີ່ຜ່ານມາ, ກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກແຈ້ງການ ປັບຂຶ້ນລາຄາຢາປ້ອງກັນພະຍາດສັດ ໃນທົ່ວປະເທດ ນັບແຕ່ວັນທີ 1 ກຸມພາ 2024 ເປັນຕົ້ນໄປ ປະກອບມີ ວັກຊີນເຕົ້າໂຮມເລືອດ ງົວ-ຄວາຍ ປັບຂຶ້ນຈາກ 15,000 ກີບ ເປັນ 38,000 ກີບ/ຊຸດ, ອະຫິວາສັດປີກ ຈາກ 13,000 ກີບ ເປັນ 38,000 ກີບ/ຊຸດ, ອະຫິວາໝູ 17,500 ກີບ ເປັນ 40,000 ກີບ/ຊຸດ, ຫຼອດລົມອັກເສບ ຈາກ 12,500 ກີບ ເປັນ 33,000 ກີບ, ນິວຄາເຊິນອ່ອນ 10,500 ກີບ ເປັນ 25,000 ກີບ/ຊຸດ, ນິວຄາເຊິນແກ່ 11,500 ກີບ ເປັນ 40,000 ກີບ/ຊຸດ, ນິວຄາເຊິນໄອທຸ ຈາກ 10,500 ກີບ ເປັນ 30,000 ກີບ/ຊຸດ, ອະຫິວາເປັດ ຈາກ 10,500 ກີບ ເປັນ 35,000 ກີບ/ຊຸດ, ໝາກສຸກ ສັດປີກ ຈາກ 10,500 ກີບ ເປັນ 32,000 ກີບ/ຊຸດ.

ນອກຈາກ ຢາປ້ອງກັນພະຍາດສັດ ຊະນິດຕ່າງໆ ມີການປັບຂຶ້ນລາຄາແລ້ວ, ຫົວອາຫານສັດ ສໍາລັບລ້ຽງໝູ, ໄກ່ ແລະເປັດ ກໍຍັງປັບລາຄາຂຶ້ນ ອີກ 2-3 ເທົ່າໂຕ ຫຼື ຈາກເດີມ ມີລາຄາ 125,000 ກີບ/ເປົ໋າ (ເປົ໋ານຶ່ງ ມີນໍ້າໜັກ 30 ກິໂລກຣາມ) ແຕ່ປັດຈຸບັນ ປັບຂຶ້ນເປັນ 330,000 ປາຍພັນກີບ/ເປົ໋າ ເຮັດໃຫ້ຊາວກະສິກອນ ທີ່ປະກອບອາຊີບດັ່ງກ່າວນີ້ ບໍ່ສາມາດດຳເນີນກິຈການຕໍ່ໄປໄດ້.

ດັ່ງຊາວກະສິກອນ ຜູ້ລ້ຽງເປັດ-ໄກ່ ຢູ່ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ອັນເປັນວັກຊີນ ມັນອະຫິວາ ມັນຈະຢູ່ 40,000 (ກີບ/ຊຸດ) ມັນຂຶ້ນມາ ແຕ່ກີ້ແມ່ນ 35,000 (ກີບ/ຊຸດ). ແມ່ນດົນເຕີບແລ້ວໄດ໋. ລະຫວ່າງ ເງິນລາວອ່ອນຄ່າ ອໍ 10,000 ບໍ່ມີນ່າ. ລາຄາໂຕນີ້ຫັ້ນດົນແລ້ວ ປະມານ 3-4 ປີແລ້ວ. ແມ່ນ ຕົ້ນທຶນກໍສູງຂຶ້ນ ຂະເຈົ້າກໍທໍ້ໃຈແນ່ ເວລາມັນ ອັນໃດກໍແພງເນາະ. ຫົວອາຫານຂຶ້ນສູງ ຫຼອດລົມອັກເສບ ແຕ່ກີ້ແມ່ນ 30,000 ດຽວນີ້ ຕົກຢູ່ 80,000. ເພິ່ນກໍເຊົາຢູ່ ແຕ່ກີ້ ມີຄົນລ້ຽງຢູ່ນ່າ. ຫົວອາຫານ ກໍມີເປົ໋ານຶ່ງຫັ້ນ ເງິນລາວ ຖືກຢູ່ 330,000 (ກີບ/ເປົ໋າ).”

ຂະນະດຽວກັນ ຊາວກະສິກອນຜູ້ລ້ຽງໝູຈໍານວນນຶ່ງ ໄດ້ຊື້ໝູນ້ອຍ ມາຈາກຟາມຂນາດໃຫຍ່ ເພື່ອມາລ້ຽງ ຢູ່ເຮືອນຂອງພວກຂະເຈົ້າເອງ ທັງນີ້ ໝູນ້ອຍທີ່ຊື້ຕໍ່ມາດັ່ງກ່າວນີ້ ຜູ້ລ້ຽງ ຈະຕ້ອງຈ່າຍເງິນປະມານ 1,500,000 ກີບ ໃນນີ້ ເປັນຄ່າໝູນ້ອຍ ນໍ້າໜັກ 8 ກິໂລກຣາມ ລາຄາ 1 ລ້ານປາຍກີບ/ໂຕ ສ່ວນເຫຼືອ ແມ່ນເປັນຢາປ້ອງກັນ ພະຍາດໃນໝູ ລາຄາ 5 ແສນກີບ/2 ຊຸດ ເຊິ່ງສະເລັ່ຽ ຕົກຢູ່ຊຸດລະ 250,000 ກີບ/ຊຸດ, ດັ່ງຊາວກະສິກອນຜູ້ລ້ຽງໝູ ຢູ່ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແຕ່ຜ່ານມາ ກໍລົງເປັນໂຕອະຫິວາ ຫັ້ນເນາະ ແລ້ວກໍ ປາກເປື່ອຍລົງເລັບຫັ້ນ ກໍໄດ້ໃຊ້ຢູ່ ເຮົາກໍບໍ່ທັນຮູ້ ລາຄາລະອຽດເທື່ອ ໂຕນີ້ ບໍ່ໄດ້ໃຊ້ດົນແລ້ວນ່າ ຄັນເຮົາຊື້ໝູຟາມ ແລ້ວເຂົາລົງວັກຊີນໃຫ້ເຮົາ ແລ້ວເຮົາຈິຶ່ງເອົາລູກໝູນໍາເຂົາເດ້ ບວກກັບລາຄາໝູເລີຍ ຢູ່ນີ້ກໍບວກປະມານ 4-5 ແສນພຸ້ນແຫຼະ ໂຕນຶ່ງ ກໍປະມານ 8 ກິໂລ ກໍອອກນົມປະມານ ທິດ ຫຼືວ່າ 2 ທິດນີ້ແຫຼະ ແຕ່ຄ່າວັກຊີນນີ້ 4-5 ແສນ ເພີ່ມ ເພີ່ມລາຄາ ແມ່ນລູກໝູ ປະມານ 1 ລ້ານປາຍ 2 ຊຸດນ່າ ຕໍ່ 1 ໂຕ.”

ທາງດ້ານຊາວກະສິກອນ ຜູ້ລ້ຽງແບ້ຈໍານວນນຶ່ງ ກໍຈໍາເປັນຕ້ອງແບກຮັບຄ່າໃຊ້ຈ່າຍ ກ່ຽວກັບຢາປ້ອງກັນພະຍາດສັດຄືກັນ ແລະເຖິງແມ່ນວ່າ ຕົ້ນທຶນໃນການລ້ຽງແບ້ ຈະເພີ່ມສູງຂຶ້ນ ແຕ່ເມື່ອນໍາແບ້ອອກຂາຍຕາມທ້ອງຕລາດ ພັດບໍ່ທັນໄດ້ລາຄາພໍເທົ່າໃດ ເນື່ອງຈາກ ປັດຈຸບັນ ມີຜູ້ລ້ຽງແບ້ ໃນປະເທລາວຈໍານວນຫຼາຍ ອີກທັງ ບາງສ່ວນ ຍັງໄດ້ມີການນໍາເຂົ້າຈາກປະເທດໄທຍນໍາ, ດັ່ງຊາວກະສິກອນ ຜູ້ລ້ຽງແບ້ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

ໂອ້ ມັນກໍມີຫຼາຍໆຢູ່ ເຂົາກໍສີດທາດເຫຼັກ ເກີດໃໝ່ ແລ້ວກໍພວກ... ລົງເລັບປາກເປື່ອຍ ເພິ່ນກໍມີໂປຣແກມສັກຄືກັນ ແບ້ ເກີດໃໝ່ ແບ້ບໍ່ຢ່ານົມ ແບ້ ຫຍັງເພິ່ນກໍມີໂປຣແກມ ຄ່າສັກຢາ ເພິ່ນຈະໄລ່ເປັນຄ່າໂຕເລີຍ ມັນຂາຍເປັນກິໂລ ໂຕນ້ອຍ ເຂົາຂາຍໂຕນຶ່ງ ຢູ່ 70,000 ກັນ ລຸ້ນປີ້ງ ລຸ້ນຫຍັງ ໂຕຜູ້ ໂລລະ 70,000 ກໍຢູ່ປະມານ 15 ຫາ 20 ໂລ ກໍສໍ່າເກົ່າຢູ່ລາວ ມັນກໍບໍ່ຄ່ອຍເພີ່ມ ສໍາລັບຊີ້ນແບ້ ແມ່ນ (ໝູ, ເປັດ, ໄກ່, ງົວ, ຄວາຍ) ພວກຫັ້ນຈະມີລາຄາເພີ່ມ ມັນຫຼາຍ ແບ້ມັນຫຼາຍ ແມ່ນ ມັນກໍມີແບ້ປະເພດ ແບ້ພື້ນບ້ານ ຫຍັງພວກຂະເຈົ້າກິນກັນ.”

20230729_090206.jpg
ແມ່ຄ້າຂາຍອາຫານສັດປີກ ແຄມທາງຂອງແຂວງຈຳປາສັກ. ເດືອນກໍຣະກະດາ ປີ 2023. ຮູບພາບໂດຍ RFA.

ກ່ຽວກັບເຣື່ອງນີ້, ທີ່ຜ່ານມາ ຊາວກະສິກອນ ຜູ້ປະກອບອາຊີບລ້ຽງສັດ ຈໍາເປັນຕ້ອງຊ່ອຍເຫຼືອໂຕເອງ ໃນການຊອກຢາປ້ອງກັນພະຍາດສັດ ແລະແບກຮັບຄ່າໃຊ້ຈ່າຍ ທີ່ເພີ່ມສູງຂຶ້ນ ໂດຍບໍ່ໄດ້ຮັບການຊ່ອຍເຫຼືອ ແນວໃດເທື່ອ.

ແລະເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະມີຢາປ້ອງກັນພະຍາດສັດຈໍານວນນຶ່ງ ເພື່ອມອບໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດ ແຕ່ທີ່ຜ່ານມາ ພະນັກງານ-ຣັຖກອນ ພັດນໍາໄປໃຊ້ ພາຍໃນກິຈການລ້ຽງສັດ ຂອງໂຕເອງເປັນລໍາດັບທໍາອິດ, ດັ່ງຊາວກະສິກອນຜູ້ລ້ຽງໝູ ຢູ່ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:

ມັນອັນ ຊຸດນຶ່ງເທົ່າໃດ 30,000 ກີບ ມັນລາຄາໂຕນີ້ ມັນຂຶ້ນມາດົນແລ້ວ ແມ່ນ ອັນແບບຂະເຈົ້າເອົາມາຂາຍ ແບບທາງຮ້ານຂະເຈົ້າ ຂາຍລາຄານີ້ເລີຍຫັ້ນນ່າ ຄັນແຈກ ກໍມີແຕ່ ພວກພະນັງການງານຕິ ຂ້ອຍກະບໍ່ຮູ້ແບບວ່າ ຂ້ອຍນີ້ມີແຕ່ຊື້ເອົາຊີ້ນ່າ ມັນກໍບໍ່ໄດ້ອັນນັ້ນຫຼາຍ ເພາະວ່າ ເຮົາກໍບໍ່ໄດ້ໃຊ້ຫຼາຍ ເຮົາກໍບໍ່ໄດ້ລ້ຽງຫຼາຍ.”

ທ່ານກ່າວຕື່ມວ່າ ໃນໄລຍະຜ່ານມາ ຊາວກະສິກອນຜູ້ລ້ຽງສັດ ໃນຈໍານວນທີ່ບໍ່ຫຼາຍ ສ່ວນຫຼາຍ ພວກຂະເຈົ້າຈະຊື້ລູກພັນ ມາຈາກຟາມຂນາດໃຫຍ່ ພ້ອມກັບຢາປ້ອງກັນພະຍາດສັດ ຈຶ່ງເຮັດໃຫ້ຊາວກະສິກອນຣາຍຍ່ອຍ ບໍ່ທັນໄດ້ຮັບຮູ້ ກ່ຽວກັບລາຄາຢາປ້ອງກັນພະຍາດສັດພໍເທົ່າໃດ ຂະນະທີ່ ຟາມຂນາດໃຫຍ່ ພັດຮັບຮູ້ຕົ້ນທຶນ ທີ່ເພີ່ມສູງຂຶ້ນຢ່າງຈະແຈ້ງ.

ສໍາລັບສາເຫດສໍາຄັນ ທີ່ເຮັດໃຫ້ລາຄາຢາປ້ອງກັນພະຍາດສັດ ເພີ່ມຂຶ້​ນ ເປັນຍ້ອນສິນຄ້າ ປະເພດດັ່ງກ່າວນີ້ ຈໍາເປັນຕ້ອງໄດ້ນໍາເຂົ້າມາຈາກຕ່າງປະເທດ ໂດຍສະເພາະປະເທດ ຂະນະທີ່ອັດຕຣາແລກປ່ຽນເງິນກີບ ຕໍ່ເງິນບາທ ຫຼຸດຄ່າລົງຢ່າງຕໍ່ເນື່ອງ, ດັ່ງຊາວກະສິກອນ ຜູ້ລ້ຽງ ງົວ-ຄາຍ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:

ອັນໃຊ້ແຕ່ຕອນເອົາມາ ຕອນທໍາອິດ ສັກເທື່ອດຽວ ແລ້ວກໍເຊົາເລີຍ ບໍ່ໄດ້ລ້ຽງເປັນຟາມນ່າ ມີແຕ່ເອົາເຂົ້າມາຂາຍ ມາບຶດດຽວເດີ້ ພໍມີຄົນມາຊື້ ແລ້ວກໍຂາຍຊີ້ນ່າ ບໍ່ໄດ້ລ້ຽງໆ ຢາສ່ວນຫຼາຍ ສັກແຕ່ຢາວິຕາມິນມັນເນາະ ຢາອື່ນ ບໍ່ໄດ້ສັກ 2 ແສນປາຍນີ້ແຫຼະ ກ່ອງນຶ່ງຫັ້ນນ່າ ກ່ອນນັ້ນ ຈະປະມານແສນປາຍ ຂຶ້ນຊ່ວງໄລຍະ ເງິນບາທຂຶ້ນນີ້ແຫຼະ.”

ອີງຕາມອັດຕຣາເງິນເຟີ້ສເລັ່ຍ ຂອງປະເທດລາວ ຂອງສູນສະຖິຕິແຫ່ງຊາຕ ສະແດງໃຫ້ເຫັນວ່າ ອັດຕຣາເງິນເຟີ້ ໃນຮອບ 5 ປີ ທີ່ຜ່ານມາ (ລະຫວ່າງປີ 2019-2023) ແມ່ນມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຄື ໃນປີ 2019 ປະເທດລາວ ມີອັດຕຣາເງິນເຟີ້ ຢູ່ທີ່ 3.32%, ປີ 2020 ມີອັດຕຣາເງິນເຟີ້ ຢູ່ທີ່ 5.07%, ປີ 2021 ມີອັດຕຣາເງິນເຟີ້ ຢູ່ທີ່ 3.75%, ປີ 2022 ມີອັດຕຣາເງິນເຟີ້ ຢູ່ທີ່ 22.96% ແລະໃນປີ 2023 ມີອັດຕຣາເງິນເຟີ້ ຢູ່ທີ່ 31.23%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.