ລາວ-ໄທຍ ມີແຜນເປີດເສັ້ນທາງ ໃຫ້ບໍຣິການຣົຖໄຟເຊື່ອມຕໍ່ ໜອງຄາຍ-ວຽງຈັນ

ສຸພັດຕາ
2024.01.31
ລາວ-ໄທຍ ມີແຜນເປີດເສັ້ນທາງ ໃຫ້ບໍຣິການຣົຖໄຟເຊື່ອມຕໍ່ ໜອງຄາຍ-ວຽງຈັນ ສະຖານີ ຣົຖໄຟ ທ່ານາແລ້ງ.
RFA

ຊາວລາວຈຳນວນນຶ່ງ ມີຄວາມຮູ້ສຶກຕື່ນເຕັ້ນ ທີ່ທາງການລາວ ແລະໄທຍ ມີແຜນຈະເປີດການແລ່ນຣົຖໄຟ ແຕ່ສະຖານີ ທ່ານາແລ້ງ ເມືອງຫາດຊາຍຟອງ ມາຫາສະຖານີ ວຽງຈັນ (ຄຳສະຫວາດ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນໄລຍະເດືອນເມສາ ປີ 2024 ທີ່ຈະມາຮອດນີ້ ຊຶ່ງຈະເປັນການເຊື່ອມຕໍ່ລະບົບຣົຖໄຟ ລະຫວ່າງລາວ-ໄທຍ ຈາກໜອງຄາຍ ຈົນຮອດເຂດໂຕເມືອງ ນະຄອນຫຼວງວຽງຈັນ, ເອື້ອອຳນວຍຕໍ່ການເດີນທາງ ຂອງປະຊາຊົນທັງສອງຊາຕ ແລະນັກທ່ອງທ່ຽວ ຮວມທັງການຂົນສົ່ງສິນຄ້າ ລະຫວ່າງປະເທດ ລາວ-ໄທຍ.

ດັ່ງທີ່ຊາວລາວ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມົກຣາ 2024 ນີ້ວ່າ:

ນຳໃຊ້ ມີແຜນຈະໄປກຸງເທບຢູ່ແລ້ວ. ເຄີຍ ແຕ່ວ່າເປັນຣົຖໄຟ ຢູ່ດ່ານລາວແນ່. ແຈ້ງວ່າຈ້ຳເຂົ້າ ຈ້ຳອອກຈ້ຳເຂົ້າ ຢູ່ບ່ອນດຽວເລີຍ ກໍຖືວ່າໄວ ແບບນີ້ ກໍຖືວ່າມັນຈະໄວ.”

ທາງດ້ານ ຊາວລາວ ອີກນາງນຶ່ງ ກ່າວວ່າ ການມີສະຖານີຣົຖໄຟເກີດຂຶ້ນ ໃນຂົງເຂດບ້ານຄຳສະຫວາດ ກໍສົ່ງຜົລໃຫ້ທີ່ດິນໃນບໍຣິເວນນັ້ນ ມີລາຄາແພງຂຶ້ນຫຼາຍ ຍ້ອນເປັນຈຸດທີ່ເໝາະສົມ ແກ່ການເຮັດເປັນສາງຂົນສົ່ງສິນຄ້າລະຫວ່າງປະເທດ. ໂດຍປັດຈຸບັນ ທີ່ດິນໃນຂົງເຂດດັ່ງກ່າວ ມີລາຄາຕົກຢູ່ ຕາແມັດລະ 1,400 ຫາ 2,000 ບາທ, ດັ່ງທີ່ນາງ ກ່າວວ່າ:

ແພງ, ແຕ່ວ່າ ຂອງເຮົາຫັ້ນ ມັນເປັນດິນຕອນໃຫຍ່ ເຮົາກະເລີຍຂາຍລາຄາທີ່ວ່າຖືກກວ່າ. ແມ່ນແຫຼະ, ຖ້າເຮັດເປັນສາງນີ້ ໂອເຄຢູ່ ເພາະວ່າມັ ນກະບໍ່ໄກແຮງ ແລະກະທາງມັນໄປໄດ້ຫຼາຍທາງຫັ້ນນ່າ. ເຂົາເຈົ້າກຳລັງຈະຕັດທາງກັນອີກເສັ້ນນຶ່ງ ເພາະວ່າ ມັນມີທາງໜ້າ ມັນເປັນທາງຕິດທັງສອງຟາກເລີຍ.”

ໃນວັນທີ 25 ມົກຣາ 2024 ນີ້, ສຳນັກຂ່າວ ເດລີນິວສ໌ ຂອງໄທຍ ຣາຍງານວ່າ: ທ່ານ ພິເຊດ ຄຸນາທັມມະຣັກ, ຫົວໜ້າກົມການຂົນສົ່ງທາງຣາງ ກະຊວງຄົມມະນາຄົມຂອງໄທຍ ໄດ້ໃຫ້ສັມພາດ ວ່າ ກົມການຂົນສົ່ງທາງຣາງໄທຍ ຈະມີການປະຊຸມ ຫາລືຮ່ວມກັບກົມຣົຖໄຟ, ກະຊວງໂຍທາທິການ ແລະຂົນສົ່ງ ຂອງລາວ ແລະຣັຖວິສາຫະກິຈ ຣົຖໄຟແຫ່ງຊາຕລາວ ກ່ຽວກັບການເດີນຣົຖໄຟ ລະຫວ່າງລາວ-ໄທຍ ໃນຊ່ວງໄລຍະ ທ່ານາແລ້ງ-ວຽງຈັນ (ຄຳສະຫວາດ) ໄລຍະທາງ 7.5 ກິໂລແມັດ.

ທັງນີ້, ຄາດການວ່າ ຈະສາມາດເຣີ່ມທົດລອງເດີນຣົຖໄຟ ຈາກສະຖານີໜອງຄາຍ ຫາສະຖານີ ວຽງຈັນ ໃນເດືອນກຸມພາ ປີ 2024, ຈາກນັ້ນ ຈະເປີດໃຫ້ບໍຣິການໂຕຈິງ ໃນເດືອນເມສາ ປີ 2024. ໂດຍຄິດໄລ່ຄ່າໂດຍສານ ລະຫວ່າງສະຖານີໜອງຄາຍ ຫາສະຖານີວຽງຈັນ ປະມານ 30,000 ຫາ 40,000 ກີບ ຫຼື 60 ຫາ 70 ບາທ, ໃຊ້ເວລາເດີນທາງ ປະມານ 20 ນາທີ.

ໂດຍທ່ານຫົວໜ້າ ກົມການຂົນສົ່ງທາງຣາງ ຂອງໄທຍ ຍັງລະບຸຕື່ມວ່າ ຈະໄດ້ມີການປຶກສາຫາລື ກ່ຽວກັບການຈ້ຳກາປະທັບ ກວດຄົນເຂົ້າ-ອອກເມືອງ ຢູ່ຈຸດດຽວ ເພື່ອອຳນວຍຄວາມສະດວກ ໃນການເດີນທາງ ແກ່ຜູ້ໂດຍສານ ແຕ່ກໍຍັງບໍ່ທັນຕົກລົງໄດ້ເທື່ອ ວ່າຈະມີການຈ້ຳກາປະທັບ ຢູ່ສະຖານີໜອງຄາຍ ຫຼືສະຖານທີວຽງຈັນ ກັນແທ້.

ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ ຝ່າຍລາວ ຍັງບໍ່ທັນມີຣາຍລະອຽດ ໃນເຣື່ອງດັ່ງກ່າວ ຊຶ່ງຕ້ອງໃຫ້ຜ່ານການປະຊຸມ ແລະຫ້າງຫາກະກຽມ ລະຫວ່າງພາກສ່ວນກ່ຽວຂ້ອງ ຂອງທັງສອງປະເທດເສັຍກ່ອນ, ດັ່ງທີ່ທ່ານ ກ່າວວ່າ:

ໂອ້! ຍັງເທື່ອນ່າເຈົ້າ ເພິ່ນຍັງກະກຽມຢູ່. ເຈົ້າ, ໜ້າຈະ ກຳລັງກະກຽມຢູ່.”

ເຊັ່ນດຽວກັບ ເຈົ້າໜ້າທີ່ການຣົຖໄຟ ແຫ່ງປະເທດໄທຍ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ ຕອນນີ້ ຍັງບໍ່ທັນຮູ້ເວລາເປີດໃຫ້ບໍຣິການ ທີ່ແນ່ນອນ ຊຶ່ງຕ້ອງໃຫ້ທາງຂັ້ນເທິງ ມີການປະຊຸມຕົກລົງກັນໃຫ້ຮຽບຮ້ອຍ. ໂດຍປັດຈຸບັນ ການຣົຖໄຟ ແຫ່ງປະເທດໄທຍ ຍັງຄົງສືບຕໍ່ ໃຫ້ບໍຣິການຣົຖໄຟ ຈາກສະຖານີໜອງຄາຍ ຮອດສະຖານີທ່ານາແລ້ງ ມື້ລະ 2 ຖ້ຽວ ເປັນປະຈຳທຸກວັນ, ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

ຕອນນີ້ ຍັງບໍ່ຮູ້ເວລາທີ່ແນ່ນອນເດີ້. ຍັງບໍ່ຮູ້ວັນເລີຍ. ລໍຖ້າເຂົາເຈົ້າປະຊຸມ ໃຫ້ຮຽບຮ້ອຍກ່ອນ. ຕອນນີ້ ຮອດແຕ່ທ່ານາແລ້ງບ່ອນດຽວ.”

ໂດຍໃນວັນທີ 30 ຕຸລາ 2023 ທີ່ຜ່ານມາ, ທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີໄທຍ ແລະ ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ໄດ້ເປັນປະທານຮ່ວມກັນ ໃນພິທີເປີດ ສະຖານີຣົຖໄຟວຽງຈັນ (ຄຳສະຫວາດ) ໃນໂອກາດດຽວກັນນີ້, ນາຍົກຣັຖມົນຕຣີລາວ ແລະໄທຍ ກໍໄດ້ເປັນສັກຂີ ພະຍານ ໃນການລົງນາມ ເອກະສານ ບົດບັນທຶກ ວ່າດ້ວຍຄວາມສາມາດ ແລະແຜນພັທນາທຸຣະກິຈ ການບໍຣິການຣົຖໄຟ ລາວ-ໄທຍ ລະຫວ່າງ ຣັຖວິສາຫະກິຈ ຣົຖໄຟແຫ່ງຊາຕລາວ ແລະ ສຳນັກງານຄວາມຮ່ວມມື ພັທນາເສຖກິຈ ກັບປະເທດເພື່ອນບ້ານ ຂອງໄທຍ ໃນການສົ່ງເສີມ ຄວາມສາມາດດ້ານການຂົນສົ່ງໂລຈີສຕິກ ຂອງລາວ. ໂດຍທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີໄທຍ ລະບຸວ່າ ທັງສອງປະເທດ ຈະເລັ່ງຫາລືກ່ຽວກັບການກໍ່ສ້າງ ຂົວຣົຖໄຟຂ້າມແມ່ນ້ຳຂອງ ຊຶ່ງຣັຖບານໄທຍ ຈະສນັບສນູນແຫຼ່ງທຶນ ໃນອັດຕຣາດອກເບັ້ຽພິເສດ ນຳດ້ວຍ.

ສະຖານີຣົຖໄຟວຽງຈັນ (ຄຳສະຫວາດ) ເປັນສ່ວນນຶ່ງ ຂອງໂຄງການ ກໍ່ສ້າງຣົຖໄຟໄທຍ-ລາວ ໄລຍະທີ 2 ໄດ້ຮັບການສນັບສນູນທຶນ ຈາກສຳນັກງານຄວາມຮ່ວມມືພັທນາເສຖກິຈ ກັບປະເທດເພື່ອນບ້ານ ຂອງໄທຍ ໃຊ້ງົປມານ ລວມ 994.68 ລ້ານບາທ ເຣີ່ມກໍ່ສ້າງມາແຕ່ປີ 2019 ສຳເຣັດ ໃນປີ 2023 ເປັນສະຖານີຣົຖໄຟ ຂນາດ 2 ຊັ້ນ 2 ຊານຊາລາ ໂດຍຊັ້ນ 1 ມີພື້ນທີ່ 6,300 ຕາແມັດ ແລະຊັ້ນ 2 ມີພື້ນທີ່ 3,600 ຕາແມັດ ຂນາດຣາງຣົຖໄຟ ກວ້າງ 1 ແມັດ ເທົ່າກັບ ມາຕຖານຣາງຣົຖໄຟ ຢູ່ປະເທດໄທຍ.

ແລະໃນວັນທີ 28 ມົກຣາ 2024 ນີ້, ທ່ານ ປຣານປຣີ ພະຫິດທານຸກອນ, ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງໄທຍ ໄດ້ເຂົ້າພົບພໍ້ສອງຝ່າຍ ກັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງລາວ ໃນລະຫວ່າງກອງປະຊຸມ ຮ່ວມຣັຖມົນຕຣີຕ່າງປະເທດອາຊ້ຽນ ຢ່າງບໍ່ເປັນທາງການ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໂດຍທັງສອງຝ່າຍ ໄດ້ຫາລືກັນ ໃນເຣື່ອງການສົ່ງເສີມ ການເຊື່ອມໂຍງ ທາງຣົຖໄຟ ລະຫວ່າງລາວ ແລະໄທຍ ຊຶ່ງຕິດພັນກັບ ການສົ່ງເສີມການທ່ອງທ່ຽວ ການຄ້າ-ການລົງທຶນ ລະຫວ່າງສອງປະເທດ.

ນອກຈາກນີ້ແລ້ວ, ໄທຍ ກໍຈະໃຫ້ການສນັບສນູນລາວ ໃນການເປັນປະທານອາຊ້ຽນ ປະຈຳປີ 2024 ນີ້ ເປັນຕົ້ນ ໂຄງການປັບປຸງອາຄານຜູ້ໂດຍສານ VIP ຢູ່ສນາມບິນ ສາກົລວັດໄຕ ນະຄອນຫຼວງວຽງຈັນ, ການອຳນວຍຄວາມສະດວກ ຄະນະຜູ້ແທນປະເທດຕ່າງໆ ທີ່ຈະເດີນທາງຜ່ານໄທຍ ເພື່ອໄປເຂົ້າຮ່ວມການປະຊຸມ ຢູ່ລາວ ແລະການສນັບສນູນ ຂຸມຈອດຍົນຂອງຜູ້ນຳຕ່າງປະເທດ ຢູ່ສນາມບິນຝັ່ງໄທຍ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.