ປະຊາຊົນ ຮຽກຮ້ອງຣັຖບານ ປັບປຸງຄວາມປອດໄພ ໃຫ້ນັກທ່ອງທ່ຽວ

ຈຳປາທອງ
2024.01.31
ປະຊາຊົນ ຮຽກຮ້ອງຣັຖບານ ປັບປຸງຄວາມປອດໄພ ໃຫ້ນັກທ່ອງທ່ຽວ ຊາວບ້ານກຳລັງຂີ່ຣົຖຈັກ ໄປຕາເສັ້ນທາງທີ່ເປ່ເພ ເປັນຂຸມ. ແຂວງຈຳປາສັກ. ເດືອນກໍຣະກະດາ ປີ 2023.
RFA

ຣັຖບານລາວ ປະກາດໃຫ້ປີ 2024 ເປັນປີທ່ອງທ່ຽວລາວ ອີກຄັ້ງນຶ່ງ, ແຕ່ໃນປັດຈຸບັນ ມີອຸບັດຕິເຫດ ແລະໄພອັນຕະຣາຍ ເກີດຂຶ້ນກັບນັກທ່ອງທ່ຽວ ຢູ່ເລື້ອຍໆ, ເຮັດໃຫ້ມີຫາງສຽງບໍ່ດີ ແລະຢາກໃຫ້ມີແກ້ໄຂບັນຫາດັ່ງກ່າວ ເພື່ອເຮັດໃຫ້ມີຄວາມປອດໄພ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມຊາວລາວຜູ້ນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ໃນມື້ວັນທີ 31 ມົກກະຣານີ້, ໄດ້ຮັບຄໍາຕອບວ່າ ອຸບັດຕິເຫດ ທີ່ເກີດຂຶ້ນຢູ່ເມືອງວັງວຽງ ໃນໄລຍະທີ່ຜ່ານມານັ້ນ ຍ້ອນຫຼາຍປັດໄຈ ເປັນຕົ້ນ ນັກທ່ອງທ່ຽວ ບໍ່ລຶ້ງກັບຣົຖເຊົ່າ ແລະສະພາບຫົນທາງ ກໍເປ່ເພ ເປັນຂຸມ, ເປັນບວກຫຼາຍ ເຮັດໃຫ້ເກີດອຸບັດຕິເຫດໄດ້ງ່າຍ.

ສ່ວນຫຼາຍນີ້ ມັນເປັນແບບວ່າອຸບັດຕິເຫດໂຕນີ້ຫັ້ນ ເວົ້າງ່າຍໆເນາະ. ຄືຢູ່ບ້ານເຂົາ ເຂົາບໍ່ໄດ້ໃຊ້ພາຫະນະ ຄືຢູ່ບ້ານເຮົາຫັ້ນນ່າ. ເຂົາເຈັບ ຣົຖຈັກບໍ່ຊີ້ນ່າ ຄືເຂົາເຊົ່າຣົຖ. ເຂົາບໍ່ລຶ້ງ ເກັຽອໍໂຕ້ບໍ່ຊີ້ນ່າ. ສອງລະແມ່ນເວົ້າເຣື່ອງຖນົນຫົນທາງແນ່ ລະເຂົາກະບໍ່ເຄີຍ ທາງຢູ່ບ້ານເຮົາມັນກະ ມີຂຸມມີຫຼາຍຫັ້ນນ່າ.”

ລາວເວົ້າຕື່ມວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຂແນງການໂຍທາທິການ ແລະຂົນສົ່ງ ສ້ອມແປງເສັ້ນທາງ ໃນເຂດເມືອງວັງວຽງ ແລະຢາກໃຫ້ສ້າງທາງໃໝ່ ສຳລັບຣົຖບັນທຸກສິນຄ້າ ແລະຣົຖຂົນແຮ່ທາດ ແຍກອອກຈາກກັນ ກັບຣົຖທ່ອງທ່ຽວ ເພື່ອຮັບປະກັນຄວາມປອດໄພຫຼາຍຂຶ້ນ.

ເຈົ້າໜ້າທີ່ກູ້ໄພ ນາງນຶ່ງ ຢູ່ເມືອງວັງວຽງ ເວົ້າວ່າ ທີ່ຜ່ານມາ, ເຈົ້າໜ້າທີ່ກູ້ໄພ ກໍໄດ້ໄປກູ້ໄພ ເຣື່ອງອຸບັດຕິເຫດ ຂອງນັກທ່ອງທ່ຽວຕ່າງປະເທດ ຢູ່ເລື້ອຍໆ ເຊັ່ນກໍຣະນີ ຣົຖນັກທ່ອງທ່ຽວ 8 ຄົນ ຕົກຢູ່ສົ້ນຂົວແດງວັງວຽງ. ດັ່ງນັ້ນ ຊຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫຼື ຜູ້ມີຈິດສັດທາ ຊ່ອຍບໍຣິຈາກ ໃນເຣື່ອງປະຖົມ ພະຍາບານ ຄົນເຈັບ.

ດັ່ງທີ່ນາງເວົ້າວ່າ:

ຢາກ ໄດ້ອັ່ນທຶນມາປ່ຽນຢາງຕີນຣົຖ ໂດຍ ເປັນເຣື່ອງຢາງຣົຖ ແລະກະອັ່ນ ເຄື່ອງປະຖົມພະຍາບານຫັ້ນ ຢາກໃຫ້ມາກະໄດ້.”

ແລະຢູ່ແຂວງຫຼວງພຣະບາງ ຜູ້ປະກອບການຣົຖທ່ອງທ່ຽວ ຄົນນຶ່ງ ເວົ້າວ່າ ທີ່ຜ່ານມາ ຖນົນຫົນທາງ ໄປແຫຼ່ງທ່ອງທ່ຽວຕ່າງໆ ຢູ່ແຂວງນີ້ ມີຂຸມ ມີບວກຫຼາຍ, ແຕ່ປັດຈຸບັນ ທາງການແຂວງ ໄດ້ສ້ອມແປງທາງແດ່ແລ້ວ ເປັນຕົ້ນທາງຈາກ ຕົວເມືອງ ນະຄອນຫຼວງພຣະບາງ ໄປຫານ້ຳຕົກຕາດກວາງຊີ.

ໂອ້! ດີແລ້ວອ້າຍ. ຄັນຖ້າໄປພຸ້ນແຫຼະ ມີຂຸມຫຼາຍ. ດຽວນີ້ເຂົາເຈົ້າກະແປງແລ້ວ ສ້ອມແປງໃໝ່ແລ້ວ.”

ແລະນັກທ່ອງທ່ຽວຊາວໄທຍ ຜູ້ນຶ່ງ ເວົ້າວ່າ ຕົນເຄີຍໄປທ່ຽວລາວຫຼາຍຄັ້ງ ແຕ່ກໍຍັງຮູ້ສຶກວ່າ ຍັງມີຫຼາຍຢ່າງ ທີ່ເຮັດໃຫ້ຕົນ ຮູ້ສຶກບໍ່ປອດໄພ ແລະມີບາງຄົນຕົວະຕົ້ມ ໂດຍຄິດໄລ່ຄ່າບໍຣິການແພງເກີນຄວນ.

ດັ່ງທີ່ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມົກກະຣາວ່າ:

(ພາສາໄທຍ)...“ກະບໍ່ປອດພັຍຫັ້ນແຫຼະ. ຖ້າຈະໄປທ່ຽວລາວ ກໍຕ້ອງລະວັງ ຫາຂໍ້ມູນດີໆ ຢ່າງໜ້ອຍໆ ທີ່ຕ້ອງລະວັງ. ແມ່ນໃຫ້ລະວັງທີ່ອາຈຖືກຕົວະ. ເຫັນເຮົາເປັນນັກທ່ອງທ່ຽວ ເປັນຄົນຕ່າງຖິ່ນ ກໍເກັບຄ່າບໍຣິການ ຄ່າໂດຍສານເກີນລາຄາ ຫຼືຫຼອກໃຫ້ເຮົາໄປພັກຢູ່ໂຮງແຮມ ທີ່ເຂົາໄດ້ສ່ວນແບ່ງນໍາ.”

ໃນເດືອນມົກກະຣານີ້ ມີການລັກຊັພ ນັກທ່ອງທ່ຽວຕ່າງປະເທດ ແລະອຸບັດຕິເຫດຫລາຍຄັ້ງ ຢູ່ເມືອງວັງວຽງ ເປັນຕົ້ນແມ່ນ ຄອບຄົວນັກທ່ອງທ່ຽວຝຣັ່ງເສດ ຖືກລັກຊັພ ແລະເຄື່ອງຂອງມີຄ່າ ເປັນຕົ້ນ ໜັງສືຜ່ານແດນ 4 ຫົວ, ກ້ອງຖ່າຍ ຮູບ 1 ໜ່ວຍ, ເງິນສົດ 100 ໂດລ້າຣ໌ສະຫະຣັຖ ແລະ ອີກ 50 ຢູໂຣ ແລະບັດເອທີເອັມ 2 ໃບ; ນັກທ່ອງທ່ຽວເກົາຫຼີໃຕ້ຜູ້ນຶ່ງ ຂີ່ຣົຖບັ່ກກີ້ ປິ້ນລົງຂ້າງທາງ ຈົນເສັຽຊີວິດ ແລະນັກທ່ອງທ່ຽວ ຊາວອາເມຣິກັນ ແລະ ຢູເຄຣນ 8 ຄົນ ເມົາເຫຼົ້າ ຕົກທ້າຍຣົຖກະບະ ໄດ້ຮັບບາດເຈັບ.

ສາເຫດສໍາຄັນ ທີ່ເຮັດໃຫ້ເກີດເຫດການລັກຊັພ ແລະ ອຸບັດຕິເຫດ ທີ່ວ່ານັ້ນ ສ່ວນນຶ່ງ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປ່ອຍປະລະເລີຍ ບໍ່ຕັ້ງໜ້າປາບປາມ ແກ້ງລັກຊັພ ແລະປ້ອງກັນບັນຫາ ນັກທ່ອງທ່ຽວເມົາແລ້ວຂັບ. ນອກຈາກນັ້ນ, ທາງການ ກໍບໍ່ໄດ້ສ້ອມແປງ ຖນົນຫົນທາງ ແລະຂົວ ໃຫ້ມີຄວາມປອດໄພ ແລະເຈົ້າໜ້າທີ່ຈຳນວນນຶ່ງ ຮຽກເອົາເງິນນໍານັກທ່ອງທ່ຽວ ຮວມທັງນັກທ່ອງທ່ຽວໄທຍ ກຸ່ມນຶ່ງ ທີ່ຖືກເຈົ້າໜ້າທີ່ຕຳຣວດ ຢູ່ສວນປະຕູໄຊ ຮຽກເອົາເງິນນໍາ 500 ບາທ ຍ້ອນບໍ່ໄດ້ຈ້າງ ພະນັກງານນຳທ່ຽວຄົນລາວ ແລະນັກທ່ອງທ່ຽວໄທຍ ອີກນາງນຶ່ງ ຖືກເຈົ້າໜ້າທີ່ຕຳຣວດ ປະຈຳດ່ານສາກົລ ຂົວມິຕພາບ ລາວ-ໄທຍ ຮຽກເອົາເງິນນໍາ 5,000 ບາທ ຍ້ອນບໍ່ໄດ້ຈ້ຳກາປະທັບຂາເຂົ້າປະເທດ. ນອກຈາກນັ້ນ ມີຜູ້ໃຫ້ບໍຣິການນັກທ່ອງທ່ຽວ ຢູ່ແຂວງຫຼວງພຣະບາງ ຂຶ້ນຄ່າເຄື່ອງໃສ່ບາດ ແພງກວ່າຄວາມເປັນຈິງ ຫຼາຍເທົ່າ.

ທີ່ຜ່ານມາ, ຣັຖບານລາວ ຄາດຄະເນວ່າ ໃນປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ ປະມານ 2.9-3.3 ລ້ານຄົນ ໃນຂະນະທີ່ ຕັ້ງແຕ່ເດືອນມົກກະຣາ ຫາເດືອນກັນຍາ 2023 ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາພຽງ 2.4 ລ້ານຄົນ, ເພີ່ມຂຶ້ນຈາກໄລຍະດຽວກັນ ຂອງປີ 2022 ເກືອບ 3 ເທົ່າ ຍ້ອນລາວ ເປີດປະເທດ ພາຍຫຼັງທີ່ ການແຜ່ຣະບາດ ຂອງໂຄວິດ-19 ຫຼຸດ ຜ່ອນລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.