ເຣື້ອງທີ່ເກັບບັນທຶກໄວ້
2012-12-07
ນັບຕັ້ງແຕ່ ປີ 1975 ເປັນຕົ້ນມາ ຊາວລາວ ໄດ້ພາກັນ ອົພຍົບ ມາຕັ້ງຖິ່ນຖານ ໃນປະເທດ ອອສເຕຣເລັຍ ຫລາຍຂື້ນ ຫລັງຈາກ ປະເທດລາວ ຕົກ ຢູ່ໃນ ຣະບອບ ການປົກຄອງ ຂອງ ຄອມມິວນິສ. ໃນຣາຍການ ຊາວລາວ ໃນຕ່າງປະເທດ ສັປດາ ນີ້ ໂພໄຊສວັດ ມີບົດສັມພາດ ກ່ຽວກັບ ການຈັດຕັ້ງ ກຸ່ມກ້ອນ ສະມາຄົມ ຂອງ ຊຸມຊົນລາວ ເພື່ອຊ່ວຍເຫລືອ ຊື່ງກັນ ແລະກັນ ພາກ 1 ມາສເນີທ່ານ ເຊີນຮັບຟັງໄດ້….
2012-12-07
ສປປລາວ ເປັນສູນກາງ ການຄ້າມະນຸດ ຢາເສພຕິດ ແລະ ສິນຄ້າເຖື່ອນ ໃນເຂດລຸ່ມ ແມ່ນ້ຳຂອງ.
2012-12-07
ສະພາ ແຫ່ງຊາດລາວ ກຳລັງ ພິຈາຣະນາ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ແຕ່ຈົນເຖິງ ປັດຈຸບັນ ຍັງບໍ່ມີ ສະມາຊິກ ສະພາ ຜູ້ໃດ ກ້າອອກ ຄວາມຄິດ ຄວາມເຫັນ ຄັດຄ້ານ ການສ້າງເຂື່ອນ ໃສ່ ແມ່ນ້ຳຂອງ.
2012-12-07
ໃນທຸກມື້ນີ້ ມີຊາວຈີນ ເກົາຫລີ ວຽດນາມ ຊື້ທີ່ດິນ ໂດຍໃຊ້ຊື່ ຄົນລາວ ເປັນເຈົ້າຂອງ ມີຫລາຍຂຶ້ນ ນໍາເລື້ອຍໆ.
2012-12-07
ຣັຖບານ ສປປ ລາວ ໄດ້ອອກ ຄໍາສັ່ງ ເນຣະເທດ ມາດາມ Anne-Sophie GINDROZ ຜູ້ອໍານວຍການ ອົງການ HELVETAS ຂອງ Switzerland ປະຈໍາລາວ ຊື່ງເປັນອົງການ ບໍ່ຂື້ນກັບ ຣັຖບານ ອອກຈາກ ສປປ ລາວ ພາຍໃນ 48 ຊົ່ວໂມງ ນັບແຕ່ວັນທີ່ 7 ທັນວາ ປີ 2012 ເປັນຕົ້ນໄປ. ຕາມໜັງສື ທາງການ ຂອງ ກະຊວງການ ຕ່າງປະເທດ ເລກທີ 3083/MFA.DIO.3.8
2012-12-06
ຊາວລາວ ຕິດເຊື້ອ HIV-AIDS ຫລາຍເພີ່ມຂຶ້ນ ໃນແຕ່ລະປີ ໂດຍສະເພາະ ແມ່ຍິງ ທີ່ ຢູ່ກັບເຮືອນ. ສເນີໂດຍ : ມະນີຈັນ
2012-12-06
ບັນດາ ຊາຍໜຸ່ມ ຍິງສາວລາວ ສມັຍນີ້ ມີຄວາມ ວິຕົກ ກັງວົນນຳ ອະນາຄົດ ຂອງພວກຂະເຈົ້າ ຢ້ານວ່າ ຈະບໍ່ມີ ວຽກເຮັດ ງານທຳ. ສເນີໂດຍ : ອາວະຣີ
2012-12-06
ການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າງື່ມ 3 ນັ້ນ ຖືກ ເລື່ອນເວລາ ອອກໄປ ຈາກທີ່ໄດ້ກໍານົດໄວ້ ພາຍຫລັງ ທີ່ມີການຕົກລົງ ທີ່ຈະຂຍາຍສັນຍາ ພັທນາໂຄງການເດີມອອກໄປ.
2012-12-06
ການລັກໃຊ້ ສາຣເຄມີ ທີ່ຕ້ອງຫ້າມ ໃນສວນ ຢາງພາລາ ຂອງຊາວຈີນ ຢູ່ແຂວງ ຜົ້ງສາລີ ຍັງເປັນບັນຫາ ຍ້ອນການ ກວດກາ ບໍ່ທົ່ວເຖີງ ຈື່ງ ເປັນການຍາກ ທີ່ຈະຫ້າມໄດ້.
2012-12-06
ສປປລາວ ຖືກຈັດຢູ່ໃນອັນດັບ ທີ 160 ຂອງຈໍານວນ 174 ປະເທດ ທີ່ມີການສໍ້ລາສບັງຫລວງ ຕາມລໍາດັບ
2012-12-06
ທາງການເຂດ ເມືອງທ່າແຕງ ແຂວງເຊກອງ ບຸກເບີກ ທີ່ດິນໃຫ້ ປະຊາຊົນ ເພື່ອແກ້ໄຂ ຂໍ້ຂັດແຍ່ງ ໃນເຣື້ອງທີ່ດິນ ຂອງຊາວບ້ານ ຖືກຍຶດໄປ ໃຫ້ ສັມປະທານ ປູກຢາງພາລາ.
2012-12-06
ຊາວລາວ ບໍ່ມີໃຜ ກ້າອອກ ຄວາມເຫັນ ໃນເຣື່ອງ ການເຂົ້າມາ ລົງທຶນ ຂອງ ຊາວຕ່າງດ້າວ ໃນພື້ນທີ່ດິນ ຂອງຕົນ.
2012-12-05
ຣາຍການ ຕອບຈົດໝາຍ ໃນສັປດານີ້ ວຽງໄຊ ເປັນຜູ້ຮັບ ໜ້າທີ່ແທນ ໄມຊູລີ.
2012-12-05
ປະຊາຊົນ ລາວ ບໍ່ສາມາດ ຊອກຫາ ຮຽນຮູ້ ຂໍ້ມູນ ກ່ຽວກັບ ໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ອີກທັງໝົດ 7 ແຫ່ງ ຂອງ ຣັຖບານ.
2012-12-05
ສານປົກຄອງ ຂອງໄທ ຍັງບໍ່ຮັບ ພິຈາຣະນາ ຄໍາຟ້ອງ ເຣື່ອງ ສ້າງເຂື່ອນ ໄຊຍະບູຣີ ແຕ່ຊາວບ້ານ ຢືນຢັນ ຈະຄັດຄ້ານ ການກໍ່ສ້າງ ຢູ່ຕໍ່ໄປ.