ຄະແນນການສໍ້ໂກງ ໃນສປປລາວ

ສປປລາວ ຖືກຈັດຢູ່ໃນອັນດັບ ທີ 160 ຂອງຈໍານວນ 174 ປະເທດ ທີ່ມີການສໍ້ລາສບັງຫລວງ ຕາມລໍາດັບ
ຈະເຣີນສຸກ
2012.12.06

ອົງການຄວາມໂປ່ງໃສ່ ນາໆຊາດ ຈັດສປປລາວ ຢູ່ໃນອັນດັບທີ ທີ່160 ຂອງຈໍານວນ ທັງໝົດ 174 ປະເທດ ທີ່ມີການສໍ້ລາສບັງຫລວງ ໂດຍອີງຕາມ ຄວາມຮັບຮູ້ ຂອງ ຣະດັບ ການສໍ້ລາສບັງຫລວງ ທີ່ນັກທຸຣະກິຈ ແລະ ນັກວິເຄາະ ປະເທດ, ຊຶ່ງໄດ້ຈັດເຂົ້າໃນຄະແນນ ດັສນີ ແຕ່ 0 ຫາ 100, ຊຶ່ງສູນ ເປັນປະເທດ ທີມີການສໍ້ລາສບັງຫລວງ ຫລາຍທີ່ ສຸດ ແລະ 100 ເປັນປະເທດ ທີ່ຂາວສະອາດ ປາສຈາກ ການສໍ້ລາສລັງຫລວງ, ອີງຕາມ ຣາຍງານ ຂອງອົງການ ຄວາມໂປ່ງໃສ ນາໆຊາດ ທີ່ໄດ້ອອກເຜີຍແຜ່ໃນມື້ວັນພຸດ ທີ 5 ທັນວານີ້.

ຈາກຄະແນນ ດັສນີ ແຕ່ 0 ຫາ 100, ສປປລາວ ລາວ ໄດ້ 21 ຄະແນນ, ຊຶ່ງເປັນອັນດັບ ທີ 160,ຈາກປະເທດ ທີ່ມີການສໍ້ລາສບັງຫລວງ ຫລາຍທີ່ສຸດ ຢູ່ໃນອັນດັບທີ 174 ໄດ້ 8 ຄະແນນ. ປະເທດທີ່ໄດ້ ຄະແນນທເທົ່າກັບ ລາວ ແມ່ນປະເທດ ສາທາຣະນະຣັຖ ປະຊາທິປະໄຕ ກົ໋ງໂກ ແລະ ລີເບັຍ. ສ່ວນປະເທດ ທີ່ຕໍ່ຈາກ ສປປລາວມາ ກໍແມ່ນ ເອກົວໂທເຣັຍ ກີເນັຍ ອັນດັບ ທີ 163 ໄດ້ 20 ຄະແນນ,  ພະມ້າ ອັນດັບ ທີ 172 ໄດ້ 15 ຄະແນນ, ເກົາຫລີເໜືອ, ອັຟການິສຖານ ແລະ ໂຊມາເລັຍ ອັນດັບ ທີ 174 ໄດ້ 8 ຄະແນນ.

ປະເທດ ທີ່ຢູ່ໃນດັສນີ ທີ່ດີ ຄື ສູງເຖິງ 90 ແມ່ ປະເທດ ເດັນມາກ, ຟີນແລນ ແລະ ນິວຊີແລນ ເນື່ອງຈາກວ່າ ປະເທດດັ່ງກ່າວ ມີຣະບົບ ເຂົ້າເຖິງ ຂໍ້ມູນ ແລະ ຄຸ້ມຄອງ ການປະພຶດ ຂອງເຈົ້າໜ້າທີ່ ພາຍໃຕ້ຣະບຽບຫລັກການ.

ຣາຍງານ ປະຈໍາປີ 2012 ຍັງເວົ້າວ່າ 2 ສ່ວນ 3 ໃນຈໍານວນທັງໝົດ 174 ປະເທດ ທີ່ຢູ່ໃນຕົວເລກ ດັສນີ ຕໍ່າກ່ວາ 50 ລົງໄປ ຖືວ່າ ເປັນປະເທດ ທີ່ມີການສໍ້ລາສບັງຫລວງສູງ. ທ່ານ ຮູແກັດທ໌ ລາແບວລ໌, ປະທານ ອົງການ ຄວາມໂປ່ງໃສ ກ່າວວ່າ ໃນລະຍະ 1 ປີ ທີ່ເນັ້ນໃສ່ ການສໍ້ລາສບັງຫລວງນີ້, ທາງອົງການ ຄາດວ່າ ຣັຖບານ ປະເທດຕ່າງໆ ຈະເພີ້ມທ່າທີ່ ທີ່ແຂງຂັນ ໃນການຕໍ່ຕ້ານ ການໃຊ້ອໍານາດ ໄປໃນທາງທີ່ບໍ່ຖືກຕ້ອງ. ດັສນີ ການສໍ້ລາສບັງຫລວງ ປີ 2012 ນີ້ ຍັງບົ່ງບອກວ່າ ສັງຄົມ ຍັງມີການສູນເສັຍ ສູງຢູ່ຕໍ່ໄປ ຍ້ອນການສໍ້ລາສບັງຫລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.