ທ່ານຢົ້ງ "ແກ້ຕາງ" ຣັຖບານລາວ
2013.01.08

ຕາມຣາຍງານ ໜັງສືພິມ ບາງກອກ ໂພສ: ທາງການລາວ ຖືກກົດດັນ ເພີ່ມຂື້ນທຸກມື້ ຈາກ ຕ່າງປະເທດ ກ່ຽວກັບ ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ ຕັ້ງແຕ່ວັນທີ 15 ທັນວາ 2012 ທ່ານ ສົມບັດ ເປັນບຸກຄົນ ທີ່ ໄດ້ປະກອບ ຄຸນງາມຄວາມດີ ເພື່ອສັງຄົມ ຈົນໄດ້ຮັບ ຣາງວັນ ແມັກໄຊໄຊ.
“ ຊາວລາວ ໂພ້ນທະເລ ເຊື່ອວ່າ ທ່ານສົມບັດ ສົມພອນ ຖືກເຈົ້າໜ້າທີ່ລາວ ຈັບໄປ ຈີ່ງໄດ້ ຮຽກຮ້ອງໃຫ້ ຣັຖບານ ວຽງຈັນ ປ່ອຍໂຕທ່ານ ໃຫ້ເປັນອິສຣະ”.
ຫລັງຈາກ ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ ໄດ້ຍົກບັນຫານີ້ ຂື້ນມາ ທ່ານ ຢົ້ງ ຈັນທະລັງສີ ຜູ້ຕາງໜ້າ ສປປລາວ ປະຈໍາສະພາ ສິດທິມະນຸດ ສະຫະປະຊາຊາດ ທີ່ ນະຄອນ ເຈນີວາ ໄດ້ສົ່ງໜັງສື ທາງການ ສະບັບນື່ງ ອະທິບາຍ ຕໍ່ ຄະນະ ກັມມະການ ດ້ານ ສິດທິມະນຸດ ປະຈໍາ ສະຫະປະຊາຊາດ ເມື່ອວັນສຸກ ທີ່ 4 ມົກກະຣາ 2013 ໃນຈົດໝາຍນັ້ນ ຍັງຍຶດໝັ້ນ ໃນທ່າທີເກົ່າ ດ້ວຍຖ້ອຍຖແລງ ກະຊວງການ ຕ່າງປະເທດ ເມື່ອວັນທີ່ 20 ທັນວາ 2012 ທີ່ອ້າງວ່າ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ໂດຍກຸ່ມຄົນນື່ງ ແຕ່ບໍ່ຮູ້ວ່າ ກຸ່ມໃດ ຍ້ອນເຫດຜົນ ສ່ວນຕົວ ຫຼືຍ້ອນມີການ ຂັດແຍ້ງ ທາງດ້ານ ທຸຣະກິດ ແລະວ່າ ທາງຣັຖບານລາວ ກໍມີຄວາມ ເປັນຫ່ວງນໍາ ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ ເຊັ່ນດຽວກັນ ເພາະຖືວ່າ ເປັນເຣື້ອງສໍາຄັນ ແລະ ຣັຖບານລາວ ຈະດໍາເນີນ ການສືບສວນ ສອບສວນຕໍ່ໆໄປ. ໃນຈົດໝາຍ ຂອງ ທ່ານຢົ້ງ ໄດ້ເນັ້ນເຖີງ ຄວາມເອົາໃຈໃສ່ ໃນດ້ານ ການປະຕິບັດ ຕາມກົດໝາຍ ສາກົນ ບໍ່ຕໍ່າກ່ວາ 7 ຂໍ້ ທີ່ ທາງຣັຖບານ ວຽງຈັນ ໄດ້ເຊັນຮ່ວມ ນາໆຊາດ ໃນຣະຍະ ຜ່ານມາ ແຕ່ຍັງບໍ່ໄດ້ ໃຫ້ສັຕຍາບັນ ເທົ່ານັ້ນ.
ໃນຣະຍະ 3 ອາທິດ ທີ່ຜ່ານມານີ້ ອົງການ ຕ່າງປະເທດ ໂດຍສະເພາະ 60 ກວ່າອົງການ ຈັດຕັ້ງ ປະຊາຊົນໄທ ໄດ້ເຮັດຈົດໝາຍ ຮຽກທວງ ໃຫ້ຣັຖບານລາວ ສືບສວນ ການຫາຍສາບສູນ ຂອງ ທ່ານ ສົມບັດ ຢ່າງຮີບດ່ວນ. ໂຄສົກ ຕາງໜ້າ ຣະດັບສູງ ສະຫະພາບ ຢູໂຣບ ສະຖານທູຕ ສະຫະຣັຖ ປະຈໍາລາວ ອອກຖແລງການ ສະແດງ ຄວາມເປັນຫ່ວງ, ອົງການ ພາຄີ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ມີສໍານັກງານ ຢູ່ປະເທດ ເຢັຽຣະມັນ ໄດ້ອອກ ຖແລງການ ຮຽກທວງໃຫ້ ຣັຖບານລາວ ເລັ່ງລັດ ການສືບສວນ ແລະ ຊອກຫາໂຕ ທ່ານ ສົມບັດ ໃຫ້ໄດ້ກັບຄືນ ສູ່ຄອບຄົວ ແລະຍາຕພີ່ນ້ອງ.