ລາວມີໜ້າທີ່ຍ້າຍອອກ ໃຫ້ຈີນໃຫ້ວຽດນາມ

ຊາວລາວ ບໍ່ມີໃຜ ກ້າອອກ ຄວາມເຫັນ ໃນເຣື່ອງ ການເຂົ້າມາ ລົງທຶນ ຂອງ ຊາວຕ່າງດ້າວ ໃນພື້ນທີ່ດິນ ຂອງຕົນ.
ຈໍາປາທອງ
2012.12.06
F-Lao-people ຊີວິດການເປັນຢູ່ ຂອງ ປະຊາຊົນ ລາວ ຂ.ຊຽງຂວາງ ທີ່ຂົນຂວາຍ ພັທນາ ໂຕເອງ ໃຫ້ຢູ່ລອດ ມີແຕ່ແມ່ຍິງ ຕ້ອງຂຸດດິນ ເຮັດໄຮ່ ເຮັດສວນຄົວ
Mennonite central commitee

ຊາວລາວ ຢູ່ນະຄອນຫລວງ ວຽງຈັນ ເປີດເຜີຍ ຄວາມອັດອັ້ນໃຈ ຂອງຕົນເອງ ຕໍ່ການເຂົ້າມາ ລົງທຶນ ຂອງ ນັກທຸຣະກິດ ຊາວຕ່າງດ້າວ ຍ້ອນວ່າ ບໍ່ມີຜູ້ໃດ ກ້າອອກຄໍາເຫັນ ຫລື ຄັດຄ້ານ ຊຶ່ງບາງຄັ້ງ ກໍບໍ່ຮູ້ຂໍ້ມູນ ລາຍລະອຽດ ຂອງ ແຕ່ລະໂຄງການ ລົງທຶນ ນັ້ນເລີຍ.

ນາງເວົ້າວ່າ ເຣື່ອງຂໍ້ມູນ ການລົງທຶນ ຂອງ ຕ່າງປະເທດ ແລະ ການພັທນາ ໃນແຕ່ລະພື້ນທີ່ ນັ້ນສ່ວນຫລາຍ ແມ່ນຮູ້ແບບ ປາກຕໍ່ປາກ ຫາກໂຄງການ ລົງທຶນ ໄປກວມເອົາ ທີ່ດິນ ຂອງ ປະຊາຊົນ ພວກປະຊາຊົນ ກໍບໍ່ພໍໃຈ ຕໍ່ການຕັດສິນໃຈ ຂອງທາງການ ແຕ່ກໍເຮັດຫຍັງ ບໍ່ໄດ້. ສ່ວນເຈົ້າໜ້າທີ່ ກົມທີ່ດິນ ເວົ້າວ່າ ປະຊາຊົນ ມີສິດຄັດຄ້ານ ຫາກ ບໍ່ພໍໃຈ ຕໍ່ການເຂົ້າມາ ລົງທຶນ ຂອງຕ່າງປະເທດ ແຕ່ຕ້ອງເປັນ ໄປຕາມ ກົດຣະບຽບ ບ້ານເມືອງ:

"ໂດຍລວມແລ້ວ ປະຊາຊົນ ກໍມີສິດ ແຕ່ວ່າເຈົ້າ ຊີ່ຄັດຄ້ານໃດ້ ມັນຕ້ອງມີ ຈຸດປະສົງ ຂອງມັນ ຄັດຄ້ານໄດ້ ໂດຍບໍ່ແມ່ນ ການປະທ້ວງ ເພາະວ່າຣະບົບ ຂອງພວກເຮົາ ບໍ່ອະນຸຍາດ ໃຫ້ມີການ ປະທ້ວງ ໝາຍຄວາມວ່າ ເຈົ້າຈະຄັດຄ້ານ ເຈົ້າກໍເຮັດ ເປັນຄໍາຮ້ອງ ໂດຍຜ່ານບ້ານ ຜ່ານເມືອງ ວ່າມັນມີ ຜົນກະທົບ ແທ້ໆແລ້ວ ທາງຣັຖເຮົາ ກໍໄດ້ລົງ ສໍາຣວດກວດກາ".

ແຕ່ຄົນລາວຜູ້ນັ້ນ ເວົ້າວ່າ ຊາວລາວ ສ່ວນຫລາຍຄິດວ່າ ການເຂົ້າມາ ລົງທຶນນັ້ນ ເປັນການສົ່ງເສີມ ໃຫ້ປະຊາຊົນ ລາວ ຫລຸດພົ້ນ ຈາກຄວາມທຸກຍາກ ແຕ່ຄວາມຈິງແລ້ວ ຊາວລາວ ທົ່ວປະເທດ ກໍຍັງທຸກຍາກຢູ່ ຍ້ອນພວກນັກ ທຸຣະກິດ ບໍ່ໄປລົງທຶນ ຢູ່ເຂດຮ່າງໄກ ສ່ວນໃຫຍ່ກໍມັກ ວົນວຽນ ຢູ່ໃນຕົວເມືອງ ຫລືເຂດ ອ້ອມຕົວເມືອງ ຈື່ງເປັນການ ບັງຄັບໃຫ້ ຄົນລາວ ຜູ້ທຸກຍາກ ທຶນໜ້ອຍ ຕ້ອງໄດ້ ໂຍກຍ້າຍ ອອກໄປ ແບບຕໍ່ວ່າ ຄັດຄ້ານບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.