ໂຄງການເຂື່ອນນໍ້າງື່ມ 3 ຖືກເລື່ອນໄປ

ການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າງື່ມ 3 ນັ້ນ ຖືກ ເລື່ອນເວລາ ອອກໄປ ຈາກທີ່ໄດ້ກໍານົດໄວ້ ພາຍຫລັງ ທີ່ມີການຕົກລົງ ທີ່ຈະຂຍາຍສັນຍາ ພັທນາໂຄງການເດີມອອກໄປ.
ຈະເຣີນສຸກ
2012.12.06

ສ່ວນ ການກໍ່ສ້າງ ຫ້ອງການ ແລະ ບ່ອນພັກ ຂອງພະນັກງານ ນັ້ນ ກໍໄດ້ດໍາເນີນ ການກໍ່ສ້າງ ໄປແລ້ວ ບາງສ່ວນ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ພະລັງງານ ແລະ ບໍ່ແຮ່:

“ນໍ້າງື່ມ 3 ສະພາບຮອດເດືອນນີ້ ເນາະ 2012 ກະກຽມ ເຈຣະຈາ ຄ່າໄຟຟ້າ ກັບ ອີກາດທ໌ ເນາະ ກະກຽມ ຕໍ່ສັນຍາ ພັທນາ ໂຄງການ ແລະ ກໍຕິດຕາມ ຄວາມຄືບໜ້າ ສະຖານນີ ຮັ໊ນ ນາວົງ ກໍ່ສ້າງ ຢູ່ພາກສນາມ ແມ່ນກໍໄດ້ສືບຕໍ່ ກໍ່ສ້າງ ເຮືອນພັກ ແລ້ວກໍຫ້ອງການ ຊົ່ວຄາວ ສ້າງສະຖານນີ 115”

ທ່ານ ກ່າວຕື່ມວ່າ ສ່ວນຫລາຍ ແມ່ນການກຽມພ້ອມ ເບື້ອງຕົ້ນ ກ່ອນການກໍ່ສ້າງ ຕົວເຂື່ອນ, ຊຶ່ງປັຈຈຸບັນ ຍັງຢູ່ໃນຂັ້ນຕອນ ພັທນາ ໂຄງການ ຕໍ່ໄປ, ແລະ ຍັງບໍ່ແນ່ນອນວ່າ ຈະຕໍ່ອອກໄປ ອີກດົນປານໃດ. ແຕ່ປົກຕິແລ້ວ ມັກຈະຕໍ່ ຢ່າງໜ້ອຍ 6 ເດືອນ ຫລື ຢ່າງຫລາຍ 18 ເດືອນ.

ເຂື່ອນນໍ້າງື່ມ 3 ຈະມີພະລັງ ການຜລິດ460 ເມກາວັດ ຕາມຣາຍງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງໄດ້ເຣີ້ມຕົ້ນ ສຶກສາສໍາຣວດ ມາຕັ້ງແຕ່ ປີ 1997, ແຕ່ມີການຫລ້າ ແລະ ເລື່ອນເວລາ ມາໂດຍຕລອດ. ປັຈຈຸບັນ ໄດ້ກັບມາສຶກສາ ແລະ ມີເປົ້າໝາຍ ຈະກໍ່ສ້າງອີກ ແລະ ຄາດວ່າ ຈະໃຫ້ສໍາເລັດ ໃນປີ 2018.

ໂຄງການ ເຂື່ອນນໍ້າງື່ມ 3 ເປັນໂຄງການ ຮ່ວມທຶນ ຂອງຫລາຍບໍຣິສັດ LHSE ຂອງລາວ 23 ສ່ວນຮ້ອຍ, ມາຣູເບນີ ຈາກຍີ່ປຸ່ນ 20 ສ່ວນຮ້ອຍ, ໄຟຟ້າຣາຊບູຣີ ຈາກປະເທດໄທ 25 ສ່ວນຮ້ອຍ ແລະ ຈີແອັມແອັສ ຈາກປະເທດໄທ 27 ສ່ວນຮ້ອຍ. ເຂື່ອນດັ່ງກ່າວ ມີເປົ້າໝາຍ ຈະສົ່ງ ໄຟຟ້າ ຂາຍ ໃຫ້ປະເທດໄທ.

ສ່ວນຜົລກະທົບ ຕໍ່ຊາວບ້ານ ນັ້ນ ຄາດວ່າ ໂຄງການ ເຂື່ອນນໍ້າງື່ມ່ 3 ຈະໄດ້ມີການໂຍກຍ້າຍ ຊາວບ້ານ ທັງໝົດ 1000 ຄົນ ໃນ 195 ຄົວເຮືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.