ທາງການບຸກເບີກພື້ນທີ່ ໃຫ້ຊາວທ່າແຕງ
2012.12.06
ທາງການ ແຂວງເຊກອງ ກໍາລັງບຸກເບີກ ທີ່ດິນ ປູກຝັງ ໃຫ້ປະຊາຊົນ ຢູ່ເມືອງທ່າແຕງ ຈໍານວນ 135 ເຮັກຕາ ເພື່ອແກ້ໄຂ ບັນຫາ ຂັດແຍ່ງ ກັບທາງການ ທີ່ຍືດເຍື້ອ ມາໄດ້ ຕັ້ງດົນນານ. ເຈົ້າໜ້າທີ່ ກ່ຽວຂ້ອງ ກັບເຣື່ອງນີ້ ເປີດເຜີຍວ່າ ຣັຖບານໄດ້ ວ່າຈ້າງ ບໍຣິສັດ ເອກກະຊົນ ເພື່ອບຸກເບີກ ທີ່ດິນໃຫ້ ປະຊາຊົນ ແລ້ວ:
"ແມ່ນຫັ້ນຫນະ ເພີ່ນເຮັດ ເຣື່ອງທີ່ດິນ ການແກ້ໄຂບັນຫາ ຄວາມຂັດແຍ່ງ ທີ່ດິນ ເພາະວ່າ ຢູ່ພຸ້ນມັນ ກໍຈະມີເຣື່ອງ ການສໍາປະທານ ແຕ່ວ່າ ປະຊາຊົນ ຂະເຈົ້າ ກໍຍັງບໍ່ຮູ້ ເຣື່ອງກົດໝາຍ ເທື່ອ ເຣື່ອງການເປັນ ເຈົ້າຂອງດິນ ຂອງຕົນເອງ ຫລືວ່າ ການໂຍກຍ້າຍ".
ທ່ານໃຫ້ລາຍ ລະອຽດວ່າ ແຜນການນີ້ ຈະໃຫ້ທີ່ດິນ ແກ່ປະຊາຊົນ 2 ບ້ານ ຄືບ້ານ ຫຍຶບ ແລະ ບ້ານ ສະຕື ໃຫ້ບໍຣິສັດ ຄຸມມີໄຊ ບຸກເບີກ ຕາມສັນຍາ ໃນ ມູນຄ່າ 1,200 ລ້ານກີບ ເພື່ອບຸກເບີກ ທີ່ດິນ ໃຫ້ຊາວບ້ານ ບ້ານຫຍຶບ ປູກເຂົ້າ ປູກຜັກກິນ ຈໍານວນ 85 ເຮັກຕາ ແລະ ໃຫ້ບ້ານ ສະຕື 50 ເຮັກຕາ.
ເຖິງຢ່າງໃດ ກໍຕາມ ທ່ານກໍວ່າ ການຂັດແຍ່ງ ນັ້ນຍັງຈະແກ້ໄດ້ ບໍ່ໝົດ ຍ້ອນວ່າ ຊາວບ້ານຍັງ ບໍ່ເຂົ້າໃຈກົດໝາຍ ດັ່ງນັ້ນຈະຕ້ອງໄດ້ ເຜີຍແພ່ ຄວາມຮູ້ ທາງດ້ານ ກົດໝາຍ ທີ່ດິນ ໃຫ້ພວກ ເຂົາເຈົ້າຮູ້.
ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ແຜນການບຸກເບີກ ທີ່ດິນ ໃຫ້ປະຊາຊົນ ນີ້ໄດ້ເລີ່ມມາ ຕັ້ງແຕ່ເດືອນ ກັນຍາ 2012 ໂດຍທີ່ທາງການລາວ ຄາດໝາຍວ່າ ຈະເຮັດໃຫ້ ແລ້ວທັນ ຣະດູການ ເພາະປູກ ຂອງປີ 2013 ຈະມາເຖິງນີ້.