ຊາວຈີນຍັງລັກລອບ ໃຊ້ປຸຍຕ້ອງຫ້າມ

ການລັກໃຊ້ ສາຣເຄມີ ທີ່ຕ້ອງຫ້າມ ໃນສວນ ຢາງພາລາ ຂອງຊາວຈີນ ຢູ່ແຂວງ ຜົ້ງສາລີ ຍັງເປັນບັນຫາ ຍ້ອນການ ກວດກາ ບໍ່ທົ່ວເຖີງ ຈື່ງ ເປັນການຍາກ ທີ່ຈະຫ້າມໄດ້.
ຈໍາປາທອງ
2012.12.06

ເຈົ້າໜ້າທີ່ ແຂວງ ຜົ້ງສາລີ ທ່ານນຶ່ງ ເວົ້າກັບ ເອເຊັຍເສຣີ ວ່າ ຊາວຈີນ ທີ່ເຂົ້າມາ ລົງທຶນ ປູກຢາງພາລາ ຢູ່ໃນແຂວງ ລັກໃຊ້ ສາຣເຄມີ ຢ່າງຫລວງຫລາຍ ເພື່ອຜົນປໂຍດ ຂອງ ພວກເຂົາເຈົ້ານັ້ນ ຍັງແກ້ໄຂ ບໍ່ໄດ້ ຍ້ອນເຈົ້າໜ້າທີ່ ໄປກວດກາ ສວນຢາງພາລາ ພຽງ 2 ເທື່ອຕໍ່ປີ ເທົ່ານັ້ນ ແຕ່ພວກນັກ ລົງທຶນຈີນ ໃຊ້ສາຣເຄມີ ຢູ່ທຸກເດືອນ ແລະ ກໍຍັງ ປະຕິເສດ ເວລາ ເຈົ້າໜ້າທີ່ ກວດກາ ໄປສອບຖາມ. ທ່ານວ່າ:

"ມັນກໍສິຍາກ ໜ້ອຍນຶ່ງ ຫັ້ນແຫລະ ຄືວ່າ ແຫລະເນາະ ບໍ່ແມ່ນວ່າເຮົາ ຊີ່ອອກກວດ ຂະເຈົ້າ ທຸກເດືອນເນາະ ປີນຶ່ງ 2 ເທື່ອ ກໍຄິດເບິ່ງ ຊ່ວງທີ່ເຮົາຖາມ ເຂົາກໍອາດ ປະຕິເສດ ເຮົາກໍໄດ້ວ່າ ບໍ່ໃຊ້ ແມ່ນຫຍັງ ຫັ້ນນະ ແຕ່ຂະເຈົ້າ ຊີ່ມີການລັກໃຊ້".

ທ່ານເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ທາງເຈົ້າໜ້າທີ່ ກໍໄດ້ປູກ ຈິດສໍານຶກ ໃຫ້ຊາວຈີນ ທີ່ເປັນຜູ້ລົງທຶນ ປູກຢາງພາລາ ໃຫ້ຮູ້ເຖິງ ຜົນຮ້າຍຂອງ ການໃຊ້ ສາຣເຄມີ. ແຕ່ຕາມຄໍາເວົ້າ ຂອງ ປະຊາຊົນ ທ້ອງຖິ່ນ ວ່າຊາວຈີນ ບໍ່ເຄີຍເອົາ ຫົວຊາ ແລະ ບໍ່ຄໍານຶງເຖິງ ຜົນກະທົບ ຕໍ່ຜູ້ຄົນ ແລະ ສິ່ງແວດລ້ອມ ແຕ່ຢ່າງໃດ ສົນໃຈນໍາ ແຕ່ວ່າຈະເຮັດ ແນວໃດ ບໍ່ໃຫ້ ສັດຕຣູພືດ ມາລົບກວນ ຕົ້ນຢາງພາລາ ຂອງພວກເຂົາເຈົ້າ ກໍພໍ.

ທ່ານວ່າ ຫາກ ທາງການລາວ ຍັງບໍ່ສາມາດ ແກ້ໄຂບັນຫາ ນີ້ໄດ້ ໃນອະນາຄົດ ສິ່ງແວດລ້ອມ ໃນເຂດນັ້ນ ກໍຈະໄດ້ຮັບ ຜົນກະທົບ ທີ່ຮຸນແຮງ ຢ່າງແນ່ນອນ ຮວມທັງ ປະຊາຊົນ ແຫລ່ງນໍ້າ ທັມມະຊາດ ສັດສາວາສິ່ງ ທີ່ອາສັຍ ນໍ້າຫ້ວຍ ນໍ້າໜອງ ດື່ມກິນ.

ເຖິງວ່າມີການໃຊ້ ສາຣພິດເຄມີ ໃນສວນ ຢາງພາລາ ຊື່ງທາງ ເຈົ້າໜ້າທີ່ ກໍຮູ້ດີ ແຕ່ຍ້ອນບໍ່ມີ ຫລັກຖານ ຈຶ່ງບໍ່ສາມາດ ເຮັດຫຍັງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.