ເຣື້ອງທີ່ເກັບບັນທຶກໄວ້
2022-09-07
ໂຈນປຸ້ນຈີ້ ຂີ້ລັກງັດແງະ ຣະບາດຢູ່ເມືອງໃຫຍ່ໆ ເປັນຕົ້ນ ຢູ່ນະຄອນຫລວງວຽງຈັນ ແລະແຂວງຫລວງພຣະບາງ ຍ້ອນຄວາມທຸກຍາກ ແລະການວ່າງງານ, ມີຄົນເລ້ລ້ອນ ເສບຢາເສບຕິດຫລາຍຂຶ້ນ ສິ່ງເຫຼົ່ານີ້ ກາຍເປັນບັນຫາ ໃນສັງຄົມລາວ ເຮັດໃຫ້ຄົນດີຢູ່ຍາກ ສ່ວນເຈົ້າໜ້າ ກໍເຮັດຫຍັງບໍ່ໄດ້ຫຼາຍ.
2022-09-07
ຖນົນຫົນທາງ ສ່ວນໃຫຍ່ເປ່ເພ ແຕ່ຍັງບໍ່ໄດ້ສ້ອມແປງ ໂດຍສະເພາະ ເສັ້ນທາງເລຂທີ່ 13 ເໜືອ ເນື່ອງຈາກ ຝົນຕົກໜັກ ແລະນ້ຳຖ້ວມ ຂະນະທີ່ ປະຊາຊົນ ໄດ້ແຕ່ຫວັງວ່າ ທາງການ ຈະສ້າງເສັ້ນທາງ ໃຫ້ໄດ້ມາຕຖານ ເພື່ອຄວາມປອດພັຍ ໃນການສັນຈອນ.
2022-09-07
ເຈົ້າໜ້າທີ່ ເມືອງທ່າພະບາດ ແຂວງບໍຣິຄໍາໄຊ ຈັບຜູ້ລັກລອບ ຄ້າຢາເສບຕິດໄດ້ 4 ຄົນ ພ້ອມກັບ ກັນຊາອັດແທ່ງ 1,600 ກິໂລ ໃນວັນທີ 6 ກັນຍານີ້ ຊຶ່ງຜູ້ຕ້ອງຫາອ້າງວ່າ ຈະຂົນໄປ ນະຄອນຫຼວງວຽງຈັນ ສ່ວນຄະດີ ຍັງຢູ່ໃນຂັນຕອນ ການສືບສວນ, ສອບສວນ.
2022-09-07
ອັດຕຣາເງິນເຟີ້ ໃນລາວປັດຈຸບັນ ສູງເຖິງ 30.01% ເພີ່ມຈາກເດືອນກໍຣະດາ ເຖິງ 4.41% ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລາຄາສິນຄ້າ ເກືອບທຸກໝວດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ໝວດສະບຽງອາຫານ, ເຄື່ອງດີື່ມ ແລະ ການຄົມມະນາຄົມ-ຂົນສົ່ງ.
2022-09-06
ມີການໂກງເງິນ ເປັຽຫວຍກັນເກີດຂຶ້ນ ຢູ່ແຂວງໄຊຍະບູຣີ ເຮັດໃຫ້ມີຜູ້ເສັຽຫຼາຍຄົນ ແລະ ເສັຽເງິນໄປເປັນຈຳນວນຫຼາຍ ຂະນະທີ່ ແມ່ຫວຍຖືກເຈົ້າໜ້າທີ່ຈັບ ໃນຂໍ້ຫາໂກງຊັບປະຊາຊົນ ອີງຕາມຂໍ້ມູນ ຈາກບຸກຄົນໃກ້ຊິດ ເຈົ້າໜ້າທີ່ ແຂວງໄຊຍະບູຣີ.
2022-09-06
ທາງການລາວ ຈະຈ້າງບໍຣິສັດທີ່ປຶກສາ ທັງພາຍໃນ ແລະຕ່າງປະເທດ ເພື່ອເຂົ້າມາປະຕິຮູບ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ໃນການແກ້ໄຂ ສະພາວະຂາດທຶນ ຂອງບໍຣິສັດ ແລະເປັນການແກ້ໄຂ ບັນຫາວິກິຕນ້ຳມັນ ໃນອະນາຄົຕ.
2022-09-06
ຣັຖບານລາວ ຕັ້ງເປົ້າໝາຍຈະໃຫ້ມີ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວ ໃນປີ 2022 ນີ້ ຢ່າງໜ້ອຍ 9 ແສນຄົນ ແລະຄາດວ່າ ຈະມີລາຍຮັບໄດ້ 218 ລ້ານໂດລ້າຣ໌ສະຫະຣັຖ, ແຕ່ຜູ້ປະກອບການ ທ່ອງທ່ຽວຈໍານວນນຶ່ງ ເວົ້າວ່າ ມາເຖິງປັດຈຸບັນ ສະພາບການທ່ອງທ່ຽວ ຢູ່ລາວຍັງບໍ່ດີຂຶ້ນເທົ່າທີ່ຄວນ.
2022-09-06
ເຫດການນ້ຳຖ້ວມ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເຮັດໃຫ້ບ້ານເຮືອນ ຂອງຊາວບ້ານ ຈຳນວນຫຼາຍຄອບຄົວ ຢູ່ເມືອງຂວາ ແຂວງຜົ້ງສາລີ ແລະ ເມືອງໄຊ, ເມືອງນາໝໍ້, ເມືອງຫຼາ ຂອງແຂວງອຸດົມໄຊ ພັງເສັຽຫາຍ ແຕ່ມາຮອດປັດຈຸບັນ ຍັງບໍ່ມີທີ່ພັກອາສັຍເທື່ອ.
2022-09-06
ຊາວບ້ານ ທີ່ໄດ້ເສັຍດິນທໍາການຜລິຕ ໃຫ້ໂຄງການຣີສອຣ໌ດ ສນາມກ໊ອຟ ສາກົລ ພູກິ່ວລົມ ຢູ່ເຂດບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເນື້ອທີ່ 133 ເຮັກຕ້າຣ໌ ຊຶ່ງຄາດ ວ່າຈະເຣີ່ມລົງມືກໍ່ສ້າງ ໃນອີກບໍ່ດົນນີ້ ໄດ້ຮັບຄ່າຊົດເຊີຍ ຕໍ່າກວ່າລາຄາ ໃນຕລາດຫລາຍ ແຕ່ກໍຈໍາເປັນ ຕ້ອງຍອມຮັບ.
2022-09-05
ວັນແຮງງານ ຂອງສະຫະຣັຖອາເມຣິກາ ແມ່ນວັນຈັນທໍາອິດ ຂອງເດືອນກັນຍາ ໃນແຕ່ລະປີ, ປີນີ້ຕົກຖືກວັນທີ 5 ຊຶ່ງ ຊາວອາເມຣິກັນ ທັງມວນພາກັນສລອງ ຢ່າງມີຄວາມໝາຍ ແລະເບີກບານມ່ວນຊື່ນ ເຖິງໂຄວິດ-19 ຍັງຈະບໍ່ໝົດໄປກໍຕາມ.
2022-09-04
ນັກເຄື່ອນໄຫວ ອະດີຕຫົວໜ້າ ນັກສຶກສາ ເພື່ອປະຊາທິປະໄຕ ໃນພະມ້າ ຖືກສານທະຫານ ຕັດສິນຈຳຄຸກ 7 ປີ ໃນຂໍ້ຫາ ຕໍ່ຕ້ານຣັຖບານ ທະຫານ.
2022-09-04
ກອງກຳລັງແຫ່ງຊາຕ ກະຫຼ່ຽງ ຫຼື KNU ທີ່ເປັນກຸ່ມຕິດອາວຸດ ຊົນຊາຕ ຊົນເຜົ່າ ໄດ້ສັງຫານ ທະຫານພະມ້າ ໄປແລ້ວເກືອບ 50 ຄົນ ຫຼັງຈາກທີ່ ໄດ້ຕໍ່ສູ້ກັນ ເປັນເວລາຫຼາຍອາທິດ ສ່ວນປະຊາຊົນ ຕ້ອງໜີພັຍສົງຄາມ ດ້ວຍຄວາມອົດຢາກ.
2022-09-04
ປວັດສາຕ ຮ່ວມສມັຍ ຕັ້ງແຕ່ເວລາ ປະເທດລາວ ໄດ້ພົ້ນຈາກ ການເປັນ ຫົວເມືອງຂຶ້ນ ຂອງປະເທດຝຣັ່ງເສສ ຈົນເຖິງເວລາ ມີການປ່ຽນແປງ ລະບອບ ການປົກຄອງ ໃນປີ 1975.
2022-09-02
ໃນສະພາເງິນເຟີ້ ທີ່ປະເທດລາວ ກຳລັງປະສົບບັນຫາຢູ່ນີ້ ເຮັດໃຫ້ ພໍ່, ແມ່ ຜູ້ປົກຄອງນັກຮຽນ ຫຼາຍຄົນທີ່ສົ່ງລູກຮຽນ ໂຮງຮຽນສາມັນເອກຊົນ ປະສົບບັນຫາ ການຊື້ຊຸດນັກຮຽນ ທີ່ມີລາຄາແພງເກີນໄປ ຊຶ່ງລາຄາເສື້ອ 1 ຜືນ ປະມານ 1 ແສນປາຍກີບ, ແພງຂຶ້ນເທົ່າໂຕ ຈາກແຕ່ກ່ອນລາຄາ ປະມານ 80 ພັນປາຍກີບ.
2022-09-02
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຣັຖບານ ອອສເຕຣເລັຽ ຈັດສັມນາ ໃຫ້ແກ່ຜູ້ຂຽນ ຫຼັກສູດວິທຍາສາຕ ແລະ ສິ່ງແວດລ້ອມ ສະບັບປັບປຸງໃໝ່ ຊັ້ນປະຖົມ ປ.5 ໂດຍນັ້ນໃສ່ ການຮຽນຮູ້ດ້ວຍການປະຕິບັດໂຕຈິງ ໃນການຮັກສາແຫຼ່ງນ້ຳ ແລະ ການປູກພືດເປັນຫຼັກ.