ອັດຕຣາເງິນເຟີ້ ກະທົບຕໍ່ຊີວິຕ ຊາວບ້ານ ຢ່າງໜັກ
2022.09.07
ສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ ໄດ້ຣາຍງານວ່າ ເດືອນສິງຫາ ທີ່ຜ່ານມາ ອັດຕຣາເງິນເຟີ້ໃນລາວສູງເຖິງ 30.01% ເພີ່ມຂຶ້ນຈາກເດືອນກໍຣະດາ ເຖິງ 4.41%, ແຕ່ເມື່ອທຽບໃສ່ເດືອນດຽວກັນ ໃນປີ 2021 ເຟີ້ສູງເຖິງ 30.01% ເນື່ອງຈາກລາຄາສິນຄ້າ ເກືອບທຸກໝວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ໝວດສະບຽງອາຫານ, ເຄື່ອງດີື່ມ ແລະ ການຄົມມະນາຄົມ-ຂົນສົ່ງ.
ກ່ຽວກັບເຣື່ອງນີ້ ຊາວບ້ານໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນ ທີ່ 7 ກັນຍາ 2022 ນີ້ວ່າ ປັດຈຸບັນ ສິນຄ້າທີ່ຈໍາເປັນ ຕໍ່ຊີວິຕການຢູ່ ຂອງປະຊາຊົນ ປະເພດເຂົ້າ, ຊີ້ນໝູ -ຊີ້ນງົວ, ເປັດ-ໄກ່ ແລະປາ ມີລາຄາແພງຂຶ້ນ ຢ່າງລະ 10 ພັນກີບຂຶ້ນເມືອ ເມື່ອທຽບໃສ່ 2 ເດືອນຜ່ານມາ ຊຶ່ງສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ຂອງຊາວບ້ານ ຜູ້ທີ່ມີລາຍໄດ້ໜ້ອຍ ຢ່າງໜັກໜ່ວງ.
ດັ່ງຊາວບ້ານຜູ້ນີ້ ເວົ້າວ່າ:
“ຂຶ້ນຫຼາຍ ເຂົ້າແພງຫຼາຍ ອັນໃດກະອັນແພງເບິດ. ເຂົ້າໝື່ນນຶ່ງ 120,000 (ກີບ) ຜ່ານມາຫວ່າງ ເດືອນ 6 ເດືອນ 7 ນ່າ, ດຽວນີ້ໝື່ນລະ 130,000, 150,000 (ກີບ) ເຂົ້າໜຽວງາມນ່າ, ຊີ້ນໝູໂລ 65,000 ດຽວນີ້ນ່າ. ເດືອນແລ້ວຜ່ານມານີ້ ໂລ 55, ໂລ 50 ອັນບໍ່ງາມນ່າ ງາມລະ 55,000 (ກີບ), ໄກ່ລາດ ໂລ 30,000 ສອງເດືອນກ່ອນຜ່ານມານ່າ ມາຕົກມາດຽວນີ້ ລະໂລນຶ່ງ 42 ພັນ, ເປັດກະໂລນຶ່ງ 30 ພັນດຽວນີ້ນ່າ ແຕ່ກີ້ລະແມ່ນ ໂລ 20 ພັນກີບ, ປານິນກະໂລ 20 ພັນ 25 ພັນ ມາດຽວນີ້ ໂລລະ 35 ພັນກີບ.”
ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ກໍໄດ້ຮັບຜົລກະທົບໜັກສົມຄວນ ແລະ ຕາມການສັງເກດກໍເຫັນວ່າ ໃນໄລຍະນີ້ ຄົນລາວຈໍານວນບໍ່ໜ້ອຍ ພາກັນໃຊ້ຊີວິຕລໍາບາກຫຼາຍ ເພາະຫາເງິນຍາກຂຶ້ນ ຂະນະທີ່ລາຄານໍ້າມັນ ແລະສິນຄ້າທຸກຢ່າງ ກໍປັບລາຄາແພງຂຶ້ນຕໍ່ເນື່ອງ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ່ຂຶ້ນໝົດໆ ຄົນຊື້ກິນກະຊື້ໜ້ອຍແຫຼະ ເຂົາບໍ່ມີເງິນ ບາງເທື່ອສິ້ນເດືອນ ກະບໍ່ໄດ້ເງິນກະມີ ຫາເງິນກະບໍ່ໄດ້ກຸ້ມກິນນ່ານີ້ກະດາຍ.”
ໃນຂະນະທີ່ ແມ່ຄ້າຂາຍເຄື່ອງຍ່ອຍ ໃນນະຄອນໄກສອນພົມວິຫານ ກ່າວວ່າ ອັດຕຣາເງິນເຟີ້ ເພີ່ມສູງຂຶ້ນຕໍ່ເນື່ອງ ສົ່ງຜົລກະທົບຕໍ່ການຄ້າຂາຍຢ່າງໜັກໜ່ວງ ເພາະຊາວບ້ານຈໍານວນຫຼາຍ ບໍ່ໄດ້ອອກມາຈັບຈ່າຍຊື້ເຄື່ອງ-ຊື້ຂອງ ຄືືເມື່ອກ່ອນ ເນື່ອງຈາກສິນຄ້າເກືອບທຸກໝວດ ກໍປັບລາຄາແພງຂຶ້ນ ໂດຍສະເພາະ ສິນຄ້ານໍາເຂົ້າ ແລະນໍາໃຊ້ວັດຖຸດິບຈາກຕ່າງປະເທດ.
ດັ່ງແມ່ຄ້າຂາຍເຄື່ອງຍ່ອຍ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
“ແພງແລ້ວດຽວນີ້ ຂາຍບໍ່ໄດ້ດຽວນີ້ນ່າ ໝົດເຄື່ອງແລະກະໝົດເງິນ ແລ້ວກະຕິດໜີ້ໃດ໋ດຽວນີ້ນ່າ ແມ່ນຂຶ້ນຄູ່ຢ່າງ ແຕ່ຂາຍລາຄາເກົ່ານີ້ແຫຼະລູກ, 280,000 (ຕໍ່ 5 ແຕະ) ແຫຼະໄຂ່ໄກ່ ເຈົ້າເບິ່ງແຕ່ກີ້ 120,000-130,000 ກີບ, (ຊາວບ້ານ) ເຂົາປະຢັດໃດ໋ ຊ່ວງນີ້ ເຂົາປະຢັດ.”
ແມ່ຄ້າຜູ້ນີ້ ຍັງກ່າວອີກວ່າ ສາເຫດທີ່ປັບຂຶ້ນລາຄາສິນຄ້າ ກໍເນື່ອງຈາກວ່າ ສິນຄ້າເກືອບໝົດພາຍໃນຮ້ານ ແມ່ນນໍາເຂົ້າມາຈາກປະເທດໄທຍ ໂດຍການນໍາສິນຄ້າເຂົ້າມາຂາຍ ກໍຈະມີພາຍໃນຮ້ານ ແມ່ນນໍາເຂົ້າມາຈາກປະເທດໄທຍ ໂດຍການນໍາສິນຄ້າເຂົ້າມາຂາຍ ກໍຈະມີເຣື່ອງຕົ້ນທຶນໃນການຂົນສົ່ງ ທີ່ຕິດພັນກັບລາຄານໍ້າມັນ, ການເສັຍພາສີ-ອາກອນນໍາເຂົ້າສິນຄ້າ ສະນັ້ນ ຈຶ່ງເຮັດໃຫ້ລາຄາສິນຄ້າໃນລາວ ມີຄວາມຈໍາເປັນຈະຕ້ອງປັບຂຶ້ນລາຄາ ຕາມກົລໄກຂອງສະພາບເສຖກິຈ.
ສ່ວນຊີ້ນປະເພດຕ່າງໆ ປັດຈຸບັນ ແມ່ນໄດ້ມີການປັບຂຶ້ນເກືອບທຸກປະເພດ ຕັ້ງແຕ່ເດືອນກໍຣະກດາ ທີ່ຜ່າມາແລ້ວ ເປັນຕົ້ນວ່າ ຊີ້ນງົວ ຈາກລາຄາ 85,000 ກີບ ໃນໄລຍະເດືອນມິຖຸນາ ປັບຂຶ້ນມາຢູ່ໃນລາຄາ 95,000 ກີບຕໍ່ກິໂລໃນປັດຈຸບັນ, ຊີ້ນໝູ ຈາກລາຄາ 45,000 ກີບໃນໄລຍະເດືອນມິຖຸນາ ປັບຂຶ້ນລາຄາ ເປັນ 55,000 ກີບ ຫາ 60,000 ກີບຕໍ່ກິໂລ.
ແມ່ຄ້າຊີ້ນໝູຜູ້ນຶ່ງ ໃນເມືອງທ່າແຂກ ແຂວງຄໍາມ່ວນ ກ່າວວ່າ ຢາກປັບຂຶ້ນລາຄາອີກໜ້ອຍນຶ່ງ ສໍາລັບຊີ້ນປະເພດຕ່າງໆ ເນື່ອງຈາກຕົ້ນທຶນທີ່ຮັບມາຂາຍ ກໍຂ້ອນຂ້າງແພງ ແຕ່ທາງການລາວ ພັດໄດ້ກໍານົດລາຄາມາແລ້ວ ຈຶ່ງບໍ່ສາມາດປັບຂຶ້ນລາຄາຊີ້ນ ປະເພດຕ່າງໆໄດ້ຕາມກົລໄກຂອງລຕາດ.
ດັ່ງແມ່ຄ້າຂາຍຊີ້ນໝູ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊີ້ນໝູຫວາ ໂລລະ 55 ພັນກີບ, ໝູໂຕນີ້ໂລ 80 ພັນກີບ ກະທັມມະດາບໍ່ຖືກບໍ່ແພງ ຕາມລາຄາບໍຣິສັດ ຂະເຈົ້າກະວາງອອກ ຄັນຂາຍແພງ ກະຂາຍບໍ່ໄດ້ ພວກຜູ້ກວດເຂົາກໍກວດ ພວກພາສີເຂົາກວດຕລອດ.”
ແມ່ຄ້າຂາຍເຄື່ອງຍ່ອຍ ແລະອາຫານສົດ ໃນນະຄອນຫຼວງວຽງຈັນ ກ່າວວ່າ ອຸກໃຈຫຼາຍ ຍ້ອນຂາຍອາຫານບໍ່ໄດ້ດີຄືແຕ່ກ່ອນ ເນື່ອງຈາກສິນຄ້າຫຼາຍຢ່າງ ຕ້ອງຂຶ້ນລາຄາ ສ່ວນເຄື່ອງນໍາເຂົ້າ ປະເພດໝີ່ໄວໆ, ປາກະປ໋ອງ ກໍຕ້ອງຂຶ້ນລາຄາ ກາຍເປັນວ່າສິນຄ້ານໍາເຂົ້າມາຂາຍ ແຕ່ພັດຂາຍບໍ່ໄດ້ດີ.
ດັ່ງແມ່ຄ້າຂາຍເຄື່ອງຍ່ອຍ ແລະອາຫານສົດ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂາຍເຄື່ອງຍາກ ບໍ່ຄືເກົ່າ ແຕ່ກີ້ຂາຍງ່າຍ ໄດ້ຂາຍດີ (ໝີ່ໄວໆ) ຢູ່ນີ້ຫໍ່ນຶ່ງ ແກັດນຶ່ງ 80 ພັນແລ້ວເດ້ ລາຄາສົ່ງໃດ໋ຫັ້ນ ກະຂາຍຍາກແລ້ວ, ໄຂ່ນີ້ ດຽວກີ້ແຕະນຶ່ງ 55 ພັນໃດ໋ ຢູ່ບ້ານຂ້ອຍນ່າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ ດ້ວຍສະພາບອັດຕຣາເງິນເຟີ້ ຮຸນແຮງແບບນີ້ ຖືເປັນເຣື່ອງທ້າທາຍ ແລະຫຍຸ້ງຍາກຫຼາຍສົມຄວນ ທີ່ຈະຫາແນວທາງແກ້ໄຂບັນຫາໃຫ້ໄດ້ໃນໄລຍະນີ້ ແຕ່ຜແນກອຸຸດສາຫະກັມ ແລະການຄ້າ ຈະຮ່ວມຫາລື ກັບ ກະຊວງອຸດສາຫະກັມ ແລະການຄ້າ ຢ່າງຕໍ່ເນື່ອງ ເພື່ອຫາແນວທາງແກ້ໄຂ ແລະຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີລາຄາແພງຂຶ້ນກວ່ານີ້.
ປັດຈຸບັນ ມີສິນຄ້າບາງໝວດເທົ່ານັ້ນ ທີ່ທາງການລາວ ໄດ້ກໍານົດລາຄາ ແລະຄຸ້ມຄອງ ຫ້າມຂຶ້ນລາຄາຕາມໃຈໂຕເອງ ເປັນຕົ້ນ ປະເພດຜັກສົົດ, ຊີ້ນງົວ, ເຂົ້າສານໜຽວ, ເຂົ້າສານຈ້າວ ແລະໄຂ່ໄກ່ ຜູ້ປະກອບການ ຈະຕ້ອງອີງຕາມລາຄາ ຂອງທາງການລາວເທົ່ານັ້ນ.
ສ່ວນສິນຄ້າປະເພດອື່ນໆ ທີ່ຈະຕ້ອງໄດ້ນໍາເຂົ້າມາຂາຍໃນລາວ ເປັນຕົ້ນ ໝີ່ໄວໆ, ປາກະປ໋ອງ, ອາຫານທະເລ ແລະເຄື່ອງຍ່ອຍຕ່າງໆ ສາມາດປັບຂຶ້ນລາຄາໄດ້ ຕາມກົລໄກຂອງຕລາດ ແຕ່ຜູ້ປະກອບການ ກໍຕ້ອງບໍ່ສວຍໂອກາດ ຂຶ້ນລາຄາແພງຈົນເກີນໄປ.
ດັ່ງເຈົ້າໜ້າທີ່ຜແກນອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປັບຂຶ້ນໄດ້ ກະບົນພື້ນຖານ ວ່າໃນຄວາມເໝາະສົມຫັ້ນແຫຼະ ເຮົາກະຕິດຕາມຢູ່ວ່າ ຄືສະພາບເນາະ ອັດຕຣາແລກປ່ຽນ ນໍ້າມັນ ການຂົນສົ່ງຫຼາຍຢ່າງ ມັນກະມີການເໜັງຕີງທຸກໆປະເພດແຫຼະ ບໍ່ຢາກໃຫ້ສວຍໂອກາດ (ຂຶ້ນລາຄາ) ແຕ່ເຮົາກະຢາກໃຫ້ຢູ່ໄດ້ ທັງພາກຜູ້ຜລິຕ ຜູ້ບໍຣິໂພກຫັ້ນນ່າ.”
ຕໍ່ສະພາບເງິນເຟີ້ ທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນລາວນີ້ ເຈົ້າໜ້າທີ່ທະນາຄານພັທນາເອເຊັຽ ປະຈໍາລາວ ເຫັນວ່າ ຂ້ອນຂ້າງຈະໜ້າເປັນຫ່ວງຫຼາຍ ສໍາລັບອັດຕຣາເງິນເຟີ້ໃນລາວ ທີ່ນັບມື້ຈະເພີິ່ມສູງຂຶ້ນ ປັດຈັຍສໍາຄັນ ມາຈາກລາຄານໍ້າມັນເຊື້ອເພີງ ທີ່ຈະຕ້ອງນໍາເຂົ້າມາ ດ້ວຍຄວາມຈໍາເປັນ ແລະບໍ່ສາມາດຈະຫຼີກເວັ້ນໄດ້ ໃນຂະນະທີ່ ສະພາບເງິນກີບ ພັດອ່ອນຄ່າລົງຫຼາຍ ໃນໄລຍະນີ້.
ຫາກອີງຕາມສະພາບ ເສຖກິຈມະຫາພາກ ຂອງປະເທດລາວ ອັດຕຣາເງິນເຟີ້ ຈະຕ້ອງຢູ່ລະຫວ່າງ 5% ຈຶ່ງຈະບໍ່ສົ່ງຜົລກະທົບ ຕໍ່ພາກສ່ວນຕ່າງໆໃນສັງຄົມ ແຕ່ດ້ວຍປັດຈັຍຫຼາຍໆຢ່າງ ເປັນຕົ້ນ ການຄຸ້ມຄອງເງິນຕຣາຕ່າງປະເທດ, ເງິນກີບອ່ອນຄ່າ, ໜີ້ສິນສາທາຣະນະທີ່ເພີ່ມຂຶ້ນ, ຄັງສໍາຮອງລະຫວ່າງປະເທດມີໜ້ອຍ ແລະນະໂຍບາຍ ການກະຕຸ້ນເສຖກິຈພາຍໃນປະເທດ ຍັງເຮັດບໍ່ໄດ້ດີ ຈຶ່ງຄາດຄະເນວ່າ ອັດຕຣາເງິນເຟີ້ ໝົດປີ 2022 ນີ້ ສະເລັ່ຍ ຈະຢູ່ປະມານ 17% ເຊິ່ງຖືວ່າ ສູງຫຼາຍ.
ດັ່ງເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ປະຈໍາລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖືວ່າເງິນເຟີ້ຢູ່ລາວນີ້ສູງ ສະເລັ່ຍໝົດປີນີ້ ອາຈເປັນ 17% ແຕ່ກະແນ່ນອນ ວ່າລາຄານໍ້າມັນມັນເພີ່ມຂຶ້ນ ລາຍຮັບເຂົາຄືເກົ່າ ເປັນເງິນກີບຫັ້ນນ່າ ມັນເຮັດໃຫ້ລາຍຈ່າຍເພີ່ມຂຶ້ນ ກະນ່າເປັນຫວ່ງຫຼາຍອັນຢູ່.”
ໃນມື້ວັນທີ່ 6 ກັນຍາ 2022 ທີ່ຜ່ານມານີ້ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ຈັດກອງປະຊຸມສັມມະນາ ວິທຍາສາຕ ຫົວຂໍ້ “ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສຖກິຈ-ການເງິນ ມີຄວາມຫຍຸ້ງຍາກ” ໂດຍການເປັນປະທານ ຂອງທານ ສົມສະຫວາດ ເລັ່ງສະຫວັດ ອະດີຕຮອງນາຍົກຣັຖມົນຕຣີ ແລະມີພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມງານສັມມະນາໃນຄັ້ງນີ້ ເປັນຈໍານວນຫຼາຍ.
ການສັມມະນາໃນຄັ້ງນີ້ ທ່ານ ມະໄລທອງ ກົມມະສິດ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ກ່າວວ່າ ບັນຫາລາຄາສິນຄ້າ ແລະຄ່າບໍຣິການ ທີ່ມີການເພີ່ມຂຶ້ນ ໃນປັດຈຸບັນ ແມ່ນໄດ້ຮັບຜົລກະທົບຈາກ ທັງປັດຈັຍພາຍໃນ ແລະປັດຈັຍພາກນອກ ເຊິ່ງປັດຈັຍພາຍນອກ ເຮົາບໍ່ສາມາດຄວບຄຸມໄດ້ ແຕ່ປັດຈັຍພາຍໃນ ເປັນສິ່ງທີ່ເຮົາສາມາດປະກອບສ່ວນ ທາງດ້ານນະໂຍບາຍສະເພາະ ເພື່ອຊຸກຍູ້ ສົ່ງເສີມ ແລະແກ້ໄຂ ໄດ້ໃນລະດັບນຶ່ງ.