ການຄຸ້ມຄອງ ອັດຕຣາແລກປ່ຽນ ຂອງຣັຖບານ ຍັງບໍ່ໄດ້ຜົລ

ໄຊຍາ
2023.08.11
ການຄຸ້ມຄອງ ອັດຕຣາແລກປ່ຽນ ຂອງຣັຖບານ ຍັງບໍ່ໄດ້ຜົລ ພະນັກງານ ກຳລັງທອນເງິນ ໃຫ້ລູກຄ້າ ທີ່ຊື້ເຄື່ອງ ໃນນະຄອນຫຼວງວຽງຈັນ. ວັນທີ 26 ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ລາຄາສິນຄ້າ ແລະ ຄ່າບໍຣິການໃນເດືອນກໍຣະກະດາ 2023 ທຽບໃສ່ເດືອນມິຖຸນາ ເພີ່ມຂຶ້ນ 2.3% ໂດຍສະເພາະໝວດອາຫານ, ເຄື່ອງດື່ມບໍ່ມີທາດເຫຼົ້າ, ເຄື່ອງໜຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ຢາປົວພະຍາດ ແລະ ການຄົມມະນາຄົມຍັງສືບຕໍ່ແພງຂຶ້ນ. ຂະນະທີ່ປະຊາຊົນລາວສ່ວນໃຫຍ່ ເຫັນວ່າ ລາຄາສິນຄ້າ ແລະ ບໍຣິການປັບລາຄາແພງຂຶ້ນເກືອບທຸກສັປດາເພາະ ຜູ້ປະກອບການ ຊາວຄ້າຂາຍມັກອ້າງວ່າ ອີງຕາມອັດຕຣາແລກປ່ຽນ ຂອງເງິນບາ.

ດັ່ງຊາວລາວ ໃນແຂວງຜົ້ງສາລີ ກ່າວຕໍ່ວິທຍຸ ເອເຊັຽເສຣີໃນວັນທີ 11 ສິງຫານີ້ວ່າ:

ແພງຢູ່ໂຕຢ່າງ ກາຄືປອງປາແຕ່ກີ້ກາ 5 ພັນກີບເນາະ ດຽວນີ້ກາ 15 ພັນກີບ ແລ້ວເພີ່ມຄູ່ເດືອນອັນນີ້ມັນໂດດຫັ້ນນ່າເນາະ, ດຽວນີ້ເຂົ້າໂລນຶ່ງ 17-18 ພັນກີບແຕ່ກີ້ໂລນຶ່ງ 8 ພັນກີບ. ມັນໂດດສອງທົບແມະ, ຄັນບໍ່ເຮັດບໍ່ລົງແທ້ໆ ນີ້ຕາຍຈະເອົາແຕ່ເງິນບາທ ເງິນໂດລ້ຣ໌ ເງິນຈີນມາໃຊ້ນີ້ບໍ່ໄດ້ແລ້ວຄົນລາວເຮົາຫັ້ນເນາະ.

ຊາວລາວຜູ້ນີ້ກ່າວອີກວ່າ ເຖິງປະຊາຊົນລາວ ຈະນໍາໃຊ້ເງິນກີບໃນການ ຊື້-ຂາຍ ສິນຄ້າ ແລະ ບໍຣິການແຕ່ສິນຄ້າ ແລະ ບໍຣິການເລົ່ານັ້ນພັດຄິດລາຄາຕາມອັດຕຣາແລກປ່ຽນ ຂອງເງິນບາເປັນຫຼັກທັງທີ່ບໍ່ແມ່ນສິນຄ້ານຳເຂົ້າ ຈາກປະເທດໄທຍ ນອກຈາກນີ້ຍັງມີການນຳໃຊ້ເງິນບາທ ເງິນໂດລ້ຣ໌ສະຫະຣັຖ ແລະ ເງິນຢວນເພີ່ມຂຶ້ນ ໂດຍສະເພາະໃນຕລາດມືດ.

ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ດຽວນີ້ລາຄາສິນຄ້າ ແລະ ບໍຣິການ ແພງຂຶ້ນຫຼາຍໃນປັດຈຸບັນ ແພງສວນທາງກັບລາຍຮັບ ຂອງປະຊາຊົນລາວ ເພາະແຕ່ພືດຜັກທີ່ປະຊາຊົນລາວ ປູກເອງແລ້ວນໍາມາຂາຍ ໃນຕລາດກໍຍັງປັບຂຶ້ນລາຄາ ຕາມລາຄາພືດຜັກ ທີ່ເຂົ້າມາຈາກປະເທດໄທຍ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຄືໄປຕລາດນນີ້ບໍ່ໄດ້ຫຍັງ ທຽບກັບແຕ່ເກົ່າຕອນເງິນບໍ່ເຟີ້ຫັ້ນ ດຽວນີ້ຜັກນີ້ຄັນຊິເວົ້າກາໝັດນ້ອຍ ມັນກາ 5-6 ພັນແຫຼະ ເປັນພັກຫອມຜັກຫຍັງນ່າ ແຕ່ກີ້ໝັດນຶ່ງພັນກີບ ສອງພັນຊີ້ດຽວນີ້ມັນຍາກແລ້ວ.”

ຊາວລາວອີກຜູ້ນຶ່ງ ໃນເມືອງທ່າແຂກ ແຂວງຄໍາມ່ວນກ່າວວ່າ ລາຄາສິນຄ້າ ແລະ ບໍຣິການຍັງແພງຄືເກົ່າ ສິນຄ້າບາງໝວດ ກໍແພງຂຶ້ນກ່ວາເກົ່າເປັນຕົ້ນນໍ້າມັນເຊື້ອເພີງ ແລະ ເຄື່ອງໃຊ້ໃນຄົວເຮືອນ ທີ່ນຳເຂົ້າມາຈາກປະເທດໄທຍ.

ດັ່ງຊາວລາວຜູ້ນີ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແພງຄືເກົ່າຫັ້ນແຫຼະເນາະ ຕາມທີ່ສັງເກດລາຄານີ້ກາຂຶ້ນ ສ່ວນຫຼາຍກາແມ່ຄ້າ ຂະເຈົ້າກາຊິອ້າງວ່າເຣດເງິນຂຶ້ນ ແບບນັ້ນຫັ້ນນ່າບາງຢ່າງກາຂຶ້ນໜ້ອຍນຶ່ງ.

ເຈົ້າໜ້າທີ່ຣັຖຜູ້ນຶ່ງ ໃນນະຄອນປາກເຊ ແຂວງຈຳປາສັກກ່າວວ່າ ດຽວນີ້ສິນຄ້າ ແລະ ບໍຣິການ ເກືອບທຸກປະເພດແມ່ນຈະໄລ່ ຕາມອັດຕຣາແລກປ່ຽນເງິນບາທ ເພາະສິນຄ້າສ່ວນໃຫຍ່ ຖືກນຳເຂົ້າມາຈາກປະເທດໄທຍເປັນຫຼັກ ສ່ວນສິນຄ້າທີ່ປັບຂຶ້ນລາຄາແພງທີ່ສຸດ ຄືນໍ້າມັນເຊື້ອເພີງໂດຍໄດ້ປັບຂຶ້ນ ລາຄາເກືອບທຸກສັປດາ.

ໃນໄລຍະທີ່ລາຄາສິນຄ້າ ແລະ ບໍຣິການຕ່າງໆ ສືບຕໍ່ແພງຂຶ້ນເລື້ອຍໆ ແບບນີ້ ຍານາງເອງກໍໄດ້ປັບໂຕໃຫ້ເຂົ້າກັບ ສະພາບເສຖກິຈ ໃນປັດຈຸບັນໂດຍຫໍ່ເຂົ້າມາກີນຢູ່ຫ້ອງການ, ໂຈະການຊື້ສິນຄ້າຟຸມເຟືອຍ ເພື່ອປະຢັດເງິນໃຫ້ກຸ້ມເດືອນ.

ດ່ັງເຈົ້າໜ້າທີ່ຣັຖຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ໄປຊື້ປົກກະຕິເພິ່ນກາໄລ່ຕາມເງິນບາທເຈົ້າ. ລາຄາຕລາດມັນຢາກແພງ ເພາະວາກາອີງຕາມເງິນເດືອນເຮົາຫັ້ນນ່າ ຫຼຸດໜ້ອຍໃນການຊື້ ປະມານຫວ່າງ 3 ມື້ ເພິ່ນແຈ້ງການປັບຂຶ້ນຄ່ານໍ້າມັນ.

ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ແຂວງສວັນນະເຂດກ່າວວ່າສິນຄ້າ ແລະ ບໍຣິການ ແພງຂຶ້ນຫຼາຍໃນເດືອນກໍຣະກະດາ ທີ່ຜ່ານມາໂດຍສະເພາະໝວດອາຫານການກິນ ແລະ ເຄື່ອງໃຊ້ໃນຄົວເຮືອນທີ່ນຳເຂົ້າຈາກປະເທດໄທຍ ຈະແພງຂຶ້ນຕາມອັດຕຣາແລກປ່ຽນ ເປັນຕົ້ນປະເພດອາຫານທະເລ, ໝາກໄມ້ສົດ ແລະ ນໍ້າມັນເຊື້ອເພີງ ຖືວ່າແພງຂຶ້ນຫຼາຍທີ່ສຸດ.

ສ່ວນການຄຸ້ມຄອງ ເຣື່ອງການນໍາໃຊ້ເງິນຕຣາ ຕ່າງປະເທດໂດຍສະເພາະ ເງິນບາທນັ້ນຖືວ່າ ເປັນເຣື່ອງທີ່ຫຍຸ້ງຍາກຫຼາຍ ທີ່ຈະຄວບຄຸມໄດ້ ເພາະເປັນເງິນຕຣາ ທີ່ປະຊາຊົນລາວນຳໃຊ້ກັນ ມາດົນນານ ແລະ ເກືອບທຸກຄົນ ມີເງິນບາທຕິດໂຕຕລອດເວລາ. ຂະນະທີ່ອັດຕຣາແລກປ່ຽນ ເງິນຕຣາລະຫວ່າງເງິນກີບ ກັບເງິນບາທຖ້າເປັນເຣດ ນອກລະບົບທະນາຄານ ຫຼື ໃນຕລາດມືດ ຈະຢູ່ປະມານ 595-600 ກີບຕໍ່ບາທ ແຕ່ອີງຕາມອັດຕຣາແລກປ່ຽນ ຂອງທະນາຄານການຄ້າຕ່າງປະເທດ ໃນວັນທີ 11 ສິງຫາ 2023 ນີ້ຈະຢູ່ປະມານ 547-579 ກີບຕໍ່ບາທ.

ດັ່ງເຈົ້າໜ້າທີ່ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແພງໃດຂຶ້ນໆ ຫຼາຍກາເວົ້າເຣື່ອງສິນຄ້າ ອຸປະໂພກ-ບໍຣິໂພກ ອັນປົກກະຕິແຫຼະ ຂຶ້ນຕາມເຣດເງິນເນາະເກືອບວ່າຍາກ ຂຶ້ນທຸອາທິດໄດ໋ ສິນຄ້ານໍາເຂົ້າຫັ້ນແຫຼະ ເຣດຕລາດຫັ້ນອັດຕຣາແລກປ່ຽນ ມັນເຣດນອກ ມັນບໍ່ຮູ້ດຽວນີ້ຂະເຈົ້າຊື້ຂາຍກັນ ແບບໃດຫັ້ນນ່າ ມັນບໍ່ມີຄົນຄຸ້ມຄອງຄຸ້ມຄອງ ບໍ່ຄ່ອຍໄດ້ນ່າ.

ສູນສະຖິຕິແຫ່ງຊາຕລາວ ໄດ້ຣາຍງານວ່າ ສະພາບລາຄາສິນຄ້າ ແລະ ຄ່າບໍລິການ ເດືອນກໍລະກະດາ 2023 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2.3% ຕາມຣາຍລະອຽດລຸ່ມນີ້.

  • ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 5%.
  • ລາຄາເຂົ້າສານເພີ່ມຂຶ້ນ 2%
  • ຊີ້ນໝູ ເພີ່ມຂຶ້ນ 2%
  • ຊີ້ນງົວ ແລະ ຊີ້ນຄວາຍ ເພີ່ມຂຶ້ນ 1%, ແລະ
  • ອາຫານທະເລ ເພີ່ມຂຶ້ນ 5%
  • ໝາກໄມ້ສົດ ເພີ່ມຂຶ້ນ 1%
  • ເຄື່ອງປຸງແຕ່ງອາຫານ ເພີ່ມຂຶ້ນ 2%
  • ເຄື່ອງດື່ມບໍ່ມີທາດເຫຼົ້າເພີ່ມຂຶ້ນ 1%.
  • ໝວດເຫຼົ້າ ແລະ ຢາສູບເພີ່ມຂຶ້ນ 9%
  • ໝວດເຄື່ອງນຸ່ງຫົ່ມ ແລະ ເກີບເພີ່ມຂຶ້ນ 9%
  • ໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 18%
  • ລາຄາເຄື່ອງຕົບແຕ່ງພາຍໃນເຮືອນເພີ່ມຂຶ້ນ 14%.
  • ເຄື່ອງໃຊ້ສ່ວນໂຕ ແລະ ເຄື່ອງນອນເພີ່ມຂຶ້ນ 1%.
  • ເຄື່ອງໃຊ້ຄົວເຮືອນ ເພີ່ມຂຶ້ນ 2%.
  • ເຄື່ອງໃຊ້ໃນເຮືອນປະຈຳວັນເພີ່ມຂຶ້ນ 9%.
  • ໝວດສຸຂະພາບ ແລະ ຢາເພີ່ມຂຶ້ນ 0%
  • ໝວດຄົມມະນາຄົມ ແລະ ຂົນສົ່ງເພີ່ມຂຶ້ນ 2%
  • ປະເພດລົດໃຫຍ່ ເພີ່ມຂຶ້ນ 9%,
  • ຣົຖຈັກ ເພີ່ມຂຶ້ນ 6%
  • ນໍ້າມັນເຊື້ອເພີງ ເພີ່ມຂຶ້ນ 3% ແລະ
  • ການບໍລິການຂົນສົ່ງ ເພີ່ມຂຶ້ນ 9%
  • ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 0%
  • ການບໍລິການທ່ອງທ່ຽວ ເພີ່ມຂຶ້ນ 11%
  • ໝວດຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 0%
  • ລາຄາອາຫານ ແລະ ເຄື່ອງດື່ມໃນຮ້ານອາຫານ ເພີ່ມຂຶ້ນ 6%.
  • ເຂົ້າຜັດ, ເຝີ, ເຂົ້າປຽກ, ເບຍ, ວາຍ ແລະ ວິສກີ. ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 6% ໃນນີ້
  • ລາຄາເຄື່ອງໃຊ້ປະຈໍາວັນເພີ່ມຂຶ້ນ 3%
  • ປະເພດວັດຖຸມີຄ່າ ແລະ ເຄື່ອງປະດັບ ເພີ່ມຂຶ້ນ 2%
  • ຄໍາສໍາເຣັດຮູບ ເພີ່ມຂຶ້ນ 1%.

ທະນາຄານແຫ່ງຊາຕລາວ ໄດ້ເຜີຍປັດໄຈ ແລະ ສາເຫດຕົ້ນຕໍທີ່ເຮັດໃຫ້ອັດຕຣາເງິນເຟີ້ ເພີ່ມສູງຂຶ້ນຍ້ອນການອ່ອນຄ່າ ຂອງເງິນກີບເມື່ອທຽບໃສ່ສະກຸນເງິນຕ່າງປະເທດ ເຊັ່ນເງິນໂດລ້ຣ໌ ສະຫະຣັຖ, ເງິນບາທ ແລະ ເງິນຢວນ ທີ່ກະທົບສິນຄ້ານຳເຂົ້າ ລວມທັງສິນຄ້ານໍາເຂົ້າທີ່ເປັນປັດຈໃນການຜລິດ ຈຶ່ງເຮັດໃຫ້ສິນຄ້າມີລາຄາສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ພ້ອມກັນນັ້ນກໍແມ່ນການປ່ຽນແປງລາຄານໍ້າມັນເຊື້ອເພີງ ແລະ ປັດຈການຜລິດອື່ນໆ ໃນໄລຍະຜ່ານມາສົ່ງຜົລໃຫ້ຕົ້ນທືນ ການຜລິດ ແລະ ການບໍຣິການເພີ່ມຂຶ້ນ ຂະນະທີ່ທາງການລາວ ໄດ້ຣາຍງານວ່າ ອັດຕຣາເງິນເຟີ້ ໃນເດືອນກໍຣະກະດາ 2023 ຢູ່ໃນລະດັບ 27.8% ຖືວ່າເປັນການຫຼຸດລົງຕໍ່ເນື່ອງ ຖ້າເບິ່ງຈາກໂຕເລຂເດືອນມິຖຸນາ ຢູ່ທີ່ 28.6% ແລະ ເດືອນພຶສພາຢູ່ທີ່ 38.9%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.