ເງິນເຟີ້ ແກ້ໄຂຍາກ ຍ້ອນໄກ່ເຫັນຕີນງູ, ງູເຫັນນົມໄກ

ອຸ່ນແກ້ວ
2023.05.10
ເງິນເຟີ້ ແກ້ໄຂຍາກ ຍ້ອນໄກ່ເຫັນຕີນງູ, ງູເຫັນນົມໄກ ພໍ່ຄ້າຂາຍໝາກໄມ້ ກຳລັງນັບເງິນ ທີ່ໄດ້ຈາກຄ້າຂາຍ ຢູ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 14 ທັນວາ ປິ 2022.
RFA

ໃນເດືອນເມສາທີ່ຜ່ານມາ ອັດຕຣາເງິນເຟີ້ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການອອກມາ ແມ່ນ 39.89% ໃນຂະນະທີ່ອັດຕຣາເງິນເຟີ້ ໃນເດືອນມີນາ 40.97% ເຊິ່ງຖືວ່າຫຼຸດລົງໜ້ອຍໜຶ່ງ, ແຕ່ ໃນເດືອນພຶສພາ ຄ່າເງິນບາທ ແລະ ເງິນໂດລ້າຣ໌ສູງຂຶ້ນ, ອີງຕາມອັດຕຣາ ແລກປ່ຽນຢູ່ຕລາດນອກ ທີ່ມີການແລກປ່ຽນກັນ.

ປະຊາຊົນ ຜູ້ທີ່ໄປແລກເງິນປະຈໍາ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

ໃນເດືອນເມສາ ທີ່ຜ່ານມາ ອັດຕຣາເງິນໂດລ້າຣ໌ ກັບ ເງິນກີບ ປະມານ 17,600 ກີບ ຕໍ່ 1 ໂດລ້າຣ໌ ແຕ່ ໃນວັນ ທີ 8 ພຶສພາ ຂຶ້ນມາຮອດ 18,300 ກີບ ຕໍ່ 1 ໂດລ້າຣ໌.

ສ່ວນວ່າ ອັດຕຣາ ເງິນບາທ ກັບ ເງິິນກີບ ໃນເດືອນເມສາ ຢູ່ທີ່ 530 ກີບ ຕໍ່ 1 ບາທ, ແຕ່ວ່າ ໃນເດືອນພຶສພາ ອັດຕຣາເງິນ ຢູ່ທີ່ 545 ກີບ ຕໍ່ 1 ບາທ ແລະ ບາງບ່ອນກໍສູງກວ່ານີ້.

ເຖິງຢ່າງໃດກໍຕາມ, ອັດຕຣາ ແລກປ່ຽນຢູ່ທະນາຄານ ຈະຕໍ່າກວ່າອັດຕຣາແລກປ່ຽນຢູ່ຕລາດຢູ່ນອກ ແລະ ອັດຕຣາແລກປ່ຽນ ຢູ່ແຕ່ລະບ່ອນຈະມີຄວາມແຕກຕ່າງກັນ.

ຜູ້ປະກອບການທຸຣິກິຈ ການກໍ່ສ້າງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ມັນລົງໆ ຂຶ້ນໆ ມັນບໍ່ນິ້ງລະນ່າ ມັນຜັນຜວນໂພດ ນໍ້າມັນຈັກໜ້ອຍກະຊິຂຶ້ນຄືນອີກລະ ລົງສອງເທື່ອ ເທື່ອລະ 400 ປາຍ 500 ກີບ ແຕ່ ຂຶ້ນບາທດຽວກະ 1,000 ປາຍແຫຼະ.”

ຜູ້ປະກອບການທຸຣະກິຈ ທ່ານນີ້ ຍັງກ່າວວ່າ:

“ລາຄາສິນຄ້າແພງທຸກຕົວ ໄຂ່ໄກ່ກະຂຶ້ນລະ ບາງໝ້ອງ 58,000 ກີບ ຕໍ່ແຕະ ບາງໝ້ອງກະ 60,000 ກີບ ຕໍ່ນຶ່ງແຕະລະ. ອັດຕຣາແລກປ່ຽນເໜັງຕິງ ຍ້ອນວ່າ ນາຍທຶນເປັນຜູ້ກໍານົດ.”

ທ່ານ ກ່າວຕື່ມອີກວ່າ:

ສາເຫດທີ່ຄ່າເງິນບາທແຂງໂຕ ຍ້ອນວ່າ ມີການເກນກໍາໄລຄ່າເງິນ ເຮັດຈັ່ງໃດກະຄຸມບໍ່ໄດ້ ມັນມີຜົລປໂຍດເຂົ້າມາກ່ຽວຂ້ອງ ແບບວ່າ ໄກ່ເຫັນຕີນງູ ງູເຫັນນົມໄກ່ໄປຊັ້ນແຫຼວ ມັນທໍານ້ອງຕ່າງຄົນຕ່າງຮູ້ໄສ້ຮູ້ພຸງກັນ ກະປົກປິດກົບເກື່ອນກັນໄປ.​

ເຈົ້າໜ້າທີ່ທະນາຄານ ພັດທະນາ ເອເຊັຽ ຫຼື ADB ປະຈໍານະຄອນຫລວງວໍຊິງຕັ້ນ ດີ.ຊີ., ສະຫະຣັຖອາເມຣິກາ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຂ້ອຍຄິດວ່າ ບັນຫາພື້ນຖານ ໃນປະເທດລາວນີ້ແມ່ນ ລະດັບໜີ້ສິນທີ່ສູງ. ລະດັບໜີ້ສິນທີ່ສູງນີ້ ນໍາໄປສູ່ຕລາດເງິນທຶນເອກກະຊົນ ທີ່ກໍ່ໃຫ້ເກີດຄວາມກັງວົນ, ໂດຍສະເພາະ ສິ່ງທີ່ພວກເຮົາໄດ້ເຫັນໃນຫຼາຍປະເທດ ຄື ສີລັງກາ ແລະ ປາກີສຖານ ທີ່ເປັນປະເທດ ມິີໜີ້ສິນສູງເທົ່າກັບລວມ ຍອດມູນຄ່າຜລິດພັນພາຍໃນ ຫຼື GDP.”

ທ່ານ ກ່າວຕື່ມວ່າ:

“ໃນເວລາທີ່ປະຊາຊົນ ເກີດຄວາມບໍ່ໝັ້ນໃຈ, ເຂົາເຈົ້າຈະຖອນເງິນ ອອກຈາກທະນາຄານ ແລ້ວ ສົ່ງຜົລກະທົບຕໍ່ອັດຕຣາ ແລກປ່ຽນ. ການວິເຄາະ ກ່ຽວກັບອັດຕຣາເງິນເຟີ້ ເກີດມາຈາກຄວາມບໍ່ແນ່ນອນທາງດ້ານອັດຕຣາແລກປ່ຽນ ເຊິ່ງຍັງຢູ່ໃນລະດັບທີ່ສູງຫຼາຍ. ນີ້ບົ່ງບອກເຖິງ ການສູນເສັຽຄວາມໝັ້ນໃຈ ຫຼື ຄວາມກັງວົນກ່ຽວກັບ ເງິນທຶນຕ່າງປະເທດ ໃນລາວ ແລະ ປະເທດລາວຈະສາມາດແກ້ໄຂ ຄວາມສ່ຽວເຫຼົ່ານີ້ ໄດ້ຫຼື ບໍ່.”

ແຕ່ ທ່ານ ກໍຍັງເບິ່ງໂລກໃນແງ່ດີ ວ່າ ປະເທດລາວຈະບໍ່ກ້າວໄປເຖິງວິກິດ ທາງດ້ານໜີ້ສິນ.

ເຈົ້າໜ້າທີ່ ທະນາຄານ ພັດທະນາ ເອເຊັຽ ທ່ານນີ້ ໄດ້ກ່າວວ່າຕື່ມອີກວ່າ:

ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ຄິດວ່າລາວ ປະເທດລາວຈະກ່າວໄປເຖິງ ວິກິດທາງດ້ານໜີ້ສິນ. ພວກເຮົາມີການຄາດຄະເນວ່າ ເສຖກິຈຈະເຕີບໂຕຢ່າງສົມເຫດສົມຜົລ ສໍາລັບປະເທດລາວ ໃນປີນີ້​ແລະ ປີຕໍ່ໄປ, ຄາດການວ່າ ເສຖກິຈຈະຕເຕີບໂຕ 4% ໃນແຕ່ລະປີ, ເຊິ່ງກໍເຫັນວ່າ ໃນປີທີ່ຜ່ານມາເຕີບໂຕ 2.5 ເປີເຊັນ. ມີການພັດທະນາທີ່ເປັນທາງບວກ ໃນເສຖກິຈລາວ.”

ໃນວັນທີ 7 ພຶສພາ ທີ່ຜ່ານມາ, ຍານາງ ວາລີ ເວດສະພົງ ໄດ້ໂພສຕ໌ ຂໍ້ຄວາມລົງໃນເຟສບຸກ ສ່ວນໂຕ ວ່າ: “ອັດຕາແລກປ່ຽນ ຄືສະວິງແທ້ ຊ້ວງນີ້ເກີດຫຍັງຂຶ້ນ.

ໃນເດືອນ ເມ​ສາ 2023, ທະ​ນາ​ຄານ​ແຫ່ງ ສ​ປ​ປ​ ລາວ ໄດ້​ອອກ​ແຈ້ງການ ເລກ​ທີ 109 ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ ຄວາມ​ມີ​ສະ​ຕິ​ລະ​ວັງ​ໂຕ ໃນ​ການ​ແລກ​ປ່ຽນ​ເງິນ​ຕ​ຣາ ນຳ​ບຸກ​ຄົນ ແລະ ນິ​ຕິ​ບຸກ​ຄົນ ທີ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ດຳ​ເນີນທຸ​ຣະ​ກິ​ຈ ແລກ​ປ່ຽນ​ເງິນ​ຕ​ຣາ.

ທະ​ນາ​ຄານ​ແຫ່ງ ​ສ​ປ​ປ ​ລາວ ໄດ້​ສົມ​ທົບ​ກັບ ກະ​ຊວ​ງ​ປ້ອງ​ກັນ​ຄວາມ​ສ​ງົບ ເພື່ອ​ປະ​ຕິ​ບັດ​ມາ​ຕິ​ການ ທາງ​ກົດ​ໝາຍ ຕໍ່​ຮ້ານ​ແລກ​ປ່ຽນ​ເງິນ​ຕ​ຣາ ທີ່ບໍ່​ຖືກ​ຕ້ອງ ແລະ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ທີ່​ຍັງ​ສວຍ​ໂອ​ກາດ​ເປີດ​ໃຫ້​ບໍ​ຣິ​ການ.

ທີ່​ຜ່ານ​ມາ, ທະ​ນາ​ຄານ​ແຫ່ງ ສ​ປ​ປ​ ລາວ ກໍ​ໄດ້​ແຈ້​ງ​ຢຸດການ​ດຳ​ເນີນ​ທຸ​ຣະ​ກິ​ຈ ຂອງ​ຮ້ານ​ແລກ​ປ່ຽນ​ເງິນ ​ຕ​ຣາ​ ປະ​ມານ 400 ຮ້ານ ແຕ່ ຍັງ​ມີ​ຮ້ານ​ແລ​ກ​ປ່ຽນ​ເງິນ​ຕ​ຣາ ຈຳ​ນວນນຶ່ງຍັງ​ສວຍ​ໂອ​ກາດ ດຳ​ເນີນ​ທຸ​ຣະ​ກິ​ຈ​ ແລ​ກ​ປ່ຽນ​ເງິນ​ຕ​ຣາ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.