ຜູ້ປະສົບພັຍ ນໍ້າຖ້ວມ ຢູ່ອຸດົມໄຊ, ຜົ້ງສາລີ ຍັງບໍ່ມີທີ່ຢູ່

ໄຊຍາ
2022.09.06
ຜູ້ປະສົບພັຍ ນໍ້າຖ້ວມ ຢູ່ອຸດົມໄຊ, ຜົ້ງສາລີ ຍັງບໍ່ມີທີ່ຢູ່ ກຸ່ມນັກທຸຣະກິຈຍິງ ເທສບານ ແຂວງອຸດົມໄຊ ມອບເຄື່ອງບັນເທົາທຸກ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມ, ວັນທີ 31 ສິງຫາ 2022.
ຮູບພາບ: ສຖານີ ວິທຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ພາຍຫຼັງເກີດເຫດຝົນຕົກໜັກ ແລະນໍ້າປ່າໄຫຼຊຸ ໃນລະຫວ່າງວັນທີ 24-26 ສິງຫາ ທີ່ຜ່ານມານີ້ ເຮັດໃຫ້ບ້ານເຮືອນ ຂອງຊາວບ້ານຈຳນວນຫຼາຍຄອບຄົວ ຢູ່ເມືອງຂວາ ແຂວງຜົ້ງສາລີ ພັງເສັຽຫາຍແຕ່ມາຮອດປັດຈຸບັນ ພວກເຂົາເຈົ້າຍັງບໍ່ມີເຮືອນພັກຊົ່ວຄາວອາສັຍຢູ່ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ບໍ່ມີງົບປະມານຊ່ອຍເຫຼືອພຽງພໍ ແລະ ບໍ່ທັນຮູ້ວ່າຈະດຳເນີນການຟື້ນຟູ ບ້ານເຮືອນປະຊາຊົນສຳເຣັດໄດ້ ໃນໄລຍະໃດເທື່ອ.

ດັ່ງເຈົ້າໜ້າທີ່ ຫ້ອງວ່າການເມືອງຂວາ ແຂວງຜົ້ງສາລີ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ກັນຍາ 2022 ນີ້ວ່າ:

ມີ 63 ບ້ານເນາະ ທີ່ໄດ້ຮັບຜົລກະທົບໂດຍທົ່ວໄປ ແຕ່ໜັກແທ້ກໍມີ 3 ບ້ານ ສ່ວນຫຼາຍກໍຈະເປັນບ້ານເຮືອນເນາະ ທີ່ີຖືກນໍ້າຖ້ວມຫັ້ນເນາະ ທາງການແດ່ ດິນເຈື່ອນຖົມແດ່ ການຊ່ອຍເຫຼືອເບື້ອງຕົ້ນເນາະ ຍັງເປັນການແກ້ໄຂ ສຸກເສີນຢູ່ ເປັນເຂົ້າສານ ອາຫານແຫ້ງເນາະ, ສັງກາສີ ຫຼື ຕະປູສ້ອມແປງເຮືອນຊານບ້ານຊ່ອງເນາະ ແລ້ວກໍເຄື່ອງໃຊ້ຄົວເຮືອນ ທີ່ເສັຽຫາຍນີ້ຫຼາຍ ກໍມີ 145 ຫຼັງຄາ ໂຕນີ້ກໍຍັງບໍ່ທັນຮູ້ນຳຂັ້ນເທິງເພິ່ນເທື່ອ.

ທີ່ຜ່ານມາຊາວລາວ ແລະນັກທຸຣະກິຈ ທັງພາຍໃນແລະຕ່າງແຂວງ ໄດ້ຊ່ອຍກັນບໍຣິຈາກເຄື່ອງ ອຸປໂພກ-ບໍຣິໂພກ ທີ່ຈຳເປັນມາຍັງອຳນາດ ການປົກຄອງຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນແຂວງ ເພື່ອມອບໃຫ້ແກ່ຜູ້ປະສົບພັຍ ນໍ້າຖ້ວມຢ່າງຕໍ່ເນື່ອງ ແຕ່ກໍຍັງບໍ່ທັນພຽງພໍ ຕໍ່ຄວາມຕ້ອງການ ຍ້ອນພັຍນໍ້າຖ້ວມດັ່ງກ່າວນີ້ ມີຄວາມຮຸນແຮງ ແລະກໍຄວາມເສັຽຫາຍຢ່າງຫຼວງຫຼາຍ ເມື່ອທຽບໃສ່ໄລຍະຫຼາຍປີ ທີ່ຜ່ານມາ.

ດັ່ງຊາວບ້ານ ຢູ່ບ້ານສິນໄຊ (ປາກນໍ້ານ້ອຍ) ເມືອງຂວາ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກຸ່ມພາຍໃນ ກຸ່ມນັກທຸຣະກິຈ ຫຼືໝູ່ຄູ່ທີ່ຢູ່ແຂວງວຽງຈັນ ຢູ່ອີ່ຫຍັງຕ່າງໆ ແລ້ວຂະເຈົ້າກໍສົ່ງມາໃຫ້ ແລ້ວພວກເຮົາກໍເກັບກຳ ຮວບຮວມ ແລ້ວກໍສົ່ງໃຫ້ບ້ານບໍ່ ຫຼາຍໆ. ສ່ວນຫຼາຍ ພວກຂະເຈົ້າກໍມາຊ່ອຍ ກໍເປັນເງິນແດ່ ເປັນເຄື່ອງຂອງແດ່ ສ່ວນຫຼາຍເປັນເງິນດີກ່ວາ ເພາະວ່າເຂົາສາມາດ ເອົາເງິນໄປບໍຣິຫານ ຢ່າງອື່ນໄດ້ ເພາະມັນກໍບໍ່ໄດ້ມີແຕ່ເຄື່ອງຈຳເປັນ ຫັ້ນນ່າ ອາດເອົາໄປຊື້ເຣື່ອງຢຸກຢາບໍ່ ປັດຈັຍ 4 ອີ່ຫຍັງຕ່າງໆ ໃຫ້ຂະເຈົ້າຫັ້ນນ່າ.

ກ່ອນໜ້ານີ້ ເມື່ອວັນທີ 27 ສິງຫາ ທີ່ຜ່ານມາ ທ່ານ ວົງເດືອນ ມີທຳ ຮອງເຈົ້າເມືອງ ເມືອງຂວາ ຜູ້ຊີ້ນໍາຂົງເຂດເສຖກິຈ ຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມສະພາບ ຄວາມເສັຽຫາຍ ທີ່ເກີດຂື້ນພາຍຫຼັງ ເກີດເຫດນໍ້າພາກ ໄຫຼຊຸແຮງ ເຮັດໃຫ້ເຮືອນຂອງປະຊາຊົນ ຖືກນໍ້າພັດໄຫຼໄປ, ດິນເຈື່ອນຖົມ, ດິນເສາະເຈື່ອນ, ເຮືອນເປ່ເພ, ເຄື່ອງຂອງເສັຽຫາຍ ຈຳນວນຫຼາຍ ແລະ ບໍ່ສາມາດເດີນທາງສັນຈອນໄດ້ ໂດຍສະເພາະເສັ້ນທາງຫຼວງ 2E ແລະ 1B ແຕ່ບ້ານສະຫຼອງໄຊ ຫາ ບ້ານຫາດນາງ ແລະ ບ້ານສິນໄຊ ຫາ ບ້ານບວມພັນ. ໃນນີ້ມີຄອບຄົວ ທີ່ຖືກຜົລກະທົບ 97 ຄອບຄົວ, ຈຳນວນ 583 ຄົນ, ເສັຽຊີວິຕ 2 ຄົນ. ຄາດຄະເນຜົລເສັຽຫາຍ ເບື້ອງຕົ້ນປະມານ 5,680,000,000 (5.6 ຕື້ກີບ).

ໃນຂະນະດຽວກັນ ພັຍພິບັດນໍ້າຖ້ວມ ໃນໄລຍະດຽວກັນນີ້ ກໍໄດ້ສ້າງຄວາມເສັຽຫາຍ ໃຫ້ແກ່ປະຊາຊົນ ພາຍໃນເມືອງໄຊ, ເມືອງນາໝໍ້ ແລະ ເມືອງຫຼາ ຢູ່ແຂວງອຸດົມໄຊ. ໃນນີ້ເຮືອນຖືກນໍ້າພັດຊຸໄຫຼ 100 ຫຼັງ, ດິນເຈື່ອນຖົມ, ດິນເສາະເຈື່ອນ 6 ຫຼັງ, ເຮືອນເປ່ເພ ເຄື່ອງຂອງເສັຽຫາຍ 445 ຫຼັງ, ເລົ້າເຂົ້າ 87 ຫຼັງ, ເຂົ້າເສັຽຫາຍ 12 ຕັນປາຍ. ໂດຍເບື້ອງຕົ້ນ ພາກສ່ວນທີ່ກ່ຽວຂ້ອງ ມີແຜນວ່າຈະໂຍກຍ້າຍ ພວກເຂົາເຈົ້າອອກໄປຢູ່ບ່ອນອື່ນ ຍ້ອນພື້ນທີ່ດັ່ງກ່າວນີ້ ຕັ້ງຢູ່ບໍຣິເວນແຄມນໍ້າກໍ ແລະນໍ້າມາວ ຊຶ່ງອາຈເຮັດໃຫ້ເກີດບັນຫາ ດິນເຈື່ອນ ແລະນໍ້າຖ້ວມຊໍ້າອີກ ໃນໄລຍະປີຕໍ່ໄປ.

ດັ່ງເຈົ້າໜ້າທີ່ ແນວລາວສ້າງຊາຕ ຢູເມືອງຫຼາ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່່າ:

ບາງບ້ານ ເພິ່ນກໍໄດ້ຍ້າຍອອກຈາກພື້ນທີ່ ທີ່ຖືກນໍ້າຖ້ວມ ບ່ອນເກົ່າຊີ້ ຈະຕັ້ງບໍ່ໄດ້ ເພາະນໍ້າເຊາະ. ນໍ້າຖ້ວມເບິດຫັ້ນນ່າ ນໍ້າໄຫຼໄປເບິດຫັ້ນນ່າ ດິນມັນຈະເຈື່ອນໄປຫັ້ນແຫຼະ ເພາະວ່າຂະເຈົ້າຕັ້ງຢູ່ທາງແຄມນໍ້າ. ປັດຈຸບັນນີ້ ກໍທາງການນຳເພິ່ນ ກໍໄດ້ຍ້າຍເນາະ ມີທະຫານເພິ່ນມາຍ້າຍໄດ້ ຍ້າຍອອກ ກໍແຕ່ວ່າ ເປັນໄລຍະຍາວ ໃນການທີ່ວ່າໄປສ້າງ ຫຼືວ່າຍ້າຍຂະເຈົ້າອອກໄປ ພື້ນທີ່ທີ່ວ່າປອດພັຍ ກ່ວານີ້ຫັ້ນນ່າ ໃຊ້ທຶນຮອນ ທີ່ມີຢູ່ແຕ່ກໍຍັງບໍ່ພຽງພໍແນ່.

ກ່ຽວກັບການຟື້ນຟູ ບ້ານເຮືອນປະຊາຊົນ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນດຳເນີນການ ຈັດສັນທີ່ຢູ່ອາສັຍຊົ່ວຄາວ ໃຫ້ແກ່ຊາວບ້ານ ທີ່ສູນເສັຽບ້ານເຮືອນ ຈາກການຖືກນໍ້າປ່າໄຫຼພັດເທື່ອ ເຮັດໃຫ້ຜູ້ຖືກຜົລກະທົບຈຳນວນນຶ່ງ ຈຳເປັນຕ້ອງໄດ້ສ້າງຕູບນ້ອຍ ຫຼືໄປຂໍພັກອາສັຍ ນໍາຍາຕິພີ່ນ້ອງ ຂອງພວກເຂົາເຈົ້າຢູ່ຕ່າງບ້ານ ແລະຕ່າງເມືອງແທນ.

ດັ່ງເຈົ້າໜ້າທີ່ ໂຮງໝໍເມືອງ ຢູ່ເມືອງໄຊ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:

ກໍຢູ່ຕາມບ້ານຄືເກົ່າຫັ້ນແຫຼະ ແຕ່ວ່າມັນຊິອອກມາ ຜູ້ທີ່ພຸພັງກໍຢູ່ບໍ່ໄດ້ດອກ ຂະເຈົ້າກໍຊິອາສັຍຢູ່ຕາມບ້ານ ເຮັດຕູບ ເຮັດຫຍັງນ້ອຍຢູ່ ແລ້ວກໍຢູ່ນໍາພີ່ນ້ອງບໍ່ ຢູ່ບ້ານໃກ້ເຮືອນຄຽງຫັ້ນນ່າ. ມີໆ ມີຢູ່ກໍມີຫຼາຍຢູ່ ແຂວງຂະເຈົ້າຍັງຮວບຮວມຢູ່ ບາງຫ້ອງການ ກໍໄປຊ່ອຍໄດ້ແລ້ວ ໜ້າຈະເປັນເຄື່ອງນຸ່ງຮົ່ມ ແລ້ວກໍເຄື່ອງບໍຣິໂພກເນາະ.

ມາຮອດປັດຈຸບັນ ຂົວຫຼາຍແຫ່ງທີ່ຖືກຕັດຂາດ ແລະເປ່ເພຢູ່ເສັ້ນທາງເຂດຊົນນະບົດ ແລະເສັ້ນທາງເລຂ ທີ 2E ຈາກເມືອງໄຊ ໄປຫາ ເມືອງຫຼາ ລະຫວ່າງກິໂລແມັດທີ 15-24 ຮວມເຖິງເສົາໄຟຟ້າ ແລະລະບົບນໍ້າລິນ ຍັງບໍ່ທັນໄດ້ຮັບການສ້ອມແປງ ໃຫ້ສາມາດກັບມາໃຊ້ງານ ຢ່າງເປັນປົກກະຕິໄດ້ ໃນໄລຍະເວລາໝໍ່ໆນີ້ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດເກັບຊາກຕົ້ນໄມ້ ແລະດິນຕົມ ທີ່ສະຊາຍຢູ່ພາຍໃນບ້ານ ແລະເມືອງເຮັດໃຫ້ ການລົງເຮັດວຽກ ຂອງເຈົ້າໜ້າທີ່ ປະສົບຄວາມຫຍຸ້ງຍາກ.

ດັ່ງຊາວບ້ານ ຢູ່ບ້ານສາມັກຄີໄຊ ເມືອງຫຼາ ແຂວງອຸດົມໄຊກ່າວວ່າ:

ເຂົາຍັງເຄັຣຽພວກໄມ້ຫັ້ນນ່າ ຄ້າງຫຼາຍ ບໍ່ສະດວກຫັ້ນແຫຼະ ເວົ້າງ່າຍໆນ່າ ທາງມັນກໍຂາດເບິດແຫຼະ. ອໍດິນຕົມຫວາ ໂອ້ຫຼາຍໂພດ ເຂົາກຳລັງເຄັຣຽໄມ້ຫັ້ນນ່າ ຕັດໄມ້ອອກກ່ອນ ເອົາໄມ້ອອກກ່ອນ ມັນຍັງທັບເຮືອນປະຊາຊົນຫັ້ນນ່າ ເວົ້າງ່າຍໆຫັ້ນນ່າ. ເຂົາຍັງເອົາໂຕນັ້ນອອກ ໂອ້ຍຍັງໃຊ້ເວລານານເຕີບເລີຍ ມັນຖ້ວມເປັນວົງກ້ວາງແນ່.

ອີງຕາມບົດຣາຍງານ ຂອງຄະນະກັມການ ຄຸ້ມຄອງພັຍພິບັດຂັ້ນແຂວງ ແຂວງອຸດົມໄຊ ລະບຸວ່າສະພາບນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ແຂວງອຸດົມໄຊ ໃນໄລຍະທ້າຍເດືອນສິງຫາ ທີ່ຜ່ານມານີ້ ໄດ້ສ້າງຄວາມເສັຽຫາຍຫຼາຍທີ່ສຸດ ໃນຮອບ 37 ປີ ລະຫວ່າງປີ 1985-2022 ເຮັດໃຫ້ປະຊາຊົນພາຍໃນ 3 ເມືອງໄດ້ຮັບຜົລກະທົບ 69 ບ້ານ, 2,283 ຫຼັງຄາເຮືອນ, ຈຳນວນ 12,079 ຄົນ, ຄາດຄະເນຜົລການເສັຽຫາຍ ເບື້ອງຕົ້ນສະເພາະເມືອງນາໝໍ້ ປະມານ 6,251,450,000 ກີບ (6.2 ຕື້ກີບ) ສ່ວນເມືອງອື່ນໆ ຢູ່ລະຫວ່າງການຮີບໂຮມຂໍ້ມູນ.

ຫຼ້າສຸດນີ້ເມື່ອວັນທີ 03 ກັນຍາ ຜ່ານມາ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ໄດ້ຮັບເອົາເງິນສົດ ແລະເຄື່ອງອຸປໂພກ-ບໍຣິໂພກ ສຳລັບຊ່ອຍເຫຼືອຜູ້ປະສົບພັຍ ນໍ້າຖ້ວມຢູ່ແຂວງອຸດົມໄຊ ຈາກຫຼາຍພາກສ່ວນ ທັງໃນນາມສ່ວນໂຕ ລະດົມທຶນ ຈາກເພື່ອນມິຕ ແລະ ພາກສ່ວນທຸຣະກິຈ.

ເຣີ່ມແຕ່ວັນທີ 27 ສິງຫາ ຫາ ວັນທີ 03 ກັນຍາ 2022 ນີ້ ທາງຄະນະຮັບຜິດຊອບ ເສຖກິຈ ໄດ້ລະດົມທຶນຮັບແຈກຈ່າຍ, ສນອງງົບປະມານ ແລະ ອາຫານ ໄດ້ປະມານ 3,200,000,000 (3.2 ຕື້ກີບ) ໃນນັ້ນເປັນວັດຖຸ ເຄື່ອງໃຊ້ປະມານ 700 ລ້ານກີບ ທັງນີ້ຕາມການຄາດຄະເນ ຂອງຜູ້ຮັບຜິດຊອບ ກ່ຽວກັບຜົລເສັຽຫາຍ ແລະງົບປະມານທີ່ຕ້ອງການໃຊ້້້ ເພື່ຶອຟື້ນຟູປະມານ 60 ປາຍຕື້ກີບໄລຍະເວລາປະມານ 1-2 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.