ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ພະມ້າ ຖືກສານຕັດສິນ

ນັກເຄືອນໄຫວ ອະດີຕຫົວໜ້ານັກສຶກສາ ເພື່ອປະຊາທິປະໄຕໃນພະມ້າ ນາງ ເທຊູເນັງ ຖືກສານທະຫານພະມ້າຢູ່ນະຄອນມັນດາເລ ຕັດສິນຈຳຄຸກເປັນເວລາ 7 ປີ ໃນຂໍ້ຫາຍົວະຍົງ ແລະປຸກລະດົມຕໍ່ຕ້ານຣັຖບານທະຫານ ບົນກົດໝາຍຜູ້ກໍ່ການຮ້າຍ
ນາງ ເທຊູເນັງ ອາຍຸ 24 ປີ ອະດີຕນາຍຄຣູ ແລະປະທານ ສະຫະພັນນັກສຶກສາ ມະຫາວິທຍາໄລ ເມຕີລາ ແລະເຄີຍເປັນຄຣູສອນ ນັກຮຽນມາກອ່ນ ທີ່ນະຄອນມັນດາເລ.
ນາງຖືກຕັດສິນ ຈຳຄຸກເປັນເວລາ 7 ປີ ໃນມື້ວັນຈັນ ຜ່ານມາ ສມາຊີກຄອບຄົວ ແລະໝູ່ພວກ ຂອງນາງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາ ພະມ້າ ວ່າ ໂທດຂອງນາງ ເປັນໂທດທີ່ຮ້າຍແຮງ ບົນກົດໝາຍວ່າ ດ້ວຍຜູ້ກໍ່ການຮ້າຍ ສານອາດຕໍ່ເວລາ ຂອງນາງໃນການຈຳຄຸກ ກໍເປັນໄດ້. ໂທດໃນກົດໝາຍຕ້ານຜູ້ກໍ່ການຮ້າຍ ບາງຄົນຖືກຄຸກ ເປັນເວລາ 10 ປີ ຫລື ຕຣອດຊີວິຕ.
ນຶ່ງໃນຈຳນວນ ສມາຊິກຄອບຄົວ ຂອງນາງ ຜູ້ທີ່ບໍ່ປະສົງອອກຊື່ ກ່າວວ່າ ການຕັດສິນຂອງສານ ບໍ່ຍຸທຕິທຳໃຫ້ນາຍຄຣູສາວ ຄົນນີ້ຖືກຄຸກ ເປັນເວລາດົນນານ ຊຶ່ງການກະທຳຂອງນາງ ກໍເພື່ອປະຊາທິປະໄຕໃນພະມ້າ ບໍ່ແມ່ນຜູ້ກໍ່ການຮ້າຍ. ທ່ານວ່າ ມັນບໍ່ມີຄວາມຍຸດຕິທຳ ນາງເປັນນາຍຄຣູທັມມະດາ ບໍ່ແມ່ນກຸ່ມການຮ້າຍ ຫລືຫົວໜ້າກຸ່ມຕໍ່ສູ້ ກັບຣັຖບານ ການຕັດສິນຂອງສານ ເປັນການຕັດສິນ ທີ່ຮ້າຍແຮງທີ່ສຸດສຳລັບນາງ ແລະຄອບົຄວ, ນາງຈະຍື່ນອຸທອນ ແຕ່ຍັງບໍ່ໄດ້ຮັບອະນຸຍາດ ຈາກສານເທື່ອ ພວກເຮົາຕ້ອງການນາງກັບບ້ານ.
ຫົວໜ້ານັກສຶກສາ ນາງນຶ່ງເວົ້າວ່າ:
“ພວກເຮົາບໍ່ຕ້ອງການ ການຣັຖປະຫານ ຈາກກຸ່ມທະຫານທີ່ຍຶດ ອຳນາດແບບຜິດກົດໝາຍ ຈາກກຸ່ມຜູ້ນຳພົລເຮືອນທີ່ຖືກເລືອກຕັ້ງ ແບບຖືກຕ້ອງ ພວກເຮົາບໍ່ຕ້ອງການ ເຮັດວຽກກັບກຸ່ມທະຫານ.”
ນາງ ເທຂູເນັງ ຖືກຈັບຢູ່ເຮືອນ ຂອງນາງ ຈາກກຸ່ມທະຫານທີ່ເມືອງເມຕີລາ ໃນວັນທີ 22 ພຶສຈິກາ ປີກາຍ ໃນຂໍ້ກ່າວຫາ ເປັນຫົວຫນ້າ ກຳລັງປະກອບອາວຸດ ຕໍ່ສູ້ກັບຣັຖບານ ນາງຖືກກັກຂັງ ເປັນເວລາ 9 ເດືອນກອ່ນຖືກສານຕັດສິນ.
ຄອບຄົວຂອງນາງ ບອກວ່າ ຂາຂອງນາງຂ້າງນຶ່ງຫັກ ຍ້ອນຖືກທະຫານຕີນາງ ໃນເວລາທີ່ນາງຖືກຈັບແລະວ່າ ຂາຂອງນາງ ບໍ່ໄດ້ຮັບການຮັກສາ ຈາກໝໍໃນທີ່ກັກຂັງ ຊຶ່ງໃນປັດຈຸບັນຍັງບວບຊ້ຳຂຽວຢູ່
ນາງ ເປັນບຸກຄົນທີ່ຕໍ່ສູ້ເພື່ອສິດທິ ນັກສຶກສາໃນຊ່ວງທີ່ນາງ ເປັນນັກສຶກສາ ຢູ່ມະຫາວິທຍາໄລ ຂນະທີ່ນາງເປັນນາຍຄຣູ ນາງໄດ້ເຂົ້າຮ່ວມ ຂະບວນການຕໍ່ຕ້ານ ກຸ່ມຜເດັດການ ທະຫານ ຫລັງຈາກການຣັຖປະຫານ ໃນວັນ 1 ກຸມພາ ປີ 2021.
ອີງຕາມການຣາຍງານ ຂອງອົງການຊ່ອຍເຫລືອ ນັກໂທດທາງດ້ານການເມືອງ ໃນພະມ້າ ຫລັງຈາກ ການຣັຖປະຫານ ເປັນຕົ້ນມາ ມີນັກໂທດການເມືອງຖືກຈັບ 12,171 ໃນນັ້ນ ໃນນັ້ນ 1,410 ຄົນຖືກຕັດສິນຈຳຄຸກ ຄົນສ່ວນໃຫຍ່ເປັນນັກສຶກສາ, ສາສຕຣາຈານ, ປັນຍາຊົນ ແລະນາຍຄຣູ. ວ່າງເດືອນຜ່ານມາ ອົງການດັ່ງກ່າວ ຣາຍງານວ່າ ນາຍຄຣູ 12 ຄົນຖືກຂ້າ ແລະອີກ 200 ຄົນຖືກກັກຂັງ ໃນຄຸກ. ນັກສຶກສາພະມ້າ ອີກຄົນນຶ່ງເວົ້າວ່າ:
“ທຸກມື້ນີ້ທຸກຄົນມີໂທລະສັບມືຖື ສາມາດຕິດຕໍ່ແລະຮ່ວມຂໍ້ມູນ ຂ່າວສານ ແລະຄວາມຄິດຄວາມເຫັນລະຫວ່າງກັນໄດ້ໃນການປະທ້ວງ.”
ໃນຂນະດຽວກັນ ວ່າງອາທິດຜ່ານມາ ຣັຖບາທະຫານພະມ້າ ກໍໄດ້ປາບປາມ ກຸ່ມນັກໂທດ ຜູ້ທີ່ປະທ້ວງຣັຖບານທະຫານ ແບບສງົບ ນັກໂທດ 15 ຄົນຖືກຂ້າ, ຫລາຍຄົນຖືກ ທຳຮ້າຍຮ່າງກາຍ ແລະຖືກເພີ່ມໂທດເປັນເວລາຫລາຍປີ ທີ່ນະຄອນຢ້າງກຸ້ງ ແລະໃນຫລາຍແຂວງໃນພະມ້າ.
ເຫດການດັ່ງກ່າວ ເກີດຂື້ນ ໃນຄຸກອີນເຊັນນະຄອນຢ້າງກຸ້ງ ແລະຄຸກໂອໂບມັນດາເລ ຄຸກກາເລທີ່ນະຄອນ ເອຣາວະດີ ຄຸກ ບາໂກແລະຄຸກ ໄປຢາໃນຫລາຍແຂວງ ຂອງພະມ້າ ຍ້ອນນັກໂທດ ບໍ່ພໍໃຈຕໍ່ການກະທຳ ຂອງເຈົ້າໜ້າທີ່ຕໍ່ກຸ່ມນັກໂທດ ທີ່ຖືກກັກຂັງ ຈື່ງພາກັນປະທ້ວງ ແຕ່ກຸ່ມທະຫານ ຕູ່ຫາວ່າ ເປັນການສ້າງຄວາມວຸ້ນວາຍ ແລະໂຈຣະກັມໃນທີ່ກັກຂັງ.
ນອກຈາກນັ້ນ ເຈົ້າໜ້າທີ່ຍາມຄຸກຍັງຕີ ນັກໂທດຊາວນຸ່ມ ຜູ້ທີ່ປະທ້ວງດ້ວຍການບໍ່ກິນເຂົ້າ 19 ຄົນໃນຄຸກ ໂອໂບ ບາງຄົນຈົນສະຫລົບ ແລະບໍ່ອະນຸຍາດ ນາຍແພດມາປີ່ນປົວ ອາການເຂົາເຈົ້າ.
ສມາຊິກນັກສຶກສາ ຕໍ່ສູ້ເພື່ອປະຊາທິປະໄຕ ໃນພະມ້າ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າວ່າ ທະຫານໄດ້ຍິງລູກກະຖຸນໃສ່ກຸ່ມປະທ້ວງ ແລະກໍເຕະຖີບພວກ ເຂົາເຈົ້າຈົນສະຫລົບບາງຄົນຖືກຫາມເຂົ້າໄປຫ້ອງກັກຂັງ ປາສຈາກການປີ່ນປົວ. ກ່ຽວກັບຄວາມຢ້ານກົວ ຕໍ່ການປາບປາມປະຊາຊົນ ພະມ້າຂອງກຸ່ມຜເດັດການ ທະຫານ, ຊາວພະມ້ານາງນຶ່ງເວົ້າວ່າ:
“ລູກຂອງນາງບອກນາງ ແລ່ນໄປລີ້ຢູ່ປ່າຖ້າເຮືອບິນ ບິນຜ່ານບ້ານທຸກຄັ້ງ ເມື່ອເວລາເຂົາໃຫຍ່ມາ ເຂົາຈະມີຄວາມຊົງຈຳ ຕຣອດຊີວິຕ.”
ນັກໂທດແມ່ຍິງຖືກນາບຂູ່ ຕ່າງໆນາໆ ຄຸກບາງບອ່ນຕິດກ້ອງວົງຈອນປິດ ໃນຫ້ອງນອນຂອງນັກໂທດແມ່ຍິງເພື່ອເບິ່ງພຶດຕິກັມ ຕ່າງໆ ຮ່ວມທັງເວລາອາບນ້ຳ ແລະປ່ຽນເຄື່ອງນຸ່ງ.
ສມາຊິກຄອບຄົວ ນັກໂທດຄົນນຶ່ງເວົ້າວ່າ ກຸ່ມທະຫານສ່ັງໃຫ້ເຈົ້າໜ້າທີ່ ຍາມຄຸກນາບຂູ່ ທຳຮ້າຍຮ່າງກາຍນັກໂທດ ເພື່ອຢາກຮູ້ວ່າ ຂະເຈົ້າເປັນສມາຊິກກຸ່ມ ປະກອບອາວຸດຕໍ່ສູ້ ກັບກຳລັງຣັຖບານ ບໍ ຫລືຢາກຮູ້ວ່າ ມີໃຜເປັນ ສມາຊິກກຸ່ມດັ່ງກ່າວໃນຄຸກນີ້.
ທ່ານວ່າ ເຈົ້າໜ້າທີ່ຍາມຄຸກ ເວົ້າວ່າ ກຸ່ມນັກໂທດ ຈະທົນໄດ້ຫລາຍປານໃດ ຫລັງຈາກທີ່ຖືກທາຣຸນວ່າຈະບໍ່ບອກຄວາມລັບ ໃຫ້ທາງການຮູ້ ຂະເຈົ້າຈະອົດທົນ ຄວາມເຈັບແສບໄດ້ດົນປານ ແຕ່ນັກໂທດສ່ວນໃຫຍ່ ບໍ່ແມ່ນກຸ່ມປະກອບອາວຸດ ຕໍ່ສູ້ກັບກຳລັງທະຫານຣັຖບານ ເປັນກຸ່ມຕໍ່ສູ້ເພື່ອປະຊາທິປະໄຕ ແລະສິດທິມະນຸດທັມມະດາ ບໍ່ໄດ້ສ້າງຄວາມວຸ້ນວາຍ ໃຫ້ກັບກຳລັງ ທະຫານ ຂະເຈົ້າບໍ່ຮູ້ ໃນບັນຫາດັ່ງກ່າວ ທີ່ກຸ່ມທະຫານ ຕ້ອງການ.
ອະດີຕນັກໂທດ ຜູ້ທີ່ຖືກປ່ອຍໂຕຈາກຄຸກ ອີນເຊັນ ນະຄອນຢ້າງກຸ້ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ພະມ້າມີປວັດການທຳຮ້າຍ ຮ່າງກາຍນັກໂທດ ໃນທີ່ກັກຂັງ ແລະກຸ່ມນັກໂທດກໍມີປວັດ ໃນການຕໍ່ຕ້ານການກະທຳ ທີ່ໄຮ້ມະນຸສຍະທັມ ໃນນຄຸກ ກຸ່ມນັກໂທດຫລາຍຄົນ ຍັງຕໍ່ຕ້ານຣັຖບານ ທະຫານພະມ້າໃນທີ່ກັກຂັງຢູ່. ກ່ຽວກັບບັນຫາທົ່ວໄປ ໃນພະມ້າ ເຈົ້າໜ້າທີ່ອົງການ ສະຫະປະຊາຊາຕເວົ້າວ່າ:
“ສຫະປະຊາຊາຕ ຮຽກຮ້ອງໃຫ້ທຸກຝ່າຍ ເຄົາຣົບນັບຖື ກົດໝາຍ ນານາຊາຕ ແລະໃຫ້ຢຸດຕິ ຄວາມວຸ້ນວາຍ.”
ອະດີຕນັກໂທດເວົ້າວ່າ ທຸກຄັ້ງທີ່ເຫດການເກີດຂຶ້ນໃນຂ້າງນອກ ພາຍໃນຄຸກກໍເກີດຂຶ້ນເໝືອນກັນ ສິ່ງທີ່ນັກໂທດກະທຳໃນຄຸກ ບາງຄັ້ງກໍຮ້ອງເພັງຕ້ານຣັຖບານ ທະຫານພະມ້າ ອົດອາຫານ ກຸ່ມນັກໂທດນຍັງກະທຳຢູ່ໃນທຸກມື້ນີ້ໃນບາງຄຸກ ບາງຄົນຖືກຕີ ແລະທຳຮ້າຍຮ່າງກາຍ ຖືກຂັງໂດດດ່ຽວ ແຕ່ຍັງກະທຳຢູ່
ທ່ານຍັງບອກອີກວ່າ ຫລັງຈາກກຸ່ມທະຫານປະຫານຊີວິຕ ນັກໂທດຄົນສຳຄັນ 4 ຄົນວ່າງເດືອນກໍຣະກະດາຜ່ານມາ ຊຶ່ງເປັນພືດຕິກັມ ທີ່ໂຫດຮ້າຍທີ່ສຸດ ໃນຮອບ 30 ປີເຮັດໃຫ້ນັກໂທດ ປະຫານຫລາຍຄົນຢ້ານກົວ ຕໍ່ຊາຕາກັມຕົນເອງ ໃນທີ່ກັກຂັງ ໃນປັດຈຸບັນ.
ອະດີຕຫົວໜ້າຄຸກ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ກ່າວວ່າ ນັກໂທດສ່ວນໃຫຍ່ປ່ຽນ ທ່າທີໃນການກັກຂັງໃນຄຸກ ແລະການປະທ້ວງ ຫລັງຈາກນັກໂທດ ຖືກປະຫານຊີວິຕ.
ທ່ານວ່າ ຫລັງຈາກການ ປະຫານຊີວິຕ ນັກໂທດ ພືດຕິກຳນັກໂທດ ໃນຄຸກປ່ຽນແປງ ພວກເຂົາເຈົ້າບໍ່ຄ່ອຍຕ້ານເຈົ້າໜ້າທີ່ ຄຸກແບບໜ້າຕໍ່ຫນ້າ ດັ່ງທີ່ເຄີຍເຮັດມາ ເຂົາເຈົ້າຈະປະທ້ວງ ແບບງຽບໆ ດັ່ງໂຕຢ່າງ ແຕ່ກ່ອນຈະອົດອາຫານ ຊຶ່ງຖືວ່າ ເປັນການປະທ້ວງ ແຕ່ໃນປັດຈຸບັນ ເອົາອາຫານໄປຫ້ອງແຕ່ບໍ່ກິນ.
ອະດີຕຫົວໜ້າຄຸກ ຄົນດັ່ງກ່າວ ກ່າວຕໍ່ໄປວ່າ ໃນປັດຈຸບັນເຈົ້າໜ້າທີ່ ຍາມຄຸກຈະໃຊ້ ໝາກກະຖຸນຍິງໃສ່ນັກໂທດ ແລະຕີນັກໂທດໃນການສລາຍ ການປະທ້ວງໃນຄຸກ ເປັນການລະເມີດສິດທິນັກໂທດ ມາຕຣາ 1899 ຂອງກົດໝາຍອາຍາ ຊຶ່ງທາງການພະມ້າ ກໍບໍ່ສົນດ້ານສິດທິນັກໂທດ.
ອີງຕາມການຣາຍງານ ຂອງອົງການຊ່ອຍເຫລືອ ນັກໂທດການເມືອງ ທີ່ມີສູນກາງງຢູ່ບາງກອກ ປະເທດໄທຍ ຣະບຸວ່າ ເຣີ່ມແຕ່ການຣັຖປະຫານໃນວັນທີ 1 ກຸ່ມພາປີ 2021 ເປັນຕົ້ນມາ ທະຫານພະມ້າ ໄດ້ຈັບປະຊາຊົນພະມ້າ ຢ່າງນ້ອຍ 15,268 ຄົນ ສ່ວນໃຫຍ່ເປັນກຸ່ມປະທ້ວງ ແບບສັນຕິ.
ກຸ່ມນັກໂທດການເມືອງ ສ່ວນຫລາຍຈະຖືກທາຣຸນ ແລະທຳຮ້າຍຮ່າງກາຍ ຖືກສົ່ງໄປເຮັດວຽກໜັກ ໃນເຂດທີ່ທະຫານຄວບຄຸມ ຖືກຕີ ແລະຖືກໃສ່ໂສ້ ໃນທີ່ກັກຂັງ ແລະນອກທີ່ກັກຂັງ ຕລອດເວລາ ບາງຄັ້ງຖືກປະຕິເສດ ໃນການດື່ນນ້ຳ ສະອາດ. ຫົວໜ້ານັກສຶສກາ ພະມ້າອີກຄົນນຶ່ງ ເວົ້າກ່ຽວການ ປະທ້ວງວ່າ:
“ພວກເຮົາເຮັດການປະທ້ວງ ກໍເພາະວ່າ ພວກເຮົາຕ້ອງການຄວາມຈິງ, ປະຊາຊົນບອກວ່າ ພໍແລ້ວຈາກການນາບຂູ່ ແລະປາບປາມຈາກກຸ່ມຜເດັດການ ທະຫານ ພວກເຮົາຢືນຕໍ່ສູ້ ກັບປະຊາຊົນ ຜູ້ສຸດຈະຣີດ.”
ຄອບຄົວຂອງກຸ່ມນັກໂທດ ທາງດ້ານການເມືອງ ໄດ້ຮຽກຮ້ອງໃຫ້ອົງການ ຕ່າງຊາຕ ເປັນຕົ້ນອົງການກາແດງໃຫ້ ເຂົ້າໄປ ສືບສວນເບິ່ງສພາບ ການໃນທີ່ກັກຂັງ ໃນຄຸກຕ່າງໆ ທີ່ພະມ້າ ມີການຣະເມີດສິດທິມະນຸສ. ເຈົ້າໜ້າທີ່ຈາກອົງການ ກາແດງກ່າວວ່າ ໄດ້ພົບປະ ກັບຫົວໜ້າຝ່າຍ ທະຫານຫລາຍຄັ້ງ ເພື່ອເຈຣະນາ ເຣື່ອງການປະຕິບັດ ຕໍ່ນັກໂທດ ໃນຄຸກ ໂດຍສະເພາະ ນັກໂທດການເມືອງ ແຕ່ບໍ່ໄດ້ຮັບອະນຸດຍາດ ໃຫ້ເຂົ້າໄປໃນຄຸກ.
ນາຍ ຕຸນກຽວ ອະດີຕນັກໂທດ ການເມືອງ ກ່າວຕໍ່ເອເຊັຽເສຣີວ່າ “ເຖິງແມ່ນວ່າ ເຈົ້າໜ້້າທີ່ພະມ້າ ຈະທຳຮ້າຍຮ່າງກາຍ ແບບທຸບຕີ ນັກໂທດໃນຄຸກ ຫລາຍປານໃດກໍຕາມ ເປັນພຽງແຕ່ການເຈັບປວດ ທາງດ້ານຮ່າງກາຍ ແຕ່ທາງດ້ານຈິຕໃຈ ຍັງແຂງແກ່ນຢູ່.”
ທ່ານວ່າ ຈິຕວິນຍານ ໃນການຕໍ່ຕ້ານ ກຸ່ມຜູ້ນຳເດັດການ ທະຫານພະມ້າ ຂອງກຸ່ມນັກໂທດ ການເມືອງໃນຄຸກ ຈະບໍ່ຈືດຈາງຫາຍໄປ ຍ້ອນການທຳຮ້າຍ ຮ່າງກາຍ ແລະການທຸບຕີ ນັກໂທດ ໃນທີ່ກັກຂັງ ການຕໍ່ສູ້ ຍັງສືບຕໍ່ໄປໃນຈິຕໃຈ ຂອງກຸ່ມນັກໂທດ.
ນັກວິຊການພະມ້າ ທ່ານນຶ່ງເວົ້າວ່າ ພະມ້າຖືກປະນາມ ຈາກນານາຊາຕ ໃນການປາບປາມ ປະຊາຊົນຕົນເອງ ຜູ້ທີ່ຕໍ່ສູ້ເພື່ອສິດທິປະຊາທິປະໄຕ ແລະສິດທິ ການເປັນມະນຸສ ແບບສງົບຊຶ່ງ ກຸ່ມຜເດັດການທະຫານພະມ້າ ທັບມ້າງທຸກຢ່າງທີ່ຣັຖບານພົລເຮືອນ ຂອງ ຍານາງ ອອງ ຊານ ຊູຈີ້ ສູ້ຊົນມາ ເປັນເວລາຫລາຍປີ ນາງເອງກໍຖືກສານທະຫານ ຕັດສິນໃຫ້ໃສ່ຄຸກ ເປັນເວລາຫລາຍສິບປີ ຍ້ອນຕໍ່ສູ້ເພື່ອປະຊາທິປະໄຕ ສິດທິມະນຸສ ແລະການປົກຄອງ ແບບລະບົບກົດໝາຍ ທີ່ມະນຸສໃນໂລກທຸກຄົນຕ້ອງການ. ຜູ້ນຳ ປາສຈາກກົດໝາຍ ແລະການປົກຄອງ ທີ່ໂປ່ງໃສ ກໍໄຮ້ຄ່າ ການເປັນຜູ້ນຳ. ທ່ານກ່າວໃນທີ່ສຸດ. ສບາຍດີ.