ຕຣຽມປະຕິຮູບ ຣັຖວິສາຫະກິຈ ບໍຣິສັດ ນ້ຳມັນເຊື້ອໄຟລາວ

ໄຊຍາ
2022.09.06
ຕຣຽມປະຕິຮູບ ຣັຖວິສາຫະກິຈ ບໍຣິສັດ ນ້ຳມັນເຊື້ອໄຟລາວ ປ້ຳນ້ຳມັນດອນຄູນ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ອັນເປັນນຶ່ງໃນບັນດາປ້ຳສາຂາ ຂອງຣັຖວິສາຫະກິຈ ນ້ຳມັນເຊື້ອໄຟລາວ (TS), ວັນທີ 01 ມິຖຸນາ ປີ 2022.
RFA

ຄະນະປະຕິຮູບ ຣັຖວິສາຫະກິຈນໍ້າມັນເຊື້ອໄຟ ຕາງໜ້າກະຊວງການເງິນ ຈະຈ້າງບໍຣິສັດທີ່ປຶກສາ ທັງພາຍໃນ ແລະຕ່າງປະເທດ ເພື່ອເຂົ້າມາປະຕິຮູບ ຣັຖວິສາຫະກິຈນໍ້າມັນເຊື້ອໄຟລາວ ພາຍຫຼັງທີ່ປະເຊີນກັບສະພາບ ວິກິຈນໍ້າມັນເຊື້ອເພີງ ຂາດແຄນ ແລະການເງິນຮົ່ວໄຫຼ ເຮັດໃຫ້ຕ້ອງຮີບດ່ວນ ປະຕິຮູບຄືນໃໝ່ ຍ້ອນທຸຣະກິຈມີຄວາມອ່ອນແອ ແລະມີຄວາມສ່ຽງໃນຕໍ່ໜ້າ.

ເຈົ້າໜ້າທີ່ຄະນະ ປະຕິຮູບຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ຜູ້ຂໍສງວນຊື່ ແລະສຽງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 06 ກັນຍາ ນີ້ວ່າ:

ອັນນ່າຈະເປັນທີ່ບໍຣິສັດທີ່ປຶກສາ ເພື່ອມາຊ່ອຍຫຼືວ່າ ມາຊ່ອຍປັບປຸງຣັຖວິສາຫະກິຈ ໂຕນໍ້າມັນເຊື້ອເພີງນີ້ຈະບໍ່ແມ່ນ ເຂົ້າໄປບໍຣິຫານແຕ່ວ່າມາວິເຄາະວິຈັຍຄືນວ່າ ການດຳເນີນທຸຣະກິຈ ຜ່ານມາເປັນແນວໃດແລ້ວຕ້ອງເຮັດແນວໃດ ວາງນະໂຍບາຍໃນອະນາຄົຕຫັ້ນ ແລ້ວກາເວົ້າເຣື່ອງໂຄງຮ່າງ ການຈັດຕັ້ງຕ້ອງປັບປຸງແນວໃດ.

ສຳລັບບໍຣິສັດທີ່ຈະຖືກຈັດຈ້າງ ມາເປັນທີ່ປຶກສາສຳລັບການປະຕິຮູບ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ຈະຕ້ອງມີເງື່ອນໄຂ ດັ່ງນີ້ ເປັນບໍຣິສັດທີ່ມີປະສົບການ, ມີຄວາມຮູ້ ແລະ ຄວາມສາມາດ ໃນການປັບປຸງ ຣັຖວິສາຫະກິຈ ໃນຂແນງນໍ້າມັນເຊື້ອເພີງ ຫຼືຂແນງການອຸຕສາຫະກັມໃກ້ຄຽງ, ຊ່ຽວຊານດ້ານການບໍຣິຫານອົງກອນ, ບຸກຄະລາກອນ, ຊ່ຽວຊານດ້ານກົດໝາຽ, ຊ່ຽວຊານດ້ານການກວດສອບ, ຊ່ຽວຊານດ້ານການເງິນ, ບັນຊີ ແລະ ຊ່ຽວຊານດ້ານການດຳເນີນ ທຸຣະກິຈນໍ້າມັນເຊື້ອເພີງ.

ນອກຈາກນີ້ສາມາດຮ່ວມມື ກັບຫຼາຍບໍຣິສັດ ທີ່ປຶກສາເພື່ອສ້າງ ເປັນຄະນະຊ່ຽວຊານ, ຕ້ອງມີຜົລງານ ໃນການໃຫ້ຄຳປຶກສາ ທັງພາຍໃນ ແລະຕ່າງປະເທດ , ມີຄວາມໜ້າເຊື່ອຖື ດ້ານການໃຫ້ຄຳປຶກສາ ແກ່ອົງການຈັດຕັ້ງ ທາງເສຖກິຈ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ກ່າວວ່າປະເທດລາວ ປະເຊີນກັບສະພາບນໍ້າມັນເຊື້ອເພີງ ຂາດແຄນມາແຕ່ທ້າຍປີ 2021 ແລ້ວແຕ່ມາວິກິຕໜັກ ຈົນກະທົບຕໍ່ການດຳເນີນຊີວິຕ ຂອງຄົນໃນປະເທດ . ໃນໄລຍະເດືອນເມສາ ຫາເດືອນພຶສພາປີ 2022 ທີ່ຜ່ານມາ ເພາະສາມາດນໍາເຂົ້ານໍ້າມັນເຊື້ອເພີງ ໄດ້ພຽງແຕ່ 60 ລ້ານລິດຕໍ່ເດືອນ ແຕ່ຕາມການໃຊ້ງານໂຕຈິງ ຕ້ອງນໍາເຂົ້າປະມານ 120 ລ້ານລິດຕໍ່ເດືອນ ປັດຈັຍສຳຄັນມາຈາກອັດຕຣາເງິນເຟີ້ ສົ່ງຜົລໃຫ້ເງິນກີບອ່ອນຄ່າ ການຂາດເງິນຕຣາ ຕ່າງປະເທດ ແລະອັດຕຣາແລກປ່ຽນຜັນຜວນ.

ຂະນະດຽວກັນ ຣັຖບານລາວ ຍັງຊ່ອຍຫຼຸດອາກອນມູນຄ່າເພີ່ມ ລົງເຫຼືອ 7% ຈາກເດີມທີ່ເກັບ 10% ແລະ ຫຼຸດຜ່ອນການເກັບເງິນຄັງແຮ ນໍ້າມັນເຊື້ອເພີງທຸກຊະນິດ ລົງມາເປັນສູນກີບຕໍ່ລິດ ເຮັດໃຫ້ການຈັດເກັບລາຍຮັບ ຂອງຣັຖບານແລະຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ຫຼຸດລົງນໍາດ້ວຍ.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ເຣື່ອງການປະຕິຮູບ ກາອັນດັບນຶ່ງແມ່ນເວົ້າເຣື່ອງສະພາບ ວິກິຕນໍ້າມັນ ກະທົບທຸກຢ່າງເລີຍ ບາດນີ້ອັດຕຣາແລກປ່ຽນເພີ່ມຂຶ້ນ ແລ້ວມັນກະທົບໝົດ ລາຍຈ່າຍຂອງບໍຣິສັດ ຕ້ອງຫຼາຍພາກສ່ວນຫັ້ນແລ້ວ ມັນຄົ້ນຄ້ວານໍາກັນ.

ທາງດ້ານເຈົ້າໜ້າທີ່ ກະຊວງການເງິນກ່າວວ່າ ໂດຍປົກກະຕິຣັຖບານລາວ ຈະອະນຸຍາດໃຫ້ ນຳເຂົ້າມັນເຊື້ອເພີງ ຜ່ານດ່ານສາກົນເທົ່ານັ້ນ ແຕ່ໄລຍະຜ່ານມາ ມີເຈົ້າໜ້າທີ່ຣັຖບາງຄົນ ຮ່ວມມືກັບບໍຣິສັດ ນໍາເຂົ້ານໍ້າມັນເຊື້ອເພີງ ລັກລອບຂົນສົ່ງນໍ້າມັນເຊື້ອເພີງ ຜ່ານດ່ານທ້ອງຖິ່ນ ແລະດ່ານປະເພນີ ເພື່ອຫຼົບຫຼີກການເສັຽພາສີ-ອາກອນ ໃຫ້ແກ່ຣັຖ. ຈາກບັນຫານີ້ ເຮັດໃຫ້ການຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງຣັຖ ໃນແຕ່ລະປີເກີດການຮົ່ວໄຫຼ ແລະຍັງມີຄວາມຫຍຸ້ງຍາກ ໃນການຕິດຕາມກວດກາ ນໍາດ້ວຍ.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນນີ້ວ່າ:

ແຕ່ວ່າ ມາເບິ່ງປັດຈຸບັນນີ້ ນໍ້າມັນທີ່ເຂົ້າມາຫຼີກລ້ຽງພາສີ ຫຼີກລ້ຽງເຣື່ອງນໍ້າມັນບໍ່ ໄດ້ຄຸນນະພາບເອກສານ ຈັກບໍຣິມາຕນໍາເຂົ້າບໍ່ຕຣົງກັນ ໂດຍສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ ບາງຄົນຫັ້ນນ່າ.

ທາງດ້ານຜູ້ປະກອບການ ນໍ້າມັນເຊື້ອເພີງ ໃນເມືອງປາກເຊ ແຂວງຈຳປາສັກກ່າວວ່າ ການປະເຊີນກັບວິກິຕ ນໍ້າມັນເຊື້ອເພີງ ຂາດແຄນໃນລາວ ກໍເປັນຍ້ອນຣັຖບານຂາດເຂີນ ເງິນຕຣາຕ່າງປະເທດ ທີ່ຈະໄປຊື້ນໍ້າມັນເຊື້ອເພີງ ກັບຕ່າງປະເທດ ບວກກັບສະພາບເງິນເຟີ້ສູງ ແລະເງິນກີບອ່ອນຄ່າ ຍິ່ງເຮັດໃຫ້ການນໍາເຂົ້າ ນໍ້າມັນເຊື້ອເພີງ ມີຄວາມຫຍຸ້ງຍາກ ແລະປະຣິມານຫຼຸດລົງ.

ຫາກຣັຖບານລາວ ຍັງບໍ່ສາມາດຄຸ້ມຄອງ ແລະຫາແນວທາງແກ້ໄຂ ບັນຫາເງິນເຟີ້, ເງິນກີບອ່ອນຄ່າໄດ້ ຢ່າງມີສະເຖັຽຣະພາບ ແລະໝັ້ນຄົງ ກໍອາຈເຮັດໃຫ້ນໍ້າມັນເຊື້ອເພີງ ໃນລາວກັບມາຂາດແຄນໄດ້ ໃນໄລຍະຍາວ ແລະຈມີລາຄາແພງຂຶ້ນຕໍ່ເນື່ອງ ແລະຫາກການປະຕິຮູບ ບໍ່ມີຄວາມເຂັ້ມງວດໜັກແໜ້ນ ພໍກໍຈະສົ່ງຜົລກະທົບ ຕໍ່ຜູ້ປະກອບການປໍ້ານໍ້າມັນເຊື້ອເພີງ ແລະຄົນໃນປະເທດລາວ ທີ່ຈະຕ້ອງແບກຮັບພາຣະຄ່ານໍ້າມັນເຊື້ອເພີງ ທີ່ຈະແພງຂື້ນອີກ.

ດັ່ງຜູ້ປະກອບການ ປໍ້ານໍ້າມັນກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຜູ້ໃດມາປະຕິຮູບ ຄັນບໍ່ມີເງິນ ກາບໍ່ໄດ້ໃຜມາເຮັດກາຊິຍາກຢູ່ ເຫັນບໍ່ໂຮງກັ່ນ 2 ໂຮງ ຢູ່ລາວນີ້ ຄັນວ່າມັນກັ່ນໄດ້ ເປັນຫຍັງບໍ່ເອົາອອກມາຂາຍຊັ້ນ ຂາຍລາຄາຖືກໆຕີ້. ສ່ວນຫຼາຍກາບໍ່ປະຕິບັດດອກ ຕາມໂຄງສ້າງລາຄາຣັຖໄລ່ມາ ບາດນີ້ຍັງມີກັມມະກອນ ກັມມະແກນອີກເດ້ ຊິກິນພິສັງ ກັມມະກອນ ໃຫ້ເຂົ້າໜ້ອຍຫຼາຍ ເຂົາກາໄປໄທຍແຫຼະ.

ສ່ວນນັກວິຊາການ ດ້ານເສຖກິຈ ຈາກສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາຕລາວ ໃຫ້ທັສນະກ່ຽວກັບ ວຽກງານການປະຕິຮູບ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ໃນຄັ້ງນີ້ວ່າ ເຫັນດີນຳຣັຖບານລາວ ທີ່ພະຍາຍາມ ຊອກຫາຜູ້ຊ່ຽວຊານ ແລະບຸກຄະລາກອນ ທີ່ມີຄວາມຮູ້ ຄວາມສາມາດ ເຂົ້າມາເປັນທີ່ປຶກສາປະຕິຮູບ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ເພື່ອພັທນາການບໍຣິຫານງານ ດ້ານຕ່າງໆຄືນໃໝ່ເພື່ອຄວາມກ້າວໜ້າ ຂອງອົງກອນໃນອະນາຄົຕ.

ເມື່ອຣັຖບານລາວ ໄດ້ຈັດຈ້າງບໍຣິສັດທີ່ປຶກສາມາແລ້ວ ພນັກງານພາຍໃນຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ໃນຂແນງການຕ່າງໆ ຄວນຈະພ້ອມປັບປຸງ ທັສນະຄະຕິໂຕເອງ ພ້ອມຮຽນຮູ້ສິ່ງໃໝ່ໆ ຕາມຄຳແນະນໍາ ຂອງບໍຣິສັດທີ່ປຶກສາ ສ່ວນປະສິທທິພາບ ແລະປະສິທທິຜົລ ກໍຂຶ້ນກັບຜົລງານ ໃນອະນາຄົຕຕໍ່ໜ້າ.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຕ້ອງໄດ້ເໜັ້ນໜັກນັ້ນແລ້ວ ຊອກເອົາບຸກຄະລາກອນ ທີ່ດີ ເຂົ້າໃນການພັທນາ ແຕ່ວ່າຊິໄດ້ຊໍ່າໃດນັ້ນ ມັນຂຶ້ນກັບຂະບວນການ ເຮັດໂຕຈິງເນາະ ຂອດຈັດຕັ້ງປະຕິບັດນີ້ ມັນຊິໄດ້ສໍ່າໃດຜູ້ເຮັດນໍານີ້ ເຮັດໄດ້ເທົ່າໃດ ລະດັບໃດ.

ການປະຕິຮູບຣັຖວິສາຫະກິຈ ແມ່ນເປັນຜົລສະທ້ອນ ຂອງການດຳເນີນທຸຣະກິຈ ໃນໄລຍະຜ່ານມາ ເນື່ອງຈາກການດຳເນີນທຸຣະກິຈ ຂອງຣັຖວິສາຫະກິຈ ທີ່ຣັຖບານລາວຖືຮຸ້ນ 100% ສ່ວນໃຫຍ່ ມີແຕ່ຂາດທຶນແລະສ້າງພາຣະໃຫ້ແກ່ຣັຖບານ ອີງຕາມຄຳເວົ້າຂອງ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ຢູ່ໃນກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 23 ມິຖຸນາ 2022.

ໂດຍ ທ່ານ ພັນຄຳ ວິພາວັນ ຍັງກ່າວອີກວ່າ ໃນການນຳເຂົ້ານໍ້າມັນເຊື້ອເພີງ ຕາມການຣາຍງານພາຍໃນປະເທດ ແມ່ນ 1,200 ລ້ານລິດຕໍ່ປີ ແຕ່ການຣາຍງານຂໍ້ມູນໂຕຈິງ ຂອງປະເທດວຽດນາມ ແລະໄທຍ ພົບວ່າ ປະເທດລາວນໍາເຂົ້ານໍ້າມັນເຊື້ອເພີງ ຮວມກັນແລ້ວແມ່ນ 1,900 ລ້ານລິດຕໍ່ປີ ຊຶ່ງໝາຍຄວາມວ່າເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງຣັຖ ຮ່ວມກັບບໍຣິສັດນໍ້າມັນເຊື້ອເພີງ ບໍ່ແຈ້ງຂໍ້ມູນ ເພື່ອເສັຽພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອເພີງ 700 ລ້ານລິດ.

ຂະນະທີ່ຣັຖບານລາວ ຍອມຮັບວ່າ ການດຳເນີນທຸຣະກິຈ ຂອງຣັຖວິສາຫະກິຈ ທີ່ຣັຖບານລາວຖືຮຸ້ນ 100% ຊຶ່ງມີຈຳນວນ 29 ຫົວໜ່ວຽ ແມ່ນຍາກທີ່ສຸດ ທີ່ການດຳເນີນທຸຣະກິຈ ຈະມີກຳໄລ ຍ້ອນມີການເກື້ອກູນ ຫຼາຍຈົນເກີນໄປ ຫາກຣັຖວິສາຫະກິຈໃດ ທີ່ພໍມີລາຍຮັບ ກໍເອົາແຕ່ຍາດພີ່ນ້ອງໂຕເອງ ເຂົ້າມາເຮັດວຽກ.

ສ່ວນຣັຖວິສາຫະກິຈ ທີ່ສ້າງໜີ້ສິນ ແລະພາລະໃຫ້ກັບຣັຖບານລາວ ຫຼາຍທີ່ສຸດແມ່ນຣັຖວິສາຫະກິຈ ໄຟຟ້າລາວ ຫຼື EDL ໂດຍສ້າງໜີ້ສິນກວມເອົາ 30% ຂອງໜີ້ສິນທັງໝົດ 88% ຫຼື ປະມານ 14.5 ຕື້ໂດລ້າຣ໌ສະຫະຣັຖ ຊຶ່ງຣັຖວິສາຫະກິຈໄຟຟ້າລາວ ກໍໄດ້ເຣີ່ມປະຕິຮູບ ມາແຕ່ທ້າຍປີ 2021 ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.