ເຈົ້າໜ້າທີ່ ໄຊຍະ ຈັບແມ່ຫວຍ ສໍ້ໂກງຊັບ

ອຸ່ນແກ້ວ
2022.09.06
ເຈົ້າໜ້າທີ່ ໄຊຍະ ຈັບແມ່ຫວຍ ສໍ້ໂກງຊັບ ນາງ ພູແສງເດືອນ ມິດາລາ ທີ່ໃສ່ເຄື່ອງປະດັບ ເພື່ອສແດງຕົນ ເປັນຄົນມີຖານະ.
ນັກຂ່າວ ພົລເມືອງ

ເຈົ້າ​ໜ້າທີ່ຕຳຣວດແຂວງໄຊຍະບູຣີ ໄດ້ຈັບໂຕແມ່ຫວຍຫຼາຍຄົນ ຢູ່ແຂວງໄຊຍະບູຣີ ໃນຂໍ້ຫາສໍ້ໂກງຊັບປະຊາຊົນ. ໃນຈຳນວນແມ່ຫວຍທີ່ຖືກຈັບ ຄື ນາງພູແສງເດືອນ ມິດາລາ ອາຍຸ 38 ປີ ເປັນບຸກຄົນທີ່ມີຖານະ ຢູ່ແຂວງໄຊຍະບູຣີ.

ຂໍ້​ມູນຈາກບຸກຄົນ ທີ່ໃກ້ຊິດເຈົ້າໜ້າທີ່​​ ແຂວງໃຊ້ຍະບູຣີ ໄດ້ລະບຸວ່າ:

ວັນທີ 23 ສິງຫາ 2022 ເຈົ້າໜ້າທີ່ຕຳຣວດປ້ອງກັນເສກິຈ ປກສ ແຂວງໄຊຍະບູຣີ ໄດ້ຈັບໂຕ ນາງ ພູແສງເດືອນ ມິດາລາ ອາຍຸ 38 ປີ ປະຊາຊົນ ບ້ານລ້ອງປໍ ເມືອງໄຊຍະບູຣີ ຂໍ້ຫາ ສໍ້ໂກງຊັບ ໃນຖານະເປັນແມ່ຫວຍ ລວມມູນຄ່າເສັຽຫາຍປະມານ 400 ລ້ານກີບ, ເງິນບາທ 600,000 ບາທ ແລະ ໂດລ້າຣ໌ ປະມານ 5,000 ໂດລ້າຣ໌.”  

ການ​ຫຼິ້ນຫວຍ ໃນຮູບແບບແຊຣ໌ ຄືມີລູກຫວຍໄດ້ແຊຣ໌ເງິນກັນ ແລ້ວຜູ້ເປັນແມ່ຫວຍ ຈະເປັນຜູ້ເກັບເງິນນັ້ນໄວ້ ເພື່ອເອົາໄວ້ລູກມືໄປແຕ່ລູກມື ຜູ້ທີ່ຈະເອົາເງິນກ່ອນ ຈະຕ້ອງເສັຽດອກເບັ້ຽ ຕາມທີ່ຕົກລົງກັນ ໃນເວທີ່ຈ່າຍເງິນຄືນ ຫຼື ເອີ້ນກັນວ່າ ເປັຽຫວຍ.

ການ​ຫຼິ້ນຫວຍແບບນີ້ ບໍ່ແມ່ນການຫຼິ້ນຫວຍແບບຊື້ເລກ ແລະ ບໍ່ຄືການຊື້ຫວຍຂອງຣັບານ, ແຕ່ເປັນການຫຼິ້ນຫວຍ ແບບເກັບເງິນນຳກັນແລ້ວປ່ຽນກັນເອົາ ເຊິ່ງຢູ່ປະເທດລາວ ກໍຍິຍົມຫຼິ້ກັນ.

ໃນ​ກໍລະນີ ຢູ່ແຂວງໄຊຍະບູຣີ ແມ່ຫວຍທີເປັນບຸຄົນມີຖານະ ຢູ່ແຂວງໄດ້ມີການປະກາດໂຄສະນາ ສື່ສັງຄົມອອນລາຍນ໌ ໂດຍການຊັກຊວນໃຫ້ ຄົນມາຫຼິ້ນຫວຍນຳ. ນອຈາກນີ້ ແມ່ຫວຍໄດ້ຊື້ຄຳ ແລະ ເຄື່ອງປະດັບ ແລ້ວໂພລົງເຟບຸກຄ໌ ເພື່ອໃຫ້ລູກຄ້າ ໄດ້ເຫັນຖານະຂອງຕົນເອງ.  

ຜູ້​ເສັຽຫາຍ ຄົນນຶ່ງ ທີ່ເສັຽເງິນໄປ ກັບການຫຼິ້ນຫວຍຄັ້ງນີ້ ຫຼາຍລ້ານກີບ ໄດ້ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ຜູ້​ເສັຽຫາຍ: ຂ້ອຍກະເຫັນລາວໂພຫວຍລົງ. ຫວຍຫັ້ນມີຫວຍເງິນບາທ ເງິນໂດລ້າຣ໌ ແຕ່ລະຫວຍຫັ້ນໃຫ້ດອກເບັ້ຽສູງ. ໃຫ້ດອກສູງແລ້ວ ມີທັງຫວຍເດືອນ, ຫວຍ 5 ມື້, ຫວຍ 12 ມື້, ຫວຍ 7-8 ມື້ ແຕກຕ່າງກັນໄປ. ແມ່ລະໄດ້ໂພລົງວ່າ ຮັບປະກັນຫວຍ 100 ປີເຊັນ ຖ້າວ່າ ເປັນແມ່ນຫຍັງມາ ແມ່ກະຮັບປະກັນ. 100 ເປີເຊັນ ກະບໍ່ໃຫ້ຍອດເງິນຕົກເຮັ່ຽເສັຽຫາຍ. ຖ້າວ່າ ລູກທີ່ຕາຍໄປ ແມ່ກະຊິຮັບປະກັນ 100 ເປີເຊັນ ລະຂ້ອຍກະໄປເຫັນ ຂ້ອຍກະເລີຍຕັດສິນໃຈເຂົ້າກັບລາວ. ເຂົ້າຫວຍກັບລາວໄດ້ປະມານ ຂ້ອຍເຣີ່ມເຂົ້ານີ້ ທ້າຍເດືອນ 7 ເຂົ້າມາຕາມສາຍ ທັງໝົດທີ່ຂ້ອຍເຂົ້າຫັ້ນ ຄືສາຍເງິນບາທ 2 ສາຍ, ເງິນກີບ 1 ສາຍ ແຕ່ລະສາຍຫັ້ນຂ້ອຍກະເອົາມືທ້າຍໝົດເລີຍ. ບາດນີ້ ຂ້ອຍເຂົ້າ, ຂ້ອຍກະໃສ່ມາປົກຕິຫັ້ນແຫຼະ ແລ້ວບາດນີ້ ມາຮອດວັນທີ ວັນທີ 9, ວັນທີ 10 ກັນຍາ ນີ້ລະ. ວັນທີ 9 ຂ້ອຍຍັງໂອນເງິນໃຫ້ລາວຢູ່ ໂອນເງິນເປັຽຫວຍໃຫ້ລາວຢູ່ ແລ້ວມາວັນທີ 10 ກັນຍາ ໄດ້ຍິນຂ່າວວ່າຫວຍຫຼົ້ມ ຫຼັງຈາກນັ້ນ ກະລາວກະບໍ່ຕິດຕໍ່ຫາລູກຫວຍເລີຍ.”

ນັກ​ຂ່າວ: ມີລູກຫວຍທັງໝົດທໍ່ໃດ?

ຜູ້​ເສັຽຫາຍ: ໂອມີຫຼາຍຄົນ ປະມານ 300-400 ຄົນ.”

ນັກ​ຂ່າວ: ຫວຍຫຼົ້ມລະເຮົາຕິດຕໍ່ຫາແມ່ຫວຍຫັ້ນ ໄດ້ບໍ່?

ຜູ້​ເສັຽຫາຍ: ບໍ່ໄດ້ເລີຍ ລາວບໍ່ຕອບເຮົາເລີຍ ລາວອອນຢູ່ ແຕ່ວ່າລາວບໍ່ຕອບ ເຮົາຖາມແມ່ຫຍັງ ລາວກະບໍ່ຕອບ ແລ້ວເວລາຮອດມື້ຊິນ່າ ເຮົາເປັຽຫວຍ ລາວກະບໍ່ເຂົ້າມາເວົ້າມາວ່າ ແມ່ນຫຍັງ ຢູ່ກຸ່ມເລີຍ.

ເລີຍເຮັດໃຫ້ລູກຫວຍທີ່ວ່າ ຢູ່ໃນກຸ່ມທີ່ວ່າ ເປັຽເອົາເງິນໄປຫັ້ນນ່າ. ບາງຄົນຂະເຈົ້າກະສວາຍໂອກາດທີ່ວ່າເອົາເງິນໄປ ລະກະບໍ່ຢາກມາໃສ່ໃຫ້ເຮົາ ເຮົານັ່ງມືທ້າຍເດ້.”

ນັກ​ຂ່າວ: ເຮົາໃສ່ວົງເງິນທໍ່ໃດອັຫວຍເງິນບາທ ສອງສາຍຫັ້ນ ສາຍນຶ່ງທໍ່ໃດ?

ຜູ້​ເສັຽຫາຍ: ສານນຶ່ງນີ້ ແມ່ນສາຍ 10,000 (ໝື່ນ) ​ບາທ 5 ມື້, ຈ່າຍ ໝື່ນບາທ ແລ້ວຄ່າແມ່ຫັ້ນ 4,000 ບາທ, ຄ່າແມ່ຮັກສາ ວ່າບໍ່ໃຫ້ຫວຍເປັນຫຍັງ. ເປັນຫຍັງມາ ແມ່ຕ້ອງຮັບປະກັນ 100.

ຫວຍ 10,000 ບາທ, ຫວຍ 5,000 ບາທ, ຄ່າແມ່ຮັສາກະ 8,000 ບາທ ປະມານ 5-6 ມື້ເປັຽ.

ນັກ​ຂ່າວ: ມີນຳກັນຈັກຄົນ ຫວຍສາຍນີ້ ສອງສາຍນີ້?

ຜູ້​ເສັຽຫາຍ: ຫວຍສາຍນຶ່ງມີປະມານ 5 ຄົນ ບາງສາຍກະ 6 ຄົນ.”

ນັກ​ຂ່າວ: ລະບາດນີ້ ຫວຍເງິນກີບເດ້?

ຜູ້​ເສັຽຫາຍ: ຫວຍ 5,000,000 ກີບ (ຫ້າລ້ານ) 5 ມື້ເຮົາກະໄດ້ໃສ່ເທື່ອນຶ່ງ.”

ນັກ​ຂ່າວ: ເປັນຫຍັງເຮົາຈັ່ງຄ່ອຍກ້າໄປເຂົ້າຫວຍກັບເຂົາ ທັງໆທີ່ມັນບໍ່ຢູ່ໃນພື້ນທີ່ເຮົາ?

ຜູ້​ເສັຍຫາຍ: ນ້ອງກະໄປສຶກສາມາແລ້ວ ວ່າລາວກໍເຮັດຫວຍນີ້ກະລາວກະເຮັດມາດົນແລ້ວເນາະ ລະກະບໍ່ໄດ້ມີບັນຫາຫຍັງ ອີກຢ່າງນຶ່ງລາວກະເປັນຄົນພື້ນຖານດີ ມີເຄຣດິດດີ ຫັ້ນນ່າ. ທີ່ຜ່ານມາ ລາວເປັຽຫວຍ ນ້ອງສຶກສາມາດົນລະກະ ບໍ່ເຫັນວ່າ ຊິມີບັນຫາຫຍັງ ນ້ອງລະກະເລີຍ ເຫັນວ່າດອກມັນສູງ ລາວໃຫ້ດອກສູງ.”

ນັກ​ຂ່າວ: ບໍ່ສະດຸ້ງແດ່ຫວະວ່າ ມື້ໃດມື້ນຶ່ງ ເຂົາຊິຕົ້ມເຮົາ?

ຜູ້​ເສັຽຫາຍ: ອັນນັ້ນນ້ອງກະບໍ່ຄິດ ກະຄິດວ່າ ອັນຄົນໃນກຸ່ມ ທີ່ວ່າເຂົ້າຫວຍມານຳກັນ ຂະເຈົ້າກະ ໜ້າຈະໃຫ້ເຮົາຄືນຫັ້ນນ່າ ເພາະວ່າ ມັນຕ່າງຈາກຫຼາຍຄົນ ກໍລະນີຝາກນີ້ເຮົາໄດ້ເອົາເງິນເປັນກ້ອນໃຫ້ແມ່ຜູ້ຝາກຫັ້ນໝົດເລີຍ. ລະກໍລະນີທີ່ວ່າ ແມ່ບໍ່ສົ່ງເຮົາ ເຮົາກະບໍ່ໄດ້ ທີ່ວ່າ ຂ້ອຍເຄີຍຫຼິ້ນຫວຍນຳພວກອື່ນມາຫຼາຍໆເຖິງວ່າ ແມ່ຊິເປັນອີ່ຫຍັງ ຖ້າວ່າ ລູກຫວຍແບບຈິງໃຈຕໍ່ເຮົາຫັ້ນນ່າ ບໍ່ໂກງ ບໍ່ຢາກໂກງເຮົາຫັ້ນນ່າ ຂະເຈົ້າກະໂອນ. ຮອດມື້ເປັຽຂະເຈົ້າກະໂອນໃຫ້ເຮົາ. ແຕ່ວ່າ ກໍລະນີນີ້ ລູກຫວຍທີ່ຢູ່ໃນກຸ່ມຫັ້ນເຂົາຮູ້ວ່າ ແມ່ຫຼົ້ມລະຂະເຈົ້າກະສວຍໂອກາດ ທີ່ບໍ່ຢາກສົ່ງຄືນເຮົາຫັ້ນນ່າ.”         

ແມ່​ຫວຍມີການໂຄສະນາທາງສື່ສັງຄົອອນລາຍນ໌ ເພື່ອຊັກຊວນໃຫ້ຄົນມາຫຼິ້ນຫວຍນຳ.

ນາງ ພູ​ແສງເດືອນ ມິດາລາ ໄດ້ກ່າວຕໍ່ລູກຄ້າ ທາລາຍນ໌ ຕອນນຶ່ງວ່າ:

ຮອດມື້ລະຖ້າຮັບດອກໄດ້ເລີຍຈ້າ. ຄຸນໂຕແມວ ໄລ່ເລີຍວ່າ ໄດ້ດອກເທົ່າໃດ ສຽບເຂົ້າສຽບອອກ ຕາມຫວຍ, ບໍ່ໃຫ້ຕົກເຮັ່ຽເສັຽຫາຍຫຍັງດອກ. ເຂົ້າໂລດຫວຍ 10-20 ລ້ານນີ້ນະ ໄປຖິ້ມໃຫ້ອີ່ເຈ້ທິບ ເປັນຕື້ ຍັງໄປຖິ້ມ ຊິຢ້ານຫຍັງຂ້ອຍນີ້ເກາະ 50-60 ລ້ານກີບນີ້ ເປັນຫຍັງມາຂ້ອຍຮັບຜິດຊອບໃຫ້ໄດ້.”

ນອກ​ຈາກນີ້ ຢູ່ແຂວງໄຊຍະບູຣີ ຍັງມີແມ່ຫວຍອີກຫຼາຍຄົນ ທີ່ຖືກຈັບ ແຕ່ເຈົ້າໜ້າທີ່ແຂວງໄຊຍະບູຣີ ບໍ່ໄດ້ເຜີຍແຜ່ລາຍຊື່​.

ຜູ້​ເສັຽຫາຍຄົນນຶ່ງ​ ​ເປັນຊາວແຂວງໄຊຍະບູຣີ ທີ່ເສັຽເງິນໄປກັບການຫຼິ້ນຫວຍຄັ້ງນີ້ ຫຼາຍຮ້ອຍລ້ານກີບ ໄດ້ກ່າຕໍ່ວິທຍຸເອເຊັຽເສຣີ ວ່າ:

ໄດ້ມີຫຼິ້ນນຳຫຼາຍແມ່ ຜູ້ລະ 100-200 ລ້ານກີບ ລວມກັນທັງໝົດປະມານ 800 ລ້ານກີບ ທີ່ເສັຽໄປ.”

ຜູ້​ເສັຽຫາຍ ຊາວແຂວງໄຊຍະບູຣີ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ຕື່ມວ່າ:

ມີແມ່ຫວຍທີ່ຖືກຈັບຢູ່ແຂວງໄຊຍະບູຣີ 8-9 ຄົນ.”

ວິທຍຸເອ​ເຊັຽເສຣີ ໄດ້ຕິດຕໍ່ຫາ ທ່ານ ພັຣີ ຄຳຜຸຍ ເຈົ້າໜ້າທີ່ຕຳຣວດ ຜູ້ຮັບຜິດຊອບຄະດີນີ້ ເພື່ອຖາມຣາຍລະອຽດ ກ່ຽວກັບເຣື່ອງນີ້, ແຕ່ ທ່ານ ຕອບພຽງສັ້ນໆວ່າ ບໍ່ທັນຮູ້ເທື່ອ ຄືບໍ່ມາຫາເຈົ້າໜ້າທີ່ ພີ້ເລີຍ ແລ້ວ ທ່ານກໍປິດໂທລະສັບໄປ.   

ເຖິງ​ຢ່າງໃດກໍຕາມ, ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູຣີ ຫົວໜ້າ ຄະນະຮັບຜິດຊອບແກ້ໄຂບັນຫາ ຫວຍອອນລາຍນ໌ ໄດ້ອອກແຈ້ງການ ໃນວັນທີ 31 ສິງຫາ 2022 ກ່ຽວກັບບັນຫາ ປະກົດການຫຍໍ້ທໍ້ ຫວຍອອກນລາຍນ໌ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ.

ແຈ້ງ​ການໄດ້ລຸບຸວ່າ “ໃນ​ປັດຈຸບັນ ໄດ້ມີບຸກຄົນ ແລະ ກຸ່ມຄົນ ຈຳນວນນຶ່ງ ທີ່ນຳໃຊ້ລະບົບອອນລາຍນ໌ ເພື່ອໂຄສະນາ ຕົວະຍົວະຫຼອກລວງສັງຄົມ ແບບຜິດກົດໝາຍ ແລະ ລະບຽບການ ເຊິ່ງເຮັດໃຫ້ເກີດຄວາມບໍ່ງົບ ໃນສັງຄົມພວກເຮົາ ແລະ ສ້າງຄວາມເສັຽຫາຍວັດຖຸ, ເງິນ, ຄຳ ຂອງພໍ່ແມ່ປະຊາຊົນ.”

ແຈ້ງ​ການໄດ້ຍັງໄດ້ລະບຸອີກວ່າ “ມອບ​ໃຫ້ອົງການຈັດຕັ້ງເມືອງ ອອກແຈ້ງການໃຫ້ບຸກຄົນ, ນິຕິບຸກຄົນ ໃຫ້ເຂົ້າມາແຈ້ງຂໍ້ມູນຫຼັກຖານ ຕໍ່ຄະນະຮັບຜິດຊອບ ແລະເຈົ້າໜ້າທີ່ກຽວຂ້ອງ ທີ່ພວມກວດກາ ເກັບກຳຂໍ້ມູນ, ເປີດ ແລະດຳເນີນຂັ້ນຕອນ ການສືບສວນ-ສອບສວນ ບຸກຄົນທີ່ກະທຳຜິດ ແລະ ແກ້ໄຂຕາມກົດໝາຍ.”

ອີງ​ຕາມແຈ້ງການ, ເຈົ້າໜ້າທີ່ ເປີດໃຫ້ຜູ້ເສັຽຫາຍ ມາແຈ້ງຄວາມ ແລະ ແຈ້ງຂໍ້ມູນ ບໍ່ໃຫ້ກາຍວັນທີ 20 ກັນຍາ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.