ສລອງ ວັນແຮງງານ ໃນສະຫະຣັຖ ອາເມຣິກາ

ຈຳປາທອງ
2022.09.05
ສລອງ ວັນແຮງງານ ໃນສະຫະຣັຖ ອາເມຣິກາ ຜູ້ຄົນກຳລັງເດີນທ່ຽວຊົມ ບໍຣິເວນອະນຸສາວະຣີ ລິງຄອລ໌ນ ໃນວັນພັກ ທີ່ນະຄອນຫຼວງ ວໍຊິງຕັນ ດີ.ຊີ.
ນັກຂ່າວ ພົລເມືອງ

ວັນຈັນ ອາທິດທໍາອິດ ຂອງເດືອນກັນຍາທຸກປີ ເປັນວັນແຮງງານແຫ່ງຊາຕ ແລະເປັນວັນພັກທາງຣາຊການ ຂອງສະຫະຣັຖອາເມຣິກາ ທີ່ມີຫລາຍເຊື້ອຊາຕ, ຫລາຍສາສນາ ຊຶ່ງຢູ່ຮ່ວມກັນດ້ວຍຄວາມສັນຕິສຸກ ບໍ່ວ່າຈະມາຈາກແຫ່ງຫົນໃດ ໃນໂລກ ບົນພື້ນຖານຄວາມສເມີພາບ ຕໍ່ໜ້າກົດໝາຍ ບ້ານເມືອງ.

ໃນປີ 1894 ຣັຖສະພາ ຂອງສະຫະຣັຖ ໄດ້ຮັບຜ່ານຮ່າງກົດໝາຍ ທີ່ກໍານົດເອົາວັນຈັນທໍາອິດ ຂອງເດືອນກັນຍາ ໃນແຕ່ລະປີ ເປັນວັນພັກທາງຣາຊການ ທົ່ວສະຫະຣັຖ.

ວັນແຮງງານ-ວັນຈັນ ປີ 2022 ນີ້ ຕົກຖືກວັນທີ 5 ກັນຍາ ຊຶ່ງຊາວຜູ້ອອກແຮງງານ ອາເມຣິກັນ ທັງມວນ ບໍ່ວ່າຈະຢູ່ແຫ່ງຫົນໃດ ກໍລ້ວນແລ້ວແຕ່ຈະໄດ້ຢຸດພັກງານ ພັກລ້າພັກການ ເພື່ອສເລີມສລອງ ວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ ເພື່ອເປັນການລະນຶກເຖິງຜົລງານ ແລະຄຸນງາມຄວາມດີ ຂອງກັມມະກອນ ແລະຊາວຜູ້ອອກແຮງງານ ທັງຫລາຍ ທີ່ໄດ້ອຸທິດ ທັງເຮື່ອແຮງ ແລະສະຕິປັນຍາ ເຂົ້າໃນການສ້າງສາ ພັທນາປະເທດ-ສະຫະຣັຖອາເມຣິກາ ໃຫ້ເປັນປະເທດອຸດສາຫະກັມຂຍາຍຕົວ ທັນສມັຍ, ມີຄວາມຈະເຣີນ ຮຸ່ງເຮືອງທາງດ້ານເສຖກິດ-ສັງຄົມ-ວັທນະທັມ, ກ້າວໜ້າທາງດ້ານວິທຍາສາຕ ແລະເທັກໂນໂລຈີ, ເຂັ້ມແຂງທາງດ້ານການປ້ອງກັນຊາຕ, ມີຄວາມສະດວກສະບາຍ, ຢູ່ເຢັນເປັນສຸຂ ແລະຊ່ອຍເຫລືອປະຊາຊາຕຕ່າງໆ ທີ່ຮັກຫອມສັນຕິພາບ ແລະຄວາມເປັນທໍາໃນທົ່ວໂລກ.

ເວົ້າເຖິງຄວາມສໍາຄັນ ແລະການສເລີມ ສລອງວັນແຮງງານ ທັງກ່ອນໄລຍະໂຄວິດ-19 ຣະບາດ, ໃນໄລຍະໂຄວິດ-19 ຣະບາດ ແລະໃນປີນີ້ ທ່ານ ຄໍາເຟື່ອນ ຄໍານີວົງ ທີ່ອົພຍົບອອກຈາກ ສປປ ລາວ ມາຢູ່ ແລະທໍາມາຫາກິນ ທີ່ຊາກລາເມັນໂຕ ເມືອງເອກ ຂອງຣັຖກາລິຟໍເນັຍ ສະຫະຣັຖອາເມຣິກາ ມາໄດ້ 40 ປີແລ້ວນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກັນຍານີ້ວ່າ ເປັນວັນທີ່ນັບຖື ແລະໃຫ້ກຽດຊາວຜູ້ອອກແຮງງານອາເມຣິກັນທຸກຄົນ ຈົນກາຍເປັນວວັນພັກແຫ່ງຊາຕ.

ສະຫະຣັຖອາເມຣິກາ ຖືເອົາວັນຈັນອາທິດຂອງເດືອນກັນຍາ ເປັນວັນແຮງງານຂອງຕົນ ແຕກຕ່າງໄປຈາກຫລາຍໆປະເທດ ເປັນຕົ້ນປະເທດທີ່ປົກຄອງດ້ວຍລະບອບພະເດັດການ ຮວມທັງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ທີ່ຖືເອົາວັນທີ 1 ພຶສພາ ເປັນວັນກັມມະກອນ ຫລືວັນກັມມະກອນສາກົນ.

ວັນແຮງງານ ຂອງສະຫະຣັຖອາເມຣິກາ ມີປະວັດຄວາມເປັນມາ ຈາກຂະບວນການຕໍ່ສູ້ ຂອງກັມມະກອນ ແລະຊາວຜູ້ອອກແຮງງານ ອາເມຣິກັນ ເພື່ອຄວາມເປັນທໍາໃນແຕ່ລະຍຸກ ແຕ່ລະສມັຍ ແລະຂະບວນການ ທີ່ວ່ານີ້ໄດ້ເຕີບໃຫຍ່ຂຍາຍຕົວ ຂຶ້ນນໍາເລື້ອຍໆຕາມການຂຍາຍຕົວ ຂອງເສຖກິຈ  ແລະສັງຄົມຂອງປະເທດ.

ການຂຍາຍຕົວທາງດ້ານວິທຍາສາຕ ແລະເທັກໂນໂລຈີ ທີ່ຊຸກຂູ້ໃຫ້ອຸດສາຫະກັມຈະເລີນເຕີບໂຕທັນສມັຍ ກໍລ້ວນແລ້ວແຕ່ມາຈາກເຮື່ອແຮງ ແລະສະຕິປັນຍາ, ຄວາມຮູ້ ແລະຄວາມສາມາດ ຂອງກັມມະກອນ ແລະຊາວຜູ້ອອກແຮງງານທັງນັ້ນ.

ເພື່ອສິທ ແລະຜົລປໂຍດ ອັນຊອບທັມຂອງຕົນ, ກັມມະກອນ ແລະຊາວຜູ້ອອກແຮງງານ ໄດ້ຮຽກຮ້ອງເອົາຄ່າແຮງງານ ແລະເວລາເຮັດວຽກຂອງຕົນ ຢ່າງສົມເຫດສົມຜົລ, ມີມື້ພັກ, ສະຖານທີ່ເຮັດວຽກປອດພັຍ, ມີສວັດດິການຄົບຖ້ວນ, ມີປະກັນພັຍແຮງງານ, ປະກັນພັນສຸຂພາບ, ມີການດູແລ ຮັກສາທີ່ດີໃນຍາມບາດເຈັບ ຫລືເຈັບປ່ວຍ, ມີປະກັນພັຍຊີວິຕ ແລະຜົລປໂຍດອື່ນໆ ທີ່ຄວນຈະໄດ້ຮັບ.

ເວົ້າເຖິງສິທ ແລະຜົລປໂຍດຂອງກັມມະກອນ ແລະຊາວຜູ້ອອກແຮງງານ ໃນສະຫະຣັຖອາເມຣິກາ ຮວມທັງຢູ່ຣັຖ ກາລີຟໍເນັຍ ໃນປັດຈຸບັນ ທ່ານ ຄໍາເຟື່ອນ ຄໍານີວົງ ຜູ້ທີ່ໄດ້ເຮັດວຽກວິຊາສະເພາະ ແລະທັງໄດ້ປະກອບສ່ວນເຂົ້າ ໃນວຽກງານສັງຄົມ ຂອງຊຸມຊົນຊາວລາວ ເປັນຢ່າງດີຕລອດມາ ກ່າວກ່ອນໜ້າວັນແຮງງານພຽງ 3 ມື້ວ່າ:

ກ່ອນຈະໄດ້ມາຊຶ່ງສິທ ແລະຜົລປໂຍດອັນຊອບທັມຄືແນວນັ້ນ ແມ່ນຍ້ອນຜົລງານຂອງການເສັຍສະລະຕໍ່ສູ້ຢ່າງອາດຫານ ທົນທານເປັນເວລາຍາວນານ ຜ່ານພ່າການຖືກປາບປາມ ແລະປະເຊີນກັບຄວາມຫຍຸ້ງຍາກນາໆປະການ ຂອງກັມມະກອນ ແລະຊາວຜູ້ອອກແຮງງານ ອາເມຣິກັນທັງຍິງ ແລະຊາຍທັງຫລາຍ. ການຕໍ່ສູ້ທີ່ວ່ານັ້ນ ແມ່ນເຣີ່ມຕົ້ນຈາກການເຕົ້າໂຮມ ຊຸມນຸມປະທ້ວງຂອງ ຊາວຜູ້ອອກແຮງງານກຸ່ມນ້ອຍໆ ທວງເອົາສິທ ແລະຜົລປໂຍດ ອັນຊອບທັມຈາກນາຍຈ້າງ ນັບຕັ້ງແຕ່ການຂໍຂຶ້ນຄ່າແຮງງານ, ຂໍຂຶ້ນເງິນເດືອນ, ຂໍຫລຸດເວລາເຮັດວຽກ, ຮັບປະກັນຄວາມປອດພັຍ ໃນສະຖານທີ່ເຮັດວຽກ ໂດຍທີ່ບໍ່ໄດ້ລໍຖ້າໃຫ້ຣັຖບານ ແລະນາຍຈ້າງເຮັດໃຫ້ມີການປ່ຽນ ແປງໄປໃນທາງທີ່ພວກຕົນຕ້ອງການ.

ຂະບວນການຕໍ່ສູ້ ຂອງຄົນງານອາເມຣິກັນ ໄດ້ເຣີ່ມຂຶ້ນມາຕັ້ງແຕ່ສມັຍ ເປັນເມືອງຂຶ້ນຂອງອັງກິດ. ການປະທ້ວງຂອງຄົນງານ ໂຮງງານຕັດຍິບ ເກີດຂຶ້ນເມື່ອປີ 1768 ຍ້ອນນາຍຈ້າງຫລຸດເງິນເດືອນ. ນາຍຈ້າງໃນແຕ່ລະຍຸກ ແຕ່ລະສມັຍ ສແວງຫາແຕ່ຜົລກໍາໄລຫລາຍ ແລະເຮັດໃຫ້ກິຈການລົງທຶນ ຂອງຕົນຢູ່ລອດ ແລະໄດ້ຮັບການຂຍາຍໂຕ ໃນຂະນະທີ່ວິໄສທັສ ຂອງຄົນງານ ແມ່ນແຕກຕ່າງກັນກັບນາຍຈ້າງ ຄືຕ້ອງການສິທ ແລະຜົລປໂຍດອັນເປັນທັມຕ່າງໆ ທີ່ຄົນງານຄວນໄດ້ຮັບ ເພື່ອເຮັດໃຫ້ສະພາບການອອກແຮງງານ, ຄ່າແຮງງານ ແລະຊີວິດການເປັນຢູ່ດີຂຶ້ນ.

ເມື່ອບໍ່ໄດ້ຮັບຄວາມເປັນທໍາຄືແນວນັ້ນ ຊາວຜູ້ອອກແຮງງານຈໍາເປັນຕ້ອງໄດ້ເຕົ້າໂຮມກັນ  ຢຸດງານປະທ້ວງ ຊຶ່ງຕໍ່ມາຂະບວນການນີ້ ໄດ້ຮວມຕົວກັນສ້າງຕັ້ງ ສະຫະພັນຄົນງານອາເມຣິກັນ ທີ່ປັດຈຸບັນມີຊື່ຫຍໍ້ເປັນພາສາອັງກິດວ່າ AFL-CIO ຄືສະຫະພັນແຮງງານ ແລະສະພາອຸດສາຫະກັມ.

ໃນອົງການຈັດຕັ້ງໃຫຍ່ນີ້ ມີຫລາຍອົງການຈັດຕັ້ງ ຂອງຄົນງານເຂົ້າຮ່ວມ ແຕ່ອົງການທີ່ແຂງແຮງກວ່າໝູ່ແມ່ນ ສະຫະພັນຄົນງານ ຊຶ່ງເປັນອົງການຈັດຕັ້ງໃຫຍ່ ທີ່ຮູ້ຈັກກັນດີຄື Workers Union ຊຶ່ງເມື່ອປີ 2009 ມີຄົນງານອາເມຣິກັນເຖິງ 12% ຂອງຈໍານວນທັງໝົດ ເປັນສະມາຊິກ ທີ່ປົກປ້ອງສິທ ແລະຜົລປໂຍດ ອັນຊອບທັມຂອງຕົນຕາມກົດໝາຍ ໄດ້ເປັນຢ່າງດີ.

ການສລອງວັນແຮງງານ ແລະການຢຸດພັກຄັ້ງທໍາອິດ ມີຂຶ້ນຢູ່ນະຄອນນີວຢ໊ອກ ໃນມື້ວັນອັງຄານ ທີ 5 ກັນຍາ 1882 ຕາມການລິເຣີ່ມ ຂອງສະຫະພັນຄົນງານ. ມາເຖິງປີ 1884 ວັນຈັນອາທິດ ທໍາອິດຂອງເດືອນກັນຍາ ໄດ້ຖືກເລືອກໃຫ້ເປັນວັນພັກ ການຂອງຄົນງານ. ໃນສມັຍນັ້ນ ສະຫະພັນຄົນງານ ໄດ້ຮຽກຮ້ອງໃຫ້ ທຸກໆອົງການຈັດຕັ້ງຢູ່ເມືອງ ແລະຣັຖຕ່າງໆທົ່ວສະຫະຣັຖ ຖືເອົານະຄອນ ນີວຢ໊ອກ ເປັນຕົວຢ່າງ.

ແນວຄວາມຄິດທີ່ວ່ານີ້ ໄດ້ແພ່ຂຫຍາຍໄປພ້ອມໆກັນ ກັບການເຕີບໃຫຽ່ຂອງອົງການຈັດຕັ້ງ ຂອງຄົນງານ. ມາເຖິງປີ 1885 ການສລອງ ວັນແຮງງານນີ້ ຖືກຈັດຂຶ້ນຢູ່ຫລາຍເມືອງ ອຸດສາຫະກັມ ຢູ່ຫລາຍຣັຖ ກ່ອນຈະຖືກຮ່າງເປັນກົດໝາຍວ່າດ້ວຍ ວັນພັກແຫ່ງຊາຕຂອງສະຫະຣັຖ. ຮ່າງກົດໝາຍສະບັບທໍາອິດ ຖືກສະເໜີຕໍ່ສະພາຣັຖ ນີວຢ໊ອກ, ແຕ່ຮ່າງກົດໝາຍສະບັບ ທີ່ກາຍເປັນກົດໝາຍທໍາອິດ ແມ່ນສະບັບທີ່ ສະພາຣັຖ Oregon ຮັບຜ່ານໃນ ປີ 1887 ແລະໃນປີດຽວກັນນັ້ນ 4 ຣັຖ ຄືຣັຖ New York, Massachusetts, New Jersey ແລະຣັຖ Colorado ໄດ້ມີກົດໝາຍວ່າດ້ວຍວັນພັກ ເພື່ອສລອງ ວັນແຮງງານ ແລະມາເຖິງທ້າຍປີ 1890 ສະພາຣັຖ Connecticut, Pennsylvania ແລະຣັຖ Nebraska ກໍໄດ້ຮັບຜ່ານຮ່າງກົດໝາຍ ວ່າດ້ວຍວັນພັກນີ້ ເພື່ອສລອງວັນດັ່ງກ່າວ. ມາເຖິງປີ 1894 ມີຕື່ມອີກ 23 ຣັຖ ທີ່ໄດ້ຮັບຮອງເອົາເປັນກົດໝາຍ ວ່າດ້ວຍວັນພັກ ເພື່ອສລອງວັນແຮງງານ ຂອງຣັຖໃຜຣັຖລາວ, ແລະໃນປີດຽວກັນນີ້ ຣັຖສະພາຂອງສະຫະຣັຖ ກໍໄດ້ຮັບຜ່ານເປັນກົດໝາຍ ທີ່ກໍານົດເອົາວັນຈັນທໍາອິດຂອງເດືອນກັນຍາ ໃນແຕ່ລະປີ ເປັນວັນພັກທາງຣາຊການ ທົ່ວສະຫະຣັຖ.
ການສເລີມສລອງ ວັນແຮງງານ ຂອງສະຫະຣັຖອາເມຣິກາ ໃນໄລຍະສະຖານະການປົກກະ ຕິທີ່ຜ່ານມາ ມີການແຫ່ຂະບວນ ສວນສນາມຂອງຄົນງານ ຢູ່ຕາມທ້ອງຖນົນໃນເມືອງຕ່າງໆ, ມີການຈັດງານພັບປະສັງສັນ ລື້ນເລິງ ມ່ວນຊື່ນຂອງຊາວຜູ້ອອກແຮງງານ ຮວມທັງສະມາຊິກຄອບຄົວ ຊຶ່ງກາຍເປັນປະເພີນີສືບຕໍ່ກັນມາຈົນເຖິງປັດຈຸບັນນີ້. ການສລອງວັນດັ່ງກ່າວ ເປັນການຍ້ອງຍໍສັນລະເສີນ ການອອກແຮງງານ ແລະຜົລງານຂອງກໍາມະກອນ ແລະຊາວຜູ້ອອກແຮງງານ ທີ່ເຮັດໃຫ້ການຜລິຕຂຍາຍໂຕໃຫຍ່ຂຶ້ນ, ເຮັດໃຫ້ຜົລຜລິຕດີຂຶ້ນ ແລະເຮັດໃຫ້ຊີວິຕການເປັນຢູ່ ຂອງຊາວອາເມຣິກັນດີຂຶ້ນ, ມີການຮັບປະກັນສິທ ເສຣີພາບ ແລະປະຊາທິປະໄຕ ທີ່ຫາທຽບໄດ້ຍາກຢູ່ປະເທດອື່ນໆໃນໂລກ

ຈົນເຮັດໃຫ້ຜູ້ຄົນທັງຫລາຍ ຢູ່ປະເທດຕ່າງໆ ເປັນຕົ້ນປະເທດດ້ອຍພັທນາ ແລະກໍາລັງພັທນາ ນິຍົມກັນມາຢູ່ ແລະທໍາມາຫາກິນ ຢູ່ສະຫະຣັຖອາເມຣິກາ.

ຄວາມໝາຍສໍາຄັນອີກອັນນຶ່ງ ຂອງວັນແຮງງານນີ້ ກໍແມ່ນວັນພັກຜ່ອນ, ເປັນໂອກາດ ໃຫ້ຫລາຍຄົນເດີນທາງໄປທ່ອງທ່ຽວ ກ່ອນຈະໝົດຣະດູຮ້ອນ ເພາະເປັນວັນພັກຍາວໃນອາທິດນັ້ນ ແລະເປັນໂອກາດສຸດທ້າຍຂອງນັກຮຽນ ນັກສຶກສາ ທີ່ຢາກຈັດງານສັງສັນມ່ວນຊື່ນ ກ່ອນຈະເຣີ່ມເຂົ້າຮຽນ. ຢູ່ໃນຫລາຍຊຸມຊົນ ຄົນສ່ວນຫລາຍ ພາກັນສລອງວັນແຮງງານ ໂດຍການຈູດດອກໄມ້ໄຟ ຊຸມແຊວກັນ ຫລື ຈັດການແຂ່ງຂັນກິລາ ເພື່ອຄວາມມ່ວນຊື່ນ. ການສລອງວັນແຮງງານນີ້ ພໍດີຢູ່ໃນໄລຍະຣະດູເຣີ່ມການແຂ່ງຂັນ ຟຸດບອນ ຊຶ່ງເປັນກິລາທີ່ນິຍົມກັນຫລາຍ ຢູ່ສະຫະຣັຖອາເມຣິກາ. ຫລາຍທິມເຣີ່ມແຂ່ງຂັນ ໃນທ້າຍອາທິດ ຂອງການສລອງວັນແຮງງານນີ້. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.