ເຣື້ອງທີ່ເກັບບັນທຶກໄວ້
2023-08-07
ນະຄອນຫຼວງວຽງຈັນ ຕິດໜີ້ລວມທັງໝົດ 3,067 ຕື້ກີບ ໃນນັ້ນ ສ່ວນຫຼາຍເປັນໜີ້ສິນບໍຣິສັດເອກກະຊົນ ທີ່ສ້ອມແປງ ແລະສ້າງຖນົນ ໃນນະຄອນຫຼວງວຽງຈັນ ເຖິງ 2,820 ຕື້ກີບ, ໜີ້ຄ່າໄຟຟ້າ ແລະນໍ້າປະປາ ອີກ 245 ຕື້ກີບ.
2023-08-07
ຝົນຕົກໜັກເປັນເວລາຫຼາຍມື້ ນັບແຕ່ທ້າຍເດືອນກໍຣະກະດາ ຫາວັນທີ 07 ສິງຫາ 2023 ນີ້ເຮັດໃຫ້ນໍ້າປ່າໄຫຼຼຫຼາກ ແລະ ແມ່ນໍ້າຫຼາຍສາຍມີປະຣິມານ ເພີ່ມຂຶ້ນຢ່າງໄວຈົນໄຫຼລົ້ນຝັ່ງ ເຊິ່ງໄດ້ສົ່ງຜົລເຮັດໃຫ້ນ້ຳຖ້ວມ ຖນົນຫຼາຍສາຍ, ເສົາໄຟຟ້າ, ເຄືອຂ່າຍໂທລະຄົມມະນາຄົມ, ເຮືອນ, ໄຮ່, ນາ, ຮົ້ວສວນ ແລະ ສັດລ້ຽງ ຂອງປະຊາຊົນໃນຫຼາຍເມືອງ.
2023-08-05
ໃນລາຍການ ເມືອງລາວ ປະຈໍາສັບປະດາ EP-6 ວິທຍຸເອເຊັຽເສຣີ ໄດ້ສໍາພາດ ທ້າວ “ພອນປະເສີດ ແສງມະນີວົງ” ນັກແຕ້ມຮູບ ໄດ້ຮັບລາງວັນຊະນະເລີດ ອັນດັບ 2 ຂອງໂລກ ໃນປີ 2014 ແລະກາຍມາເປັນ ນັກອອກແບບເຄື່ອງນຸ່ງ ທີ່ມີຊື່ສຽງລະດັບສາກົນ ໃນປັດຈຸບັນ.
2023-08-04
ທາງການລາວ ມີແຜນຈະຜັກດັນໃຫ້ຄົນລາວ ທີ່ຢູ່ນອກກໍາລັງແຮງງານ ແລະຜູ້ຫວ່າງງານ ເຂົ້າລະບົບແຮງງານຫລາຍຂຶ້ນ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ໃນປະເທດ ແລະສະພາບເສຖກິຈທີ່ຕົກຕໍ່າຢ່າງຕໍ່ເນື່ອງ.
2023-08-04
ຣັຖບານອັງກິດ ແລະ ຣັຖບານລາວຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ພາຍໃຕ້ກອງທຶນຄວາມຫຼາກຫຼາຍດ້ານຊີວະນາໆພັນ ໂດຍຣັຖບານອັງກິດ ຈະສນອງທຶນຊ່ອຍເຫຼືອລາວ 5 ລ້ານຢູໂຣ ເພື່ອຄຸ້ມຄອງ, ຮັກສາປ່າສງວນ, ປັບປຸງຊີວິດການເປັນຢູ່ ແລະ ພັທນາເສຖກິຈ.
2023-08-04
ຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ອອກແຈ້ງການ ຫ້າມພໍ່ຄ້າ-ແມ່ຄ້າ ຜູ້ທີ່ບໍ່ມີໃບທະບຽນວິສາຫະກິຈ ຫຼື ໃບອະນຸຍາດເຮັດທຸຣະກິຈ ຢູ່ພາຍໃນເຂດນີ້ ນໍາເອົາເຄື່ອງຍ່ອຍ, ອາຫານ ແລະເຄື່ອງດື່ມຕ່າງໆ ຂາຍເດັດຂາດ ເພາະມີຜົລກະທົບຕໍ່ຜູ້ປະກອບການ ຂາຍເຄື່ອງ ພາຍໃນ.
2023-08-04
ພະນັກງານ-ຣັຖກອນຫຼາຍຄົນ ໃນນະຄອນຫຼວງວຽງຈັນ ລາອອກ ເພື່ອໄປປະກອບອາຊີບອື່ນແທນ ເນື່ອງຈາກຄ່າຄອງຊີບສູງ ຂະນະທີ່ເງິນເດືອນ ສຳລັບຣັຖກອນຊັ້ນຜູ້ນ້ອຍ ບໍ່ສາມາດປະຄັບປະຄອງ ການດຳເນີນຊີວິດ ໃຫ້ລອດໄດ້ ສ່ວນນະໂຍບາຍກຸມຕົນເອງ ດ້ວຍການປູກພືດ ແລະລ້ຽງສັດນັ້ນ ເປັນເຣື່ອງຍາກ ສຳລັບຫຼາຍຄົນ ເຊິ່ງຕ້ອງມີອົງປະກອບ ຫຼາຍຢ່າງ ເຊັ່ນ ເນື້ອທີດິນ ແລະເງິນທຶນ.
2023-08-04
ມາຮອດປັດຈຸບັນ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ທີ່ສູນເສັຍທີ່ດິນ ໃຫ້ແກ່ໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ໄດ້ຮັບຄ່າຊົດເຊີຍແລ້ວ ປະມານ 82.27% ຫຼື ດິນປະມານ 1,430 ຕອນ ໃນຈໍານວນດິນທັງໝົດ ທີ່ຖືກໂຄງການດັ່ງກ່າວ.
2023-08-03
ເພື່ອຕອບສນອງ ກັບຄຳຮ້ອງຂໍ ຂອງຣັຖບານລາວ, ອົງການຄວາມຮ່ວມມື ປະເທດສະວິດເຊີແລນດ໌ ໄດ້ມອບເງິນຊ່ອຍເຫຼືອ ໃຫ້ແກ່ ສປປ ລາວ ຈໍານວນ 5.2 ລ້ານໂດລ້າຣ໌ສະຫະຣັຖ ເພື່ອສນັບສນູນ ໃນການຕຣຽມຄວາມພ້ອມ ຮັບມື ກັບເຫດການສຸກເສີນ ແລະ ເພື່ອກວດສອບມາຕຖານຂອງເຂື່ອນ.
2023-08-03
ເກີດເຫດນ້ຳຖ້ວມກະທັນຫັນ ຢູ່ຫຼາຍແຂວງທາງພາກາງ ແລະ ພາກໃຕ້ ສົ່ງຜົລເຮັດໃຫ້ເຮືອນ, ທົ່ງນາ ແລະ ສັດລ້ຽງ ຂອງປະຊາຊົນ ຖືກນ້ຳຊຸ ໄດ້ຮັບຄວາມເສັຍຫາຍ ຈຳນວນຫຼາຍ ຂະນະນີ້ ຍັງບໍ່ສາມາດປະເມີນຄວາມເສັຍຫາຍໄດ້ ເນື່ອງຈາກນ້ຳຍັງບໍ່ແຫ້ງ, ແຕ່ຄາດວ່າ ຈະມີຄວາມເສັຍຫາຍໜັກສົມຄວນ.
2023-08-03
ບໍຣິສັດຈາກປະເທດຈີນ ສິງກະໂປ ແລະ ບໍຣິສັດ ຈາກ ສປປ ລາວ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ ຄວາມເປັນໄປໄດ້ ໃນໂຄງພະລັງງານແສງຕາເວັນ ຢູ່ເຂດ 4 ເມືອງໃນແຂວງອຸດົມໄຊ ຂະນະທີ່ ຍັງບໍ່ມີຂໍ້ມູນລະອຽດ ກ່ຽວກັບຜົລກະທົບ ທາງດ້ານທີ່ດິນ ຂອງປະຊາຊົນເທື່ອ.
2023-08-02
ກອງບັນຊາການ ຕຳຣວດ ລາດຕະເວນທາງນໍ້າ ແຂວງຢູນນານ ປະເທດຈີນ ໄດ້ມອບຄຸກກັກຂັງນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ ໃຫ້ແກ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫລວງນໍ້າທາ ເຊິ່ງ ງົບປະມານ ໃນການກໍ່ສ້າງ ມູລຄ່າເກືອບ 2 ຕື້ 800 ລ້ານກີບ.
2023-08-02
ລາຄາເຂົ້າໃນລາວແພງຂຶ້ນຫລາຍ ຍ້ອນເງິນກີບເຟີ້, ຕົ້ນທຶນການຜລິດສູງ ທັງຄ່າແຮງງານ ແລະ ຄ່າຂົນສົ່ງ ແລະສິ່ງທີ່ສຳຄັນ ເຂົ້າທີ່ນຳມາຈາກຕ່າງປະເທດ ມີລາຄາສູງກວ່າເຂົ້າ ທີ່ປູກພາຍໃນປະເທດ ຂະນະທີ່ຢູ່ບາງເຂດ ປະຊາຊົນ ບໍ່ມີເນື້ອທີ່ປູກເຂົ້າພຽງພໍ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ອືດເຂົ້າກິນ.
2023-08-02
ປະຊາຊົນ ຊາວລາວ ສ່ວນໃຫຍ່ ເຫັນວ່າ ມາຕການຄຸ້ມຄອງເງິນຕຣາ ຕ່າງປະເທດ ຂອງຣັຖບານ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ຂະນະທີ່ລາຄາສິນຄ້າ ຍິ່ງແພງ ເຮັດໃຫ້ຣັຖບານ ພາຍໃຕ້ການນຳພາ ຂອງທ່ານສອນໄຊ ສີພັນດອນ ມີມະນຕິຄຸ້ມຄອງເງິນຕຣາຕ່າງປະເທດ.
2023-08-02
ເດັກນ້ອຍລາວ ທີ່ຖືກຄ້າມະນຸສໄປພະມ້າ ຖືກກຸ່ມຄ້າມະນຸສ ລົງໂທດໜັກຂຶ້ນ ໃນນີ້ ມີເດັກນ້ອຍຍິງຄົນນຶ່ງ ຍັງບໍ່ຮູ້ຊາຕາກັມ ແລະບໍ່ຮູ້ວ່າ ເປັນຕາຍຮ້າຍດີ ແນວໃດ ເຊິ່ງພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍເຫຼົ່ານັ້ນ ໄດ້ພະຍາຍາມ ຂໍຄວາມຊ່ອຍເຫຼືອ ຈາກທາງການລາວທຸກວິທີທາງ, ແຕ່ກໍບໍ່ມີຄວາມຄື້ບໜ້າໃດໆ.