ນະຄອນຫຼວງວຽງຈັນ ຕິດໜີ້ ລວມຫຼາຍກວ່າ 3,000 ຕື້ກີບ
2023.08.07
ຍານາງ ບົວວອນ ສຸກລາແສງ ຫົວໜ້າຜແນກແຜນການ ແລະການລົງທຶນ ຣາຍງານຕໍ່ກອງປະຊຸມເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ໃນມື້ວັນທີ 1 ສິງຫາ 2023 ທີ່ຜ່ານມາ ວ່າ ນະຄອນຫຼວງວຽງຈັນ ຕິດໜີ້ລວມທັງໝົດ 3,067 ຕື້ກີບ ໃນນັ້ນ ສ່ວນຫຼາຍເປັນໜີ້ສິນ ບໍຣິສັດເອກກະຊົນ ທີ່ສ້ອມແປງ ແລະສ້າງຖນົນ ໃນນະຄອນຫຼວງວຽງຈັນ ເຖິງ 2,820 ຕື້ກີບ, ເປັນໜີ້ຄ່າໄຟຟ້າ ແລະນໍ້າປະປາ ອີກ 245 ຕື້ກີບ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າຫ້ອງວ່າການ ນະຄອນຫຼວງວຽງຈັນ ກ່າວວ່າ ໜີ້ສິນທັງໝົດ ຂອງນະຄອນຫຼວງວຽງຈັນ ເປັນໜີ້ສິນທີ່ມາຈາກໂຄງການພັດຕ່າງໆ ເປັນຕົ້ນ ຖນົນ, ໄຟຟ້າ, ນໍ້າປະປາ ເຊິ່ງບໍຣິສັດເອກກະຊົນ ເປັນຜູ້ຮັບເໝົາກໍ່ສ້າງ ແຕ່ນະຄອນຫຼວງວຽງຈັນ ຍັງຄ້າງຈ່າຍຄ່າກໍ່ສ້າງ ແລະດອກເບັ້ຍ ໃຫ້ກັບບໍຣິສັດ ຈຶ່ງກາຍເປັນໜີ້ສິນມາຮອດປັດຈຸບັນນີ້.
ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 7 ສິງຫາ ນີ້ວ່າ:
“ໜີ້ສິນຫັ້ນ ມັນກະເປັນໜີ້ ເກີດຂຶ້ນມາແຕ່ດົນແລ້ວ ປັດຈຸບັນນີ້ກະ ມັນກະຍັງຊິສືບຕໍ່ນ່າ ເພາະວ່າ ໂຄງການເຮົາມັນຫຼາຍ ເຮົາກະໄດ້ມີການແກ້ໄຂ ບ່ອນໜີ້ 3 ແຈ ອີ່ຫຍັງ ປະມານນີ້.”
ເຈົ້າໜ້າທີ່ຜູ້ນີ້ ຍັງກ່າວຕື່ມອີກວ່າ ນະຄອນຫຼວງວຽງຈັນ ມີໂຄງການພັທນາດ້ານຕ່າງໆ ເປັນຈໍານວນຫຼາຍ 100 ໂຄງການໃນແຕ່ລະປີ ແຕ່ງົປມານ ທີ່ຣັຖບານນລາວ ແລະສະພາແຫ່ງຊາຕ ອະນຸມັດໃຫ້ນັ້ນບໍ່ພຽງພໍ ແຕ່ໂຄງການເຫຼົ່ານັ້ນ ບໍ່ສາມາດລໍຖ້າໄດ້ ຈຶ່ງໄດ້ອະນຸມັດໃຫ້ບໍຣິສັດເອກກະຊົນ ພັທນາໂຄງການໄປກ່ອນ ແລ້ວຄ່ອຍຫາເງິນມາຈ່າຍຕາມຫຼັງ ແຕ່ສຸດທ້າຍ ຫາເງິນມາຈ່າຍບໍ່ໄດ້.
ສໍາລັບທິດທາງ ໃນການແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຂອງຣັຖ ແມ່ນສືບຕໍ່ຂຶ້ນແຜນຊຳລະໜີ້ສິນບໍ່ໃຫ້ຫຼຸດ 50% ຂອງງົບປະມານ ທີ່ໄດ້ຮັບອະນຸມັດໃນແຕ່ລະປີ, ສເນີແກ້ໄຂ້ໜີ້ສິນໂຄງການລົງທຶນຂອງຣັຖ ດ້ວຍຮູບແບບ ອ່ວຍໜີ້ 3 ແຈ ຕາມແຈ້ງການຂອງຣັຖບານ ຈໍານວນ 59 ໂຄງການ ເປັນທຶນ 1,153 ຕື້ປາຍກີບ.
ໜີ້ 3 ແຈ ແມ່ນໜີ້ ທີ່ກ່ຽວຂ້ອງເຖິງ 3 ພາກສ່ວນ ຄື ຣັຖ, ທະນາຄານ ແລະຜູ້ຮັບເໝົາກໍ່ສ້າງ ຫຼືວິສາຫະກິຈ, ບໍຣິສັດກໍ່ສ້າງ ສາເຫດທີ່ມີໜີ້ດັ່ງກ່າວ ຍ້ອນຣັຖ ມີໂຄງການລົງທຶນ ໂດຍມອບໃຫ້ ວິສາຫະກິຈເປັນຜູ້ລົງທຶນກ່ອນ ຣັຖຈຶ່ງຈ່າຍຕາມຫຼັງ, ວິສາຫະກິຈບໍ່ມີທຶນພໍຈະລົງທຶນກ່ອນ ຈຶ່ງກູ້ຢືມນໍາທະນາຄານ, ເມື່ອວິສາຫະກິຈກູ້ຢືມເພື່ອລົງທຶນ ປະຕິບັດການລົງທຶນແລ້ວ ຈະຕ້ອງຊຳລະຕົ້ນທຶນ ພ້ອມດອກເບັ້ຍ ໃຫ້ທະນາຄານຕາມສັນຍາ ແລະເວລາທີ່ກໍານົດ, ແຕ່ວິສາຫະກິຈ ຕ້ອງຖ້າງົປມານຈາກຣັຖ ເພື່ອຊໍາລະໃຫ້ທະນາຄານ ມີຫຼາຍໂຄງການ ທີ່ຣັຖສນອງບໍ່ຕາມກໍານົດເວລາ ແລະທະນາຄານ ຕ້ອງເພີ່ມດອກເບັ້ຍຂຶ້ນ ໝາຍເຖິງຕ້ອງເພີ່ມງົປມານຂຶ້ນຕື່ມ.
ການຊໍາລະໜີ້ສິນຄືນແກ່ບໍຣິສັດ ນະຄອນຫຼວງວຽງຈັນ ຈະປະຕິບັດຕາມແນວທາງຂອງຣຖບານລາວ ຄື ທະຍອຍຊຳລະໜີ້ສິນ ໃຫ້ກັບທຸກໆບໍຣິສັດ ໂດຍບໍຣິສັດໃດ ທີ່ມີໜີ້ສິນຫຼາຍກໍຈະຊຳລະຄືນຫຼາຍ ບໍຣິສັດໃດທີ່ມີໜີ້ສິນໜ້ອຍ ຈະໄດ້ໜ້ອຍ ຕາມອັດຕຣາສ່ວນ ເພື່ອຄວາມສເມີພາບ ແລະຍຸຕິທັມກັບທຸກໆບໍຣິສັດ.
ນອກຈາກນີ້ ນະຄອນຫຼວງວຽງຈັນ ຍັງຈະສືບຕໍ່ພຍາຍາມຢຸດຢັ້ງ ບໍ່ໃຫ້ມີໜີ້ສິນເພີ່ມຂຶ້ນຫຼາຍກວ່າຄວາມສາມາດໃນການຊຳລະ ແລະສເນີຣັຖບານຊ່ອຍພິຈາຣະນາ ແກ້ໄຂໜີ້ສິນ ຄ່າຊົດເຊີີຍທີ່ຖືກຜົລກະທົບ ຈາກໂຄງການພັທນາຕ່າງໆ.
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຜແນກໂຍທາທິການ ແລະຂົນສົ່ງ ເພື່ອສອບຖາມກ່ຽວກັບໜີ້ສິນຄົງຄ້າງ ໃນການສ້ອມແປງ ແລະກໍ່ສ້າງຫົນທາງ ໃນນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ ບໍ່ສະດວກ ທີ່ຈະໃຫ້ຄວາມເຫັນກ່ຽວກັບເຣື່ອງນີ້ໄດ້.
ເມື່ອທ້າຍປີ 2022 ທີ່ຜ່ານມາ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າຜແນກ ໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ເຄີຍໃຫ້ສັມພາດ ຕໍ່ສື່ມວນຊົນລາວວ່າ ການສ້ອມແປງເສັ້ນທາງທີ່ເປ່ເພ ຢູ່ນະຄອນຫຼວງວຽງຈັນ ແມ່ນເປັນການສ້ອມແປງ ສຸກເສີນເທົ່ານັ້ນ ໂດຍອີງຕາມງົປມານທີ່ມີ ເພື່ອໃຫ້ສາມາດສັນຈອນ ໄປມາໄດ້.
ຂະນະທີ່ ປະຊາຊົນລາວ ໃນນະຄອນຫຼວງວຽງຈັນ ກ່າວວ່າ ສະພາບຖນົນຫົນທາງ ຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ເປ່ເພໜັກ ໂດຍສະເພາະ ໃນຊ່ວງຣະດູຝົນ ມີແຕ່ຂີ້ຕົມ ການສັນຈອນໄປມາລໍາບາກຫຼາຍ, ເສັ້ນທາງບາງຈຸດບໍ່ເຄີຍມີການສ້ອມແປງ ຈັກເທື່ອ ມີແຕ່ຊາວບ້ານ ພາກັນຊ່ອຍກັນຂົນດິນມາຖົມເອງ, ຮ້ອງຮຽນໄປຫາທາງການ ເພື່ອໃຫ້ມາແກ້ໄຂ ພາກັນມິດງຽບ.
ດັ່ງຊາວບ້ານໜອງວຽງຄໍາ-ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ່! ສະພາບມັນກະ ຂະເຈົ້າກະຖົມໆ ໄປນໍາຫັ້ນແຫຼະ ຖົມດິນແດງໄປນໍາຫັ້ນແຫຼະ ກະສະພາບຄືເກົ່າຫັ້ນແຫຼະ ຂ້ອຍບໍ່ເຫັນຂະເຈົ້າເຮັດຈັກເທື່ອນ່າ ມີແຕ່ນາຍບ້ານຫັ້ນແຫຼະ ຂະເຈົ້າເອົາດິນໄປຖົມ ບ່ອນລະເລັກລະໜ້ອຍ ບ່ອນໃດມັນຫຼຸບຫຼາຍ.”
ປະຊາຊົນລາວ ອີກຜູ້ນຶ່ງໃນນະຄອນຫຼວງວຽງຈັນ ກ່າວວ່າ ເຫັນແຕ່ຂ່າວ ຈາກນະຄອນຫຼວງວຽງຈັນ ວ່າຈະສ້ອມແປງເສັ້ນທາງ ແລະປູຢາງໃຫ້ໝົດ ແຕ່ບໍ່ເຫັນດໍາເນີນການແນວໃດເທື່ອ, ບາງເສັ້ນທາງກໍມີການສ້ອມແປງທຸກປີ ແທນທີ່ຈະສ້າງໃຫ້ໄດ້ມາຕຖານໄປເທື່ອດຽວ ພັດເຮັດໃຫ້ສິ້ນເປືອງງົບປະມານໄປລ້າໆ ເປັນຕົ້ນ ເສັ້ນທາງສີເກີດ-ສີໄຄ, ເສັ້ນທາງບ້ານໜອງແຕ່ງ, ເສັ້ນທາງບ້ານໜອງໜ້ຽວ ແລະອີກຫຼາຍເສັ້ນທາງຕາມເຂດນອກເມືອງ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ່! ບ່ອນແລ້ວມີແຕ່ສົ້ນພີ້ ຊິມາທາງສີເກີດ ແຖວນາຫົວ ນາຊາຍນີ້ ຫົວຊ້າງຫົວຂົວນີ້ຂີ້ຕົມຫຼາຍ ແຖວນັ້ນ ມັນບໍ່ໄດ້ຜ່າກາງເດ້ເນາະ ເພິ່ນວ່າ ທາງເລນດຽວ ເຂົາລະເຮັດແລ້ວໄວ ທາງເຮົາມີທາງສອງເລນເດ້.”
ປະຊາຊົນລາວ ອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ບັນຫາໜີ້ສິນ ຂອງຣັຖບານລາວ ແລະນະຄອນຫຼວງວຽງຈັນ ແມ່ນເປັນບັນຫາທີ່ຊໍ້າເຮື້ອມາດົນນານແລ້ວ ແຕ່ແນວທາງໃນການແກ້ໄຂບັນຫາ ພັດບໍ່ໄດ້ມີປະສິດທິພາບ ມີແຕ່ຈະສ້າງໜີ້ສິນເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ປະຊາຊົນລາວຮູ້ສຶກເບື່ອໜ່າຍ ແລະບໍ່ຢາກກ່າວເຖິງ, ຂະນະທີ່ ບັນຫາປາກທ້ອງ ຖືເປັນເຣື່ອງສໍາຄັນທີ່ສຸດ ຂອງປະຊາຊົນລາວໃນປັດຈຸບັນ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ກະໄດ້ຍິນ ວ່າດຽວນີ້ ເປັນໜີ້ເປັນສິນນີ້ ກະບໍ່ສາມາດໃຊ້ໜີ້ໄດ້ຫັ້ນນ່າ ເຫັນເຕັມຫູເຕັມຕາ ເຂົາກະບໍ່ຢາກເວົ້າແຫຼະ ແລ້ວກະຢາກສົນເລີຍນ່າ ບັນຫາໂຕນີ້ ເພິ່ນຊິເຮັດແນວໃດ ກະແລ້ວແຕ່ເພິ່ນ.”
ນອກຈາກໜີ້ສິນ ກ່ຽວກັບການສ້ອມແປງ ແລະກໍ່ສ້າງທາງແລ້ວ ນະຄອນຫຼວງວຽງຈັນ ຍັງມີໜີ້ສິນຕິດຄ້າງ ໃຫ້ກັບຣັຖວິສາຫະກິຈໄຟຟ້າລາວ ແລະຣັຖວິສາຫະກິຈນໍ້າປະປາ ຫຼາຍກວ່າ 245 ຕື້ກີບ ເພາະນະຄອນຫຼວງວຽງຈັນ ໄດ້ມີການຕິດຕັ້ງລະບົບໄຟຟ້າ ແລະນໍ້າປະປາ ຕາມການຂຍາຍໂຕ ຂອງເມືອງ.
ທາງດ້ານເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ກ່າວວ່າ ນະຄອນຫຼວງວຽງຈັນ ຕິດໜີ້ ຣັຖວິສາຫະກິຈໄຟຟ້າລາວ ເປັນຈໍານວນຫຼາຍ ແລະບໍ່ສາມາດຈ່າຍໜີ້ຄືນໄດ້ ເພາະບໍ່ມີເງິນ, ສ່ວນໜີ້ສິນທີ່ຄ້າງຈ່າຍ ແມ່ນເກີດຈາກຄ່າໄຟເຍືອງທາງ, ຄ່າໄຟຟ້າຈາກສໍານັກງານ, ຫ້ອງການຕ່າງໆ ທີ່ຢູ່ພາຍໃຕ້ນະຄອນຫຼວງວຽງຈັນ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບາງສໍານັກງານ, ອົງການ ທີ່ມີໄຟເຍືອງທາງ ຢູ່ໜ້າສໍານັກງານນີ້ ຂະເຈົ້າກະຈ່າຍ ແຕ່ສ່ວນໃຫຍ່ແລ້ວ ຄ່າໄຟເຍືອງທາງເສັ້ນຫຼັກໆນີ້ ຈະບໍ່ໄດ້ຈ່າຍ ເປັນບັນຫາຄົງຄ້າງ, ເພິ່ນບໍ່ມີງົປມານມາຮັບຜິດຊອບໂຕນີ້.”
ຍານາງ ບົວວອນ ສຸກລາແສງ ຫົວໜ້າຜແນກ ແຜນການແລະການລົງທຶນ ນະຄອນຫຼວງວຽງຈັນ ກໍຍັງໄດ້ສເນີໃຫ້ ກົມງົປມານ ກະຊວງການເງິນ ຄົ້ນຄວ້າພິຈາຣະນາ ຊ່ອຍແກ້ໄຂບັນຫາ ໜີ້ສິນບໍຣິຫານຂອງຣັຖ ນະຄອນຫຼວງວຽງຈັນ ໂດຍສະເພາະ ໜີ້ສິນຄ່າໄຟຟ້າ ທີ່ເຫັນວ່າ ເປັນໜີ້ສິນຄ້າງຊຳລະ ທີ່ມີມູນຄ່າສູງ.
ຂະນະທີ່ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຫຼາຍທ່ານ ກໍເຫັນຕຣົງກັນວ່າ ນະຄອນຫຼວງວຽງຈັນ ບໍ່ອະນຸມັດໂຄງການໃໝ່ ໂດຍບໍ່ຈໍາເປັນ ແລະພຍາຍາມຊຳລະໜີ້ສິນຄົງຄ້າງໃຫ້ເຫຼືອໜ້ອຍທີ່ສຸດ ເພື່ອບໍ່ໃຫ້ໜີ້ສິນ ແລະດອກເບັ້ຍເພີ່ມຂຶ້ນຫຼາຍກວ່ານີ້.