ພະນັກງານຣັຖກອນ ໃນນະຄອນຫຼວງວຽງຈັນ ລາອອກຈຳນວນຫຼາຍ

ພະນັກງານ ທີ່ເຮັດວຽກຢູ່ຮ້ານຂາຍເຄື່ອງ ແຫ່ງນຶ່ງກຳລັງທອນເງິນໃຫ້ລູກຄ້າ ທີ່ຊື້ເຄື່ອງຂອງ ໃນນະຄອນຫຼວງວຽງຈັນ. ວັນທີ 26 ກໍຣະກະດາ 2023.
ພະນັກງານ ທີ່ເຮັດວຽກຢູ່ຮ້ານຂາຍເຄື່ອງ ແຫ່ງນຶ່ງກຳລັງທອນເງິນໃຫ້ລູກຄ້າ ທີ່ຊື້ເຄື່ອງຂອງ ໃນນະຄອນຫຼວງວຽງຈັນ. ວັນທີ 26 ກໍຣະກະດາ 2023. (ນັກຂ່າວ ພົລເມືອງ)

0:00 / 0:00

ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະພາ ນະຄອນຫຼວງວຽງຈັນວ່າ ການແກ້ໄຂຊີວິດການເປັນຢູ່ ຂອງພະນັກງານຣັຖກອນ ໃນສະພາບປັດຈຸບັນນັ້ນ ມີຄວາມຫຍຸ້ງຍາກ ເພາະມັນເປັນຫາລວມຂອງຊາຕ. ພະນັກງານ-ຣັຖກອນຫຼາຍ ຄົນລາອອກຈາກການເປັນພະນັກງານຣັຖກອນ.

ກ່ຽວກັບເຣື່ອງນີ້ ພະນັກງານຣັຖກອນ ໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວວ່ານັບແຕ່ເກີດການຣະບາດ ຂອງໂຄວິດ-19 ມາຮອດປັດຈຸບັນ ມີພະນັກງານຣັຖກອນຈຳນວນ ບໍ່ໜ້ອຍໂຍກຍ້າຍໄປເຮັດວຽກ ໃນຂແນງການອື່ນ ທີ່ມີຄ່າຕອບແທນສູງຂຶ້ນ. ບາງຄົນລາອອກ ຈາກການເປັນພະນັກງານຣັຖກອນ ເພາະລາຍໄດ້ໜ້ອຍ ບໍ່ກຸ້ມກິນແລະບໍ່ສອດຄ່ອງ ກັບສະພາບເສຖກິຈ ໃນປັດຈຸບັນທີ່ຄ່າຄອງຊີບສູງ ແລະນັບມື້ຈະສູງຂຶ້ນເລື້ອຍໆ.

ດັ່ງພະນັກງານ ຣັຖກອນຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 4 ສິງຫານີ້ວ່າ:

“ຢູ່ໄປມັນຫາບໍ່ຮອດເດ້ ບາງທີຫັ້ນ ແຮງເພີ່ມໜີ້ ເພີ່ມສິນ. ບາດນີ້ລູກເຕົ້າຫຼາຍຄົນ ເຂົ້າໂຮງຮຽນ, ຮຽນຈັ່ງຊີ້ນ່າ. ບໍ່ມີກາຕ້ອງໄດ້ຢືມ ບາງຄົນກາລາອອກ ແລ້ວກາໄປຕ່າງປະເທດຊີ້ນ່າ ກາຫຼາຍຄົນທີ່ມັນເປັນແບບນັ້ນ ບໍ່ປະຢັດແທ້ໆກາຢາກຍາກຫັ້ນແຫຼະ.”

ພະນັກງານຣັຖກອນທ່ານນີ້ ໄດ້ກ່າວຕື່ມວ່າ ພະນັກງານຣັຖກອນ ທີ່ລາອອກໄປນັ້ນສ່ວນໃຫຍ່ ຈະເຮັດວຽກນຳບໍຣິສັດເອກະຊົນ, ໄປເຮັດທຸຣະກິຈອອນລາຍນ໌ ແລະ ເດີນທາງໄປ ເຮັດວຽກຢູ່ປະເທດໄທຍ ເປົ້າໝາຍກໍເພື່ອຫາເງິນມາລ້ຽງໂຕເອງ ແລະຄອບຄົວ ໃຫ້ກຸ້ມຢູ່ກຸ້ມກິນຫາກຄອບຄົວ ບໍ່ມີຖານະໝັ້ນຄົງ ຢູ່ໃນສະພາບຫຍຸ້ງຍາກ ແລະລຳບາກທີ່ສຸດ.

ຖ້າຈະແກ້ໄຂບັນຫາ ໂດຍໃຫ້ພະນັກງານ ຣັຖກອນ ປູກພືດ, ລ້ຽງສັດ ຫຼື ອາຊີບເສີມ ເພື່ອຫາລາຍໄດ້ເພີ່ມໃຫ້ກຸ້ມຢູ່ ກຸ້ມກິນ ອາດເປັນເຣື່ອງທີ່ຫຍຸ້ງຍາກ ເພາະໃນນະຄອນຫຼວງວຽງຈັນ ບໍ່ໄດ້ມີດິນທຳການຜລິດຫຼາຍປານນັ້ນ ແລະ ພະນັກງານຣັຖກອນ ຈຳນວນນຶ່ງເປັນຄົນມາຈາກຕ່າງເມືອງ, ຕ່າງແຂວງ ບໍ່ໄດ້ມີຄວາມພ້ອມ ທີ່ຈະເຮັດຕາມນະໂຍບາຍ ຂອງຜູ້ນຳລະດັບສູງ.

ພະນັກງານຣັຖກອນ ອີກທ່ານນຶ່ງ ໃນເມືອງທຸລະຄົມ ແຂວງວຽງຈັນ ທີ່ເດີນທາງມາເຮັດວຽກ ປະຈຳຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ ເຫັນພະນັກງານ ຢູ່ເມືອງໄຊທານີ ຫຼາຍຄົນລາອອກຈາກການ ເພາະບໍ່ສາມາດກຸ້ມໂຕເອງໄດ້ ກັບເງິນເດືອນ 2 ລ້ານປາຍກີບ ແຕ່ສະພາບເສຖກິຈ, ເງິນເຟີ້ ນັບມື້ຈະໜັກຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ລາຍໄດ້ ຂອງພະນັກງານຣັຖກອນ ເລົ່ານັ້ນບໍ່ພຽງພໍ ໃຊ້ຈຶ່ງເປັນສາເຫດໃຫ້ເກີດການລາອອກ.

ສ່ວນຍານາງເອງກ່າວວ່າ ອາຊີບຫຼັກ ຄືເປັນພະນັກງານຣັຖກອນ ແຕ່ຢູ່່ໃນລະດັບຜູ້ນ້ອຍ ໄດ້ຮັບເງິນເດືອນ ປະມານ 2 ລ້ານປາຍກີບ ແລະຮັບຜົລກະທົບໜັກ ຈາກສະພາບເສຖກິຈ ຕົກຕໍ່າໃນປັດຈຸບັນ, ແຕ່ຍານາງມີດິນຈຳນວນນຶ່ງ ຈຶ່ງໄດ້ລົງທຶນປູກມັນຕົ້ນ ເປັນອາຊີບເສີມ ເຊິ່ງຊ່ອຍໃຫ້ລາຍຮັບເພີ່ມຂຶ້ນ ພໍຢູ່ພໍກິນໄປແຕ່ລະເດືອນ ແຕ່ຍັງບໍ່ພຽງພໍ ທີ່ຈະເກັບທ້ອນໃນໄລຍະຍາວ.

ດັ່ງພະນັກງານຣັຖກອນ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ກໍເຫັນຫຼາຍຄົນຢູ່ດຽວນີ້(ລາອອກ) ຊາເອື້ອຍນີ້ກາຢູ່ຍາກ ແລ້ວເປັນພະນັກງານແດ່ ແລ້ວກາໄປເຮັດສວນມັນຕົ້ນເດ ແລ້ວກາເຮັດສວນເຂົ້າແດ່ຊີ້ນ່າ ພໍແຕ່ໝູນໃຊ້ໄປສື່ໆ.”

ພະນັກງານຣັຖກອນ ໃນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວວ່າ ດຽວນີ້ພະນັກງານຣັຖກອນຈຳນວນຫຼາຍ ທີ່ໄດ້ຮັບເງິນເດືອນໜ້ອຍ ຕ້ອງໃຊ້ຊີວິດ ລຳບາກຫຼາຍ ໃນສະພາບເສຖກິຈປັດຈຸບັນ ຖ້າເປັນພະນັກງານຣັຖກອນ ທີ່ມາຈາກຕ່າງແຂວງ ຍິ່ງຕ້ອງປະເຊີນກັບຄວາມລຳບາກ ທີ່ສຸດ ເພາະຄ່າໃຊ້ຈ່າຍສູງຫຼາຍ ທັງຄ່າເຊົ້າຫ້ອງ, ຄ່ານໍ້າ, ຄ່າໄຟ, ຄ່າເດີນທາງ ແລະ ຄ່າໃຊ້ຈ່າຍ ຈຳເປັນອື່ນໆຈຶ່ງເຮັດໃຫ້ພະນັກງານ ຣັຖກອນຫຼາຍຄົນ ຂໍລາອອກຈາກ ການເປັນພະນັກງານຣັຖກອນ.

image.jpg
ພະນັກງານ ຣັຖກອນ ທີ່ເຮັດວຽກບໍຣິການປະຊາຊົນ ທີ່ຫ້ອງການແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນກຸມພາ ປີ 2023. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ໃນບາງຂແນງການ ໝູ່ເພື່ອນທີ່ເປັນພະນັກງານ ຣັຖກອນ ນໍາກັນພາກັນຊ່ອຍເຫຼືອກັນແລະກັນ ຖ້າພະນັກງານຣັຖກອນຄົນໃດ ໄດ້ຮັບຄວາມເດືອດຮ້ອນ ເພາະບໍ່ຢາກເຫັນຄົນເກັ່ງ, ຄົນມີຄວາມຮູ້ ຄວາມສາມາດ ຕ້ອງລາອອກ ຈາກເປັນພະນັກງານຣັຖກອນ ຍ້ອນລາຍໄດ້ບໍ່ກຸ້ມກິນ ເຊິ່ງບໍ່ມີພະນັກງານຣັຖກອນຄົນໃດ ທີ່ຢາກຈະລາອອກ ຖ້າບໍ່ມີຄວາມຈຳເປັນ ເຖິງທີ່ສຸດ.

ດັ່ງພະນັກງານຣັຖກອນ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ບາງທີເຂົາກາອາດຈະຢູ່ບໍ່ລອດເນາະ ບາງຄົນກາເຊົ່າເຮືອນຢູ່ ກາມີເດ້ເນາະ ຄັນບໍ່ມີພື້ນຖານຢູ່ນີ້ (ນະຄອນຫຼວງວຽງຈັນ) ກາຍາກ. ພວກເຮົາກາພະຍາຍາມຊ່ອຍເຫຼືອກັນ ຫັ້ນແຫຼະ ຜູ້ທີ່ຫຍຸ້ງຍາກກ່ວາໝູ່ ອິຫຍັງຫັ້ນແຫຼະ ປະຄັບປະຄອງ ໃຫ້ມັນຢູ່ລອດ ເຂົາເຈົ້າກາບໍ່ໄດ້ຢາກອອກ.”

ສ່ວນຊາວລາວ ໃນນະຄອນຫຼວງວຽງຈັນ ທີ່ເຮັດວຽກນຳບໍຣິສັດເອກະຊົນແຫ່ງນຶ່ງ ກ່າວວ່າເຖິງຈະເຮັດວຽກນຳບໍຣິສັດເອກະຊົນ ທີ່ມີເງິນເດືອນສູງກ່ວາ ພະນັກງານຣັຖກອນ ແຕ່ຊີວິດການເປັນຢູ່ບໍ່ໄດ້ດີຂຶ້ນ ເພາະມີລາຍໄດ້ ທາງດຽວ ບວກກັບຄ່າຢູ່ກິນ ນັບມື້ນັບຈະສູງຂຶ້ນເລື້ອຍໆ. ຖ້າໄດ້ຮັບເງິນເດືອນສູງຂຶ້ນ ກ່ວາເກົ່າຈະຊ່ອຍຫຼຸດຜ່ອນ ຜົລກະທົບ ໃນການດຳເນີນຊີວິດ ໄດ້ເປັນຢ່າງດີ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ກາຖູໆໄຖໆ ບາງຄອບຄົວມັນອາດຈະມີແບບລາຍໄດ້ເສີມ ມັນກາຍັງໄຄ ແຕ່ວ່າບຸກຄົນ ຫຼືວ່າ ຄອບຄົວທີ່ມັນບໍ່ມີລາຍໄດ້ທາງອື່ນ ຖ້າແຕ່ເງິນເດືອນນີ້ ກາຢາກປິດເຕີບ ເງິນເດືອນມັນກາດີ.”

ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຈະໃຫ້ພະນັກງານຣັຖກອນ ປູກພືດ, ລ້ຽງສັດ ເພື່ອໃຫ້ກຸ່ມຕົນເອງ ຖືເປັນນະໂຍບາຍ ທີ່ບໍ່ສອດຄ່ອງກັບສະພາບ ເສຖກິຈ ໃນປັດຈຸບັນ ເພາະລາຄາຕົ້ນທຶນໃນການປູກເຂົ້າ, ປູກພືດ, ລ້ຽງສັດ ແພງ ຫາກບໍ່ແມ່ນຊາວກະເສຕກອນແທ້ໆ ການລົງທຶນນັ້ນອາດ ສ້າງຄວາມເສັຍຫາຍ ແລະ ຫຼຸບທຶນໄປລ້າໆ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ນັບແຕ່ຜັກ ກາໄດ້ຊື້ ກາຢາກ. ຍາກໃດການປູກເຂົ້າ ປູກນໍ້າ. ປຸຍເປົາລະລ້ານປາຍແລ້ວແຫຼະ ແນວໃດມິໄປລອດ.”

ສຳລັບບັນຫາເງິນເຟີ້ ການຄຸ້ມຄອງເງິນຕຣາ ໂດຍລວມແມ່ນຣັຖບານລາວ ເປັນຜູ້ອອກນະໂຍບາຍ ຕ່າງໆ ເປັນຕົ້ນ ຫ້າມຄອບຄອງເງິນຕຣາ ຕ່າງປະເທດ ຖ້າມີໃຫ້ຝາກໄວ້ກັບທະນາຄານ, ໃຫ້ໃຊ້ແຕ່ເງິນກີບ ລວມທັງໃນເຂດເສຖກິຈພິເສດ ແລະ ຄາຊິໂນ. ໃຫ້ຕິດປ້າຍສິນຄ້າ ໂຄສະນາ ຊື້-ຂາຍ ທຸກຢ່າງເປັນເງິນກີບ ແລະ ນາຍຈ້າງຕ້ອງຈ່າຍຄ່າຈ້າງ ເປັນເງິນກີບ.

ສໍາລັບ ນະຄອນຫຼວງວຽງຈັນ ກໍຈະໄດ້ປະກອບສ່ວນ ບາງຢ່າງເປັນຕົ້ນ ການສົ່ງເສີມ ໃຫ້ນໍາໃຊ້ເງິນກີບໃນການສຳລະຕ່າງໆ ໂດຍຕິດປ້າຍລາຄາເປັນເງິນກີບ ແລະເຂັ້ມງວດກັບພາກທຸຣະກິຈ ບໍ່ໃຫ້ຮັບການສຳລະດ້ວຍເງິນຕຣາ ຕ່າງປະເທດ. ສົ່ງເສີມໃຫ້ໃຊ້ຜລິຕພັນພາຍໃນ ໂດຍໃຫ້ບັນດາສຳນັກງານ ຫ້ອງການຣັຖບານ ນຳໃຊ້ເພື່ອບໍ່ໃຫ້ເງິນຕຣາ ໄຫຼອອກໄປຕ່າງປະເທດຫຼາຍ.

ທາງດ້ານທະນາຄານ ພັທນາເອເຊັຽ ຫຼື ADB ໄດ້ອອກບົດຣາຍງານ ສະບັບໃໝ່ ເຣື່ອງການຄາດຄະເນການພັທນາ ຂອງເອເຊັຽ ສະບັບເດືອນເມສາ 2023 ທີ່ຜ່ານມາວ່າ ເສຖກິຈຂອງປະເທດລາວ ຈະຂຍາຍໂຕ ໃນລະດັບປານກາງ ໃນປີ 2023 ນີ້ ແລະ ຍັງມີຂໍ້ຄົງຄ້າງຫຼາຍສິ່ງ ທ້າທາຍຢູ່ ເປັນຕົ້ນຄວາມກົດດັນອັດຕຣາເງິນເຟີ້ ເຊິ່ງຈະຍັງຄົງຢູ່ໃນລະດັບສູງ, ລາຄາສິນຄ້າ ຈະເພີ່ມຂຶ້ນ ເນື່ອງຈາກບັນດາທຸຣະກິຈ ຈະຜ່ານຕົ້ນທຶນ ຂອງສິນຄ້າ ທີ່ນຳເຂົ້າ ແລະ ຄ່າແຮງງານທີ່ເພີ່ມສູງຂຶ້ນ ໃຫ້ແກ່ຜູ້ບໍຣິໂພກ ເມື່ອເປັນດັ່ງນັ້ນການບໍຣິໂພກ ພາຍໃນ ແລະຕລາດການຈ້າງງານ ຄາດວ່າຈະຍັງອ່ອນແອ.